Breaking News

ຂ່າວບັນເທີງໃນປະເທດ

ຊົມເຊີຍ! “ອາລີຢາ ສີຣິໂສພາ” Miss Queen Laos 2020 ມອບສິ່ງຂອງຈຳເປັນທີ່ຕ້ອງໃຊ້ ໃນການຊ່ວຍເຫລືອຊ່ວງວິກິດ Covid-19

ໃນສະຖານະການບ້ານເມືອງ ແລະ ທົ່ວໂລກກຳລັງປະເຊີນກັບວິກິດພະຍາດລະບາດໂຄວິດ-19  ໂດຍສະເພາະ ສປປ ລາວເຮົາໃນປັດຈຸບັນມີຈໍານວນຜູ້ຕິດເຊື້ອ 19 ຄົນ ແລະ ຮັກສາດີແລ້ວ 2 ຄົນ ປັດຈຸບັນຍອດຜູ້ຕິດເຊື້ອຢູ່ທີ 17 ຄົນ  ແລະ ໃນສະພາບການບ້ານເມືອງວິກິດແບບນີ້ ຫຼາຍພາກສ່ວນກໍໄດ້ໃຫ້ການຊ່ວຍເຫຼືອ ຫຼ້າສຸດ  ຕຸບີ່ ອາລີຢາ ສີຣິໂສພາ ຫຼື (ລີຍາ)  Miss Queen Laos 2020 ນາງງາມສາວປະເພດສອງລາວ ເປັນຕົວແທນຕາງຫນ້າ MissinternationalQueenlaos ເພື່ອມອບສິ່ງຂອງຈຳເປັນທີ່ຕ້ອງໃຊ້ ໃນການຊ່ວຍເຫລືອຊ່ວງວິກິດ Covid-19❤️ ?? ຮຽນປະທານໂຄງການ Laosuper model ທ່ານນາງ Vannaly Onsavath ?? ແລະ ຜູ້ຈັດການ Laosuper model ເອື້ອຍ Dony Avita ❤️ ເປັນຕົວແທນຕາງຫນ້າ ເພື່ອມອບສິ່ງຂອງຈຳເປັນທີ່ຕ້ອງໃຊ້ …

Read More »

ຊົມເຊີຍ! “ໝໍແນ່ງ” ສົມທົບທຶນຊ່ວຍເຫຼືອ ໄຟໄໝ້ປ່າທີ່ແຂວງຫລວງນໍ້າທາ…

“ຈັນດາລີ ສິດພະໄຊ” ຫຼືທີ່ທຸກຄົນຮູ້ກັນດີໃນນາມ “ໝໍແນ່ງ”  ບໍ່ວ່າບ້ານເຮົາຈະປະເຊີນກັບວິກິດໃດເພິ່ນກໍເປັນອີກໜື່ງຄົນທີ່ເຂົ້າມາຊ່ວຍເຫຼືອສັງຄົມເຮົາຕະຫຼອດມາບໍ່ວ່າຈະເປັນວິກິດການນໍ້າຖ້ວມພາກໃຕ້ທີ່ມາ ແລະ ສະພາວະພະຍາດລະບາດໂຄວິດແຜ່ລະບາດໝໍແນ່ງຄົນນີ້ກໍໄດ້ໃຫ້ການຊ່ວຍເຫຼືອຫຼາຍພາກສ່ວນບໍ່ວ່າຈະເປັນແພດໝໍ, ໜ່ວຍງານກູ້ໄພ… ເມື່ອບໍ່ດົນມານີ້ ໜໍແນ່ງຄົນເກັ່ງເຮົາ ກໍໄດ້ສົມທົບທຶນຊ່ວຍເຫຼືອ ໄຟໄໝ້ປ່າຢູ່ທີ່ແຂວງຫຼວງນໍ້າທາ ທາງພາກເໜືອຂອງປະເທດລາວເຮົາທີ່ໄດ້ຮັບຜົນເສຍບໍ່ໜ້ອຍ!!! ຂວັນໃຈຂໍຊົມເຊີຍ ໝໍແນ່ງ ທີ່ຄອຍຊ່ວຍເຫຼືອສັງຄົມລາວເຮົາຕະຫຼອດມາບໍ່ວ່າຈະພົບກັບວິກິດໃດກໍຕາມ ສົມກັບເປັນນາງຟ້າຂອງເມືອງລາວອີຫຼີ! ຂອບໃຈຂໍ້ມູນຈາກ: Chandaly Ningnang Sitpraxay  

Read More »

ເພາະຮັກໃນອາຊີບນີ້ຫຼາຍ!!! ສໍລະຍຸດ ຜູ້ປະກາດຂ່າວຊື່ດັງ ຈາກລາຍການດັງ (ປະເທດໄທ) ເຖິງຈະຕິດຄຸກກໍຍັງບໍ່ຖີ້ມອາຊີບທີ່ຮັກ “ອ່ານຂ່າວ ແລະ ຮ້ອງເພງເປັນກໍາລັງໃຈໃຫ້ຄົນຢູ່ທາງນອກສູ້ກັບ Covid-19”

ຖ້າເວົ້າເຖິງຜູ້ປະກາດຂ່າວຊື່ດັງຂອງ ປະເທດໄທ ເຊື່ອວ່າໜ້ອຍຄົນທີ່ຈະບໍ່ຮູ້ຈັກຜູ້ປະກາດຂ່າວຄົນນີ້ ສໍ​ລະ​ຍຸດ ນັກ​ຈັດ​ລາຍ​ການ​ຊື່​ດັງ ຈາກລາຍການດັງ “ເລື່ອງເລົ່າເຊົ້ານີ້” ແຕ່​ເມື່ອບໍ່ດົນມານີ້ ສໍລະຍຸດ ໄດ້ຖືກຕັດສິນຈໍາຄຸກໃນຄະດີ ​ຍັກ​ຍອກ​ເງິນ​ຄ່າ​ໂຄ​ສະ​ນາ​ເກີນ​ເວ​ລາ​ໃນ​ລາຍ​ການ ຫຼາຍກວ່າ 138 ລ້ານ​ບາດ. ໂດຍສານໄດ້ຕັດ​ສິນ​ໃຫ້​ຈຳ​ຄຸກເປັນເວລາ 6 ປີ 24 ເດືອນ ປັດຈຸບັນ ສໍລະຍຸດກໍໄດ້​ໃຊ້​ຊີ​ວິດ​ໃນ​ເຮືອນ​ຈຳ (ບ່ອນຄຸມຂັງນັກໂທດ) ແຕ່​ຫຼ້າ​ສຸດ ສໍ​ລະ​ຍຸດ ​ໄດ້​ປາ​ກົດ​ອອກມາອີກ​ຄັ້ງ​ໃນ​ຖາ​ນະ “ນັກ​ເລົ່າ​ຂ່າວ​ໃນ​ເຮືອນ​ຈຳ” ໂດຍ ໄດ້​ຮັບ​ການ​ເປີດ​ເຜີຍ​ຈາກ ອະທິບໍດີກົມຣາຊທັນ ພໄນຕໍາຫຼວດເອກ ດຣ. ນະຣັຊ ເສວະນັນ ໂດຍທ່ານໄດ້​ໃຫ້​ສຳ​ພາດ​ຜ່ານ​ລາຍ​ການ “ເລື່ອງ​ເລົ່າ​ເຊົ້າ​ນີ້” ວ່າ ຕອນ​ນີ້​ໜ້າ​ທີ່ຫຼັກໆ ຂອງ ສໍລະສໍ​ລະ​ຍຸດ ລະ​ຫວ່າງ​ຢູ່​ເຮືອນ​ຈຳ​ກໍ​ຄື​ການ​ຈັດ​ລາຍ​ການ “​ເລື່ອງ​ເລົ່າ​ຊາວ​ເຮືອນ​ຈຳ​” ​ເພື່ອ​ໃຫ້​ຄວາມ​ຮູ້​ແກ່​ຜູ້​ຕ້ອງ​ຫາ​ໃນ​ເຮືອນ​ຈຳ. ເຊິ່ງຫຼາຍຄົນທີ່ໄດ້ເຫັນ​ລີ​ລາ ແລະ ນ້ຳ​ສຽງ​ຂອງການອ່ານຂ່າວຂອງ ສໍ​ລະ​ຍຸດ ແລ້ວຕ້ອງບອກວ່າ Style ການ​ເວົ້າ, ລີ​ລາ​ແບບ​ເກົ່າ ແຕ່​ສະ​ພາບ​ຮ່າງ​ກາຍ​ແຕກ​ຕ່າງ​ຈາກ​ເກົໍ່​ຳຫຼາຍ​ຄື ຜົມ​ຂ່າວ …

Read More »

“ເມ ເນລະນິດ” ເຜີຍປະສົບການປະກວດເວທີ Miss World 2019 ທີ່ກຸງລອນດອນ… “ພາສາອັງກິດສໍາຄັນຫຼາຍ ເຖິງຈະບໍ່ເກັ່ງແຕ່ຂໍໃຫ້ສື່ສານເຂົ້າໃຈ ເພາະມັນຊ່ວຍໃຫ້ເອົາໂຕລອດໃນແຕ່ລະມື້ໄດ້”

ເມ ເນລະມິດ Miss World Laos 2019  ເປັນນາງງາມອີກໜື່ງຄົນຂອງລາວ ທີ່ທັງງາມ ທັງເກ່ັ່ງ ແລະ ມີຄວາມສາມາດທີ່ຫຼາກຫຼາຍ ພ້ອມນັ້ນກໍຍັງມີຄວາມນ່າຮັກ ສົດໃສ!  ດັ່ງທີ່ເຮົາຮູ້ກັນແລ້ວວ່າຜ່ານມາທ້າຍປີ 2019  ສາວ ເມ ກໍໄດ້ເປັນຕົວແທນນາງງາມລາວໄປປະກວດ Miss World 2019 ຢູ່ທີ່ກຸງລອນດອນ ປະເທດອັງກິດ ມື້ນີ້ຂວັນຈະພາແຟນໆໄປເບິ່ງວ່າສາວ ເມ ເພິ່ນໄດ້ຜ່ານຫຍັງມາແດ່ກວ່າຈະໄປຮອດຈຸດນັ້ນ ເຮົາໄປເບິ່ງນໍາກັນເລີຍ… ] ຈາກເດັກນ້ອຍບ້ານນອກກັບການເດີນທາງຄົນດຽວໄປປະກວດ ຢູ່ກຸງລອນດອນ, ມັນເປັນເລື່ອງທີ່ທ້າທາຍຫຼາຍ ແລະ ເປັນຄັ້ງທໍາອິດໃນຊີວິດ ທີ່ຕ້ອງເດີນທາງໃຊ້ເວລາຢູ່ເທິງຍົນ 13ຊົ່ວໂມງ ເພາະ ເມ ບໍ່ເຄີຍເດີນທາງໄກປານນີ້ຈັກເທື່ອ, ພໍແຕ່ຍົນແຕະຮອດພື້ນສະໜາມບິນ ຮີດໂທຣ ລອນດອນ ເບິ່ງໄປອ້ອມຮອບບໍ່ຄຸ້ນໜ້າໃຜເລີຍຄືກັບວ່າຫຼຸດເຂົ້າໄປໃນໜັງຕ່າງປະເທດ, ສັງເກດປ້າຍໄປເລື້ອຍໆຈົນເຫັນເຈົ້າໜ້າທີ່ຜູ້ໜຶ່ງຢືນຈັບເຈ້ຍທີ່ມີຊື່ເມຢູ່ ຄວາມຮູ້ສຶກຕອນນັ້ນຄືໂລ່ງໃຈແຮງ ເພິ່ນບອກວ່າ ການບິນໄທ ທີ່ເປັນສະປອນເຊີ້ ໂທລະເລກມາໃຫ້ຖ້າຮັບ ແລ້ວພາໄປເອົາກະເປົາທີ່ເດີນທາງມາພ້ອມກັບເມ 6 ຫີບໃຫຍ່, ອອກມາແລ້ວກໍເຫັນທີມງານກອງປະກວດ …

Read More »

ຊົມເຊີຍ!! ໜຸ່ມ ບູຣາຕິໂນ້ ເຈົ້າຂອງເພງດັງ “ເຊົາຫຼາຍໃຈໄດ້ບໍ່”ຊ່ວຍສະໜັບສະໜູນອຸປະກອນການແພດ ໃຫ້ໂຮງໝໍ 150 ຕຽງເພື່ອຕ້ານໂຄວິດ-19…

ສະພາບການບ້ານເມືອງເຮົາໃນປັດຈຸບັນຖືວ່າກຳລັງຢູ່ໃນຊ່ວງພະຍາດບາດໂຄວິດ COVID_19 ແຜ່ລະບາດ ແລະ ຫຼ້າສຸດໃນ ສ ປປລາວເຮົາກໍມີຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນເປັນ 10 ຄົນແລ້ວ!  ເຖິງບ້ານເຮົາຈະຕົກຢູ່ໃນຊ່ວງວິກິດແບບນີ້ແຕ່ຄົນລາວເຮົາກໍບໍ່ໄດ້ລະເລີຍນໍ້າໃຈຕໍ່ກັນ ຍັງມີຫຼາຍຄົນ, ຫຼາຍພາກສ່ວນຮ່ວມແຮງຮ່ວມໃຈກັນສາມັກຄີກັນຊ່ວຍເຫຼືຶອສັງຄົມ… ເພື່ອຕໍ່ສູ້ກັບ COVID_19 ຂວັັນໃຈ ເຊື່ອວ່າແຟນໆຫຼາຍຄົນຍັງຈື່ຈໍາ ແລະ ຄິດຮອດ ນັກຮ້ອງດັງລາວຄົນນີ້ ສໍາຫຼັບ ໜຸ່ມ “ບູຣາຕິໂນ້ ວົງປະກາຍ” ເພາະໜຸ່ມຄົນນີ້ໄດ້ຝາກຜົນງານຄຸນະພາບໄວ້ຢ່າງຫຼາກຫຼາຍ ໂດຍສະເພາະແມ່ນຜົນງານສຽງເພງທີ່ຫຼາຍໆຄົນອາດຈະຄຸ້ນຫູກັນມາກ່ອນນັ້ນກໍຄືເພງ: “ເຊົາຫຼາຍໃຈໄດ້ບໍ່” ແລະ ເພງ “ຂາດເຈົ້າຂາດໃຈ” ຖືໄດ້ວ່າເປັນຜົງານເພງຮິດທີ່ໄດ້ຮັບກະແສຕອບຮັບຢ່າງລົ້ນຫຼາມຈາກແຟນເພງ… ຫຼ້າສຸດເມື່ອບໍ່ດົນມານີ້ມານີ້ໜຸ່ມ “ບູຣາຕິໂນ້” ກໍໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ: “ມື້ນີ້ໄດ້ມອບອຸປະກອນການແພດ ເປັນກ່ອງອະຄຣີລິກປ້ອງກັນການແພ່ກະຈາຍເຊື້ອລະຫວ່າງຄົນເຈັບກັບຫມໍ ໃຫ້ທ່ານຫມໍໄວ້ກວດຫາເຊື້ອພະຍາດໂຄວິດ-19 ຈຳນວນ 4 ກ່ອງ ມູນຄ່າ 2,800,000 ກີບ ໃຫ້ແກ່ທີມແພດຫມໍ ໂຮງຫມໍ 150 ຕຽງ… ກ່ອງອະຄຣີລິກເປັນກ່ອງທີ່ສາມາດປ້ອງກັນການແຜ່ກະຈາຍເຊື້ອລະຫວ່າງຄົນເຈັບ ແລະ ທ່ານໝໍໄດ້ທັງເປັນປະໂຫຍດຢ່າງຫຼວງຫຼາຍໃນວິກິດການແບບນີ້ ຂວັນໃຈຂໍຊົມເຊີຍ ໜຸ່ມ ບູຣາຕິໂນ້ ທີ່ໃນຍາມບ້ານວິກິດແບບນີ້ຍັງມີນໍ້າໃຈເປັນສ່ວນໜື່ງໃນການຊ່ວຍເຫຼືອສັງຄົມແບບນີ້ …

Read More »