Breaking News

ຂ່າວບັນເທີງໃນປະເທດ

ສະວອນເນ່ຕິດປີກ ຈັດໃຫຍ່! ຈັນດາລີ ສິດພະໄຊ ແລະ ເທເລີ ສີສົມບັດ ເປັນພຣີເຊັນເຕີຢ່າງເປັນທາງການ (ເຊເລັບຄົນດັງເດີນທາງຮ່ວມງານ)

“ສະວອນເນ່ຕິດປີກ ຈັດໃຫຍ່ ເຊີນເຊເລບຄົນດັງຈາກຝັ່ງລາວ ແລະ ໄທ ຮ່ວມງານ ພ້ອມເປີດໂຕ ເທເລີ ສີສົມບັດ ແລະ ຈັນດາລີ ສິດພະໄຊ ພຣີເຊັນເຕີຢ່າງເປັນທາງການ” ມີຂ່າວສານມາອັບເດດໃຫ້ແຟນໆໄດ້ຮູ້ອີກແລ້ວ ໃນວັນທີ ວັນທີ 27 ເມສາ 2019 ທີ່ຜ່ານມາ, ບໍລິສັດ ສະວອນເນ່ ຈຳກັດ ໄດ້ເປີດໂຕພຣີເຊັນເຕີຢ່າງເປັນທາງການ ທີ່ງານ ສະວອນເນ່ຕິດປີກ ເຊິ່ງຈັດຂຶ້ນຢ່າງຍິ່ງໃຫຍ່ ທີ່ອິມແພັກອາຣີນາ ເມືອງທອງທານີ ກຸງເທບ ປະເທດໄທ ໂດຍໄດ້ໜຸ່ມສາວຫຸ່ນດີ ເທເລີ ສີສົມບັດ ນັກຮ້ອງ ນັກສະແດງ ນາຍແບບ ແລະ ໝໍແນ່ງ ຈັນດາລີ ສິດພະໄຊ ນາງເອກຈາກຮູບເງົາລາວ-ຈີນ ຟອມໃຫຍ່ “ດອກຈຳປາບານ” ມາເປັນຕົວແທນຂອງຜະລິດຕະພັນກາເຟຫຼຸດນ້ຳໜັກ ສະວອນເນ່ ຊີໂຣ່ (Swane Zero) ທີ່ມີສັບພະຄຸນເລັ່ງການເຜົາຜານໄຂມັນ …

Read More »

ມາເບິ່ງ! ຕົວຢ່າງລະຄອນເລື່ອງ “ດອກຄູນສຽງແຄນ” ທີ່ ລູກນໍ້າ ທິດາລັດ ຮັບບົດເປັນນາງເອກເລື່ອງທຳອິດທີ່ປະເທດໄທ

ປ່ອຍອອກມາໃຫ້ແຟນໆໄດ້ເບິ່ງ ໄດ້ຊົມກັນແລ້ວ ສຳລັບຕົວຢ່າງລະຄອນເລື່ອງ “ດອກຄູນສຽງແຄນ” ທີ່ມີ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງສາວລາວ ຮ່ວມສະແດງ ຮັບບົດເປັນ “ດອກຄູນ” ເປັນຜົນງານການສະແດງເປັນນາງເອກເລື່ອງທຳອິດຂອງເພິ່ນທີ່ປະເທດໄທ ແລະ ຍັງໄດ້ຮ່ວມປະຊັນບົດບາດຢ່າງເຂັ້ມຂຸ້ນປະກົບຄູ່ກັບ ຕູມຕາມ ຍຸດທະນາ (ພະເອກດັງປະເທດໄທ) (ມີຕົວຢ່າງລະຄອນເລື່ອງ  “ດອກຄູນສຽງແຄນ” ມາຝາກ) ເປັນແນວໃດແດ່ແຟນໆ? ພຽງແຕ່ຕົວຢ່າງກໍອົດໃຈບໍ່ໄດ້ທີ່ຈະຢາກເບິ່ງ ລະຄອນເລື່ອງ “ດອກຄູນສຽງແຄນ”  ໃນເວີຊັ່ນເຕັມແລ້ວແມ່ນບໍ່ ເອົາເປັນວ່າໄດ້ອົດໃຈລໍຖ້າມາຮອດປານນີ້ແລ້ວ ກໍອົດໃຈໄປອີກຈັກໜ້ອຍເນາະ ເພາະລະຄອນເລື່ອງດັ່ງກ່າວຈະອອນແອໃນໄວໆນີ້. ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ນັກສະແດງຈາກປະເທດລາວກັນຫຼາຍໆເດີ້ແຟນໆ. ທີ່ມາ: louknum thidalat ຄລິບ: GMM25Thailand (ຂ່າວທີ່ກ່ຽວຂ້ອງກ່ອນໜ້າ) ກະຈ່າງແຈ້ງ! ລູກນໍ້າ ອອກມາເຄຍບັນຫາຂ່າວລືເປັນມືທີ 3 ລະຫວ່າງ ຕູມຕາມ ແລະ ຫຍິງຫຍິງ ແລ້ວ!!!

Read More »

ມາແຮງ! ເທເລີ ສີສົມບັດ ງານເຂົ້າບໍ່ຢຸດ ຫຼ້າສຸດເດີນທາງຮ່ວມງານ “Peenang Fashion Week” ທີ່ມາເລເຊຍ

ພັກຫົວໃຈທີ່ເມື່ອຍ ພັກສາຍຕາທີ່ອ່ອນລ້າ ມາໆ…ມາ Support ສິລະປິນລາວເຮົາອີກໜຶ່ງທ່ານນັ້ນກໍຄື ໜຸ່ມ ວັນນະເສີມ ສີສົມບັດ (ເທເລີ້) ນັກຮ້ອງ ນັກສະແດງ ແລະ ນາຍແບບ ທີ່ກຳລັງມາແຮງກັນສຸດໆໃນເວລານີ້ ຫຼ້າສຸດເຫັນມີແວ່ວໆມາວ່າເພິ່ນໄດ້ເດີນທາງໄປ ປະເທດ ມາເລເຊຍ ເພື່ອຮ່ວມງານ “Peenang Fashion Week” ທີ່ ປະເທດ ມາເລເຊຍ ສຳລັບ ເທເລີ ສີສົມບັດ ບໍ່ທຳມະດາມີ Degree ປະລິນຍາໂທ 2 ໃບ ຈາກຈີນແຜ່ນດິນໃຫຍ່, ສ່ວນໃນວົງການບັນເທີງເພິ່ນກໍມີຜົນງານຫຼາຍຢ່າງ ຖືວ່າເປັນສິລະປິນລາວອີກໜຶ່ງທ່ານທີ່ມີຄວາມສາມາດທີ່ຫຼາກຫຼາຍ, ເມື່ອບໍ່ດົນມານີ້ກໍໄດ້ເປີດໂຕເປັນພຣີເຊັນເຕີຢ່າງເປັນທາງການ ໃຫ້ກັບກາເຟຫຼຸດນ້ຳໜັກແບຣນດັງໃນງານ ສະວອນເນ່ຕິດປີກ ໃນຊ່ວງທ້າຍ ເດືອນ ເມສາ 2019 ທີ່ຜ່ານມາອີກດ້ວຍ. ໄດ້ຮູ້ຈັກກັບ ໜຸ່ມ ວັນນະເສີມ ສີສົມບັດ (ເທເລີ້) ກັນແລ້ວຮູ້ສຶກວ່າຫຼົງຮັກໜຸ່ມຄົນນີ້ເຂົ້າແລ້ວແມ່ນບໍ່? ເອົ້າ!!! ຢ່າງໃດກໍຢ່າລືມສະໜັບສະໜູນສິລະປິນລາວກັນຫຼາຍໆເດີ້ແຟນໆ!!! ຫຼື ສາມາດເຂົ້າໄປໃຫ້ກຳລັງໃຈ ໜຸ່ມ ເທເລີ້ …

Read More »

ກະຈ່າງແຈ້ງ! ລູກນໍ້າ ອອກມາເຄຍບັນຫາຂ່າວລືເປັນມືທີ 3 ລະຫວ່າງ ຕູມຕາມ ແລະ ຫຍິງຫຍິງ ແລ້ວ!!!

ຫຼັງຈາກທີ່ມີຂ່າວຮືຮາຂ້າມປະເທດ ຈົນເປັນກະແສ Talk of the town ໃຫ້ໄດ້ນັ່ງປູສາດລົມກັນໃນຊ່ວງໄລຍະທີ່ຜ່ານມາ ຫຼ້າສຸດ ລູກນໍ້າ ທິດາລັດ ວົງສິຣິ (ນັກສະແດງສາວຈາກລາວ) ຫຼັງຈາກທີ່ປິດປາກງຽບ ບໍ່ມີການເຄື່ອນໄຫວ ກໍໄດ້ອອກມາເຄຍຂ່າວທີ່ແຟນໆທັງ ລາວ ແລະ ໄທ ໄດ້ຮູ້ກັນແບບກະຈ່າງແຈ້ງແລ້ວ ຫຼັງຈາກທີ່ມີຂໍ້ຂ້ອງໃຈກັນມາດົນ ສັນນິຖານກັນໄປຕ່າງໆນາໆ ໃນຄໍ່າຄືນຂອງ ວັນທີ 8 ພຶດສະພາ 2019 ນາງກໍໄດ້ອອກມາໂພສຮູບພາບພ້ອມຂໍ້ຄວາມຜ່ານອິນສະຕາແກຣມຂອງນາງ ເພື່ອເຄຍບັນຫາທຸກຢ່າງກ່ຽວກັບຂ່າວລືເລື່ອງເປັນມືທີ 3 ລະຫວ່າງ ຕູມຕາມ ຍຸດທະນາ (ນັກສະແດງປະເທດໄທ) ແລະ ຫຍິງຫຍິງ ສະລຸຊາ (ນັກສະແດງຈາກປະເທດໄທ) ຈົນເປັນສາເຫດໃຫ້ທັງສອງຕ້ອງເລີກລາກັນໄປ ພ້ອມບອກເຖິງສະຖານະຂອງຕົນ ແລະ ຝ່າຍຊາຍດັ່ງນີ້… ໃນໂພສຂໍ້ຄວາມມີໃຈຄວາມທີ່ວ່າ:“ນຳ້ຂໍໃຊ້ພື້ນທີ່ນີ້ ອະທິບາຍເລື້ອງຕ່າງໆຂອງນຳ້ທັງໝົດທີ່ເກີດຂື້ນກັບອ້າຍຕູມຕາມ ຂໍໂທດທີ່ອອກມາເວົ້າຊ້າໄປ ແຕ່ນ້ຳບໍ່ຢາກໃຫ້ຫລາຍໆຄົນຄິດໄປເອງ ມັນເປັນຊ່ວງເວລາທີ່ເຮົາຮ່ວມງານກັນ ແລະ ສະນິດສະໜົມກັນຫລາຍ ສຳລັບຮູບພາບນັ້ນອາດຈະເບິ່ງຊະນິດກັນຫລາຍເກີນໄປ. ນຳ້ຕ້ອງຂໍໂທດມານະທີ່ນີ້ດ້ວຍ ປະຈຸບັນນີ້ນຳ້ກັບອ້າຍຕູມຕາມ ເຮົາກໍ່ເປັນພຽງເພື່ອນຮ່ວມງານ ບໍ່ມີຫຍັງເກີນເລີຍນັ້ນ.​ …

Read More »

ມາສ່ອງ! ແຟຊັ່ນສຸດອະລັງການຂອງເຫຼົ່າຄົນດັງໃນງານ “MET GALA 2019” (ບອກເລີຍຫຼຸດໂລກໄປອີກ!!!)

Hi, How are you today? ທັກທາຍສະບາຍດີແຟນໆ ມື້ນີ້ມາແບບອິນເຕີໆກັນແດ່ຈັກໜ້ອຍ ເພາະຫຼ້າສຸດຈະພາໄປສ່ອງແຟຊັ່ນຂອງຄົນດັງຝັ່ງ Hollywood ໃນງານ MET GALA 2019 ແບບວ່າປີນີ້ຂໍບອກເລີຍເດີ້ວ່າມີຄວາມອະລັງການງານສ້າງ ເຫຼົ່າດາລາ ເຊເລັບ ນັກຮ້ອງ ນັກສະແດງທັງຫຼາຍ ກໍບໍ່ມີໃຜຍອມໃຜ ເບິ່ງອອກໄດ້ເລີຍຈາກການແຕ່ງກາຍຂອງແຕ່ລະຄົນໃນປີນີ້ ມີຄວາມເວີ້ວັງອະລັງການແບບສຸດໆ… (ລອງມາເບິ່ງ ຂໍບອກແຕ່ລະຄົນຈັດເຕັມ!!!) ໂອ້ຍຍຍ!!! ເຫັນແລ້ວບໍ່ຮູ້ຈະໂຫວດໃຫ້ຄະແນນໃຜເປັນຄົນທີ່ເດັ່ນທີ່ສຸດໃນງານເລີຍວ່າບໍ່ ງານນີ້ສະເໜີກັນແທ້ໆ… ແບບວ່າຈັດເຕັມອີ່ຫລີ ມີຄວາມອະລັງການ ຫຼຸດໂລກໄດ້ອີກ!!! (ຂໍຂອບໃຈຮູບພາບ)

Read More »