Breaking News

ຂ່າວບັນເທີງໃນປະເທດ

ຂໍກຳລັງໃຈແດ່! ອາລີຢາ ສີຣິໂສພາ Miss Queen Laos 2020 ສາວປະເພດສອງຕົວແທນປະເທດລາວ ກຳລັງເດີນທາງໄປປະກວດ Miss International Queen 2020…

ປັດຈຸບັນ ການສົ່ງເສີມເລື່ອງສິດສະເໝີພາບ ແລະ ການເຄົາລົບສິດທິທາງເພດຢູ່ໃນສັງຄົມລາວ ແມ່ນເປັນທີ່ຍອມຮັບຫຼາຍຂຶ້ນ ບຸກຄົນທີ່ມີຄວາມຫຼາກຫຼາຍທາງເພດສາມາດອອກມາສະແດງສັກກາຍາພາບ ຄວາມສາມາດຂອງຕົນເອງໃຫ້ສັງຄົມໃຫ້ຮັບຮູ້ຫຼາຍຂຶ້ນ… ເຮົາຍັງສັງເກດເຫັນວ່າ ບັນດາກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດກ້າທີ່ຈະອອກມາປະກາດເຖິງຕົວຕົນຂອງຕົນເອງຫຼາຍຂຶ້ນ ລວມໄປເຖິງເວທີນາງງາມຕ່າງໆທີ່ເກີດຂຶ້ນຢູ່ໃນລະດັບສາກົນ ສາວງາມປະເພດສອງຂອງລາວເຮົາກໍໄດ້ໂອກາດໄປຮ່ວມສະແດງຄວາມສາມາດເຊັ່ນກັນ… ຫຼ້າສຸດເມື່ອວັນທີ 23 ກຸມພາ 2020ທີ່ຜ່ານມາ ອາລີຢາ ສີຣິໂສພາ ຫຼື (ລີຍາ)  Miss Queen Laos 2020 ນາງງາມສາວປະເພດສອງຕົວແທນປະເທດລາວກໍໄດ້ເດີນທາງໄປປະກວດເວທີ Miss international Queen 2020 ທີ່ຈະຈັດຂຶ້ນ ໃນວັນທີ 7 ມີນາ 2020 ນີ້ ທີ່ບາງກອກ ປະເທດໄທ… ເຊິ່ງງານນີ້ມີໝູ່ຄູ່ຮ່ວມໃຈພາກັນໄປສົ່ງຮອດສະໜາມບິນດ້ວຍບັນຍາກາດທີ່ອົບອຸ່ນ ບາດນີ້ເຮົາມາເອົາໃຈຊ່ວຍເຊຍ ອາລີຢາ ສີຣິໂສພາ Miss Queen Laos 2020 ກ້າວຂຶ້ນສູ່ເວທີການປະກວດ Miss international Queen 2020 ກັນເທາະ!  ຄົນລາວເຮົາກໍຢ່າລືມສົ່ງກໍາລັງໃຈໄປເຊຍ  ອາລີຢາ ສີຣິໂສພາ ນໍາກັນຫຼາຍໆເດີ້! …

Read More »

ອານິຕ້າ ຢາການາກິ ທີ່ງານ ເທດສະການໜັງເມືອງແຄນ Kaen International Film Festival 2020…

ອານິຕ້າ ອານິຕ້າ ວິພາ ຢາການາກິ  ສາວນ້ອຍນ່າຮັກ ຜູ້ຊະນະການປະກວດ ສາວຊັນຊິວ 2019  ທີ່ຫຼາຍໆຄົນຄຸ້ນໆຕາກັນ ໃນຊີລີ້ດັງ  ຮັກນີ້ສີບົວ3 ເຊິ່ງຮັບບົດເປັນນັກສະແດງນໍາ ແລະ ຕອນນີ້ກາຍເປັນຂວັນໃຈທັງໄວໜຸ່ມຍິງ ແລະ ຊາຍຫຼາຍຄົນໄປແລ້ວ  ພ້ອມນັ້ນຍັງສະແດງເອັມວີຕ່າງໆ  ເປັນອີກໜື່ງສາວທີ່ນ່າຈັບຕາເບິ່ງເລີຍຕອນນີ້ ເຊິ່ງຫຼ້າສຸດ ສາວອານີຕ້າກໍໄດ້ໄປຮ່ວມງານ ເທດສະການໜັງເມືອງແຄນ Kaen International Film Festival 2020 ຄັ້ງທີ 4ທີ່ຈັງຫວັດຂອນແກ່ນ ປະເທດໄທ ຮ່ວມງານ ໃນວັນທີ 16 ກຸມພາ 2020 ຜ່ານມາ… ເຮົາໄປເບິ່ງພາບບັນຍາກາດນໍາກັນເລີຍ!!! ເອີ້ນໄດ້ວ່າ ລະລາຍໄປຕາມໆກັນເລີຍ ບໍ່ວ່າເປັນໜຸ່ມນ້ອຍໜຸ່ມໃຫຍ່ ສໍາລັບຄວາມງາມ ແລະ ຄວາມນ່າຮັກຂອງສາວຄົນນີ້!!! ຂອບໃຈຮູບພາບຈາກເຟສບຸກ: A’Anitar Yaganegi  Tagged Kaen International Film Festival 2020, ອານິຕ້າ …

Read More »

ຊົມເຊີຍ!! ນາງງາມໃຈບຸນ ເມ ວິຈິດຕາ Miss Universe Laos 2019 ຢ້ຽມຢາມຜູ້ປ່ວຍເຂົ້າຮັບການຮັກສາທີ່ຖືກແຜຈາກໄຟໄໝ້…

ເມ ວິຈິດຕາ ພອນວິໄລ Miss  Universe Laos 2019 ຖືວ່າເປັນອີກໜື່ງສາວງາມທີ່ມີຄວາມສາມາດຫຼາຍດ້ານ ເຊິ່ງຜ່ານມາ ເມ ວິຈິດຕາ ໄດ້ຜ່ານເວທີປະກວດລະດັບປະເທດຈົນສາມາດຄວ້າເອົາຕໍາແຫນ່ງ Miss Universe Laos 2019  ໄປຄອງ!!!   ແລະ ຍັງເປັນຕົວແທນນາງງາມລາວໄປປະກວດເວທີລະດັບໂລກ ຄືເວທີ Miss Universe 2019 ຢູ່ທີ່ປະເທດ ສະຫະລັດອາເມຣິກາ ໃນທ້າຍປີທີ່ຜ່ານມາ ເຊິ່ງກໍໄດ້ຮັບແຮງເຊຍຈາກຄົນລາວທັງປະເທດຫຼາຍພໍສົມຄວນ… ສາວເມ ເປັນອີກຄົນທີ່ຄົບເຄື່ອງທັງໜ້າຕາ ແລະ ຄວາມສາມາດອີຫຼີ…  ຫຼັງຈາກປະກວດສໍາເລັດລົງ ເມ ແຕ່ເມກໍຍັງສືບຕໍ່ຊ່ວຍເຫຼືອສັງຄົມຫຼາຍຢ່າງຜ່ານມາ  ເຊິ່ງຫຼ້າສຸດບໍ່ດົນມານີ້ ເມ ວິຈິດຕາ ພອນວິໄລ  ໄດ້ໄປຢ້ຽມຢາມຄົນເຈັບທີ່ເຂົ້າຮັບການຮັກສາທີ່ຖືກໄຟໄໝ້ ນໍ້າຮ້ອນລວກ,  ຢູ່ທີ່ ໂຮງໝໍ ມະໂຫສົດ ໃນວັນທີ 18 ກຸມພາ 2020 ທີ່ຜ່ານມາ  ໂດຍໂພສຜ່ານເຟສບຸກສ່ວນຕົວວ່າ…“ເມໄດ້ໄປຢ້ຽມຢາມຄົນເຈັບທີ່ເຂົ້າຮັບການຮັກສາທີ່ຖືກໄຟໄໝ້ ນໍ້າຮ້ອນລວກ ຢູ່ທີ່ ໂຮງໝໍ ມະໂຫສົດ. ເມເຊື່ອວ່າກຳລັງໃຈຄືພະລັງທີ່ຍິ່ງໃຫຍ່ ເມເຊື່ອວ່າທຸກຄົນຕ້ອງການກຳລັງໃຈ …

Read More »

ກຽມມາຍ້ອນຍຸກນໍາກັນກັບ !​!​! ງານຄອນເສີດ ຕໍານານຊາວຫນຸ່ມດອກໄມ້ແດງ…

ເພື່ອເຜີຍແຜ່ສຽງເພລງລາວ ຕົ້ນສະບັບຈາກຄົນລຸ້ນເກົ່າ ໃຫ້ແກ່ຄົນລຸ້ນໃຫມ່ໄດ້ຮັບຮູ້ ແລະ ພ້ອມກັນອະນຸລັກສຽງເພລງເຫຼົ່ານີ້ໃຫ້ຄົງຢຸ່ກັບສັງຄົມລາວ ພ້ອມທັງເປັນການເຕົ້າໂຮມວົງໃນຕໍານານຊາວໜຸ່ມດອກໄມ້ແດງ ທີ່ແຍກກັນເປັນເວລາຫຼາຍກວ່າ 30 ປີ ແລະ  ຫາລາຍໄດ້ສົມທົບທຶນຊ່ວຍເຫຼືອສິນລະປິນອາວຸໂສ ທາງ ຮ້ານອາຫານ ຂອບໃຈເດີ ຮ່ວມກັບ ບໍລິສັດ ອິນເຕີເວຍ ບໍລິຫານ ອະສັງຫາລິມະຊັບ ຈໍາກັດລາວ ໄດ້ຈັດງານຖະແຫຼງຂ່າວ ຄອນເສີດຊາວຫນຸ່ມດອກໄມ້ແດງຂຶ້ນ ໃນວັນທີວັນທີ 22  ກຸມພາ 2020 ທີ່ຮ້ານອາຫານ ຂອບໃຈເດີ. ໃຫ້ກຽດຮ່ວມເປີດງານໂດຍທ່ານ ນາງ ພູຄໍາ ແກ້ວບັນດິດ ຕາງໜ້າ ບໍລິສັດ ອິນເຕີເວຍ ບໍລິຫານ ອະສັງຫາລິມະຊັບ ແລະ ສວນດອກຈັນ. ກິດຈະກຳແມ່ນເລີ່ມຕົ້ນຈັດຕັ້ງແຕ່ວັນທີ 22 ຈົນເຖິງ ວັນທີ 29 ກຸມພາ 2020 ຢູ່ທີ່ ສວນດອກຈັນ, ບ້ານເພຍວັດ, ເມອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ແຕ່ລະມື້ແມ່ນຈະເລີ່ມຕັ້ງແຕ່ເວລາ 17:00 …

Read More »

ເຜີຍໂສມໜ້າ!!! 30 ນາງສາວ ທີ່ຜ່ານເຂົ້າຮອບ… ຮ່ວມໂຫວດຄົນທີ່ຢາກໃຫ້ເປັນ ນາງສາວນະຄອນຫຼວງ 2020

ເວທີການປະກວດ ນາງສາວນະຄອນຫຼວງວຽງຈັນຖືໄດ້ວ່າ ເປັນອີກໜື່ງເວທີທີ່ເປີດໂອກາດໃຫ້ແມ່ຍິງລາວ ໄດ້ສະແດງຄວາມຮູ້ ຄວາມສາມາດ ສະແດງສັກກະຍະພາບຂອງຕົນເອງ ພ້ອມທັງເປັນການສົ່ງເສີມ ແລະ ເຜີຍແຜ່ວັດທະນະທໍາລາວໃຫ້ຄົນທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ ວ່າແມ່ຍິງລາວເຮົາ ກໍເກັ່ງບໍ່ແພ້ໃຜໃນໂລກນີ້ຄືກັນ   ສໍາລັບການປະກວດ ນາງສາວນະຄອນຫຼວງ ໃນຮອບຄັດເລືອກ ໄດ້ເລີ່ມຕົ້ນຂຶ້ນ  ໃນວັນເສົາ-ອາທິດ ທີ່ 8-9 ກຸມພາ 2020 ທີ່ຜ່ານມາ ເຊິ່ງເປັນຮອບຄັດເລືອກຈາກນາງສາວ 50 ນາງສາວ  ເຫຼືອພຽງ 30 ນາງສາວ ເພື່ອເຂົ້າສູ່ຮອບຕໍ່ໄປ ເວົ້າໄດ້ວ່າແຕ່ລະນາງສາວ ທັງງາມ ທັງເກັ່ງ ແລະ ມີຄວາມສາມາດທີ່ແຕກຕ່າງກັນ ເອີ້ນໄດ້ວ່າບໍ່ທໍາມະດາອີຫຼີ !!!!  ຕອນນີ້ເອົາເປັນວ່າເຮົາມາຮ່ວມໂຫວດ ຮ່ວມເຊຍ ໃຫ້ກໍາລັງໃຈ ສາວໆທັງ 30​ ຄົນ ແລະ ມາລຸ້ນນໍາກັນວ່າໃຜຈະໄດ້ຄອງຕໍາແໜ່ງ ນາງສາວນະຄອນຫຼວງປະຈໍາປີ 2020 ນີ້!!!   ແຟນໆຄົນໃດມີຄົນທີ່ຮັກມັກເຊຍຢູ່ແລ້ວກໍຄອມເມັ້ນມາບອກກັນແດ່ເດີ້… ຂອບໃຈຮູບພາບຈາກເພສ:  …

Read More »