Breaking News

ຂ່າວບັນເທີງໃນປະເທດ

ໄຮໂຊສາວ ເມເມ ສະຫວັນ Share ປະສົບການຕົວຈິງ ໃກ້ຊິດກໍລະນີຄົນຕິດເຊື້ອ COVID-19 …

ປັດຈຸບັນ ໃນ ສປປ ລາວ ເຮົາມີຍອດຄົນຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເປັນຈໍານວນ 6 ຄົນແລ້ວ ເຊິ່ງຈໍານວນຜູ້ຕິດເຊື້ອດັ່ງກ່າວແມ່ນໄດ້ຮັບການຮັກສາຕົວຢູ່ໂຮງໝໍ…  ເມື່ອລາວເຮົາເລີ່ມມີຜູ້ຕິດເຊື້ອສິ່ງທີ່ນ່າເປັນຫ່ວງໄປກວ່ານັ້ນກໍຄືຄົນທີ່ຢູ່ໃກ້ຊິດກັບຜູ້ຕິດເຊື້ອໃນໄລຍະເວລາ 14 ວັນ  ທີ່ມີຄວາມສ່ຽງ  ຄົນທີ່ຢູ່ໃກ້ຕົວກໍບໍ່ໄດ້ຖືເບົາ ຮີບພາກັນກັກຕົວເອງ ແລະ ບາງກຸ່ມກໍໄດ້ເຂົ້າໄປກວດຜົນຢູ່ໂຮງໝໍ… ເຊິ່ງມື້ນີ້ຂວັນໃຈມີກໍລະນີຕົວຢ່າງອີກໜື່ງທີ່ໄດ້ໃກ້ຊິດກັບຜູ້ຕິດເຊື້ອCOVID-19 ມາໃຫ້ທຸກຄົນເບິ່ງນັ້ນກໍຄື  ສາວ ເມເມ ສະຫວັນ ໄຮໂຊຊື່ດັງ ຈາກແຂວງສະຫວັນນະເຂດ ທີ່ໄດ້ມາ Live ເລົ່າເຖິງປະສົບການຕົວເອງຜ່ານເຟສບຸກສ່ວນຕົວ ທີ່ໄດ້ໃກ້ຊິດກັບກໍລະນີຜູ້ຕິດເຊຶ້ອໂຄວິດ  ເຊິ່ງໄດ້ເຜີຍວ່າ ຜູ້ຕິດເຊື້ອທີ່ຊື່ ທ້າວ ເຈມບອນ ກໍລະນີທີ 3 ໄດ້ໄປເມືອງນອກກັບຕົນເອງມາ ແລະ ຮູ້ຈັກກັບ ທ້າວ ສິລິສັກ ເຊິ່ງເປັນພະນັກງານໂຮງແຮມ ຄຣາວພາຊາ ກໍລະນີທີ 2 … ລາຍລະອຽດຕາມຄລິບວີດີໂອ 1-2 ດ້ານລຸ່ມ… ຂ້າພະເຈົ້າສິມາເລົ່າປະສົບການຈີງເພາະໂຄວິດ covid-19 ມັນໃກ້ໂຕທຸກຄົນແທ້ໆ ແລະ …

Read More »

ຊົມເຊີຍ! 3 ໜຸ່ມສຸດຫລໍ່ ອຸງ ອາ​ນົນ  ແລະ ລ໊ອກ​ກີ້ ມອບຜ້າອັດປາກ 114 ກ່ອງ ໃຫ້ໂຮງຫມໍ ມິດຕະພາບ ແລະ ໂຮງຫມໍ ມະໂຫສົດ ຕ້ານ COVID-19…

ຕໍ່ເນື່ອງກັບພະຍາດລະບາດໂຄວິດ -19 ທີ່ປັດຈຸບັນເກືອບທຸກພື້ນທີ່ທົ່ວໂລກນັບມື້ມີຄົນຕິດເຊື້ອເພີ່ມຂຶ້ນເລື້ອຍໆ ແລະ ສປປ ລາວ ເຮົາກໍເຊັ່ນດຽວກັນ ມາຮອດຕອນນີ້ມີ ຄົນຈໍານວນຜູ້ຕິດເຊື້ອທັງໝົດເປັນ 6 ຄົນແລ້ວ ແນ່ນອນວ່າທຸກພາກສ່ວນຢູ່ໃນສັງຄົມກໍບໍ່ໄດ້ລະເລີຍ  ແລະ ພາກັນສຸມໃສ່ປະຕິບັດຕາມຄໍາແນະນໍາທີ່ຂັ້ນເທິງວາງອອກ… ເຊິ່ງຍັງມີອີກພາກສ່ວນໜື່ງທີ່ໄດ້ສຸມໃສ່ປະຕິບັດໜ້າທີ່ຂອງຕົນເອງຢ່າງເຕັມທີ່ ເກືອບຕະຫຼອດ 24 ຊົ່ວໂມງນັ້ນກໍຄືທ່ານໝໍ ທີ່ໄດ້ເຮັດວຽກຢ່າງໜັກ ເຊິ່ງໃນສະຖານະການວິກິດແບບນີ້ ຍັງມີຄົນຈໍານວນໜື່ງທີ່ປຸກລະດົມນໍ້າໃຈກັນຊ່ວຍເຫຼືອສັງຄົມເຮົາບໍ່ວ່າຈະເປັນປັດໄຈດ້ານຕ່າງໆ…  ທີ່ຜ່ານມາຄົນດັງລາວເຮົາກໍມີຫຼາຍຄົນທີ່ໄດ້ລະດົມທຶນເພື່ອເອົາໄປຊື້ອຸປະກອນປ້ອງກັນພະຍາດດັ່ງກ່າວໄປຊ່ວຍເຫຼືອໂຮງໝໍຕ່າງໆ ຫຼ້າສຸດໃນວັນທີ່ 26 ມີນາ 2020 ໜໍແນ່ງ ກໍໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ: ດາຣາໄປໂຮງຫມໍ ຄົນເຈັບຊິເຊົາໄຂ້ໄວແລ້ວແບບນິ? ນ້ອງຊາຍຕາງຫນ້າແນ່ງ ແລະ ທຸກຄົນທີ່ມີສ່ວນຮ່ວມໃນການບໍລິຈາກ ( ບັນຊີສ່ວນຕົວ ) 18.200.000 ກີບ ມອບ mask 114 ກ່ອງ ໃຫ້ສອງໂຮງຫມໍ ໂຮງຫມໍ ມິດຕະພາບ ແລະ ໂຮງຫມໍ ມະໂຫສົດ ຖ້າໄດ້ ONE …

Read More »

 “ແອັບເປີ້ນ” ໂພສເດືອດ! ພິທີກອນດັງຂອງໄທອ່ານຂ່າວກ່າວເຖິງປະເທດລາວ…

ຖືໄດ້ວ່າກຳລັງເປັນກະແສຢ່າງສະນັ່ນໃນໂລກSocial ສໍາຫຼັບພິກອນຊື່ດັງຂອງໄທ ທີ່ໄດ້ອອກມາປະກາດຂ່າວລາຍການໜື່ງກ່ຽວກັບກໍລະນີ “ເປັນຫຍັງຈື່ງເລື່ອນບຸນປີໃໝ່ ແລະ ບໍ່ໄດ້ກັບບ້ານເກີດ ເຖິງແມ່ນວ່າບໍ່ໄດ້ປິດເມືອງ”  ທີ່ສາເຫດມາຈາກເລື່ອງ ພະຍາດລະບາດ  Covid-19  ແລະສິ່ງທີ່ກຳລັງເປັນແສງມາແຮງນັ້ນກໍຄືຜູ້ປະກາດຂ່າວຄົນນີ້ໄດ້  ໄດ້ກ່າວເຖິງປະເທດລາວວ່າ ​​​”ຄົນລາວຄົນຕິດເຊື້ອຍັງເປັນສູນ  ແຕ່ຍັງບໍ່ມີໃຜເຊື່ອ ຍ້ອນວ່າບ້ານເຮົາບໍ່ມີເຕັກໂນໂລຊີໃນການກວດ ບໍ່ມີຫ້ອງແລບ ບໍ່ມີຮອດຊຸດກວດ ຖ້າໃຜເຄີຍມາຂະໜາດໂຮງໝໍຍັງໃນເມືອງໃຫຍ່ໆຍັງເກົ່າ ເຕັກໂນໂລຊີຍັງຫຼ້າສະໄໝກວ່າໂຮງໝໍຊົນນະບົດຂອງໄທອີກ…” ຈົນກາຍເປັນປະເດັນ ແລະ ສ້າງຄວາມບໍ່ພໍໃຈໃຫ້ກັບຄົນລາວເປັນຈໍານວນຫຼາຍ ເຊິ່ງຄົນລາວ ກໍໄດ້ພາກັນອອກມາສະແດງຄວາມຄິດເຫັນກັນຢ່າງສະນັ່ນໃນ Social ພ້ອມທັງມີຄົນດັງວົງການບັນເທິງອີກຫຼາຍໆຄົນຢ່າງ ແອັບເປີ້ນ ສີສະຫງຽນ ກໍໄດ້ອອກມາໂພສສະແດງຄວາມຄິດເຫັນຜ່ານອິນສະຕາແກຣມສ່ວນຕົວວ່າ…  ຫຼັງຈາກທີ່ສາວ ແອັບເປີ້ນໄດ້ໂພສຂໍ້ຄວາມດັ່ງກ່າວອອກໄປ ກໍມີຫຼາຍຄົນທີ່ເຂົ້າມາສະແດງຄວາມຄິດເຫັນຕ່າງໆນາໆ ຈົນກາຍເປັນປະເດັນ! ສ່ວນແອັດມິນເອງຄົນໜື່ງກໍເປັນຄົນໜື່ງທີ່ໄດ້ຕິດຕາມ ແລະ ເຫັນວີດີໂອດັ່ງກ່າວ ເຊິ່ງຂໍເປັນກາງເປັນການສະແດງຄວາມຄິດເຫັນວ່າ ໃນການນໍຳສະເໜີຂ່າວ ຂອງແຕ່ລະປະເທດລ້ວນແຕ່ແຕກກັນກັນຢູ່ແລ້ວ… ແຕ່ທັ້ງນີ້ກໍຄໍານຶງເຖິງຈັນຍາບັນ ແລະ ບົນພື້ນຖານຄວາມເປັນຈິງໂດຍບໍ່ໃຫ້ຝ່າຍໃດຝ່າຍໜື່ງເຊື່ອມເສຍ!!!            

Read More »

ໂພສເດືອດ!! ຍຸ້ຍ ສັນທະນີ Miss Supranational Laos 2018 ເກີນທົນ ສັ່ງຊື້ຜ້າປິດປາກ ກ່ອງ 2 ແສນກີບ ແຕ່ພົບສິ່ງນີ້…

ຊ່ວງນີ້ພະຍາດລະບາດ Covid-19 ກຳລັງແຜ່ຂະບາດແຮງ ແນ່ນອນສິ່ງທີ່ຂາດບໍ່ໄດ້ນັ້ນກໍຄືການປ້ອງກັນຕົວບໍ່ວ່າຈະເປັນ ຜ້າປິດປາກ, ເຈວລ້າງມື… ເປັນອີກໜື່ງຕົວຊ່ວຍທີ່ສໍາຄັນໃນການປ້ອງກັນພະຍາດລະບາດດັ່ງກ່າວ ແລະ ຕອນນີ້ຜ້າປິດປາກກໍເປັນອີກໜື່ງສິ່ງທີ່ຫຼາຍຄົນກຳລັງຕ້ອງການ ແລະ ກຳລັງຂາດຕະຫຼາດອີກດ້ວຍ   ເຊິ່ງຜ້າປິດປາກກໍເປັນກະແສຮືຮາໄປທົ່ວສັງຄົມ ກ່ຽວກັບເລື່ອງຂອງການຂຶ້ນລາຄາຈາກປົກກະຕິ… ແລະ ຫຼ້າສຸດ   “ຢຸ້ຍ ສັນທະນີ” Miss Supranational Laos 2018 ກໍໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວເມື່ອບໍ່ດົນມານີ້ວ່າ: “ພວກຊຸມຜີ ຈັ່ງແມ່ນຂວາງ+ຊິງຫມາເກີດແທ້ໆ ຊົ່ວທຽບເທົ່າກັບພວກປ່ອຍເຊື້ອໄວລັດກະພວກຂາຍຂອງທີ່ສວຍໂອກາດໃນຢາມນີ້ລະ 1.ພວກກັກຕຸນສິນຄ້າໃຫ້ມັນຂາດຕະຫຼາດແລ້ວໂກງລາຄາ ຈາກແຕ່ກີ້ກັບລະ15,​000ຂອງລາວຂອງຫວຽດ-40,000ຂອງໄທຂອງຕ່າງປະເທດ.​ຂື້ນຮອດ10ເທົ່າໂຕ.​ 2.ພວກສັນດານຂາຍຂອງປອມ(ເອົາຮູບຂອງແທ້ມາໂພດຂາຍ ບາດເຄື່ອງມາຂອງປອມ)​ 3.ພວກເປລດເອົາຂອງມື2ມາຂາຍຍ້ອມແມວໃຫ້ພະຍາດມັນແພ່ເພີ່ມ 4.ມາໃຫມ່ອີກພວກຊຸມຜີເດນນະລົກ ມີສອດໃສ່ອີກ ຄົນເຂົາຢ້ານຕາຍ.​ ກັບລະ 200,​000ແພງກ່ອນຊີ້ນກ່ອນເຂົ້າ ແພງປານຄຳເຂົາກະຊື້ເພາະບໍ່ຢາກຕິດໂລກ ໂອ້ຍຍຍ ເນາະ ນີ້ລະຈັ່ງ, ຈັ່ງບໍ່ຄິດສິຂາຍແຕ່ທຳອິດ ທີ່ມີແຕ່ຜູ້ສະເໝີມາ ຢ້ານຖືກຈົກຕາ ຢ້ານຖືກຕົ້ມກັນແນວນີ້ລະ.​ເຫັນເຂົາໂພດເງິນໂຊຂາຍດີ ແຕ່ບໍ່ແລ້ວສະເໝີໄປ ແລ້ວແຕ່ບຸນໃຜລາວ *ຂໍເວົ້າຄຳຫຍາບ.​ເກີນອົດ” ນີ້ກໍຖືໄດ້ວ່າເປັນອີກໜື່ງກໍລະນີໃນການຊື່ເຄື່ອງຜ່ານອອນລາຍ ທີ່ເປັນອຸທາຫອນໃຫ້ກັບສັງຄົມເຮົາບໍ່ຫຼາຍກໍໜ້ອຍໃນຊ່ວງວິກິດແບບນີ້  ນີ້ແລະທີ່ເຂົາເອີ້ນກັນວ່າ “ນໍ້າຂຶ້ນໃຫ້ຮີບຕັກ”ນີ້ອາດຈະເປັນອີກໜື່ງກົນລະຍຸດຂອງແມ່ຄ້າອອນລາຍບາງຄົນທີ່ສວຍໂອກາດໃນການຂາຍເຄື່ອງ… ຂວັນໃຈຂໍໃຫ້ທຸກຄົນມີສະຕິນໍາກັນຕື່ມອີກເດີ້ ໃນການສັ່ງຊື້ເຄື່ອງອື່ນໆຈາກອອນລາຍໂດຍສະເພາະແມ່ນ …

Read More »

ແລັມໂບ້ ແລະ ແອັດດີ້ 2 ໝຸ່ມສຸດຫລໍ່ ຜູ້ທີ່ຄວ້າຕໍາແໜ່ງຈາກເວທີ Mister Power Man Laos 2020…

ໃນປັດຈຸບັນບ້ານເຮົາກໍໄດ້ມີການຈັດປະກວດຫຼາກຫຼາຍເວທີຂຶ້ນມາບໍ່ວ່າຈະເປັນເວທີການປະກວດ ນັກຮ້ອງ, ນາງງາມ… ແລະ ຫຼ້າສຸດປະເທດລາວເຮົາ ກໍໄດ້ຈັດການປະກວດອີກໜື່ງໂຄງການນນັ້ນກໍຄືໂຄງການການປະກວດ  Mister Power Man Laos 2020 ເຊິ່ງເປັນອີກໜື່ງເວທີທີ່ເປີດໂອກາດໃຫ້ໄວໜຸ່ມຊາຍລາວທົ່ວປະເທດ  ໄດ້ສະແດງສັກກາຍະພາບ ຄວາມຮູ້-ຄວາມສາມາດຂອງຕົນເອງໃຫ້ທຸກຄົນໄດ້ຮັບຮູ້ວ່າ ໄວໜຸ່ມຊາຍລາວເຮົາກໍມີຄວາມສາມາດບໍ່ແພ້ຊາດໃດໃນໂລກ ແລະ ໃນການປະກວດໂຄງການນນີ້ເພິ່ນຈະຕັດສິນເອົາ 2 ຕໍາແໜ່ງຫຼັກເພື່ອເປັນຕົວແທນລາວ ໄປປະກວດຢູ່ເວທີລະດັບສາກົນນັ້ນກໍຄື MisterWorkingManInternationalLaos2020 ແລະ MisterAseanInternationalLaos2020   …  ເຊິ່ງໃນຄໍ່າຄືນຂອງວັນທີ 14 ມີນາ 2020 ທີ່ຜ່ານ ການປະກວດຂອງເວທີ Mister Power Man Laos 2020 ກໍໄດ້ຈັດປະກວດຮອບຕັດສິນຂຶ້ນຈາກໜຸ່ມທີ່ຜ່ານເຂົ້າຮອບ 30 ຄົນສຸດທ້າຍ ແລະ ຄົນທີ່ຄວ້າຕໍາແຫນ່ງ ໂຄງການ Mister Power Man Laos 2020 ນັ້ນກໍຄືໝາຍເລກ PM03 ໜຸ່ມແລັມໂບ້ ຕົວແທນຈາກແຂວງ ວຽງຈັນ ຄວ້າຕໍາແໜ່ງ  MisterAseanInternationalLaos2020 ແລະ ໝາຍເລກPM15 ໜຸ່ມແອັດດີ້ ຕົວແທນ …

Read More »