Breaking News

ຂ່າວບັນເທີງໃນປະເທດ

ສ່ອງພາບນາງສາວລາວ 2019 ທີ່ມາໃນຊຸດຊົນເຜົ່າ

ສ່ອງຄວາມງົດງາມຂອງ Miss LAOS ນາງສາວລາວ 2019 ທັງ 5 ຄົນ ທີ່ອອກມາແຕ່ງໜ້າເກົ້າຜົມຈັດເຕັມໃນຊຸດຊົນເຜົ່າໂດຍມີ ທັງ 5 ຊົນເຜົ່າ. ເລີ່ມຕົ້ນທີ່ນ້ອງ ວິນະດາ ພິສາລາດ (ນ້ອງ), ນາງສາວລາວ 2019 ສາວໜ້າຫວານຜິວສີແທນ ມາໃນຊຸດຊົນເຜົ່າກຶມມຸ ທີ່ງາມເປະ ພ້ອມຮອຍຍິ້ມອັນສົດໃສ. ຊົນເຜົ່າໄທແດງ ມີເຄົ້າກຳເນີດດຽວກັນກັບໄທດຳ ເຊິ່ງຈະມີການແຕ່ງກາຍກ້ຳກຶ່ງຄືກັນ, ຕ່າງແຕ່ວ່າ ຊົນເຜົ່າໄທແດງໂດຍທົ່ວໄປຈະແຕ່ງກາຍດ້ວຍເສື້ອສີຟ້າແກ່ ແລະປະດັບກາຍ ເຄື່ອງນຸ່ງຫົ່ມ, ຜ້າໂພກຫົວ, ລວມໄປເຖິງຜືນສິ້ນ ແມ່ນຈະທໍແຊກດ້ວຍສີແດງເລືອດນົກອັ່ນເປັນສີມຸງຄຸນແລະສະດຸດສາຍຕາ. ໂຈແອນ ໂພທິວັດ (ໂຈ), ຮອງອັນດັບໜຶ່ງນາງສາວລາວ 2019 ໃນຊຸດຊົນເຜົ່າເມີ້ຍ ຊົນເຜົ່າຜູ້ໄທ ເປັນຊົນເຜົ່າໜຶ່ງທີ່ມີເອກະລັກການດຳລົງຊີວິດນັ້ນກໍ່ຄື ການເຮັດໄຮ່ ເຮັດນາ ແລະ ເຮັດສວນເພື່ອປູກເຂົ້າ ພືດທາດແປ້ງ, ເຜືອກ,ມັນ ແລະ ອື່ນໆ, ແລະ ຍັງໄດ້ມີການລ້ຽງສັດ …

Read More »

ແຟນຄຣັບລຸ້ນ!! ພີເຈ ນຸຖາ ຫວນຄືນສູ່ວົງານອີກຄັ້ງ ຫຼັງຫ່າງຫາຍໄປດົນເປັນປີ…

ໃນວົງການ MC ພິທີກອນ ຄົງບໍ່ມີໃຜບໍ່ຮູ້ຈັກ PJ ນຸຖາ ພິທີກອນສາວງາມທີ່ຫຼາກຫຼາຍຄວາມສາມາດ ແລະ ຢູ່ຄູ່ວົງການບັນເທີງລາວມາດົນ!! ແຕ່ຊ່ວງ 2 ປີກ່ອນ ສາວນຸຖາ ໄດ້ອອກມາປະກາດວ່າ ຕົນໄດ້ຜັນຕົວເອງອອກຈາກວົງການບັນເທີງແລ້ວ ພ້ອມມາກັບກະແສດຣາມ່າທີ່ຄ້ອນຂ້າງເປັນກະແສ ເຊິ່ງເປັນທີ່ເວົ້າເຖິງຫຼາຍທີ່ສຸດໃນຊ່ວງນັ້ນ ພ້ອມທັງຫາຍໜ້າຫາຍຕາໄປຈາກວົງການໄປ… ແຕ່ເມື່ອບໍ່ດົນມານີ້ ນຸຖາ ກໍໄດ້ອອກມາເຄື່ອນໄຫວໃນເຟສບຸກອີກຄັ້ງ ຈົນແຟນຄຣັບຫຼາຍຄົນລຸ້ນວ່າ ພິທີກອນສາວຄົນນີ້ຈະຫວນຄືນມາສູ່ວົງການອີກຄັ້ງ ຫຼືບໍ່? ແນວໃດກໍລຸ້ນກັນຕໍ່ໄປເນາະ!!! ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Pj Nutha ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ແຟນຄຣັບແຫ່ເຊຍ!!! ຄຣິສຕີນ່າ ລາດສະສິມມາ ຮັບມຸງກຸດ Miss Universe Laos 2020 ຫຼັງໄປຮ່ວມງານຖະແຫຼງຂ່າວ Miss Universe Thailand 2020…

ເປັນນາງງາມ ສູ່ນາງແບບທີ່ມີຄວາມສາມາດ ແລະ ຢູ່ວົງການບັນເທິງມາແບບຍາວນານອີກຄົນໜຶ່ງສໍາລັບສາວຄົນນີ້ ຄຣິສຕີນ່າ ລາດສະສິມມາ ທີ່ເລີ່ມກ້າວເຂົ້າສູ່ວົງການໂດຍການເປັນ Miss Laos 2012 ແລະ ກໍໄດ້ຜັນຕົວເອງມາເປັນນາງແບບຢູ່ຄູ່ວົງການມາດົນນານ ແລະ ທັກສະໃນສາຂາອາຊີບກໍນັບມື້ນັບພັດທະນາຂຶ້ນ ຄືກັບຄວາມງາມຂອງນາງ ຢືນຢັນໄດ້ຈາກລາງວັນທີ່ໄດ້ຮັບຫຼາກຫຼາຍໃນປີ 2019 ທີ່ຜ່ານມາ!!! ຫຼ້າສຸດ ສາວຕີນ່າ ກໍໄດ້ເດີນທາງໄປຮ່ວມງານຖະແຫຼງ Miss Universe Thailand 2020 ທີ່ຈັດຂຶ້ນໃນວັນທີ 5 ສິງຫາ ທີ່ຜ່ານມາ ເຊິ່ງພາບເທິງເວທີຄືມີຄວາມໂດດເດັ່ນແຮງ ຈົນແຟນຄຣັບພາກັນເຊຍ ຢາກໃຫ້ ຕີນ່າ ຮັບມຸງກຸດ Miss Universe Laos 2020 ເພື່ອເຮັດໜ້າທີ່ຕົວແທນປະເທດລາວໄປປະກວດເທິງເວທີລະດັບສາກົນຄື Miss Universe ເຊິ່ງງານນີ້ ກໍເອົາໄວ້ໃຫ້ແຟນຄຣັບມາຕໍ່ນໍາກັນມ່ວນໆ…. ແຕ່ບໍ່ວ່າ Miss Universe Laos 2020 ຈະແມ່ນໃຜ ແຟນນາງງາມລາວຂອງພວກເຮົາກໍຍັງຈະສະໜັບໜູນເຊຍຄືເກົ່າເນາະ!!! …

Read More »

ສະແດງຄວາມຍິນດີນໍາ!!! ອ່ອນຄຳ ແກ້ວມະນີ ຖືກແຕ່ງຕັ້ງເປັນ Mister hot men universe Laos 2020 ເພື່ອກະກຽມໄປປະກວດຕໍ່ຢູ່ບາງກອກ…

ປັດຈຸບັນເວທີການປະກວດຄວາມງາມບໍ່ໄດ້ມີພຽງແຕ່ແມ່ຍິງເທົ່ານັ້ນ ເພາະຕອນນີ້ມີການປະກວດທຸກເພດທຸກໄວ ເວົ້າສະເພາະລາວເຮົາເອງກໍ່ເຊັ່ນດຽວກັນ ມີເວທີການປະກວດທີ່ຫຼາກຫຼາຍ ທັງຍິງ, ຊາຍ, ເພດທາງເລືອກ ແລະ ເດັກນ້ອຍ ໂດຍມີມາດຕະຖານຄັດເລືຶອກທີ່ແຕກຕ່າງກັນ. ແຕ່ສໍາລັບປີນີ້ ດັ່ງທີ່ທຸກທ່ານຮັບຮູ້ວ່າຍ້ອນສະພາບການລະບາດຂອງພະຍາດໂຄວິດ-19 ທີ່ເຮັດໃຫ້ຫຼາຍເວທີປະກວດໃນປີ 2020 ຕ້ອງໂຈະໄປກ່ອນ ແຕ່ໃນນີ້ກໍ່ມີຫຼາຍເວທີເຊັ່ນກັນທີ່ຄັດເລືອກເອົາບຸກຄົນໃດໜຶ່ງທີ່ມີຄຸນນະພາບພຽງພໍແຕ່ງຕັ້ງຂຶ້ນຮັບຕໍາແໜ່ງໂດຍອັດຕະໂນມັດ ດັ່ງກັບໜຸ່ມໜ້າໃສ ມາດເຂັ້ມ ອ່ອນຄໍາ ແກ້ວມະນີ ທີ່ຖືກແຕ່ງຕັ້ງເປັນ Mister hot men universe Laos 2020 ເພື່ອເປັນຕົວແທນຂອງລາວເຮົາໄປປະກວດຢູ່ບາງກອກປະເທດໄທ. ແນ່ນອນວ່າໜຸ່ມຄົນນີ້ຫາກໍ່ໄດ້ຮັບຕໍາແໜ່ງໄປເມື່ອວັນທີ 6 ກໍລະກົດທີ່ຜ່ານມາ, ເຊື່ອວ່າຫຼາຍຄົນຍັງບໍ່ທັນຮູ້ຈັກ, ດັ່ງນັ້ນ ມື້ນີ້ທີມງານບັນເທີງຂອງພວກເຮົາໄດ້ສອດສ່ອງພ້ອມນໍາຂໍ້ມູນສ່ວນຕົວເລັກນ້ອຍມາໃຫ້ທຸກທ່ານໄດ້ຮູ້ຈັກໜຸ່ມຄົນນີ້ນໍາກັນ.ທ້າວ ອ່ອນຄໍາ ແກ້ວມະນີ ຫຼື ລິນຕະ ອາຍຸ 26ປີ, ມີຖິ່ນຖານບ້ານເກີດຢູ່ແຂວງຫຼວງພະບາງ, ເຊິ່ງປັດຈຸບັນກໍາລັງສຶກສາຕໍ່ລະດັບປະລິນຍາຕີສາຂາການເງິນ-ການບັນຊີຢູ່ທີ່ວິທະຍາໄລການເງິນດົງຄໍາຊ້າງ. ຜ່ານມາໜຸ່ມຄົນນີ້ມີຜົນງານການຖ່າຍແບບຈໍານວນບໍ່ໜ້ອຍ ພ້ອມຖ່າຍລະຄອນເພງຈໍານວນໜຶ່ງ. ຕໍ່ກັບການກຽມຕົວເຂົ້າຮ່ວມປະກວດຢູ່ທີ່ບາງກອກ ໜຸ່ມລິນຕະໃຫ້ຮູ້ວ່າ: ຕ້ອງໄດ້ປັບຕົວເບິ່ງແຍງຕົວເອງຫລາຍກວ່າເກົ່າບໍ່ວ່າຈະເປັນເລື່ອງອອກກຳລັງກາຍ ຮຽນຮູ້ເພີ່ມເຕີມກຽວກັບວັດທະນະທຳລາວເພື່ອນໍາໄປໄປເຜີຍແຜ່ສູ່ສາກົນ ໃຫ້ເຂົາເຈົ້າໄດ້ຮັບຮູ້ວັດທະນະທຳລາວຫຼາຍຂຶ້ນ. ແຕ່ທັງນີ້ທັງນັ້ນ …

Read More »

ຄັ້ງທໍາອິດໃນປະເທດລາວ!! ກັບເວທີປະກວດນາງງາມທີ່ເປີດໂອກາດໃຫ້ສາວອວບໄດ້ໂຊຄວາມສາມາດ… “Miss Heavy Queen Laos”

ໂຄງການປະກວດສາວອວບອ້ວນ ເຮວີຄວີນລາວສາວອວບ 2020 ຖືເປັນອີກໜຶ່ງປະກົດການໃໝ່ໃນເວທີປະກວດນາງສາວງາມ ເປັນການເປີດໂອກາດໃຫ້ສາວອ້ວນ, ສາວຮູບຮ່າງໃຫຍ່ໄດ້ມາສະແດງສັກກະຍະພາບຄວາມຮູ້ຄວາມສາມາດ, ເສີມສ້າງຄວາມໝັ້ນໃຈໃຫ້ພວກເຂົາເຫຼົ່ານັ້ນກ້າສະແດງອອກ ໃນສິ່ງທີ່ຕົນເອງມີຢູ່. ທ່ານ ອໍາໄພວັນ ສຸວັນທອນ ປະທານບໍລິສັດ ມີສບິວຕີ້ ພາວເວີລາວ ຈໍາກັດ ແລະ ຍັງເປັນປະທານໂຄງການ ເຮວີຄວີນລາວສາວອວບ 2020 ໃຫ້ສໍາພາດແກ່ທີມຂ່າວບັນເທີງພວກເຮົາວ່າ: ການຈັດໂຄງການປະກວດນີ້ມີ 2 ຈຸດປະສົງຫຼັກກໍ່ຄື ເປີດໂອກາດໃຫ້ສາວອ້ວນ, ສາວຮູບຮ່າງໃຫຍ່ໄດ້ມາສະແດງສັກກະຍະພາບຄວາມຮູ້ຄວາມສາມາດ, ເສີມສ້າງຄວາມໝັ້ນໃຈໃຫ້ພວກເຂົາເຫຼົ່ານັ້ນກ້າສະແດງອອກ ໃນສິ່ງທີ່ຕົນເອງມີຢູ່ ແລະ ອີກໜຶ່ງຈຸດປະສົງແມ່ນສົ່ງເສີມໃຫ້ນາງສາວເຫຼົ່ານີ້ເປັນກະບອກສຽງພ້ອມເປັນຕົວແທນລົງພື້ນທີ່ໃຫ້ຄວາມຊ່ວຍເຫຼືອສັງຄົມ. ແນວໃດກໍ່ຕາມ ຫຼັງຈາກທີ່ມີການປະກາດຮັບສະໝັກຜ່ານທາງເພຈ Heavy Queen Laos ໂຄງການດັ່ງກ່າວແມ່ນໄດ້ຮັບສຽງຕອບຮັບດີຫຼາຍຈາກສາວອວບໃນທົ່ວປະເທດ ໂດຍມີຜູ້ສະໝັກເຂົ້າຮ່ວມເຖິງ 500ກວ່າຄົນ. ແຕ່ທັງນີ້ທັງນັ້ນ ທາງໂຄງການໄດ້ຄັດເລືອກມາໄດ້ຈໍານວນ 27 ທ່ານທີ່ປ່ຽມລົ້ນໄປດ້ວຍຄຸນນະພາບ ເພື່ອຂຶ້ນເວທີ Heavy Queen Laos ປີນີ້. ຫຼ້າສຸດ, ວັນທີ 6 ກໍລະກົດ …

Read More »