Breaking News

ຂ່າວບັນເທີງໃນປະເທດ

ຂໍສະແດງຄວາມຍິນດີ! ໜຸ່ມຕົວແທນຈາກປະເທດລາວຄວ້າລາງວັນ… ໃນເວທີ Mister United World 2019

ມາເລີ່ມຕົ້ນຂ່າວດີສົ່ງທ້າຍເດືອນ ພຶດສະພາ 2019 ຫຼ້າສຸດ ອາໂກ້ຍ ວັນນະກອນ  Mister United World Laos 2019 ກໍຄວ້າລາງວັນ “Best Photogenic” ຈາກງານປະກວດ Mister United World 2019 ຢູ່ປະເທດໄທ ມາຝາກຄົນລາວທຸກໆຄົນແບບສົດໆຮ້ອນໆ. Mister United World Laos 2019 ເຊິ່ງປີນີ້ໄດ້ແກ່ ອາໂກ້ຍ ວັນນະກອນ  ຈາກແຂວງ ຈຳປາສັກ ເຊິ່ງໄດ້ເປັນໂຕແທນປະເທດລາວໄປຮ່ວມປະກວດໃນເວທີ “Mister United World 2019” ຢູ່ພັດທະຍາ ປະເທດໄທ ເຊິ່ງຕັດສິນໃນວັນທີ 26 ພຶດສະພາ 2019 ທີ່ຜ່ານມາ ແລະ ກໍບໍ່ເຮັດໃຫ້ຜິດຫວັງ ເພາະສາມາດຄວ້າລາງວັນ “Best Photogenic” ໃນເວທີ Mister United World 2019 ມາຝາກຄົນລາວທຸກໆຄົນ ຢ່າງໃດ! ກໍຂໍສະແດງຄວາມຍິນດີນຳຫຼາຍໆ #ແຊຣໄປໃຫ້ໂລກຮູ້ຄົນລາວເກັ່ງຫຼາຍ ຮູບພາບ: Mister United World …

Read More »

ຄົນລາວເກັ່ງຫຼາຍ! ຜູ້ກໍາກັບໜຸ່ມໄຟແຮງຈາກລາວ ຮ່ວມເປັນໜຶ່ງໃນຄົນສ້າງຮູບເງົາ ຍ່າງພົມແດງທີ່ເທສະການຮູບເງົາເມືອງຄານ 

ພໍຮອດງານເທສະການຮູບເງົາລະດັບໂລກນັ້ນກໍຄື ເທສະການຮູບເງົາເມືອງຄານ ທີ່ປະເທດ ຝຣັ່ງ ເຮົາອາດຈະຕິດພາບທີ່ວ່າເຄີຍເຫັນແຕ່ທີມຜູ້ສ້າງຮູບເງົາ ຫຼື ນັກສະແດງ ເຊເລັບຄົນດັງທີ່ເປັນຄົນຕ່າງຊາດໄປຮ່ວມງານ ໄປແລກປ່ຽນປະສົບການ ໄປຍ່າງພົມແດງ ແຕ່ມາຮອດປີ 2019 ເອີ້ນໄດ້ວ່າເປັນສິ່ງທີ່ຄົນລາວເຮົາພູມໃຈອີກໜຶ່ງຢ່າງ ເພາະໄດ້ມີຜູ້ກໍາກັບໜຸ່ມໄຟແຮງຈາກລາວ ໄຊສົງຄາມ ອິນດວງຈັນທີ ໄດ້ຖືກຄັດເລືອກຈາກ la Fabrique Cinéma ພ້ອມທັງໄດ້ໄປຮ່ວມງານເທດສະການຮູບເງົາເມືອງຄານ ປີ 2019 ທີ່ປະເທດ ຝຣັ່ງ, ເຊິ່ງໜຸ່ມຄົນນີ້ໄດ້ຮ່ວມເປັນໜຶ່ງໃນ 10 ຄົນສ້າງຮູບເງົາຈາກທົ່ວໂລກ ທີ່ຖືກເຊີນເຂົ້າຮ່ວມເທດສະການຮູບເງົາທີ່ເມືອງຄານ. ໄຊສົງຄາມ ອິນດວງຈັນທີ ໜຸ່ມລາວເຈົ້າຂອງບົດຮູບເງົາ ເອື້ອຍ (Raising a beast) ໄດ້ພົບປະກັບບັນດາຜູ້ສ້າງຮູບເງົາມືອາຊີບ ຝຣັ່ງ ແລະ ປະເທດຕ່າງໆ, ເພື່ອຄົ້ນຫາຜູ້ໃຫ້ທຶນສໍາລັບການຖ່າຍທໍາຜົນງານຮູບເງົາເລື່ອງຍາວເລື່ອງທໍາອິດ. ສຳລັບ ໄຊສົງຄາມ ອິນດວງຈັນທີ ຜູ້ກຳກັບໜຸ່ມໄຟແຮງຄົນນີ້ ຈົບການສຶກສາລະດັບປະລິນຍາຕີ ສາຂາສື່ສານມວນຊົນ ທີ່ປະເທດ ສິງກະໂປ ,ຈົບການສຶກສາປະລິນຍາໂທ ສາຂາສ້າງຮູບເງົາທີ່ ນິວຍອກ USA ພາຍໃຕ້ທຶນ …

Read More »

ມາຮູ້ຈັກກັບແມ່ຍິງເກັ່ງລະດັບໂລກ Jacinda Arden ນາຍົກລັດຖະມົນຕີ ປະເທດ ນິວຊີແລນ ທີ່ມີອາຍຸນ້ອຍທີ່ສຸດ

ມາຮູ້ຈັກກັບແມ່ຍິງເກັ່ງລະດັບໂລກ ອີກໜຶ່ງທ່ານ ເພິ່ນເປັນນາຍົກລັດຖະມົນຕີທີ່ມີອາຍຸນ້ອຍທີ່ສຸດ ເປັນແມ່ຍິງທີ່ເກັ່ງ ມີຄວາມສາມາດ ແຖມຕອນນີ້ໄດ້ກາຍເປັນນັກການເມືອງຄຸນນະພາບ ກາຍເປັນຂວັນໃຈຂອງຄົນທົ່ວໂລກ… ເຈຊິນດາ ອາຣເດຣິນ (Jacinda Arden) ອາຍຸ 37 ປີ ຕຳແໜ່ງນາຍົກລັດຖະມົນຕີ ປະເທດ ນິວຊີແລນ ເປັນຜູ້ນໍາປະເທດນິວຊີແລນທີ່ມີອາຍຸນ້ອຍທີ່ສຸດໃນຮອບ 150 ປີ ໂດຍເປັນ ນາຍົກລັດຖະມົນຕີຄົນທີ່ 3 ຂອງປະເທດ ແລະ ເປັນນາຍົກຄົນທີ 40 ຂອງປະເທດ ນິວຊີແລນ ກ່ອນໜ້າທີ່ Jacinda Arden ຈະມາເປັນຕຳແໜ່ງນາຍົກລັດຖະມົນຕີ ນິວຊີແລນ ບອກເລີຍວ່າເພິ່ນມີດີກຼີເປັນດີເຈມາກ່ອນ ນາງເປັນຄົນທີ່ມີມັກໃນສຽງດົນຕຣີ ໂດຍສິລະປິນທີ່ເປັນຕົ້ນແບບຂອງເພິ່ນແມ່ນ Spice Girls, The Beatles, Iggy Pop ໄປຈົນເຖິງ Snoop Dogg ນອກເໜືອຈາກວຽກທາງດານດົນຕຣີແລ້ວ ຫຼັງຈາກຈົບການສຶກສາຈາກວິທະຍາໄລໄວກາໂຕໃນປີ 2001 Jacinda ເລີ່ມຈາກການເປັນນັກວິໄຈທີ່ບ່ອນເຮັດວຽກຂອງ ນາຍົກລັດທະມົນຕີ ເຮເລນ ຄາສ …

Read More »

“ຄວາມຈິງເປັນສິ່ງບໍ່ຕາຍ” ຫຍິງຫຍິງ ອອກມາຊີ້ແຈງແລ້ວກ່ຽວກັບແຄັບຊັ່ນນີ້ ພ້ອມບອກວ່າທຸກຢ່າງທີ່ຕົນອອກມາເວົ້າເປັນເລື່ອງຈິງ!!! 

ຫຼັງຈາກທີ່ ລູກນໍ້າ ທິດາລັດ ວົງສິຣິ ໄດ້ອອກມາໂພສເພື່ອເຄຍບັນຫາທຸກໆຢ່າງໄປໃນຊ່ວງຕົ້ນເດືອນ ພຶດສະພາ 2019 ທີ່ຜ່ານມາ ຕໍ່ມາເຮັດໃຫ້ ຫຍິງຫຍິງ ສະລຸຊາ ນັກສະແດງປະເທດໄທ ກໍໄດ້ໂພສຮູບຂອງຕົນພ້ອມແຄັບຊັ່ນທີ່ວ່າ “ຄວາມຈິງເປັນສິ່ງບໍ່ຕາຍ” ເຮັດເອົາບັນດາແຟນໆທີ່ຕິດຕາມເລື່ອງນີ້ ໄດ້ຕັ້ງຂໍ້ສັງເກດວ່າເປັນການໂຕ້ຕອບຫຼືບໍ່? ຫຼ້າສຸດ ຫຍິງຫຍິງ ສະລຸຊາ ກໍໄດ້ອອກມາໃຫ້ສຳພາດກັບສື່ເພື່ອເປີດໃຈ ແລະ ບອກວ່າຕົນໄດ້ເຫັນກ່ຽວກັບສິ່ງທີ່ອີກຝ່າຍໄດ້ອອກມາໂພສ ອອກມາເຄຍແລ້ວ ແຕ່ບໍ່ຮູ້ສືກຫຍັງ ເປັນເລື່ອງຂອງຄົນອື່ນ ແລະ ໄດ້ຕັດເລື່ອງນີ້ອອກໄປຈາກຊີວິດແລ້ວ ຈຶ່ງບໍ່ຢາກເວົ້າ ແລະ ກ່ຽວຂ້ອງຫຍັງກັນອີກ ສ່ວນເລື່ອງທີ່ຕົນໂພສຮູບ ແລະແຄັບຊັ່ນໃນເວລານັ້ນແມ່ນເປັນການໂພສເພື່ອເຕືອນຕົວເອງເປັນປົກກະຕິຢູ່ແລ້ວ ເພາະປະສົບການສອນໃຫ້ຕົນເຮັດໃນສິ່ງທີ່ຖືກຕ້ອງ ແລະຄວາມເປັນຈິງ ພ້ອມຍັງບອກອີກວ່າທຸກໆເທື່ອທີ່ຕົນໄດ້ອອກມາເວົ້າ ອອກມາສຳພາດແມ່ນເປັນເລື່ອງຈິງທັງໝົດ ສ່ວນກັບອະດີດແຟນ ຕູມຕາມ ຍຸດທະນາ ນັກສະແດງປະເທດໄທ ແມ່ນບໍ່ໄດ້ມີການພົບ ຫຼື ເວົ້າລົມກັນຕັ້ງແຕ່ເກີດເລື່ອງ ແຕ່ໃນອະນາຄົດຖ້າບັງເອີນພົບພໍ້ກັນກໍສາມາດເວົ້າລົມກັນໄດ້ ແຕ່ຊີວິດຈິງກໍຄົງຍາກທີ່ຈະໄດ້ພົບກັນ… (ມີຄລິບສຳພາດ ຫຍິງຫຍິງ ສະລຸຊາ ນັກສະແດງປະເທດໄທ ) ທຸກໆຝ່າຍກໍໄດ້ອອກມາເຄຍມາເວົ້າແລ້ວ ກໍຂໍໃຫ້ເລື່ອງລາວໃນເທື່ອນີ້ຈົບລົງດ້ວຍດີເນາະ, ເອົາເປັນວ່າຂໍເປັນກຳລັງໃຈໃຫ້ທຸກໆຝ່າຍກໍແລ້ວກັນເດີ້!!! ຮູບພາບ: IG/yingying_yingying (ຂ່າວທີ່ກ່ຽວຂ້ອງກ່ອນໜ້າ) ກະຈ່າງແຈ້ງ! ລູກນໍ້າ …

Read More »

ແມ່ຍິງລາວເກັ່ງຫຼາຍ! ສະແດງຄວາມຍິນດີນັກກິລາເພາະກາຍລາວຕິດ Top 5 ສາມາດນຳລາງວັນມາຝາກໄດ້ສຳເລັດ (#ແຊຣໄປໃຫ້ໂລກຮູ້)

ກ່ອນອື່ນຕ້ອງຕົບມືຊົມເຊີຍແມ່ຍິງລາວທີ່ໄປສ້າງຊື່ສຽງໃຫ້ປະເທດກັນດັງໆເລີຍໂລດເດີ້ແຟນໆ ບໍ່ເຮັດໃຫ້ຄົນລາວຜິດຫວັງ ຫຼັງຈາກທີ່ທາງສະຫະພັນກິລາເພາະກາຍແຫ່ງຊາດລາວໄດ້ມີການສົ່ງນັກກິລາລົງແຂ່ງຂັນ “ຊິງແຊ້ມເພາະກາຍອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 16 ທີ່ ປະເທດ ມຽນມາ”  ໃນລຸ້ນ “Model Physique” ລຸ້ນຄວາມສູງບໍ່ເກີນ 160 cm. ເຊິ່ງຂໍບອກເລີຍວ່າບໍ່ເຮັດໃຫ້ຊາວລາວຜິດຫວັງ ເພາະ ນາງ ກອງແພງ ຂຸນວິໄນ (ແພງ) ນັກກິລາເພາະກາຍຍິງລາວ ທີ່ລົງແຂ່ງຂັນໃນລຸ້ນ “Model Physique” ລຸ້ນຄວາມສູງບໍ່ເກີນ 160 cm ກໍສາມາດຕິດ Top 5 ແລະ ນຳລາງວັນກັບມາຝາກຄົນລາວເຮົາຈົນໄດ້. (ຂໍສະແດງຄວາມຍິນດີ)  ສຳລັບການ ແຂ່ງຂັນ “ຊິງແຊ້ມເພາະກາຍອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 16 ທີ່ ປະເທດ ມຽນມາ” ປະເທດລາວເຮົາໄດ້ສົ່ງໄປ 2 ຄົນນັ້ນກໍຄື ທ້າວ ນັນທະລັກ ສຸນາເຄນ ລົງແຂ່ງຂັນໃນລຸ້ນ “Men Sport Physique”ລຸ້ນຄວາມສູງບໍ່ເກີນ 165 cm ແລະ ນາງ ກອງແພງ ຂຸນວິໄນ ລົງແຂ່ງຂັນໃນລຸ້ນ “Model Physique” ລຸ້ນຄວາມສູງບໍ່ເກີນ 160 cm. ຖຶວ່າເປັນຂ່າວດີຂອງຄົນລາວທຸກຄົນ ຂໍຂອບໃຈນັກກິລາລາວທຸກຄົນທີ່ມີຄວາມຕັ້ງໃຈ ແຂ່ງຂັນຈົນໄດ້ລາງວັນ …

Read More »