Breaking News

ຂ່າວບັນເທີງໃນປະເທດ

ບົວໄລ!!! ພຣີເຊັນເຕີ້ “ອິຊິຕັນ” ຄົນທຳອິດໃນລາວ ຕັ້ງເປົ້າຍອດຂາຍເພີ່ມ 50% ໃນປີ 2020 ຢ່າງແນ່ນອນ.

ສີໄຄ ການຄ້າ ຮ່ວມກັບ ເຄື່ອງດື່ມອິຊິຕັນ ເປີດຕົວ ບົວໄລ ເນັດໄອດໍ ຊື່ດັງຂອງລາວ ທີ່ມີຜູ້ຄົນຕິດຕາມທາງເຟສບຸກເຖິງ 1 ລ້ານກວ່າຄົນ ແລະ ມີຍອດຕິດຕາມ youtube ເຖິງ 5 ແສນກວ່າຄົນ ໄດ້ມາເປັນພຣີເຊັນເຕີ້ຄົນທຳອິດໃນລາວ ໃຫ້ກັບເຄື່ອງດື່ມ ອິຊິຕັນ ຢ່າງເປັນທາງການ ໃນວັນທີ 19 ກັນຍາ 2019 ທີ່ໂຮງແຮງລັດສະໝີ. ຍອດຂາຍອິຊິຕັນໃນລາວເຕີບໂຕຂຶ້ນທຸກປີ ໂດຍໃນປີ 2019 ຄາດວ່າຈະມີຍອດຈຳໜ່າຍທັງໝົດ 3. 000. 000 ຕຸກ ຖືວ່າເປັນການຕອບຮັບທີ່ດີຫຼາຍສໍາລັບຕະຫຼາດໃນປະເທດລາວ ແລະ ປີໜ້າ 2020 ອິຊິຕັນຄາດວ່າຈະມີຍອດຈຳໜ່າຍເພີ່ມຂຶ້ນ 50% ຫຼື ປະມານ 4,500,000 ຕຸກນັ້ນເອງ,  ໂດຍສະເພາະເຄື່ອງດື່ມ “ເຢັນ ເຢັນ” ເຊິ່ງເປັນນໍ້າສະໝຸນໄພ ມີປະໂຫຍດຕໍ່ຮ່າງກາຍ. ເປັນຫຍັງ …

Read More »

ສະແດງຄວາມຍິນດີ!!! ວົງ LAO JAZZANOVA ຕົວແທນປະເທດລາວວົງທໍາອິດ ໄປສະແດງໃນງານເທສະການດົນຕຣີແຈ໊ສນານາຊາດ ທີ່ປະເທດ ມົງໂກລ…

ສະແດງຄວາມຍິນດີ!!! ວົງ LAO JAZZANOVA ຕົວແທນປະເທດລາວວົງທໍາອິດ ໄປສະແດງໃນງານເທສະການດົນຕຣີແຈ໊ສນານາຊາດ ທີ່ປະເທດ ມົງໂກລ… ເຖິງວ່າປະເທດລາວຈະເປັນປະເທດນ້ອຍໆໃນອາຊີຕາເວັນອອກສຽງໃຕ້ ທີ່ຖືວ່າເປັນປະເທດທີ່ກໍາລັງພັດທະນາ ແຕ່ຍັງຄົງເຊື່ອສະເໝີວ່າ ຄົນລາວເຮົາເກັ່ງບໍ່ແພ້ຊາດໃດໃນໂລກ ເພາະສັງເກດໄດ້ຈາກວ່າ ງານເທສະການ, ການແຂ່ງຂັນທີ່ຖືກຈັດຂຶ້ນໃນລະດັບຊາດ ຫຼືລະດັບສາກົນຫຼາຍໆງານ ເຮົາກໍຈະເຫັນໄວໜຸ່ມລາວເຮົາເຂົ້າຮ່ວມຢ່າງບໍ່ຂາດສາຍ!!! ແລະ ເມື່ອບໍ່ດົນມານີ້ ໃນເທສະການດົນຕຣີແຈ໊ສນານາຊາດ ທີ່ຈັດຂຶ້ນຢູ່ທີ່ປະເທດມົງໂກລ ໃນວັນທີ 23-31 ສິງຫາທີ່ຜ່ານມາ ກໍເຫັນມີວົງດົນຕຣີ Lao Jazzanova ເຊິ່ງເປັນວົງຂອງຄົນລາວຂຶ້ນຮ່ວມສະແດງເທິງເວທີນໍາ ແລະ ຖືເປັນຄັ້ງທໍາອິດທີ່ນັກຮ້ອງລາວ, ວົງດົນຕຣີລາວໄດ້ເຂົ້າຮ່ວມສະແດງໃນງານເທສະການດົນຕຣີແຈ໊ສນີ້!!! ວົງດົນຕຣີ Lao Jazzanova ຖືເປັນອີກວົງໜຶ່ງທີ່ມີຄວາມສາມາດໃນການຫຼິ້ນດົນຕຣີແນວແຈ໊ສ ໂດຍລວມມີ 1 ສາວ ແລະ 3 ໜຸ່ມ ເຊິ່ງມີຜົນງານເພງທີ່ຫຼາກຫຼາຍຢູ່ໃນ You Tube, ຕາມງານເທສະການດົນຕຣີແຈ໊ສຕ່າງໆ…  ສໍາລັບດົນຕຣີແຈ໊ສນັ້ນຈະມີຄວາມພິເສດຈາກດົນຕຣີແນວອື່ນໆຈັກເລັກໜ້ອຍ ດ້ວຍທ່ວງທ່າ ແລະ ທໍານອງທີ່ມີເອກະລັກຄື ຄວາມຄລາສສິກ ແຕ່ສາມາດເຮັດຜູ້ຊົມທີ່ມັກຮັກນັ້ນອິນ …

Read More »

ຮັກໃຜ? ມັກໃຜ? ໂຫວດເລີຍ 20 ນາງສາວຈຳປາລາວ 2019

VOTE NOW! ຮັກໃຜເຊຍໃຜ ໂຫວດເລີຍຈະ!✨ ?1 ສາວງາມເທົ່ານັ້ນ ທີ່ຈະໄດ້ເປັນ “ນາງງາມຂວັນໃຈມະຫາຊົນ” ໂດຍ ນ້ຳຫອມ MK & Darling Perfume Laos Miss Popular Vote ແລະ ຈະໄດ້ຜ່ານເຂົ້າຮອບ 11 ຄົນສຸດທ້າຍ ແບບອັດຕະໂນມັດ, ປິດໂຫວດ 10 ນາທີ ກ່ອນການປະກາດຜົນ 11 ຄົນສຸດທ້າຍໃນມື້ຕັດສິນ ໃນວັນອາທິດທີ 8 ກັນຍາ 2019 ເວລາ 15 ໂມງ ທີ່ສູນການຄ້າລາວໄອເຕັກ ຕຶກເກົ່າ? ໂດຍການກົດໄລ້ ແລະ ແຊ! ຕາມລິ້ງລຸ່ມນີ້ເລີຍ, ✨VOTE NOW! ຮັກໃຜເຊຍໃຜ ໂຫວດເລີຍຈະ!✨…….?1ສາວງາມເທົ່ານັ້ນ ທີ່ຈະໄດ້ເປັນ "ນາງງາມຂວັນໃຈມະຫາຊົນ" ໂດຍ ນ້ຳຫອມ MK & Darling… …

Read More »

ໂສມໜ້າ!!! 20 ນາງສາວ ເວທີ Miss World Laos 2019

ໂສມໜ້າຜູ້ເຂົ້າປະກວດ Miss World Laos 2019 ຮອບ 20 ຄົນສຸດທ້າຍ, ບອກໄດ້ເລີຍວ່າ ປີນີ້ ມີແຕ່ຜູ້ງາມໆ ທີ່ມີພ້ອມບຸກຄະລິກ ໜ້າຕາ ແລະ ຄວາມຮູ້ຄວາມສາມາດລ້ວນໆ. ປັດຈຸບັນ, ທັງ 20 ນາງສາວງາມ ແມ່ນໄດ້ເກັບຕົວ ແລະ ເຮັດກິດຈະກຳ ຢູ່ທີ່ວັງວຽງ ເພື່ອເກັບຄະແນນຕ່າງໆ ແລະ ເຝິກແອບທັກສະດ້ານການຄວາມພ້ອມຄວາມສາມາດ ເພື່ອຊິງມຸງກຸດ ອັນມີຄຸນຄ່າ ທີ່ສາວໆຫຼາຍຄົນໃນປະເທດລາວໃຝ່ຝັນຢາກເປັນເຈົ້າຂອງ, ມັກໃຜ ເຊຍໃຜ ຝາກຕິດຕາມ ແລະ ເປັນກຳລັງໃຈໃຫ້ນ້ອງໆທັງ 20 ໝາຍເລກແດ່ເດີ, ແລະ ໃນຄໍ່າຄືນຂອງ ວັນທີ 19 ກັນຍາ ນີ້ ເຮົາກໍຈະຮູ້ໄປພ້ອມໆກັນວ່າ ສາວງາມໝາຍເລກໃດຈະໄດ້ຮັບມົງກຸດອັນຊົງກຽດນີ້ໄປຄອງ ພ້ອມເປັນຕົວແທນຂອງສາວລາວໄປປະກວດຢູ່ໃນເວທີ Miss world 2019 ຢູ່ທີ ລອນດອນ …

Read More »

ມາຮຸ້ຈັກ!! ວິຈິດຕາ ພອນວິໄລ ສາວປາກຊັນ Miss Universe Laos 2019

ໃນຄໍ່າຄືນຂອງວັນທີ 24 ສິງຫາ 2019 ທີ່ຜ່ານມາ, ເປັນມື້ທີຫຼາຍຄົນຄອງຄອຍ ແລະ ຕິດຕາມເຊຍສາວງາມ 30 ຄົນທີ່ເຂົ້າຮ່ວມປະກວດໃນເວທີ Miss Universe Laos 2019 ແລະ ຜົນຂອງການຕັດສິນ ກໍຄື ໝາຍເລກ MUL 29 ນາງສາວ ວິຈິດຕາ ພອນວິໄລ (ເມ) ອາຍຸ 23 ປີ ສູງ 176 ຊັງຕີແມັດ ສາວງາມທີ່ມີຄວາມໂດດເດັ່ນທັງຮູບຮ່າງ ໜ້າຕາອິນເຕີ້ໆແນ່ ແຕ່ເປັນລາວຮ້ອຍສ່ວນຮ້ອຍຄົນນີ້ເປັນຜູ້ທີ່ມີຄຸນສົມບັດຫຼາຍທີ່ສຸດ ບໍ່ວ່າຈະເປັນຄວາມຮູ້ຄວາມສາມາດ, ພິບໄຫວໃນການຕອບຄຳຖາມ ແລະ ເວົ້າພາສາອັງກິດໄດ້ຢ່າງຄ່ອງແຄ່ວ  ໄດ້ຄອງມຸງກຸດ Miss Universe Laos ປະຈຳປີນີ້ໄປ ແລະ ເມ ຍັງເປັນໜຶ່ງໃນຜູ້ເຂົ້າປະກວດທີ່ໄດ້ຮັບແຮງເຊຍຈາກແຟນໆຫຼາຍຄົນທີ່ຕິດຕາມເປັນຈຳນວນຫຼາຍທີ່ຢາກໃຫ້ມົງລົງ ເຊິ່ງກໍເປັນໄປຕາມຄາດ. ສາວເມ ວິຈິດຕາ ພື້ນຖານພໍ່ແມ່ ແລະ ເກີດຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ …

Read More »