ຮ້ານອາຫານທີ່ກຳລັງມາແຮງສຸດໆໃນຕອນນີ້ ເພາະບໍ່ວ່າຈະເປັນ ດາລາ, ນັກສະແດງ, ເຫຼົ່າເຊເລັບ (Celebrities) ຄົນດັງໃນລາວ ໃຜໆກໍພາກັນໄປເຊັກອິນ (Check-in) ນັ່ງຫຼິ້ນຢູ່ຮ້ານນີ້ເປັນປະຈຳນັ້ນກໍຄື: ຮ້ານອາຫານເດທູໄນ້ (Day 2 Night) ໃຜທີ່ເປັນສາຍກິນ ສາຍແອັບ ສາຍເຊວຟີ້ (Selfie) ໃນນະຄອນຫຼວງວຽງຈັນ ບໍ່ມີໃຜຈະບໍ່ຮູ້ຈັກ ເຖິງແມ້ວ່າຮ້ານເພິ່ນຫາກໍເປີດບໍລິການບໍ່ຮອດປີ ຍັງມີຄົນຮູ້ຈັກຫຼາຍຂະໜາດນີ້ ບໍ່ທຳມະດາເລີຍແມ່ນບໍ່? ຂວັນໃຈ ເຮົາຈະພາດໄດ້ແນວໃດ ກໍຕ້ອງຮີບເກາະກະແສ ຊອກເຊາະແຊະໄປສອດສ່ອງມາແນະນຳໃຫ້ແຟນໆໄດ້ຮູ້ກ່ອນໃຜແນ່ນອນ!!! ກ່ອນອື່ນມາຮູ້ຈັກກັບເຈົ້າຂອງຮ້ານຄົນງາມ ອາດີດ ສາວແອໂຮສເຕສ (Air hostess) ສາຍການບິນເອວາ (EVA Airways) ຂອງປະເທດໄຕ້ຫວັນ ນາງຊື່ວ່າສາວ “ການ” ຖືສັນຊາດໄທ ເຊື້ອສາຍລາວ-ຫວຽດນາມ ໄດ້ມາເລົ່າເຖິງແຮງບັນດານໃຈ ແລະ ຈຸດເລີ່ມຕົ້ນຂອງຮ້ານເດທູໄນ້ (Day 2 Night) ໃຫ້ຟັງວ່າ: ສາວການ ເລີ່ມຈາກຄວາມມັກຮັກການໃຊ້ຊີວິດຢູ່ ນະຄອນຫຼວງວຽງຈັນ …
Read More »ຂ່າວບັນເທີງໃນປະເທດ
ມາຮູ້ຈັກ! ເທເລີ້ ໜຸ່ມສຸດເຈົ້າຊູ້ ຄວາມສາມາດແໜ້ນ Degree ປະລິນຍາໂທ 2 ສາຂາ
ອຸ້ຍຕາຍຍຍ ວ້າຍ…ກຣີດໆໆໆ ອາກາດເຢັນໆແບບນີ້ ຊະນີIndy ເອົາໃຈໝູ່ເພື່ອນເປັນພິເສດແດ່ ຈະພາເພື່ອນໆມາຮູ້ຈັກ ກັບໜຸ່ມມາດເຂັ້ມ ຜູ້ທີ່ມີຄວາມສາມາດຫຼາກຫຼາຍ ແຖມຍັງຮຽນດີຮຽນເກັ່ງນຳອີກ ທຸກໆຄົນອາດຈະຮູ້ຈັກດີກັບ 4 ໜຸ່ມເຈົ້າຊູ້ ວົງເອັມແມັກ (MMAQ) ເພງ “ບໍ່ຕ້ອງບອກໃຫ້ລືມ” ທີ່ເຄີຍເປັນກະແສໂດ່ງດັງ 2-3 ປີກ່ອນມານີ້ ແລະ ຕໍ່ມາກໍໄດ້ແຍກມາເປັນ ຄູ່ຫູດູໂອ ເທເລີ້ & ບອຍ ຜົນງານເພງ ເວດມົນ (MAGIC) ສັງກັດຄ້າຍເພງ ກ້າວໜ້າ Entertainment. ປັດຈຸບັນ, ໜຸ່ມຄົນນີ້ ຫາກໍຈົບການສຶກສາປະລິນຍາໂທ 2 ໃບ ມາໃໝ່ໆໝາດໆຈາກ ນະຄອນຫຼວງປັກກິ່ງ (ປະເທດຈີນ) ແລະ ພ້ອມແລ້ວທີ່ຈະກັບມາສ້າງຜົນງານດ້ານວົງການບັນເທີງລາວແບບເຕັມທີ່. ຊ່ວຍແນະນຳໂຕເອງໃຫ້ຮູ້ຈັກແນ່? ສະບາຍດີ! ສາວໆຂວັນໃຈຊື່ ວັນນະເສີມ ສີສົມບັດ ຊື່ຫຼິ້ນ ເທ່ເລີີ້ ອາຍຸ …
Read More »ຊຶ້ງນໍ້າຕາຈະໄຫຼ! “ຖ້າອ້າຍຄືນມາ” ນູ່ນີ່-ອ໊ອຟ ສະແດງສົມຈິງ (ມີຄລິບ)
ຊຶ້ງນໍ້າຕາຈະໄຫຼ! ນູ່ນີ່ ກຸມພົນພັກດີ ແລະ ອ໊ອຟ ລາຍພາງ ຄູ່ຮັກໄອດໍ້ ໄດ້ມີໂອກາດຮ່ວມສະແດງເອັມວີເພງ “ຖ້າອ້າຍຄືນມາ” ເຊິ່ງເປັນເພງປະກອບຮູບເງົາເລື່ອງ “ບຸນເຮັດ ບຸນສ້າງ”, ຂໍບອກເລີຍວ່າທັງ ນູ່ນີ່ ແລະ ອ໊ອຟ ງັດສີມືການສະແດງມາໃຊ້ເຕັມທີ່ ສະແດງໄດ້ອາລົມສົມຈິງສຸດໆ ຈົນເຫຼົ່າແຟນຄລັບພາກັນອອກປາກວ່າທັງ 2 ສະແດງໄດ້ດີ ສົມຈິງຫຼາຍ. ສຳລັບເພງ “ຖ້າອ້າຍຄືນມາ” ຮ້ອງໂດຍ ນັນ ດາວພະອິນ ເຊິ່ງເປັນເພງທີ່ຮ້ອງໂຕ້ຕອບກັບເພງ “ບໍ່ແມ່ນບໍ່ຮັກ” ຂອງ ແຊ໋ກ ຊຸມພົນ ເຊິ່ງທັງ 2 ເພງດັ່ງກ່າວເປັນເພງປະກອບຮູບເງົາເລື່ອງ “ບຸນເຮັດ ບຸນສ້າງ” ທີ່ ນູ່ນີ່ ກຸມພົນພັກດີ ແລະ ອ໊ອຟ ລາຍພາງ ໄດ້ຮ່ວມສະແດງຮູບເງົາດ້ວຍກັນເປັນຄັ້ງທຳອິດ. ຄລິບ ແລະ ຮູບພາບ: KEETANAKORN CHANNAL , Yingyot Aoflaiprang Kanjananiyom , กุลธิดา แสนสบาย
Read More »ໂດດເດັ່ນ! ຕຸກຕາ ເພັດມະນີ ສາວລາວໜ້າລຸກອິນເຕີ ເປັນທັງນາງແບບ ແລະ ສາວທະນາຄານ!!!
ວ້າວວວໆໆໆ!!! ມາຮູ້ຈັກກັບອີກໜຶ່ງສາວໝັ້ນ ຕຸກຕາ ເພັດມະນີ ນາງແບບ-ສາວທະນາຄານ ຜູ້ມີສະຕາຍບໍ່ຄືໃຜ ມີຄວາມໂດດເດັ່ນ ສາວລາວຜູ້ທີ່ມີລຸກອິນເຕີ ພໍດີເຈິໂຕເປັນໆຂອງນາງ ຊະນີIndy ເລີຍບໍ່ພາດທີ່ຈະດຶງໂຕເພິ່ນມາສຳພາດ ອັບເດດ ແລະ ຖາມເຖິງເລື່ອງສະຖານະຫົວໃຈຂອງນາງມາຝາກແຟນໆ, ລອງມາຮູ້ຈັກກັບສາວ ຕຸກຕາ ເພັດມະນີ ຄົນນີ້ລອງເບິ່ງເນາະ!!! ສະບາຍດີ!!! ສາວຄົນງາມຊ່ວຍແນະນຳຕົວເອງໃຫ້ຮູ້ຈັກແດ່… ສະບາຍດີ … ນ້ອງມີຊື່ວ່່າ ເພັດມະນີ ພິລາຄົງ (ຕຸກຕາ) ອາຍຸ 21 ປີ ປັດຈຸບັນກຳລັງເຮັດວຽກຢູ່ທີ່ທະນາຄານຮ່ວມພັດທະນາລາວ (JDB) ກ່ອນໜ້ານີ້ຕຸກຕາຮຽນຈົບ ສະຖາບັນເສດຖະກິດການເງິນ ດົງຄໍາຊ້າງ ໄລຍະທີ່ເຮົາຮຽນແມ່ນ 2 ປີຈົບຊັ້ນສູງ ແລະ ກຳລັງຈະຮຽນຕໍ່ລະດັບປະລິນຍາຕີ (ຍິ້ມ) ຍິນດີທີ່ໄດ້ຮູ້ຈັກແຟນໆ ຂວັນໃຈ ໝົດທຸກຄົນເລີຍເດີ້ (ຍິ້ມຫວານ) ຜ່ານມາມີຜົນງານຫຍັງແດ່ນໍ ກ່ອນໜ້ານີ້ເຄີຍເປັນຜູ້ເຂົ້າປະກວດໃນງານ ລາວຊຸບເປີໂມເດວ 2014 ແລະໄດ້ຮັບຕຳແໜ່ງ ຂວັນໃຈຊ່າງພາບ, ແລະເຂົ້າປະກວດໃນງານ …
Read More »“Dynamic” ວົງດົນຕີນ້ອງໃໝ່ ປະກວດຊະນະມາໄດ້ຍ້ອນຄວາມສາມາດລ້ວນໆ!!!
ສະດຸດຫູສະດຸດຕາ… ມີຄວາມຢາກນຳສະເໜີໃຫ້ຮູ້ຈັກກັບ 5 ໜຸ່ມສຸດເຈົ້າຊູ້ ຈາກວົງດົນຕີ “ໄດນາມິກ” (Dynamic Band) ເປັນວົງດົນຕີທີ່ໄດ້ຮັບລາງວັນຊະນະເລີດຈາກໂຄງການປະກວດວົງດົນຕີເບຍລາວ ຄັ້ງທີ 2 (Beerlao Band Challenge Season 2) ທີ່ໄດ້ຈັດຂຶ້ນໃນເດືອນກໍລະກົດ 2017 ທີ່ຜ່ານມາ ແລະ ນີ້ແມ່ນຄັ້ງທໍາອິດທີ່ໜຸ່ມໆທັງ 5 ຄົນ ໄດ້ແກ່: ທ້າວສິດທິພອນ ແກ່ນບັນດິດ (ອ້າຍ) ມືເບດ, ທ້າວສິດທິເດດ ປະໄພຊາດ (ຕ້າ) ນັກຮ້ອງນຳ, ທ້າວຖະໜອມສັກ ພູວົງຄຳຈັນ (ຕ່າ) ມືກີຕ້າຂອດ, ທ້າວສຸວິໄຂ ແສງອາລຸນ (ອ໊ອດ) ມືກອງ ແລະ ທ້າວປັນຍາ ດວງບຸດດີ (ເອັ້ນ) ມືກີຕ້າໂຊໂລ້ ຈະມາເປີດໃຈເລົ່າຄວາມເປັນມາ ໃຫ້ສາວໆຂວັນໃຈໄດ້ຮູ້ກ່ອນໃຜ ຖ້າບໍ່ຢາກຕົກຂ່າວ ຕົກກະແສບັນເທີງບ້ານເຮົາ ກໍໄປຮູ້ຈັກພວກເຂົາພ້ອມໆກັນເລີຍ …
Read More »