Breaking News

ຂ່າວບັນເທີງໃນປະເທດ

ຂໍສະແດງຄວາມຍິນດີນຳ!!! ສາວ “ປ່າກູ່ລີ ເຍຍຈາ” ໝາຍເລກ M 10 ສາວງາມ ຈາກແຂວງ ໄຊສົມບູນ ທີ່ຄວ້າມົງກຸດຈາກເວທີການປະກວດ Miss Hmong Laos 2020 ໄປຄອງ…

ເປັນອີກໜຶ່ງເວທີ ທີ່ຫຼາຍໆຄົນລຸ້ນໄປຕາມໆກັນເລີຍ!! ສໍາລັບ ເວທີການປະກວດ Miss Hmong Laos 2020  ເຊິ່ງ ຈັດປະກວດຂຶ້ນທີ່ຄ້າຍຊໍາເກດ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນຄໍ່າຄືນ ວັນທີ 03 ມັງກອນ 2020 ທີ່ຜ່ານມາ ໃນທີ່ສຸດ ໝາຍເລກ M 10  ສາວ “ປ່າກູ່ລີ ເຍຍຈາ”  ກໍຄວ້າມົງໄປຄອງ… ທາງຂວັນໃຈຂອງພວກເຮົາກໍຂໍສະແດງຄວາມຍິນດີນໍາສາວງາມຈາກແຂວງ ໄຊສົມບູນເດີ້ ທີ່ຄົ້ນມົງໄປຄອງ

Read More »

ບໍລິສັດ ຕັນຈົງມໍເຕີ້ ລາວ ຈັດກິດຈະກຳສົ່ງທ້າຍປີເກົ່າ 2019 ຕອ້ນຮັບປີໃຫມ່ 2020

ບໍລິສັດ ຕັນຈົງ ມໍເຕີ້ (ລາວ) ຈໍາກັດ Tan Chong Motor (LAO) SOLE. Ltd. (“TCML”), ຕົວແທນຜູ້ຈັດຈຳໜ່າຍລົດຍີ່ຫໍ້ນິສສັນ Nissan ໃນກຸ່ມບໍລິສັດຕັນຈົງມໍເຕີ້ໂຫດດີງສ໌ Tan Chong Motor Holdings Bhd (ປະເທດມາເລເຊຍ) ແລະ ເປັນຜູ້ໃຫ້ບໍລິການຫຼັງການຂາຍໃນປະເທດລາວ, ໄດ້ຈັດກິດຈະກຳສົ່ງທ້າຍປີເກົ່າ 2019 ແລະ ຕອ້ນຮັບປີໃຫມ່ 2020 ຂຶ້ນທີ່ສູນນິສສັນ ສາຂາ ສວນມອນ ບ້ານຈອມແຈ້ງ ເມືອງ ສີສັດຕະນາກ ແລະ ສູນນິສສັນສາຂາດອນແດງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໃນວັນທີ 21 ແລະ 22 ເດືອນທັນວາ ປີ 2019 ທີ່ຜ່ານມາ. ເພື່ອໃຫ້ລູກຄ້າ ແລະ ບຸກຄົນທົ່ວໄປໄດ້ພາລູກຫຼານມາຮວ່ມມວ່ນຊື່ນໃນກິດຈະກຳຄັ້ງນີ້ …

Read More »

ສາວລາວວ່າແນວໃດ!!! ໜຸ່ມໂມສ ຫຼືອ້າຍຈ໊ອຍ ຈາກລະຄອນດັງ “ບຸບເພສັນນິວາດ” ຫຼົງຮັກຫຼວງພະບາງຈົນຂໍ “ບໍ່ເມືອໄດ້ບໍ່”

ຫຼາຍຄົນຄົງຮູ້ຈັກກັນດີ ສໍາລັບອ້າຍຈ໊ອຍ ລູກນ້ອງຄົນສະນິດຂອງ ຄຸນພີ່ໝື່ນ ຈາກລະຄອນດັງ “ບຸບເພສັນນິວາດ” (ປະເທດໄທ) ທີ່ຫຼັງຈາກລະຄອນປິດຈໍໄປແລ້ວ ແຟນຄຣັບຕ່າງກໍຊອກຫາໂຕຈິງຂອງອ້າຍຈ໊ອຍ ວ່າໜ້າຕາຈະເປັນແນວໃດ? ຈະເຈົ້າຊູ້ຂະໜາດໃດ? ຈົນໃນທີ່ສຸດກໍໄດ້ຮູ້ຄວາມຈິງແລ້ວວ່າ ອ້າຍຈ໊ອຍ ນັ້ນແມ່ນມີຊື່ແທ້ວ່າ  ວິສະໂມສ ຫຼືໜຸ່ມໂມສ ນັ້ນເອງ… ເຊິ່ງໃນໄລຍະນັ້ນບໍ່ວ່າຈະໄປໃສກໍມັກຈະເຫັນຂ່າວຊວນສາວໆສ່ອງໜຸ່ມໂມສ ຫຼືອ້າຍຈ໊ອຍຢູ່ເຕັມໄປໝົດດດດ ຍ້ອນຄວາມຫລໍ່ເຫຼົາ ແລະ ໜ້າຮັກຂອງ ໜຸ່ມໂມສ ຈຶ່ງເຮັດໃຫ້ມີສາວໆຫຼາຍຄົນແຫ່ກັນເຂົ້າໄປຂໍເປັນ FC ກັນເຕັມ IG ກັນເລີຍ… ແລະ ເມື່ອບໍ່ດົນມານີ້ ໜຸ່ມໂມສເອງກໍໄດ້ເດີນທາງມາທ່ອງທ່ຽວຫຼວງພະບາງ ມາທ່ຽວຄົນດຽວແບບຊິວໆ ຖ່າຍຮູບຄູລໆ ກັບສະຖານທີ່ງາມໆຫຼາຍແຫ່ງ ພ້ອມກັບລົງແຄັບຊັ່ນວ່າ “ບໍ່ເມືອໄດ້ບໍ່” ເຮັດໃຫ້ສາວລາວກົດໃຈໃຫ້ລົວໆໃຫ້ເລີຍຈ່າາາາາ ຄົນອີ່ຫຍັງທັງຫລໍ່ ແຖມຍັງໜ້າຮັກແບບນີ້ສາວລາວຊິບໍ່ຫຼົງໄດ້ແນວດາຍຍຍ… ໜຸ່ມໂມສ ທີ່ຫຼວງພະບາງ ບໍ່ກັບໄດ້ບໍ່? ແອັດມິ້ນຂໍ 555 ອ້າຍຈ໊ອຍ ໃນລະຄອນ ບຸບເພສັນນິວາດ ຂອບໃຈຮູບຈາກ: IG: wisamost

Read More »

Nissan TERRA SUV ຕອບໂຈດທຸກຄວາມທ້າທາຍ ຄຳຕອບສຸດທ້າຍ ເປັນຫຍັງ?ຈື່່ງໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ

Nissan TERRA ແບບ (SUV), ນຳເຂົ້າ ໂດຍ ບໍລິສັດຕັນຈົງມໍເຕີລາວ ຈຳກັດພຽງຜູ້ດຽວ, ເຊິ່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ຕັນຈົງ ມໍເຕີ ຈຳກັດຂອງປະເທດມາເລເຊຍ ແລະ ເປັນຜູ້ຈຳໜ່າຍລົດ ຍີ່ຫໍ້ ນິສສັນ ພຽງຜູ້ດຽວໃນ ສປປ ລາວ ໃນ EP2 ເຮົາໄດ້ຮູ້ກັນໄປກຽ່ວກັບລະບົບຈັກ, ເກຍ, ການຂັບເຄື່ອນ ແລະ ຄວາມປອດໄພຈາກດ້ານໃນ ຂອງ Terra ໄປແລ້ວ, ໃນ Ep3 ສຸດທ້າຍນີ້ ເຮົາຈະມາຮູ້ກັນເລີຍວ່າມີຫຍັງແດ່ Ep3 ສຸດທ້າຍ:ເຮົາຈະມາຮູ້ຈັກລົດນິສສັນເທີລາທີ່ເປັນຈຸດຂາຍຫຼັກສຸດທ້າຍຂອງເທີລ່າມີຫຍັງແດ່.  I-AVM (ກ້ອງ 360◦ ອົງສາ) + ໂຫມດກວດຈັບການເຄື່ອນທີ່ອ້ອມຕົວລົດ MOD ຄຸນລັກສະນີ້ເຮັດໃຫ້ທ່ານໄດ້ເຫັນທັງໝົດ 360 ອົງສາ ນັ້ນໝາຍຄວາມວ່າມີຄວາມສະດວກສະບາຍໃນການເຂົ້າຈອດຢ່າງປອດໄພ ຕົວຢ່າງ: ເມື່ອທ່ານກຳລັງຈະຈອດ, ທ່ານຈະເຫັນທາງໜ້າຈະແຈ້ງ, ສົມມຸດວ່າທາງໜ້າເປັນໂຖດອກໄມ້ …

Read More »

ງານວາງສະແດງຮູບພາບ ທຸກຄົນທີ່ໄປຊົມ ຕ້ອງມີຮູບງາມໆມາອວດໝູ່ເພື່ອນໂລດ!!!

ວິທະຍຸສາກົນ ແຫ່ງປະເທດຈີນ CRI ປະຈຳລາວ, ໄດ້ຈັດງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ “ພະລັງແຫ່ງການກ້າວເດີນ” ເພື່ອເປັນການສະເຫຼີມສະຫຼອງ ວັນສະຖາປະນາ ສປ ຈີນ ຄົບຮອບ 70 ປີ ໃນວັນທີ 1 ຕຸລາ 2019 ທີ່ຈະມາເຖິງນີ້ (1949 ຫາ ປີ 2019) ແລະ ເພື່ອສ້າງບັນຍາກາດໃຫ້ກັບ ປີທ່ອງທ່ຽວລາວຈີນ ປີ 2019, ງານວາງສະແດງຮູບພາບ ແມ່ນໄດ້ຈັດຂຶ້ນຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້ ແລະ ຈະມີຕັ້ງແຕ່ມື້ນີ້ຈົນຮອດວັນທີ 2 ເດືອນຕຸລາ, ເຊິ່ງເປີດໃຫ້ຊົມໂດຍບໍ່ເສຍຄ່າເລີຍ. ທຸກຄົນສາມາດໄປເຂົ້າຊົມໄດ້ ເພາະບໍ່ມີພຽງແຕ່ຮູບພາບເທົ່ານັ້ນທີ່ຈະໄດ້ໃຫ້ເຮົາຊົມແບບຕື່ນເຕັ້ນ, ຍັງມີຫ້ອງສາຍແສງໃຫ້ໄດ້ຖ່າຍຮູບງາມໆ, ຫ້ອງສາຍຮູບເງົາ ແລະ ອື່ນໆໆໆ ທີ່ຕ້ອງໄດ້ໄປຊົມເອງ. ບອກເລີຍວ່າງານນີ້ ໃຜໄດ້ໄປແມ່ນນອກຈາກຈະໄດ້ຊົມຮູບພາບ ຈາກຜົນງານຂອງຊ່າງພາບຈີນແລ້ວ, ຍັງມີຜົນງານຂອງຊ່າງພາບລາວທີ່ດີເດັ່ນອີກດ້ວຍ, ເຊິ່ງທັງໝົດຈະສ່ອງແສງໃຫ້ເຫັນເຖິງປະເທດລາວ ແລະ ປະເທດຈີນທີ່ສວຍງາມອະລັງການ, ແນ່ນອນໃຜໄດ້ໄປແມ່ນຕ້ອງມີຮູບງາມໆມາໂຊໝູ່ເພື່ອນ …

Read More »