Breaking News

ຂ່າວບັນເທີງໃນປະເທດ

ທໍາຄວາມຮູ້ຈັກກັບ!! ບ໊ອບບີ່ ສີລະປິນໜ້າຫວານ ດາວດວງໃໝ່ໃນວົງການບັນເທີງລາວ…

ໃຜມັກກິນເດັກ ເອີ່ຍ!! ໃຜມັກລ້ຽງເດັກ ເອີ່ຍ!!! ໃຜມັກເດັກຂໍສຽງແນ່ 555 ເລີ່ມຕົ້ນຕອນເຊົ້າດ້ວຍຄວາມສົດໃສ ເພາະມື້ນີ້ຈະພາມາທໍາຄວາມຮູ້ຈັກກັບໜຸ່ມໜ້າຫວານ ຈາກໂຄສະນາເຄື່ອງດືມຍີ່ຫໍ້ໜຶ່ງທີ່ໃຜເຫັຮແລ້ວຕ້ອງຕົກຂຸມຮັກແບບຂຶ້ນບໍ່ໄດ້… ໂດຍໜຸ່ມຄົນນີ້ມີຊື່ວ່າ ບ໊ອບບີ່ ອານັນດາ ພະກອນຄໍາ ໜຸ່ມໄວ 16 ປີ ຜູ້ມີໃຈມັກຮັກໃນຄວາມເປັນສີລະປິນ ເຊິ່ງປັດຈຸບັນສັງກັດຢູ່ຄ້າຍ A-List Agency. ໂດຍ ບ໊ອບບີ່ ເລີ່ມເຂົ້າວົງການມາດ້ວຍການປະກວດຮ້ອງເພງ-ເຕັ້ນ ໄດ້ຮັບລາງວັນກາລັນຕີຄວາມສາມາດຈາກຫຼາຍເວທີ ແລະ ເລີ່ມມີຜົນງານໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນແມ່ນຈາກຜົນງານ ການຖ່າຍໂຄສະນາໃຫ້ກັບເຄື່ອງດື່ມຍີ່ຫໍ່ດັງຊະນິດໜຶ່ງ!!! ຈົນເຮັດໃຫ້ສາວນ້ອຍ-ໃຫຍ່ ສາວແທ້-ສາວທຽມ ຕ່າງຖາມເປັນສຽງດຽວກັນວ່າ ໜຸ່ມນ້ອຍຄົນນີ້ແມ່ນໃຜ??? ນອກຈາກຈະເຮັດວຽກໃນວົງການບັນເທີງແລ້ວ ເນື່ອງຈາກ ບ໊ອບບີ່ ຫາກໍ 16 ປີ ການຮຽນກໍຍັງບໍ່ທັນຈົບຂັ້ນມັດທະຍົມເທື່ອ ແຕ່ກໍບໍ່ໄດ້ປະການຮຽນ ແຖມຍັງເຮັດໄດ້ດີທັງສອງບົດບາດ… ຊົມເຊີຍໃນຄວາມສາມາດເດີ້!!! ຮູບພາບຈາກ: Ananda’s Svk

Read More »

ສາບານວ່າຖຽງນາ!! ເທີ ຢູ່ນາ ເຈົ້າພໍ່ຜູ້ໄທ Net Idol ຊື່ດັງໂພສຮູບພາບ Studio ຫຼັໃໝ່ ສະຫຼອງໄດ້ຮັບໂຫຼ່ຈາກ YouTube ຄົບຮອບ 5 ປີ…

ເປັນຕົວຢ່າງທີ່ຄວນເອົາເປັນແບບຢ່າງຫຼາຍ ສໍາລັບ Net Idol ຊື່ດັງ ເຈົ້າຂອງ ເພຈ Una Studio ຄື ເທີ ຢູນ່າ ເຈົ້າພໍ່ຜູ້ໄທ ທີ່ເລີ່ມເຂົ້າສູ່ວົງການດ້ວຍຄວາມມັກຮັກ ຈົນກ້າວມາເປັນ Net Idol ທີ່ມີຜູ້ຕິດຕາມຫຼາຍເຖິງ 4 ແສນກວ່າຄົນໃນປັດຈຸບັນ… ສໍາລັບເສັ້ນທາງການເຂົ້າສູ່ວົງການບັນເທີງນັ້ນ ເທີ ຢູນ່າ ໄດ້ປະສົບຄວາມສໍາເລັດຈາກການເປັນ You Tuber ເມື່ອ 5 ປີກ່ອນ ໂດຍໄດ້ຮັບໂຫຼ່ລາງວັນຈາກ You Tube ຫຼັງຈາກມີຜູ້ຕິດຕາມຄົບ 1 ລ້ານຄົນ!!! ຕໍ່ມາໜຸ່ມເທີ ກໍບໍ່ໄດ້ຢຸດພັດທະນາຕົວເອງຂຶ້ນເລື້ອຍໆ ນອກຈາກພັດທະນາຄວາມຮູ້ຄວາມສາມາດ ແລະ ຜົນງານແລ້ວ ຍັງໄດ້ເຮັດໜ້າທີ່ຊ່ວຍເຫຼືອສັງຄົມຢູ່ເປັນປະຈໍາ ຈົນຫຼ້າສຸດໜຸ່ມເທີ ກໍໄດ້ອອກມາໂພສເຖິງຄວາມສໍາເລັດອີກຂັ້ນ ຄືການເປີດ Studio ໃໝ່ກາງນາ ທີ່ມີຄວາມອາລັງການບໍ່ແມ່ນໜ້ອຍ… ບໍ່ແມ່ນແຕ່ໜຸ່ມເທີເອງທີ່ພູມໃຈກັບຄວາມສໍາເລັດນີ້ ແຕ່ທາງແຟນຄຣັບທີ່ຕິດຕາມມາຕະຫຼອດກໍພູມໃຈເຊັ່ນດຽວກັນ ເພາະນີ້ກໍຖືວ່າເປັນຄວາມສໍາເລັດຂອງຄົນລາວ …

Read More »

“ມະຍຸລີ ຊູຕັນນຸວົງ” ອອກມາສະແດງຄໍາຂອບໃຈ ຫຼັງໄດ້ຮັບແຕ່ງຕັ້ງເປັນ Miss Teen Laos 2020…

ເນື່ອງຈາກ ການລະບາດພະຍາດໂຄວິດ-19 ເຮັດໃຫ້ຫຼາຍໆຢ່າງມີການປ່ຽນແປງໄປ ບໍ່ສາມາດດໍາເນີນການໄດ້ເປັນປົກກະຕິ ລວມໄປເຖິງວົງການ ນາງງາມ ເອງກໍໄດ້ຮັບຜົນກະທົບ ຫຼາຍໆເວທີທັງລະດັບສາກົນ ແລະ ພາກພື້ນຕ້ອງຍຸຕິການປະກວດລົງ ແລ້ວລົງນາມກັນແຕ່ງຕັ້ງສາວງາມຂຶ້ນມາຮັບຕໍາແໜ່ງ ບາງເວທີກໍໃຫ້ຜູ້ເກົ່າຮັບຕໍາແໜ່ງໄປແບບ 2 ປີຊ້ອນກັນເລີຍ… ຫຼ້າສຸດ ເວທີນາງງາມລາວທີ່ຫາກໍຈັດຂຶ້ນເປັນປີທໍາອິດໃນປີກາຍຄື ເວທີ Miss Teen Laos ມີສທີນລາວ ກໍໄດ້ອອກມາແຈ້ງຢ່າງເປັນທາງການແລ້ວວ່າ ບໍ່ສາມາດຈັດການປະກວດໃນປີ 2020 ນີ້ໄດ້.  ດັ່ງນັ້ນ,  ເມື່ອວັນທີ8 ມິຖຸນາ ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈໍາກັດ ໃນນາມເຈົ້າຂອງລິຂະສິດ ແລະ ເປັນຜູ້ຈັດການປະກວດ Miss Teen Laos ໄດ້ແຕ່ງຕັ້ງ ຮອງອັນດັບ 1 Miss Teen Laos 2019 ນາງ ມະຍຸລີ ຊູຕັນນຸວົງ ຂຶ້ນຮັບຕຳແໜ່ງ ແລະ ປະຕິບັດໜ້າທີ່ເປັນ Miss Teen Laos …

Read More »

ນາງແບບຂ້າມເພດເຜີຍ!! ຄວາມປະທັບໃຈທີ່ສາມີ (ທອມ) ຍອມຖືພາລູກ… ຕອນນີ້ລູກໃນທ້ອງໄດ້ 8 ເດືອນແລ້ວ!!

ເປັນພາບທີ່ປະທັບໃຈຫຼາຍ ເຫັນແລ້ວເຮັດໃຫ້ຮູ້ສຶກໄດ້ເຖິງ ຄວາມສວຍງາມຂອງຄວາມຮັກ ກັບພາບທີ່ Danna Sultana ນາງແບບຂ້າມເພດຊາວ ໂຄລັມເບຍ ທີ່ກົ້ມລົງຈູມພິດທ້ອງຂອງສາມີ (ເປັນທອມ) ທີ່ກໍາລັງຖືພາໄດ້ 8 ເດືອນພ້ອມຂໍ້ຄວາມປະທັບໃຈ ທີ່ສາມີຍອມຖືພາລູກຊາຍຂອງທັງສອງ. ສໍາລັບ Danna Sultana ແມ່ນເກີດມາດ້ວຍສະພາບຮ່າງກາຍເພດຊາຍ ແຕ່ແລ້ວກໍໄດ້ປັບປ່ຽນໃຫ້ກາຍເປັນເພດຍິງໃນພາຍຫຼັງ ໄດ້ພົບຮັກກັບ Esteban Landrau Danna Sultana ຜູ້ທີ່ເກີດມາໃນຮ່າງກາຍເພດຍິງ ແລະ ໄດ້ປັບປ່ຽນເປັນເພດຊາຍ… ປັດຈຸບັນໄດ້ໃຊ້ຊີວິດຄູ່ຮ່ວມກັນ ພ້ອມທັງກໍາລັງຈະໃຫ້ກໍາເນີດລູກຊາຍທີ່ໜ້າຮັກໃນອີກບໍ່ຮອດເດືອນຕໍ່ໜ້ານີ້… ແລະ Esteban ຍັງບອກອີກວ່າ ມົດລູກເລີ່ມມີການຮັດຕົວຫຼາຍຂຶ້ນ ອາດຈະເຮັດໃຫ້ລູກຂອງພວກເຂົາເກີດກ່ອນກໍານົດທີ່ນັດໝໍໄວ້. ແຫຼ່ງຂ່າວຈາກສື່ທ້ອງຖິ່ນລາຍງານວ່າ ທັງສອງຄົນນັ້ນມີລູກນໍາກັນຕາມວິທີທໍາມະຊາດ ເພາະທັງ Danna ແລະ Esteban ຍັງຄົງມີອະໄວຍະວະເພດສະພາບເດີມຢູ່ ໂດຍກ່ອນໜ້ານີ້ທັງສອງໄດ້ປະກາດວ່າ ຖືພາໃນເດືອນ ກຸມພາທີ່ຜ່ານມາ ທ່າມກາງຄວາມຕື່ນເຕັ້ນ ແລະ ຮອຍຍິ້ມຫຼັງຮູ້ຜົນກວດ ທຸກຢ່າງມັນເປັນຄືຄວາມຝັນທີ່ເປັນຈິງ ແລະ ທັງສອງມີແຜນຈະຕັງຊື່ລູກຊາຍວ່າ Ariel…. ຈາກເລື່ອງລາວຂ້າງເທິງເຮັດຮູ້ວ່ານີ້ແຫຼະ ຄວາມຮັກ… ຄວາມຮັກ ມັນບໍ່ທໍາຮ້າຍໃຜ ມີແຕ່ຄົນທີ່ທໍາຮ້າຍກັນເອງ ຄວາມຮັກ ເປັນສິ່ງທີ່ສວຍງາມ ຄວາມຮັກ ເກີດຂຶ້ນໄດ້ກັບທຸກເພດທຸກໄວ… ທີ່ມາ: @dannasultana, dailymail, unilad

Read More »

ຄົນທີ່ໄວ້ໃຈສຸດທ້າຍຮ້າຍທີ່ສຸດ!! ຕົ້ນສັງກັດອອກມາຢືນຢັນ ພ້ອມກ່າວຂໍໂທດ ລີຊ່າ BLACKPINK ທີ່ປ່ອຍໃຫ້ເຫດການແບບນີ້ເກີດຂຶ້ນ…

ເປັນຂ່າວທີ່ໄດ້ຮັບຄວາມສົນໃຈຫຼາຍໃນວົງການບັນເທີງໄທໃນມື້ວານນີ້ ທຸກສໍານັກຂ່າວ ໄດ້ອັບເດດກ່ຽວກັບຂ່າວລື ນັກຮ້ອງສາວຊື່ດັງ Idol ຄືສາວ ລີຊ່າ ຫຼຶ ລີຊ່າ BLACKPINK ສາວໄທ 1 ດຽວໃນວົງ Girls Group ຊື່ດັງຂອງເກົາຫລີຄື BLACKPINK ວ່ານັກຮ້ອງສາວ ຖືກອະດີດຜູ້ຈັດການສໍ້ໂກງເງິນຄ່າຕົວຫຼາຍກວ່າ 1 ພັນລ້ານວອນ ຫຼືປະມານ 25,7 ລ້ານບາດ ໂດຍຫຼ້າສຸດທາງຕົ້ນສັງກັດ  YG Entertainment ກໍໄດ້ອອກມາຖະແຫຼງຂ່າວຢືນຢັນກ່ຽວກັບຂ່າວດັ່ງກ່າວແລ້ວ… ໂດຍມີລາຍລະອຽດວ່າ: “ຫຼັງຈາກທີ່ໄດ້ພິຈາລະນາເລື່ອງນີ້ແລ້ວ ພວກເຮົາຢືນຢັນວ່າ ລີຊ່າ ຖືກອະດີດຜູ້ຈັດການ Mr. A ສໍ້ໂກງເງິນແທ້ ໂດຍທາງ ລີຊ່າ ຫວັງວ່າຈະໄກ່ເກ່ຍບັນຫານີ້ໃຫ້ໄດ້ຮຽບຮ້ອຍໄວທີ່ສຸດ ເພາະເປັນຜູ້ຈັດການທີ່ນາງໄວ້ວາງໃຈມາໂດຍຕະຫຼອດ ເຊິ່ງທາງ Mr.A ກໍໄດ້ສົ່ງເງິນບາງສ່ວນ ແລະ ຕົກລົງທີ່ຈະວາງແຜນການສົ່ງເງິນສ່ວນທີ່ເຫຼືອ ເຊິ່ງຫຼ້າສຸດລາວກໍໄດ້ພົ້ນຈາກສະຖານະພາບການເປັນພະນັກງານແລ້ວ” “ພວກເຮົາຂໍອະໄພສໍາລັບເຫດການທີ່ເກີດຂຶ້ນກັບແຟນໆທີ່ຮັກໃນຕົວ ສິລະປິນ ພວກເຮົາເສຍໃຈທີ່ Mr. A ນໍາເອົາຄວາມເຊື່ອໃຈຂອງ …

Read More »