ປູ ໄປຍາ ລຸ້ນເບີຣກ ດາລາສາວຈາກປະເທດເພື່ອນບ້ານ ອາຍຸ 28 ປີ ລູກຊອດ ໄທ-ສະວີເດັນ ເລີ່ມກ້າວເຂົ້າວົງການບັນເທີງໂດຍໄດ້ຮັບບົດນາງເອກ ແລະ ຈະມີເອກະລັກເຊິ່ງເປັນຄົນທີ່ເວົ້າບໍ່ຂອດ ແລະ ຫຼາຍໆຄົນກໍຈະຈື່ລຸກຂອງນາງນັ້ນກໍຄືເປັນຄົນແຮງ ຄົນກົງໄປກົງມາ ໂດຍສະເພາະການໃຫ້ສຳພາດກັບນັກຂ່າວ ບອກເລີຍວ່າແຮງຊັດຈັດເຕັມ ລວມໄປເຖິງຂ່າວທັງດີ ແລະ ບໍ່ດີຕ່າງໆ ເຮັດໃຫ້ເກີດກະແສເອັນຕີ້ ປູ ໄປຍາ ຢູ່ໄລຍະໜຶ່ງ ຕໍ່ຈາກນັ້ນເຮັດໃຫ້ນາງເດີນທາງໄປຮຽນຕໍ່ທີ່ ປະເທດ ອັງກິດ ແຕ່ກໍຍັງມີໂອກາດບິນກັບມາຮັບງານໃນວົງການຢູ່ເປັນບາງເວລາ ຈຸດປ່ຽນທີ່ເຮັດໃຫ້ດາລາສາວຄົນນີ້ຕ້ອງຫັນກັບມາຄິດທົບທວນກັບຕົວນາງເອງຢ່າງຈິງຈັງ ເກີດຂຶ້ນຫຼັງຈາກທີ່ນາງກັບໄປເບິ່ງຄລິບສຳພາດກັບນັກຂ່າວໃນເລື່ອງຕ່າງໆໃນໄລຍະທີ່ຜ່ານມາ ຈົນເຮັດໃຫ້ຮູ້ສຶກບໍ່ດີ ແລະ ກັບມາຄິດວ່າເປັນຫຍັງຈຶ່ງຕອບຄຳຖາມກັບສື່ໄປແບບນັ້ນ ແລະ ຍັງບໍ່ພຽງແຕ່ເລື່ອງການສຳພາດເທົ່ານັ້ນ ສາວປູຍັງເບິ່ງເຫັນຂໍ້ບົກພ່ອງຂອງຕົວເອງກໍຄືການບໍ່ເບິ່ງແຍງຕົວເອງ ປ່ອຍໃຫ້ຕົວເອງຕຸ້ຍ ແລະ ຮ່າງກາຍຊຸດໂຊມຢ່າງໜັກ ເມື່ອຄິດໄດ້ແບບນັ້ນ ປູຈຶ່ງບໍ່ລໍຖ້າທີ່ຈະລຸກຂຶ້ນມາຈັດການກັບຊີວິດ ດ້ວຍການຫັນມາເບິ່ງແຍງສຸຂະພາບ ຮູບຮ່າງ ຈົນເປັນທີ່ຮືຮາເພາະນາງເຮັດໄດ້ ແຖມມີຊິກແພກງາມໆຢູ່ໜ້າທ້ອງຂອງນາງ ລວມໄປເຖິງການປ່ຽນແປງທັດສະນະຄະຕິ ຖິ້ມຄວາມຄິດດ້ານລົບອອກໄປ ເປັນປູຄົນໃໝ່ທີ່ມີທັດສະນະຄະຕິຕໍ່ໂລກທີ່ດີ (ຄິດບວກ) ທັງໝົດນີ້ເກີດຂຶ້ນຈາກໄວອາຍຸ …
Read More »ຂ່າວບັນເທີງໃນປະເທດ
ເຕືອນໄພ! ກຽມຮັບມືກັບສະພາບອາກາດໜາວເຢັນອີກຄັ້ງ ເລີ່ມວັນທີ 9-14 ມັງກອນ 2018 #ແຊຣບອກຕໍ່ໆກັນໄປ
“ເຕືອນໄພອາກາດໜາວ” ອີງຕາມການແຈ້ງເຕືອນຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນໃນວັນທີ 8 ມັງກອນ 2018 ວ່າ: ມວນອາກາດໜາວເຢັນຈາກ ສປ ຈີນ ຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງເໜືອທີ່ມີກຳລັງແຮງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ໃນໄລຍະ ຕັ້ງແຕ່ວັນທີ 9 ຫາ 14 ມັງກອນ 2018 ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງ 3 ຫາ 5 ອົງສາ ຢູ່ແຂວງພາກເໜືອ ພ້ອມມີຝົນຕົກກະຈາຍ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ, ໂດຍສະເພາະເຂດພູດອຍ ບັນດາແຂວງພາກເໜຶອ, ແຂວງ ໄຊສົມບູນ, ເມືອງ ດາກຈຶງ ແັລະ ເຂດພູພຽງບໍລະເວນອາກາດຈະໜາວເຢັນຫຼາຍ. #ຢ່າລືມແຊຣບອກຕໍ່ໆກັນໄປ, ຢ່າລືມຮັກສາສຸຂະພາບແດ່ເດີ້ພໍ່ແມ່ພີ່ນ້ອງ!!!
Read More »ໝົດຍຸກເຊວຟີ່! 2018 ຄົນດັງແຫ່ໂພສຮູບແນວ “Plandids” ອາດໆ ບັງເອີນໆ ແບບບໍ່ໄດ້ຕັ້ງໃຈ ແຕ່ໄດ້ອາລົມສຸດໆ!!!
ສະໄໝນີ້ເວົ້າບໍ່ໄດ້ອີກຕໍ່ໄປວ່າການຖ່າຍຮູບເປັນເລື່ອງໄຮ້ສາລະ ເພາະບໍ່ວ່າຈະໄປທາງໃດ ໄປທ່ຽວ ໄປກິນເຂົ້າ ຫຼື ເຮັດກິດຈະກຳຕ່າງໆກໍຈະຕ້ອງໄດ້ຖ່າຍຮູບອັບໂຊຊ່ຽວ ອັບເດດຄວາມເຄື່ອນໄຫວໃນໂລກອອນລາຍ ໃຫ້ໝູ່ເພື່ອນຄົນຮູ້ຈັກໄດ້ເຫັນກັນເປັນວ່າຫຼິ້ນ, ກ່ອນໜ້ານີ້ໝູ່ເພື່ອນຫຼາຍຄົນຄົງຄຸ້ນເຄີຍກັນດີກັບຄຳວ່າ ເຊວຟີ່ (selfie) ທີ່ເປັນການຢື່ນແຂນອອກໄປກວ້າງໆແລ້ວຖ່າຍຮູບຕົວເອງ ຖືວ່າຮິດເຖິງຂັ້ນຮິດສຸດ ເຖິງຂັ້ນມີໄມ້ເຊວຟີ່ອອກມາວາງຂາຍ ແຕ່ຕໍ່ມາໂລກເຮົາກໍມີການພັດທະນາໝູນວຽນປ່ຽນໄປເລື້ອຍໆ ເທຼນການຖ່າຍຮູບກໍເຊັ່ນດຽວກັນປີ 2018 ແລ້ວ ໄດ້ເລີ່ມປ່ຽນໄປຕອນນີ້ບັນດາຄົນທົ່ວໂລກລວມທັງຄົນດັງໃນບ້ານເຮົາກໍບໍ່ພາດທີ່ຈະຖ່າຍຮູບແນວ “Plandids” ຫຼື ຈະເວົ້າງ່າຍໆວ່າເປັນການຖ່າຍຮູບແນວບັງເອີນ ແບບບໍ່ໄດ້ຕັ້ງໃຈ ມີຄວາມ Art ແຕ່ເບິ່ງແລ້ວມີຄວາມເປັນທຳມະຊາດ ແລະ ເຂົ້າເຖິງອາລົມຂອງຮູບພາບສຸດໆ ມາໆ…ມາ ລອງມາເບິ່ງຕົວຢ່າງການຖ່າຍຮູບພາບຂອງເຫຼົ່າຄົນບັນເທີງບ້ານເຮົາບໍ່ວ່າຈະເປັນ ຫຼິງຫຼິງ ປິຍະດາ ອິນທະວົງ, ຈີ່ຈີ່ ພອຍໄພລິນ ສີວິໄລ, ບາບີ້ ປິຍະມາດ, ແກ້ວຕາ ພອນປະເສີດ, ຕ໋ອດ ລີນ່າ ແລະ ອີກຫຼາຍໆຄົນທີ່ພວກເຂົາຖ່າຍຮູບແນວ ແພຣນດິດ ໄດ້ອອກມາງາມ ແລະ ມີສະຕາຍຫຼາຍໆ ເພື່ອໃຫ້ແຟນໆໄດ້ເບິ່ງ ແລະ ເກັບໄປເປັນໄອເດຍຖ່າຍຮູບ ເພື່ອເວລາອັບຮູບພາບລົງໃນໂລກອອນລາຍຈະໄດ້ບໍ່ຕົກເທຼນ …
Read More »ມາຮູ້ຈັກ! ກຸ້ງ ເປນີ ສາວໜ້າຫວານ ມີສະເໜ່ ຍິ້ມຊວນຝັນ!!!
ມາຮູ້ຈັກ! ເປນີ ລາດພູມີ (ກຸ້ງ) ສາວໜ້າຫວານ ມີສະເໜ່ ຍິ້ມຊວນຝັນຂວັນໃຈຫຼາຍໆຄົນ ນາງແບບໜ້າໃໝ່ ເຊິ່ງສາວ ກຸ້ງ ຄົນນີ້ກໍເອີ້ນໄດ້ວ່າມີຄົນຕິດຕາມທາງເຟສບຸກບໍ່ແມ່ນໜ້ອຍ, ດັ່ງນັ້ນ ຊະນີIndy ເລີຍຈັດໃຫ້ ບໍ່ເວົ້າໃຫ້ຍືດຍາວລອງມາຮູ້ຈັກກັບສາວ ກຸ້ງ ເປນີ ຄົນນີ້ລອງເບິ່ງຮັບຮອງ ຕ້ອງຕົກຫຼຸມຮັກນາງແນ່ນອນ!!! ສະບາຍດີ ຊ່ວຍແນະນຳຕົວເອງໃຫ້ແຟນໆ ຂວັນໃຈ ຮູ້ຈັກແດ່? ສະບາຍດີຊື່ ເປນີ ລາດພູມີ (ກຸ້ງ) ອາຍຸ 27 ປີ ເດີ້ ຮຽນຈົບແພດຈາກ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ສາຂາທັນຕະແພດ ນິດໃສສ່ວນຕົວຂອງ ກຸ້ງ ເປັນແນວໃດ? ກຸ້ງຈະເປັນຄົນທີ່ມັກຍິ້ມ ຫຼັກໆເລີຍ ປະມານວ່າມັກຫົວມັກຍິ້ມ ເປັນຄົນອາລົມດີ ແຕ່ກໍເປັນຄົນຄຽດງ່າຍໜ້ອຍໜຶ່ງ ແລະ ເຊົາໄວ ແຕ່ກໍບໍ່ມີຫຍັງດອກຕາມແບບນິດໃສແມ່ຍິງທົ່ວໄປ (ຫົວ) ຄິດວ່າຈຸດເດັ່ນ ແລະ ພອນສະຫວັນຂອງຕົວເອງແມ່ນຫຍັງ? ຈຸດອ່ອນເດມີບໍ່? ຈຸດເດັ່ນໃນຕົວກຸ້ງຫວາ …
Read More »ໂອະ ໂອ່ຍ…ຫວານແທ້ເດ້! ບາບີ້ ປິຍະມາດ- ອາເລັກ (LOG) ຈັດທິບພັກຜ່ອນຍ້ອນຫຼັງປີໃໝ່ທີ່ ຊຽງຄານ
ອີກໜຶ່ງຄູ່ຮັກວົງການບັນເທີງ ບາບີ້ ປິຍະມາດ ແລະ ອາເລັກ (LOG) ທີ່ວຸ້ນໆວຽກໃນຊ່ວງທ້າຍປີ 2017 ແດ່, ພໍເຄຍວຽກໄດ້ກໍຈັດທິບທ່ອງທ່ຽງທີ່ ຊຽງຄານ ຈັງຫວັດ ເລີຍ (ປະເທດໄທ) ຍ້ອນຫຼັງປີໃໝ່, ຂໍບອກເລີຍເດີ້ ວ່າຄົນທີ່ຍັງໂສດພໍໄດ້ເຫັນກໍຈະມີເຄືອງໆກັນແດ່ຈັກໜ້ອຍ ເພາະທັງສອງຫຼິ້ນອອກແນວຫວານຜ່ານສື່ ທັງໂພສຜ່ານສື່ອອນລາຍ ທັງຖ່າຍຮູບໃຫ້ກັນ ທັງຖ່າຍຮູບຄູ່ກັນອີກ ແຖມແຄັບຊັ່ນມາໃນທຳນອງຫວານໆ ເບິ່ງແລ້ວມີຄວາມໜ້າຮັກຕາມສະຕາຍຂອງທັງສອງ ໂອະ ໂອ່ຍ…ຊ່າງມາຫວານແທ້ເດ້! (ອີຕົນຄົນໂສດແດ່ເດີ້ ອິອິ) “ຖະໜົນຄົນຍ່າງ ພາລິງມາຍ່າງເລາະ ເລີ້ມເລາະກ່ອນເລີ້ມລຸຍວຽກ ^^” “ໂຫມດຜັກຜ່ອນໄດ້ປິດລົງ? ✨ເລີ່ມເປີດໂຫມດເຮັດວຽກເຕັມທີ່ ເຂົ້າມາຫຼາຍໆເດີ້ວຽກເອີ້ຍຍຍ??✨ ?:ແຟນໂຕດຳ Aleqs Log ?” “ເດັກດອຍໃຈດີ” “ເຂົາຢູ່ນິເດີ້” @ຊຽງຄານ “ຮູບຄັບເວີ້ 2 ປີປ່ຽນເທື່ອໜຶ່ງ ປະໄວ້ດົນຈົນຖືກດ່າ ຮາຮາຮາ” ເປັນຄູ່ຮັກທີ່ຫວານ ແລະ ໜ້າຮັກຫຼາຍ, ຢ່າງໃດກໍຂໍໃຫ້ເລິບໆກັນໄປດົນໆ ເພາະຄວາມຮັກງົດງາມສະເໝີເນາະ ແລະ ຍັງມີຮູບໜ້າຮັກໆຂອງຄູ່ນີ້ມາຝາກອີກເດີ້!!! ຮູບພາບ: Aleqs Log , B’Bie …
Read More »