Breaking News

ຂ່າວບັນເທີງໃນປະເທດ

(ບໍ່ມີສາມີ ບໍ່ໄດ້ໝາຍຄວາມຈະມີລູກບໍ່ໄດ້) ເປີດເຜີຍຊີວິດຈິງຂອງ Vanhthida Super Single Mommy

“ຄວາມຮັກລະຫວ່າງແມ່ລູກ ກໍເປັນຄວາມຮັກຈາກສາຍເລືອດ ທີ່ເປັນນິລັນດອນ ກວ່າຄວາມຮັກຈາກຄູ່ຄອງ” ຂໍນຳສະເໜີເລື່ອງລາວຂອງແມ່ລ້ຽງດ່ຽວອີກໜຶ່ງທ່ານມາໃຫ້ທຸກໆຄົນໄດ້ເບິ່ງ ໄດ້ອ່ານເພື່ອເປັນກຳລັງໃຈ ໃຜທີ່ກຳລັງພົບເຈິບັນຫາ ທາງຕັນ ຄິດຫຍັງບໍ່ອອກ ລອງມາອ່ານບົດຄວາມນີ້ແລ້ວຈະໄດ້ຮູ້ວ່າບໍ່ມີແຕ່ເຈົ້າຄົນດຽວທີ່ກຳລັງພົບເຈິບັນຫາຢູ່, ເວົ້າເລື່ອງເນື້ອຄູ່ ຫາກຄູ່ກັນແລ້ວ ແນວໃດກໍຕ້ອງໄດ້ຢູ່ນຳກັນ ແຕ່ຫາກມັນບໍ່ແມ່ນ ຈະຝືນແນວໃດກໍບໍ່ໄດ້ ເຖິງຈະຄົບກັນດົນປານໃດ ກໍຕ້ອງມີເຫດໃຫ້ພັດພາກຈາກກັນ ເຊັ່ນດຽວກັບເລື່ອງລາວຂອງ ເອື້ອຍດາ ວັນທິດາ Super Working Woman ຄວາມສາມາດສູງຂອງເຮົາໃນມື້ນີ້ ນາງບອກວ່າ “ຊີວິດເລືອກບໍ່ໄດ້ທຸກຢ່າງ” ເອື້ອຍດາ ເຄີຍມີແຟນມາແລ້ວຫຼາຍແບບ ທັງຄົນທໍາມະດາ ຄົນມີຄວາມຮູ້ສູງ ຫຼື ນັກທຸລະກິດ ຄົບແບບໄລຍະຍາວ ແລະໄລຍະສັ້ນ ແຕ່ກໍຕ້ອງມີເຫດໃຫ້ຈົບກັນໄປ ຫຼື ບໍ່ສາມາດກາຍມາເປັນຄູ່ຊີວິດກັນໄດ້, ແຕ່ແທນທີ່ນາງຈະມານັ່ງລໍຖ້າໃຫ້ມີສາມີກ່ອນ ຈຶ່ງມີລູກ ເອື້ອຍດາ ກັບເລືອກທີ່ຈະມີລູກກ່ອນ ເລື່ອງສາມີເອົາໄວ້ຕາມຫຼັງ  ບໍ່ມີສາມີ ບໍ່ໄດ້ໝາຍຄວາມຈະມີລູກບໍ່ໄດ້          ເມື່ອເກີດເປັນແມ່ຍິງແລ້ວ ຄວາມປາຖະໜາອັນສູງສຸດ ກໍຄືການໄດ້ “ເປັນແມ່” ເອື້ອຍດາ …

Read More »

LUANG PRABANG FILM FESTIVAL WRAPS UP, REDHA WINS AUDIENCE CHOICE AWARD

LuangPrabang, 15 December 2017–The LuangPrabang Film Festival (LPFF) concluded its eighth annual event this week in the UNESCO World Heritage town of LuangPrabang, Laos, with the Audience Choice Award going to the Malaysian film, Redha. The Audience Choice Award was decided by a 5-star online rating system, for which viewers …

Read More »

ສາວຫຼວງພະບາງຊ່າງມາງາມແທ້ໆໂອະ! ຕານ້ອຍ ພອນສຸດາ ສາວທີ່ໄດ້ຮັບສາຍາວ່າໜ້າຄ້າຍຄືກັບດາລາດັງຫຼາຍປະເທດ

ສາວຫຼວງພະບາງຊ່າງມາງາມແທ້ໆໂອະ! ຕານ້ອຍ ພອນສຸດາ ສີສົມບັດ ນາງແບບໜ້າໃໝ່ ອາຍຸ 22 ປີ ສາວງາມໜ້າຫວານ ຄີງບາງຮ່າງນ້ອຍ ຈາກເມືອງມໍລະດົກໂລກ ສາວທີ່ຖືກຕັ້ງສາຍາຈາກຄົນໃນວົງການວ່າມີໜ້າຕາຄ້າຍຄືກັບດາລາດັງຫຼາຍປະເທດ ເບິ່ງມຸມໜຶ່ງດັນໄປຄ້າຍຄືກັບ ໃໝ່ ດາວິກາ ໂຮ່ເນ່ (ດາລາດັງປະເທດໄທ) ແລະ ເບິ່ງອີກມຸມໜຶ່ງຄືກັບ ຟ່ານປິງປິງ (ດາລາດັງປະເທດຈີນ) ສຳລັບ ຕານ້ອຍ ພອນສຸດາ ສີສົມບັດ  ຜ່ານມາແມ່ນມີຜົນງານ ປະກວດ Miss Laos 2012, ຖ່າຍແບບວາລະສານດັງ, ເດີນແບບ, ພີເຊັນເຕີ້ ແລະ ປັດຈຸບັນ ສາວ ຕານ້ອຍ ກໍກຳລັງມີຜົນງານກັບ ວາລະສານ ຂວັນໃຈ , ຢ່າລືມຕິດຕາມເປັນກຳລັງໃຈໃຫ້ສາວຄົນນີ້ໄດ້ຜ່ານ ວາລະສານ ຂວັນໃຈ ເຮົານຳແດ່ເດີ້!!! ສາມາດຕິດຕາມສາວຄົນນີ້ໄດ້ທີ່: Phonesuda Sisombath

Read More »

(ເອົາຜົວຜິດຄິດຮອດມື້ປະກໍພໍ) ເປີດເຜີຍຊີວິດຈິງຂອງ Poupée ແມ່ລ້ຽງດ່ຽວສາຍ Barista!!!

  ຫຼັງຈາກທີ່ສະເໜີເລື່ອງລາວຊີວິດຈິງຂອງແມ່ລ້ຽງດ່ຽວສຸດແນວ ຕຸ່ງຕິ່ງ ແສງສະຖຽນ ແລະລູກຊາຍ ເຄເຄ ເປັນແມ່ລ້ຽງດ່ຽວສາຍ Art ເຮັດໃຫ້ມີແຟນໆໃຫ້ຄວາມສົນໃຈ ແລະ ຕິດຕາມເລື່ອງລາວຂອງ “Single Mom Stories” ເປັນຈຳນວນຫຼວງຫຼາຍ, ດັ່ງນັ້ນຕາມສັນຍາໃນມື້ນີ້ ຂວັນໃຈ ເຮົາກໍໄດ້ນຳເລື່ອງລາວຂອງແມ່ລ້ຽງດ່ຽວອີກໜຶ່ງທ່ານມາໃຫ້ທຸກໆຄົນໄດ້ເບິ່ງ ໄດ້ອ່ານເພື່ອເປັນກຳລັງໃຈ ໃຜທີ່ກຳລັງພົບເຈິບັນຫາ ທາງຕັນ ຄິດຫຍັງບໍ່ອອກ ມາໆ… ລອງມາອ່ານບົດຄວາມນີ້ແລ້ວຈະໄດ້ຮູ້ວ່າບໍ່ມີແຕ່ເຈົ້າຄົນດຽວທີ່ກຳລັງພົບເຈິບັນຫາຢູ່ ເຮົາຂໍສະເໜີເລື່ອງລາວຂອງ Barista ສາວ ເຈົ້າຂອງຮ້ານ Begonia Café ນາງຊື່ວ່າ ປູເປ້ ສຸພຣະພອນ ແມ່ຂອງ ນ້ອງ ວິວຽນ (Vivienne) ອາຍຸ 7 ປີ, Barista ສາວ ເຈົ້າຂອງຮ້ານ Begonia Café ທີ່ແຊບສຸດໆ ທັງກາເຟ ແລະເຄັກ ບໍ່ເຊື່ອຕ້ອງໄປລອງເອງເດີ້. ການຢ່າຮ້າງບໍ່ແມ່ນເລື່ອງໃໝ່ໃນສັງຄົມລາວ ແມ່ນຢູ່ວ່າສັງຄົມເຮົາມັກຈະໃຫ້ຄຸນຄ່າກັບສະຖາບັນຄອບຄົວ ວ່າຍິ່ງໃຫຍ່ກວ່າສິ່ງອື່ນໃດ …

Read More »

ມ່ວນ! ເພງ “ຖອຍ” ເວີ່ຊັ່ນພາສາລາວ ໂດຍ ພິກກີ້ ພິລາລັກ ຟັງແລ້ວນໍ້າຕາຈະໄຫຼ!!!

ອາກາດດີໆແບບນີ້ມາຟັງເພງສະບາຍໆ ຊື້ງໆ ເອົາໃຈຄົນອົກຫັກຮັກບໍ່ສົມຫວັງ ຫຼື ຄົນທີ່ກຳລັງອິນເລີບແຕ່ຢາກຟັງກໍບໍ່ວ່າກັນເດີ້ (ອິອິ), ມາໆ…ມາ ຟັງເພງ ເພງ “ຖອຍ” ເພງດັງທີ່ກຳລັງຮິດຕິດປາກ ເປັນເພງຈາກປະເທດເພື່ອນບ້ານ ບໍ່ວ່າຈະໄປໃສກໍໄດ້ຍິນ ແລະ ຮ້ອງຕິດປາກກັນເລີຍກໍວ່າໄດ້ໃນໄລຍະນີ້ ແລະ ຫຼ້າສຸດ ກໍໄດ້ມີ ເພງ “ຖອຍ”  ເວີ່ຊັ່ນພາສາລາວ ທີ່ຮ້ອງໂດຍສາວ ພິກກີ້ ພິລາລັກ ສີຫາລາດ ມາໃຫ້ແຟນຄລັບໄດ້ຟັງ ໄດ້ອິນໄປຕາມກັນໆ… ຈະມ່ວນ ຈະຊຶ້ງ ກິນໃຈພຽງໃດ ມາຟັງກັນເລີຍ!!! ສຳລັບສາວ ພິກກີ້ ພິລາລັກ ສີຫາລາດ ເຮົາກໍຈະຄຸ້ນໜ້າຄຸ້ນຕາກັນແດ່ ເພາະນາງເປັນນ້ອງສາວສຸດທີ່ຮັກຂອງເນັດໄອດໍ້ຄົນດັງ ແອັບເປີ້ນ ສີສະຫງຽນ ສີຫາລາດ ນັ້ນເອງ. ຄລິບຈາກ: BH BrickHouse

Read More »