Breaking News

ຂ່າວບັນເທີງໃນປະເທດ

ນັກຮ້ອງດັງ “ແພັດ ເພັດດາວອນ” ແລະ “ຕິກ ຊີໂຣ່” ຮ່ວມຮ້ອງເພງລະດົມໃຫ້ປະຊາຊົນຢູ່ເຮືອນ ຫຼຸດການແຜ່ເຊື້ອໂຄວິດ-19

ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ທົ່ວໂລກ ລວມທັງ ສປປ ລາວຂອງພວກເຮົາ  ເຮັດໃຫ້ນັກຮ້ອງຈາກຫຼາຍປະເທດຮ່ວມກັນແຕ່ງເພງເພື່ອລະດົມປະຊາຊົນ ໃຫ້ຮ່ວມໃຈກັນຢູ່ເຮືອນ ຫຼຸດການແຜ່ລະບາດຂອງພະຍາດໂຄວິດ-19 ຫຼ້າສຸດ ນັກຮ້ອງດັງຈາກປະເທດໄທ ຢ່າງ ຕິກ ຊີໂຣ່ ກໍໄດ້ແຕ່ງເພງ “ຢູ່ກັບບ້ານ” ເພື່ອເປັນການປຸກລະດົມໃຫ້ປະຊາຊົນຢູ່ເຮືອນ ໃນຊ່ວງທີ່ມີການລະບາດຂອງພະຍາດໂຄວິດ-19 ເພາະການອອກໄປນອກ ຈາກເປັນການອອກໄປຮັບເຊື້ອໄດ້ ຜົນງານເພງດັ່ງກ່າວ  ໄດ້ຖືກຮ້ອງເປັນຫຼາຍພາສາຈາກທົ່ວໂລກ ແລະ ສຳລັບປະເທດລາວເຮົາ ກໍ່ໄດ້ຮັກຮ້ອງສາວສຽງຫວານຢ່າງ “ແພັດ ເພັດດາວອນ” ທີ່ຫຼາຍໆຄົນຮູ້ຈັກກັນດີ ມາຖ່າຍທອດຜົນງານເພງອອກມາເປັນພາສາລາວໄດ້ຢ່າງມ່ວນຫູ ເພງຈະມ່ວນ ແລະ ປະທັບໃຈຫຼາຍປານໃດນັ້ນ ລອງໄປຟັງນໍາກັນເລີຍ ແຫລ່ງຂໍ້ມູນ: InsideLaos.com

Read More »

ຊ໊ອກວົງການເພງລູກທຸ່ງ!!! ນັກຮ້ອງດັງລະດັບຕໍານານ ກິດາວເພັດ ໜູຫ່ວງ ຈາກໄປແບບກະທັນຫັນ…

ສຸດເສົ້າ! ກິດາວເພັດ ຫົວໜ້າວົງ   ໝຸ່ມໂກສິນ ນັກ​ຮ້ອງ​ເຈົ້າ​ຂອງ​ຜົນ​ງານ​ສຽງ​ເພງ​ໂດ່ງດັງຢ່າງ: ຟ້າ​ອຸ້ມ​ຝົນ​ຄື​ ຄົນ​ອຸ້ມ​ນ້ອງ, ຂີ້ໂມ້ ແລະ ອື່ນໆ. ໄດ້ເສຍຊີວິດແລ້ວ ໃນຕອນເຊົ້າຂອງວັນທີ 24 ເມສາ 2020 ດ້ວຍພະຍາດຜູ້ກ່ຽວເອງ ຖືໄດ້ວ່າເປັນການສູນເສຍຄັ້ງຫຍິ່ງໃຫຍ່ ຂອງວົງການເພລງລາວ… ຂວັນໃຈ ຂໍສະແດງຄວາມເສຍໃຈ ເສຍໃຈນຳຄອບຄົວ ແລະ ວົງໜູຫ່ວງ ຕໍ່ການຈາກໄປ ຢ່າງບໍ່ມີວັນກັບມາ ຂອງນັກຮ້ອງ ທີ່ມີຊື່ສຽງ ຂອງ ສປປ ລາວ  ຂໍໃຫ້ໄປເປັນເທວະດາຢູ່ເທີງຟ້າເດີ້  ຜົນງານອ້າຍຈະຢູ່ໃນໃຈຂອງປວງຊົນລາວທັງຊາດຕະຫຼອດໄປ…

Read More »

ຊົມເຊີຍ! ສາວງາມຈາກ ຄ່າຍ ອັອກຊີໂມ​ລາ Modelling ນໍາທີມໂດຍ ລັດດາພອນ Miss Crystal Angel International 2019 ແລະ ແຈນນີ່ Miss Grand Laos 2019 ມອບອຸປະກອນຊ່ວຍແພດໃຫ້ໂຮງໝໍມິດຕະພາບ

ປັດຈຸບັນນີ້ເຫັນໄດ້ວ່າສັງຄົມລາວທຸກທົ່ວໜ້າລ້ວນເຫັນໃຈ ແລະ ໃຫ້ຄວາມຊ່ວຍເຫຼືອ, ຊຸກຍູ້ແພດໝໍໃນການປະຕິບັດໜ້າທີ່ຢູ່ຕະຫຼອດ ເຊິ່ງມັນກາຍເປັນສິ່ງໜຶ່ງທີ່ກະຕຸ້ນ ຫຼື ກະຕຸກຊຸກຍູ້ເປັນກໍາລັງໃຈໃຫ້ແກ່ທີມແພດໝໍບຸກບືນ ເປັນນັກຮົບເສື້ອຂາວ  ໂດຍສະເພາະກໍແມ່ນໂຮງໝໍສູນກາງທີ່ຮັບປິ່ນປົວຄົນເຈັບ, ຜູ້ຕິດເຊື້ອ, ຜູ້ຕ້ອງສົງໄສຈາກເຊື້ອພະຍາດໂຄວິດ 19 ທີ່ແຜ່ລະບາດຢູ່ຂະນະນີ້ ຍິ່ງຕ້ອງມີເຄື່ອງມືອຸປະກອນຈຳເປັນຕ່າງໆເຂົ້າໃນການປະຕິບັດໜ້າທີ່ ແລະ ກໍມີຫຼາຍໆພາກສ່ວນໃຫ້ການຊ່ວຍເຫຼືອ ທັງເປັນ ທຶນຮອນ ອຸປະກອນ ຫຼື ອາຫານການກິນ ເພື່ອໃຫ້ກຳລັງໃຈ, ຊຸກຍູ້ການປະຕິບັດໜ້າທີ່ຂອງແພດໝໍ ດັ່ງ 3 ສາວງາມ ຈາກ 3 ເວທີ ສາວ ລັດ ລັດດາພອນ ວົງສຸວັນ Miss Crystal Angel International 2019, ເຈນ ມາໄລລັກ ພະຈັນ Miss Grand Laos 2019, ປານິດາ ບຸບຜາ ຮອງອັນດັບ1 Miss World …

Read More »

ຊົມເຊີຍ! ຫມໍແນ່ ສືບຕໍ່ສະໜັບສະໜູນອາຫານໃຫ້ນັກຮົບເສື້ອຂາວ( ເສື້ອຟ້າເສື້ອຂຽວ) ທີ່ໂຮງຫມໍ 150 ຕຽງ + ໂຮງຫມໍມະໂຫສົດ

ຕໍ່ເນື່ອງກັບສະພາວະການແຜ່ລະບາດຂອງພະຍາດໄວຣັສ ໂຄວິດ-19 ໃນ ສ ປປລາວ ເຊິ່ງມີຈໍານວນຜູ້ຕິດເຊື້ອ 19 ຄົນ ແລະ ຕອນນີ້ປົວຫາຍດີແລ້ວ 4 ຄົນ ປັດຈຸບັນນີ້ຍັງມີຜູ້ຕິດເຊື້ອກຳລັງຮັກສາຕົວ 15 ຄົນ ແລະ ເຈົ້າໜ້າທີແພດໝໍຂອງເຮົາກຳລັງປະຕິບັດໜ້າທີ່ຂອງຕົນເອງຢ່າງເຕັມທີ່ ໃນສະຖານະການບ້ານເມືອງວິກິດແບບນີ້  ກໍມີຫຼາຍພາກສ່ວນໃຫ້ການຊ່ວຍເຫຼືອສັງຄົມເຮົາ ຫຼ້າສຸດ ໝໍແນ່ງ ເຮົາຍັງສືບຕໍ່ແບ່ງປັນອາຫານຈໍານວນໜື່ງໃຫ້ນັກຮົບເສື້ອຂາວ( ເສື້ອຟ້າເສື້ອຂຽວ) ທີ່ໂຮງຫມໍ 150 ຕຽງ + ໂຮງຫມໍມະໂຫສົດ  ໃນຂະນະທີ່ກຳລັງປະຕິບັດໜ້າທີ່… “ຍັງສືບຕໍ່ແບ່ງປັນ ມີຫນ້ອຍໃຫ້ຫນ້ອຍ ຕາມສະພາບນະນິ່ງແນ່ງກ່ອນເນີ້ ໃຫ້ນັກຮົບເສື້ອຂາວ( ເສື້ອຟ້າເສື້ອຂຽວ) ທີ່ໂຮງຫມໍ 150 ຕຽງ + ໂຮງຫມໍມະໂຫສົດ ສູ້ສູ້ເນີ້ ດຽວເຮົາກະຜ່ານໄດ້ແລ້ວ? ເຂົ້າປຸ້ນ 30 ຖົງ + ເຂົ້າຈືນໃສ້ກອກ 60 ກ່ອງ” ຂວັນໃຈຂໍຊົມເຊີຍໝໍແນ່ງ ນາງຟ້າຂອງຄົນລາວ ທີ່ຄອຍໃຫ້ການ …

Read More »

ຮ່ວມ​ແບ່ງ​ປັນ​ນ້ຳ​ໃຈ​ກັບ​ສອງສາວ​ງາມ ລັດ​ດາ​ພອນ Miss Crystal Angel International 2019 ແລະ ແຈນ​ນີ່ Miss Grand​ Laos 2019 ມອບອຸປະກອນໃນການປ້ອງກັນໂຄວິດ-19…

ຕໍ່ເນື່ອງກັບສະຖານະການແຜ່ລະບາດຂອງໂຄວິດ-19 ໃນຕອນນີ້ຫຼາຍພາກສ່ວນກໍໄດ້ລະດົມທຶນເພື່ອຊ່ວຍເຫລືອສັງຄົມເົຮາໃນຍາມວິກິດແບບນີ້ ຫຼ້າສຸດ​ສາວ​ງາມ​ຈາກ​ຄ້າຍ Oxymora modeling ຢ່າງ ລັດ​ດາ​ພອນ The winner Miss Crystal Angel International 2019 ແລະ ແຈນ​ນີ່ Miss Grand​ Laos 2019 ຮ່ວມ​ກັບ​ທີມ​ງານ​ຕັ້ງ​ໃຈ​ກຽມ​ອຸ​ປະ​ກອນ​ແຈກ​ໃຫ້​ແພດ​ໝໍ ເພື່ອ​ໃຊ້​ປ້ອງ​ກັນ​ໃນ​ການ​ປະ​ຕິ​ບັດໜ້າ​ທີ່​ຢ່າງ​ຈິງ​ຈັງ  ທີມງານ Oxymora modeling ກຳ​ລັງປະກອບ Faceshield, ເພື່ອຊ່ວຍເຫຼືອແພດໝໍຢູ່ໂຮງໝໍ150ຕຽງ, ພ້ອມເຈວລ້າງມື… ສຳ​ລັບ​ໃຜສົນໃຈຢາກສົບທົບທຶນຫຼື ປັດໄຈຕ່າງໆ ຮ່ວມເຮັດບຸນຄັ້ງນີ້ ເພື່ອຮ່ວມໃຈກັນເພື່ອຕ້ານ ໂຄວິດ 19 ດ້ວຍການມອບອຸປະກອນໃນການປ້ອງກັນເຊື້ອໄວຣັສໃຫ້ແກ່ແພດຫມໍຮ່ວມ​ກັບ Oxymora modeling  ໄດ້ພວກເຮົາຈະຢູ່ຄຽງຂ້າງຊ່ວຍເຫລືອ ແລະ ເປັນກຳລັງໃຈໃຫ້ປະຊາຊົນລາວຜ່ານພົ້ນວິກິດການນີ້ໄປນຳກັນ ອຸ​ປະ​ກອນ​ຕ່າງໆ​ຈະ​ຖຶກນ​ໍາ​ໄປ​ມອບ​ໃຫ້​ໃນ​ວັນ​ທີ 23 ເມ​ສາ 2020 ແຫລ່ງຂໍ້ມູນ: ຊຸບຊິບບັນເທີງ  

Read More »