Breaking News

ຂ່າວບັນເທີງໃນປະເທດ

ບໍ່ເລີ໋ດໃຫ້ຮູ້ໄປ!! ໂຢໂຢ້ Miss Tourism Queen Laos 2018 ກັບການຖ່າຍແບບສຸດ Vintage ກາງຕະຫຼາດສົດ… “ເພາະທຸກສະຖານທີ່ຄື Runway”

ໂຢໂຢ້ ວານິພອນ ພູມີໄຊ Miss Tourism Queen Laos 2018 ແລະ Miss Vientiane 2017  ເຊິ່ງສາວ  ໂຢໂຢ້  ເປັນອີກໜື່ງຄົນວົງການບັນເທິງລາວທີ່ມີທັງໜ້າຕາ ແລະ ຄວາມສາມາດທີ່ຫຼາກຫຼາຍ ເຊິ່ງ ໂຢໂຢ້  ມີຜົນງານການເດີນແບບ-ຖ່າຍແຟຊັ່ນມາຫຼາກຫຼາຍຈົນນັບຜົນງານບໍ່ຖ້ວນ… ແຕ່ໄລຍະຫຼັງໆມາສາວຄົນນີ້ກໍບໍ່ຄ່ອຍໄດ້ປ່ອຍຜົນງານໃໝ່ໆ ອອກມາໃຫ້ແຟນໆໄດ້ເຫັນພໍປານໃດ ແຕ່ຖ້າໃຜທີ່ຕິດຕາມສາວຄົນນີ້ ກໍຈະເຫັນໂພສກ່ຽວກັບການໃຊ້ຊີວິດຂອງນາງຢູ່ເປັນຈໍາ!!!  ແຕ່ຫຼ້າສຸດ ໂຢໂຢ້ ກໍໄດ້ກັບມາທວງບັນລັງອີກຄັ້ງ ກັບການຖ່າຍແບບໃຫ້ວາລະສານ Fashion ຄື Trendy magazine ເຊິ່ງວ່າການກັບມາຄັ້ງນີ້ຂອງ ໂຢໂຢ້  ກໍບໍ່ໄດ້ເຮັດໃຫ້ແຟນໆຜິດຫວັງຢ່າງແນ່ນອນ!  ເຊິ່ງມື້ນີ້ຂວັນໃຈ ກໍຈະພາແຟນໆໄປສ່ອງນໍາກັນເບິ່ງວ່າການຖ່າຍແບບຄັ້ງນີ້ຂອງ ສາວໂຢໂຢ້ ຈະເລີດຫລູດູແພງພຽງໃດ ໄປເບິ່ງນໍາກັນເລີຍ… ຖືໄດ້ວ່າຜົນງານການຖ່າຍແບບຂອງສາວ  ໂຢໂຢ້  ໃນຄັ້ງນີ້ບໍ່ທໍາມະດາອີຫຼີ! ປ່ຽນຈາກການຕະຫຼາດທໍາມະດາໃຫ້ເປັນ Location ແບບ Catwalk ໄດ້ ໂດຍບໍ່ມີໃຜຍາດຊີນ ແລະ …

Read More »

ເຫັນແລ້ວລະລາຍ! ໜຸ່ມນັກບິນສຸດຫລໍ່ ສາຍການບິນໄທ… ເຫັນແບບນີ້ແລ້ວຢາກໄດ້ມາເປັນແຟນເດເນາະ!!!

ນະທີ່ນີ້ບໍ່ມີຫຍັງຮ້ອນໄປກວ່າ ໝຸ່ມສະຈວດສຸດຫຼໍ່ຄົນນີ້ແລ້ວ… ເຫັນພາບໃດກໍລະລາຍໃຈໄປໝົດ ຫັ້ນແນ່ ອາດຈະບໍ່ເຊື່ອແມ່ນບໍ!! ດຽວແອັດຈະພາໄປສ່ອງເບິ່ງນໍາກັນວ່າໜຸ່ມຄົນນີ້ທີ່ຫຼໍ່ລະລາຍແທ້ປານໃດ ເຮົາໄປເບິ່ງນໍາກັນເລີຍ… ເປັນແນວໃດລະລາຍໄປນໍາກັນບໍ! ເຫັນແລ້ວກໍຢາກໄດ້ໜຸ່ມນັກບິນມາຢູ່ຂ້າງກາຍ ແລະໃຈຈັກຄົນເດເນາະ!!! IG:most1795  

Read More »

ຄວາມໃນໃຈ! ຜູ້ຕິດເຊື້ອກໍລະນີທີ 1  (ຂອບໃຈສຳລັບທຸກໆກຳລັງໃຈຈາກທຸກຄົນທີ່ເຮັດໃຫ້ຕົນເອງຕໍ່ສູ້ກັບພະຍາດດັ່ງກ່າວຈົນຜ່ານມາໄດ້ຮອດມື້ນີ້ ແລະ ສືບຕໍ່ປະຕິບັດຕາມຄຳແນະນຳຂອງແພດຫມໍຢູ່ບ້ານຢ່າງເຄັ່ງຄັດ)

ຊ່າງ ວິລະເດດ ໜື່ງໃນຜູ້ເຊື້ອໂຄວິດ-19 ຢູ່ໃນ ສປປ ລາວ ກໍລະນີທີ 1 ທີ່ໄດ້ຮັບການເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບເລີ່ມແຕ່ວັນທີ 24 ມີນາ 2020 ຈົນມາຮອດວັນທີ 25 ເມສາ 2020 ຜູ້ກ່ຽວໄດ້ຮັກສາຕົວເປັນເວລາດົນກວ່າ 34 ມື້  ຫຼ້າສຸດ ຊ່າງ ວິລະເດດ ກໍໄດ້ປິ່ນປົວ ແລະ ເອົາຊະນະຈາກໂລກພະຍາດດັ່ງກ່າວຈົນຫາຍດີ! ວັນທີ 25 ເມສາ 2020 ທີ່ຜ່ານມາ ຊ່າງ ວິລະເດດ ກໍໄດ້ອອກຈາກໂຮງໝໍ ແລະ ໄດ້ໂພສຄວາມໃນໃຈຂອງຕົນເອງຜ່ານເຟສບຸກສ່ວນຕົວວ່າ… “34 ມື້ທີ່ຢູ່ໂຮງຫມໍ, 34 ມື້ທີ່ຮູ້ສຶກວ່າ ດົນ ແລະ ຍາວນານທີ່ສຸດໃນຊີວິດທີ່ໄດ້ຮັກສາຕົວເອງໃນໂຮງຫມໍ. ມາຮອດມື້ນີ້, ມື້ທີ່ຊ່າງເອງລໍຄອຍ ແລະ ພາວະນາຢູ່ທຸກມື້, ກາໄດ້ກາຍມາເປັນຄວາມຈິງ, ຊ່າງໄດ້ຮັກສາຫາຍດີຈາກCovid 19 ແລ້ວ 100% ແລະ …

Read More »

ຝາກອີກ 1 ບົດເພງຈາກ ທ່ານໝໍ ສົມໄຫວ ເພື່ອກຳລັງໃຈໃຫ້ທຸກໆພາກສ່ວນທີ່ກຳລັງຕໍ່ສູ້ກັບວິກິດ ໂຄວິດ19 (ແຮງໃຈຈາກໝໍ…)

ໃນສະຖານະການບ້ານເມືອງກຳລັງຕໍ່ສູ້ກັບວິກິດໂລກລະບາດພະຍາດໂຄວິດ-19 ແບບນີ້ ຫຼາຍພາກກໍໄດ້ໃຫ້ການຊ່ວຍເຫຼືອ ແລະ ສົ່ງກຳລັງໃຈໃຫ້ທັງຜູ້ຕິດເຊື້ອ ແລະ ພາກສ່ວນທີ່ກຳລັງປະຕິບັດໜ້າທີ່ຂອງຕົນເອງໃນຊ່ວງວິກິດນີ້ໂດຍສະເພາະແມ່ນແພດໝໍຂອງພວກເຮົາທີ່ກຳລັງປະຕິບັດໜ້າຕົນເອງເກືອບຕະຫຼອດ 24 ຊົ່ວໂມງ… ເຊິ່ງຕອນນີ້ຫຼາຍຄົນບໍ່ວ່າຈະເປັນສິນລະປິນ, ນັກຮ້ອງ ແລະ ພາກສ່ວນອື່ນ…ກໍໄດ້ແຕ່ງເພງຂຶ້ນມາຂັບຮ້ອງຜ່ານສຽງເພງເພື່ອໃຫ້ກຳລັງໃຈທຸກພາກສ່ວນຢ່າງຫຼວງຫຼາຍ ຫຼ້າສຸດກໍມີທ່່ານໝໍຄົນໜື່ງຊື່  ທ່ານໝໍ ສົມໄຫວ ໄດ້ຝາກອີກ 1 ບົດເພງ “ແຮງໃຈຈາກໝໍ” ເພື່ອເປັນກຳລັງໃຈໃຫ້ທຸກໆພາກສ່ວນທີ່ກຳລັງຕໍ່ສູ້ກັບວິກິດ ໂຄວິດ19 ທີ່ກຳລັງລະບາດໃນຕອນນີ້… ເຮົາໄປຟັງນໍາກັນເລີຍ!!! ແຫລ່ງຂໍ້ມູນ: Somvai Singhaxaiyaseng  

Read More »

ເມຍ ແລະ ລູກ ໂພສໄວ້ອາໄລ “ກິດາວເພັດ ໜູຫ່ວງ” (ມື້ນີ້ເປັນມື້ສຸດທ້າຍແລ້ວທີ່ເຈົ້າກັບຂ້ອຍຈະໄດ້ຢູ່ຮ່ວມກັນຊາດນີ້ທັງຊາດຄົງເຫຼືອໄວ້ພຽງແຕ່ຄວາມຮັກແລະຄິດຮອດທີ່ສຸດແສນທໍ່ລະມານຕະຫລອດຊີວິດ…)

ເມື່ອວັນທີ 24 ເມສາ ທີ່ຜ່ານມາ ວົງການເພງລາວເຮົາໄດ້ສູນເສຍສິນລະປິນໃນຕໍານານ ຢ່າງ ກິດາວເພັດ ໜູຫ່ວງ  ຫົວໜ້າວົງດົນຕີໃຫຍ່ ໜຸ່ມໂກສິນ ທີ່ໄດ້ຈາກໄປດ້ວຍພະຍາດສ່ວນຕົວຂອງຜູ້ກ່ຽວເອງ  ໄດ້ສ້າງຄວາມສະເທືອນໃຈໃຫ້ຄົນທັງປະເທດ ບໍ່ວ່າຈະເປັນຫມູ່ເພື່ອນໃນວົງການ ແລະ ບັນດາແຟນຄລັບ ທີ່ສິນລະປິນໃນດວງໃຈໄດ້ເສຍໄປຢ່າງກະທັນຫັນແລະ  ແນ່ນອນວ່າຄົນທີ່ເສຍໃຈທີ່ສຸດນັ້ນກໍຄື ຄອບຄົວ ຂອງນັກຮ້ອງ ໜຸ່ມ ກິດາວເພັດ ໜູຫ່ວງ ນັ້ນເອງ ເຊິ່ງວັນທີ 27 ເມສາ 2020 ກໍເປັນມື້ສົ່ງສະການ.  ເມຍ ແລະ ລູກ ກໍໄດ້ໂພສໄວ້ອາໄລຜູ້ເປັນຜົວ ແລະ ພໍ່ ສຸດທີ່ຮັກເປັນຄັ້ງສຸດທ້າຍວ່າ: ມື້ນີ້ເປັນມື້ສຸດທ້າຍແລ້ວທີ່ເຈ້າກັບຂ້ອຍຈະໄດ້ຢູ່ຮ່ວມກັນຊາດນີ້ທັງຊາດຄົງເຫຼືອໄວ້ພຽງແຕ່ຄວາມຮັກແລະຄິດຮອດທີ່ສຸດແສນທໍ່ລະມານຕະຫລອດຊີວິດຂອງຂ້ອຍແລະລູກທັງ4ນັບຈາກນີ້ໄປຂ້ອຍຕ້ອງໃຊ້ຊີວິດທີ່ໂດດດຽວແລະມຶດມົນປານຄົນຕາຍທັງເປັນບົນເສັ້ນທາງທີ່ບໍ່ມີເຈົ້າລັບໃຫ້ສະບາຍເດີ້ສຸດທີ່ຮັກຂອງເມຍແລະລູກ ຂວັນໃຈ ຂໍສະແດງຄວາມເສຍໃຈນໍາຄອບຄົວທີ່ໄດ້ສູນເສຍບຸກຄົນອັນເປັນແສນຮັກທີ່ສຸດໃນຄັ້ງນີ້ ຂໍໃຫ້  ໜຸ່ມ ກິດາວເພັດ ໜູຫ່ວງ ຫຼັບໃຫ້ສະບາຍເດີ້ ແຫລ່ງຂໍ້ມູນ: Khamphoud Nouhouang

Read More »