Breaking News

ຂ່າວບັນເທີງໃນປະເທດ

ເມື່ອຍບໍ່ກັບອິນເຕີເນັດທີິ່ຊ້າ ບໍ່ໄດ້ໃຈ… ລອງມາຮູ້ຈັກກັບ “Skynet Lao” ສາມາດຊ່ວຍທ່ານໄດ້!!!

ເມື່ອຍບໍ່ກັບການທີ່ຕ້ອງມາໃຊ້ອິນເຕີເນັດຊ້າໆ? ກັບອິນເຕີເນັດດາຕ້າຂອງ 4G ທີ່ໝົດຢ່າງໄວວາ ແລະ ບາງເທື່ອເນັດໂທລະສັບຍັງຫລຸດຄວາມໄວໄປເປັນ 3G ຫຼື ໜ້ອຍກວ່ານັ້ນອີກ? ທຸກໆທ່ານອາດໄດ້ພົບເຈິກັບບັນຫາທີ່ກ່າວມາຂ້າງເທິງນັ້ນມາແລ້ວ ແຕ່ສະກາຍເນັດມີທາງອອກສຳລັບທ່ານ. ສະກາຍເນັດ ໃຫ້ການເຊື່ອມຕໍ່ອິນເຕີເນັດຄວາມໄວສູງທີ່ສຸດຜ່ານທາງສາຍໄຟເບີ້. ໃນການສົ່ງຂໍ້ມູນຄວາມໄວສູງຜ່ານສາຍໄຟເບີ້ໃຕ້ດິນທີ່ຮອງຮັບຄວາມໄວສູງເຖິງ 1000 Megabit/ວິນາທີ (Mbps). ການຕິດຕັ້ງກໍງ່າຍ ສາມາດຕິດຕັ້ງໄດ້ທຸກທີ່ທີ່ສາຍດິນໄປເຖິງ, ໃຫ້ທ່ານເຂົ້າເຖິງການເຊື່ອມຕໍ່ທີ່ມີປະສິດຕິພາບ ແລະ ມີຄວາມປອດໄພໃນການເຂົ້າເວັບໄດ້ທຸກທີ່ທີ່ທ່ານຕ້ອງການ. ສາມາດເຮັດວຽກໄດ້ດີກວ່າເນັດບອດແບນມືຖື, ສາຍໄຟເບີ້ອອບຕິກຈະເຮັດໃຫ້ສັນຍານຈາກຈຸດສົ່ງໄປຍັງບ້ານ, ອາຄານສຳນັກງານ, ຮ້ານກາເຟ ຫຼື ທຸລະກິດ ມີຄວາມສະຖຽນ. ພ້ອມທັງບໍ່ຈຳກັດຈຳນວນດາຕ້າໃນການດາວໂຫລດ ແລະ ບໍ່ຈຳເປັນຕ້ອງເສຍເງິນເພີ່ມໃນການດາວໂຫລດເກີນຄືກັບແພັກເກັດເນັດບອດແບນມືຖື. ສະກາຍເນັດຍັງມີແພັກເກັດຫຼາກຫຼາຍທີ່ບໍ່ຈຳກັດຈຳນວນດາຕ້າ – ຄວາມໄວສູງ ລາຄາທຽບເທົ່າລາຄາເນັດບອດແບນມືຖືໂດຍທີ່ຄວາມໄວຫຼາຍກວ່າ ແລະ ບໍ່ຈຳກັດຄວາມໄວໃນການດາວໂຫລດ/ອັບໂຫລດ. ໝາຍຄວາມວ່າທ່ານຈະສາມາດໄລຟ໌/ດາວໂຫລດໜັງ/ລາຍການຕ່າງໆ ໃນລະດັບ SD, HQ, HD ແລະ ຄວາມລະອຽດລະດັບ 4K ໄດ້ໂດຍບໍ່ຈຳເປັນຕ້ອງຖ້າດາວໂຫລດ/ບັບເຟີ ດົນ. ໃຫ້ຄວາມບັນເທີງທີ່ຄົມຊັດ ແລະ …

Read More »

ເກັ່ງຫຼາຍເດັກລາວ! ສ້າງປະຫວັດສາດໜ້າໃໝ່ຜ່ານເຂົ້າຮອບຊິງຊະນະເລີດ ຈະພົບກັບທີມຊາດໄທ 21 ພຶດສະພາ 2019 ນີ້ (ຂໍກຳລັງໃຈໃຫ້ນ້ອງໆດ່ວນ!)

#ແຊຣໄປໃຫ້ໂລກຮູ້  ຮີ້ວໆໆໆ…ເຊຍລາວສູ້ໆ!!! ແຖວນີ້ມີໃຜເປັນ FC ນ້ອງໆນັກກິລາຍິງທີມຊາດລາວກັນແດ່ຍົກມືຂຶ້ນໄວໆ ຊ່ວງນີ້ຮູ້ສຶກມີຂ່າວດີລະດັບຊາດມາໃຫ້ໄດ້ປິຕິຍິນດີ ເພາະເທົ່າທີ່ແຟນໆໄດ້ຕິດຕາມຂ່າວສານຂອງນ້ອງໆນັກກິລາຍິງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ ທີ່ໂຊຜົນງານແບບເໝືອເມກ ເອົາຊະນະຫຼາຍນັດລວດ ສ້າງປະຫວັດຫນ້າໃຫມ່ໃຫ້ກັບວົງການບານເຕະລາວ ແລະ ຫຼ້າສຸດຜ່ານເຂົ້າຮອບຊິງຊະນະເລີດໄປພົບກັບ ທີມຊາດໄທ ຈະແຂ່ງຂັນໃນວັນທີ 21 ພຶດສະພາ 2019 ນີ້…  ເຊິ່່ງວັນທີ 19 ພຶດສະພາ 2019 ຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1 ແຂວງຊົນບູຣີ ປະເທດໄທ ໄດ້ມີການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ຮອບຮອງຊະນະເລີດ ທີມຊາດລາວ ພົບກັບ ທີມຊາດ ຟີລິບປິນ ເກມການແຂ່ງຂັນນັດດັ່ງກ່າວ ທ່ານ​ …

Read More »

ມີຄວາມຫວັງ! ລາວ ສົ່ງ 2 ນັກກິລາເພາະກາຍ ເຂົ້າຮ່ວມຊິງແຊ້ມອາຊີຕາເວັນອອກສ່ຽງໃຕ້ ທີ່ມຽນມ້າ (ເຊຍລາວສຸດໃຈ)

ຂໍກຳລັງໃຈຈາກຄົນລາວແດ່ໄວໆ… ຫຼ້າສຸດ ສະຫະພັນກີລາເພາະກາຍແຫ່ງຊາດລາວ ໄດ້ມີການ ສົ່ງນັກກີລາລົງແຂ່ງຂັນ “ຊິງແຊ້ມເພາະກາຍອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 16 ທີ່ ປະເທດ ມຽນມ້າ” ນັ້ນກໍຄື ທ້າວ ນັນທະລັກ ສຸນາເຄນ ລົງແຂ່ງຂັນໃນລຸ້ນ “Men Sport Physique” ລຸ້ນຄວາມສູງບໍ່ເກີນ 165 cm ແລະ ນາງ ກອງແພງ ຂຸນວິໄນ ລົງແຂ່ງຂັນໃນລຸ້ນ “Model Physique” ລຸ້ນຄວາມສູງບໍ່ເກີນ 160 cm.   ເຊິ່ງບອກເລີຍວ່າ ຕົວແທນນັກກິລາລາວ ມີການກະກຽມຄວາມພ້ອມ ແລະ ມີຄວາມພ້ອມເຖິງ 100% ເອີ້ນໄດ້ວ່າມີຄວາມຫວັງທີ່ຈະສາມາດຍາດເອົາຫຼຽນມາສູ່ປະເທດຊາດ. (ຝາກເປັນກຳລັງໃຈໃຫ້ທີມນັກກິລາຈາກລາວກັນຫຼາຍໆໂລດເດີ້ແຟນໆ) #ແຊຣເພື່ອເປັນກຳລັງໃຈໃຫ້ນັກກິລາທີີມຊາດລາວ #ເຊຍລາວສູ້ໆ #ແຊຣໄປໃຫ້ໂລກຮູ້  #ເຊຍທີມນັກກິລາເພາະກາຍລາວ (ຂໍຂອບໃຈຮູບພາບ)

Read More »

ໜຸ່ມສຸດເຈົ້າຊູ້ ຈາກແຂວງຈຳປາສັກ ໄດ້ເປັນຕົວແທນປະເທດໄປແຂ່ງຂັນໃນເວທີ “MISTER UNITED WORLD 2019” (ກຽມລຸ້ນ ກຽມເຊຍ)

ຂໍສຽງຄົນລາວແດ່… ຫຼ້າສຸດເປີດເຜີຍມາແລ້ວເດີ້ ສຳລັບ Mister United World Laos 2019 ເຊິ່ງປີນີ້ໄດ້ແກ່ ອາໂກ້ຍ ວັນນະກອນ  ຈາກແຂວງ ຈຳປາສັກ ເຊິ່ງຈະເປັນໂຕແທນປະເທດລາວໄປຮ່ວມປະກວດໃນເວທີ “Mister United World 2019” ຢູ່ພັດທະຍາ ປະເທດໄທ. ສຳລັບມື້ຕັດສິນແມ່ນ ວັນທີ 26 ພຶດສະພາ 2019 ນີ້ແລ້ວເດີ້, ຝາກເປັນກຳລັງໃຈໃຫ້ Mister United World Laos 2019 ກັນຫຼາຍໆໂລດເດີ້ແຟນໆ. #ເຊຍລາວສຸດໃຈ ?????? ຮູບພາບ: Mister United World

Read More »

ໜ້າຮັກໄປອີກ! ທັນວາ ນັກສະແດງຊື່ດັງບອກແບບນີ້…ຫຼັງພົບພໍ້ແຟນຄລັບໃນລາວ!!!

ເປັນອີກໜຶ່ງໜຸ່ມຫຼໍ່ຫຼາກຫຼາຍຄວາມສາມາດ ທັນວາ ສຸລິຍະຈັກ ຈາກນະຄອນປາກເຊ ແຂວງ ຈຳປາສັກ ປະເທດລາວ ທີ່ແຟນໆຈະຄຸ້ນໜ້າຄຸ້ນຕາດີ ເພາະໄປໂດ່ງດັງໄກ ໄດ້ເປັນພະເອກລະຄອນ ແລະ ຮູບເງົາ ທີ່ປະເທດໄທ. ເຊິ່ງເມື່ອບໍ່ດົນມານີ້ ທັນວາ ສຸລິຍະຈັກ ກໍໄດ້ເດີນທາງມາພົບພໍ້ກັບແຟນໆຊາວລາວ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈົນເຮັດໃຫ້ ໜຸ່ມ ທັນວາ  ເກີດອາການດີໃຈ ຈົນອົດໃຈບໍ່ໄດ້ທີ່ຈະໂພສຮູບພາບ ແລະ ແຄັບຊັ່ນໃນອິນສະຕຣາແກຣມສ່ວນຕົວ ເພື່ອຂອບໃຈແຟນໆຊາວລາວ… (ມີພາບບັນຍາກາດທີ່ ທັນວາ ສຸລິຍະຈັກ ໄດ້ໂພສລົງໃນອິນສະຕາແກຣມ ພ້ອມທັງຂອບໃຈແຟນໆຊາວລາວທີິ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ) ສຳລັບ ທັນວາ ສຸລິຍະຈັກ ອາຍຸ 27 ປີ ເປັນຄົນ ນະຄອນປາກເຊ ແຂວງ ຈຳປາສັກ, ຈົບການສຶກສາລະດັບປະລິນຍາຕີ ຈາກຄະນະນິເທດສາດມະຫາວິທະຍາໄລຣັງສິດ (ປະເທດໄທ), ມີຜົນງານການສະແດງລະຄອນ ແລະ ຮູບເງົາຫຼາຍຕໍ່ຫຼາຍເລື່ອງຂອງປະເທດເພື່ອນບ້ານເຊັ່ນ: ມົນຮັກແມ່ນໍ້າມູນ, ອະສູນນ້ອຍໃນຕະກຽງແກ້ວ, ລູກຜູ້ຊາຍໄມ້ຕະພົດ, ລີລາວະດີເພິງ, ແຫວນສະຫວາດ, ຄູ່ປັບສະລັບຫົວໃຈ, …

Read More »