ຮູ້ສຶກຕື່ນເຕັ້ນ ໃກ້ເວລາເຂົ້າມາເຕັມທີ່ແລ້ວສຳລັບການປະກວດ ນາງສັງຂານ ນະຄອນຫຼວງພະບາງ ປະຈຳພສ 2562 ຄສ 2019 ກ່ອນໜ້ານີ້ທາງກອງປະກວດກໍໄດ້ເປີດເຜີຍໂສມໜ້າຂອງນ້ອງໆນາງສາວຜູ້ເຂົ້າປະກວດທັງ 30 ຄົນ ໃຫ້ແຟນໆໄດ້ເຫັນກັນແລ້ວ, ຫຼ້າສຸດກໍໄດ້ມີການເປີດເຜີຍ ຊຸດ ແລະ ເລີ້ງເຄີ້ງ (ມົງກຸດ) ທີ່ນາງສັງຂານ ປະຈຳປີ ພສ 2562 ຄສ 2019 ຈະໄດ້ສວມໃສ່. ສາຍສະພາຍ ນາງສັງຂານ ຄືສິ່ງທີ່ມີຄຸນຄ່າ ປັກດ້ວຍໄໝຄຳ ທີ່ມີຄວາມງົດງາມ ສຳລັບຜູ້ທີໄດ້ອັນດັບ 1 2 3. ອອກມາແລ້ວແບບເລີ້ງເຄີ້ງ ຫຼື ມຸງກຸດ ຂອງນາງສັງຂານ ປະຈຳປີ ພສ 2562 ຄສ 2019. ສຳລັບ “ເລີ້ງເຄີ້ງ” ຄືສຸດຍອດແຫ່ງລາງວັນກຽດຕິຍົດທີ່ແມ່ຍິງນະຄອນຫຼວງພະບາງໄຝ່ຫາ ບົ່ງບອກເຖິງຄວາມງາມ ແລະ ຄວາມສຳເລັດ. ຜະລິດຈາກຄຳແທ້ 100%. ສຳລັບປີນີ້ “ນາງສັງຂານ ທຸງສະເທວີ” ແມ່ນຈະໄດ້ຂີ່ ພະຍາຄຸດ …
Read More »ຂ່າວບັນເທີງໃນປະເທດ
(ຄົນລຸ້ນໃໝ່ຄວນຮູ້) ໄຂຂໍ້ສົງໄສ! ເປັນຫຍັງ “ປີໃໝ່ລາວ” ຈຶ່ງຕ້ອງໄປສົງນໍ້າພຣະ?
ແຟນໆຫຼາຍໆທາ່ນຍັງສົງໄສ ແລະ ຂ້ອງໃຈວ່າເປັນຫຍັງ ປີໃໝ່ລາວ ຈຶ່ງຕ້ອງໄປສົງນໍ້າພຣະ ໂດຍສະເພາະຄົນລຸ້ນໃໝ່ແບບເຮົາ ຍັງງົງໆ ຮອດບຸນປີໃໝ່ແຕ່ລະປີກໍຮູ້ສຶກເສີຍໆ ແລະ ບໍ່ໃຫ້ຄວາມສຳຄັນ ເພາະຮູ້ສຶກວ່າເປັນສິ່ງໄກຕົວ ແລະ ຄິດວ່າບໍ່ແມ່ນສິ່ງທີ່ຈຳເປັນຫຍັງຫຼາຍ, ດັ່ງນັ້ນ! ໃນມື້ນິ້ ຊະນີIndy ຈຶ່ງໄດ້ໄປຊອກເອົາຂໍ້ມູນກ່ຽວກັບ “ການສົງນໍ້າພຣະໃນຊ່ວງປີໃໝ່ລາວ” ມາແຊຣໃຫ້ທຸກໆຄົນໄດ້ຮູ້ ແລະ ເຂົ້າໃຈເຖິງຮີດຄອງປະເພນີອັນດີງາມຂອງລາວເຮົາທີ່ມີມາແຕ່ບູຮານນະການ.. “ການສົງນໍ້າພຣະ” ໜຶ່ງໃນພິທີຂອງປະເພນີບຸນປີໃໝ່ລາວ ຫຼື ບຸນກຸດສົງການ ຫຼື ບຸນເດືອນຫ້າ ສໍາລັບການສົງນໍ້າພຣະນັ້ນ ສະໄໝກ່ອນມີການຫ້າງຫາຊອກເກັບເອົາດອກຈິກ, ດອກຮັງ ແລະ ດອກໄມ້ທີ່ມີກິ່ນຫອມຕ່າງໆນໍາມາຕາກໃຫ້ແຫ້ງສຳລັບໄວ້ໂຮຍໃສ່ນ້ຳທີ່ຈະນໍາໄປສົງພຣະ. ນອກຈາກດອກໄມ້ແຫ້ງແລ້ວ ບາງຄົນກໍນິຍົມໃສ່ນໍ້າອົບນໍ້າຫອມ ຜົງໄມ້ຈວງ ໄມ້ຈັນ ທີ່ມີກິ່ນຫອມໂຮຍໃສ່ຕື່ມ,ໃນບາງທ້ອງຖິ່ນເຮົາຈະເຫັນເພິ່ນໃສ່ຂີ້ໝິ້ນນໍາ. ການສົງນໍ້າພຣະນັ້ນ ຈະຈັດຂຶ້ນຕາມວັດຕ່າງໆໃນມື້ສັງຂານລ່ວງ (ມື້ແຮມສາມຄໍ່າເດືອນຫ້າ) ໂດຍຈະເລີ່ມຈາກການສົງນໍ້າແກ່ພຣະພຸດທະຮູບກ່ອນ ເຊິ່ງຊາວບ້ານຈະຈັດຕັ້ງເປັນຂະບວນແຫ່ ພຣະພຸດທະຮູບ ອ້ອມອາຮາມ 3 ຮອບ ແລ້ວນໍາພຣະພຸດທະຮູບມາປະດິດສະຖານໃນຫິ້ງ ຫຼື ຫໍສົງນໍ້າ ທີ່ຊາວບ້ານກະກຽມໄວ້ກ່ອນຈະຮອດມື້ງານ (ຖ້າເປັນພຣະພຸດທະຮູບອົງໃຫຍ່ທີ່ບໍ່ສາມາດເຄື່ອນຍ້າຍໄດ້ …
Read More »ສະແດງຄວາມຍິນດີ! ໄດ້ແລ້ວ ນາງສາວນະຄອນຫຼວງວຽງຈັນ ປະຈຳປີ 2019 (ເປັນໃຜມາເບິ່ງ!!!)
ເປັນທີ່ ຮືຮາ ກັນອີກແລ້ວສຳລັບວົງການນາງງາມລາວເຮົາ ຫຼ້າສຸດກໍໄດ້ມາແລ້ວແບບສົດໆຮ້ອນໆ ສຳລັບ ນາງສາວນະຄອນຫລວງວຽງຈັນ ປະຈຳປີ 2019 (Miss Vientiane) ເຊິ່ງປີນີ້ໄດ້ແກ່ MVT 15 ນ. ເກດມະນີ ວົງປະເສີດ (ຂໍສະແດງຄວາມຍິນດີນຳຫຼາຍໆ) ສຳລັບຮອງອັນດັບ ນາງສາວນະຄອນຫລວງວຽງຈັນ ປະຈຳປີ 2019 ມີດັ່ງນີ້: ຮອງອັນດັບ 1 ນາງສາວ ນະຄອນຫລວງວຽງຈັນ 2019 MVT 08 ນ. ຄຳຫລ້າ ຈັນທະລັງສີງ ຮອງອັນດັບ 2 ນາງສາວ ນະຄອນຫລວງວຽງຈັນ 2019 MVT 01 ນ. ລິກສະຢາ ໄຊສົມພູ ຮອງອັນດັບ 3 ນາງສາວ ນະຄອນຫລວງວຽງຈັນ 2019 MVT 06 ນ. ສົ້ມທອງ ວົງສະຫມອນ MVT 04 …
Read More »ລະວັງຕຸ້ຍ!! ເຄີຍເປັນບໍ່ ປີໃໝ່ລາວ ຍາມໃດນໍ້າໜັກຂຶ້ນ ຍ້ອນຈັດໜັກຈັດເຕັມເກີນໄປ…
ຊ່ວງປີໃໝ່ລາວທັງທີມີຫວ໋າທີ່ຈະບໍ່ເຕັມທີ່ ແຟນໆຫຼາຍທ່ານວາງແຜນທ່ອງທ່ຽວໃນຊ່ວງປີໃໝ່ ບາງທ່ານກໍເດີນທາງເຖິງຈຸດໝາຍເປັນທີ່ຮຽບຮ້ອຍ ເດີນທາງໄປຕ່າງຖິ່ນແບບນີ້ອາຫານການກິນ ເຄື່ອງດື່ມຕ່າງໆຕ້ອງຈັດເຕັມແນ່ນອນ ແຕ່ພໍກັບມາກໍມັກມາຈົ່ມວ່າ ຕຸ້ຍ ນໍ້າໜັກຂຶ້ນ (555) ແຕ່ວ່າຖ້າຮູ້ແບບນີ້ແລ້ວ ເຮົາມາກຽມຮັບມືກັບທຣິບທ່ອງທ່ຽວໃນເທື່ອນີ້ກັນດີກວ່າ ເອົາແບບຮູບຮ່າງດີທັງຕອນໄປ ແລະ ຕອນກັບຈະດີກວ່າບໍ່? ກ່ອນເດີນທາງ ເມື່ອກຳໜົດວັນທີ່ເດີນທາງຮຽບຮ້ອຍແລ້ວ ຄວນກະກຽມຮ່າງກາຍໃຫ້ພ້ອມ ເພາະການໄປທ່ອງທ່ຽວ ມັກຈະໄດ້ຍ່າງຫຼາຍພໍສົມຄວນ ທັງຫອບເຄື່ອງສຳພາລະຕ່າງໆ ຈຶ່ງຈຳເປັນຫຼາຍທີ່ກ່ອນເດີນທາງຕ້ອງມີການ ອອກກຳລັງກາຍ ໃຫ້ຫຼາຍຂຶ້ນ ຢ່າງຕໍ່າ 3-4ມື້/ອາທິດ ແລະ ຄວນຈັດຕາຕະລາງໃຫ້ຄົບທັງຄາດີິໂອ ແລະ ເວສເທນນິ່ງ ລະຫວ່າງເດີນທາງທ່ອງທ່ຽວ ແນ່ນອນວ່າອາຫານເປັນອຸປະສັກໃນການຄວບຄຸມນໍ້າໜັກ ແຕ່ກໍບໍ່ຢາກໃຫ້ຊີຣຽດຫຍັງຫຼາຍຈົນໝົດຄວາມມ່ວນ ຄວນເລືອກກິນຈະດີທີ່ສຸດ ຫຼັງເດີນທາງກັບບ້ານ ຫຼັງຈາກທີ່ເຕັມທີ່ກັບການທ່ອງທ່ຽວ ກິນ ຫຼິ້ນ ພັກຜ່ອນ ເຕັມທີ່ໃນຊ່ວງປີໃໝ່ແລ້ວ ຫຼັງຈາກນັ້ນຄວນກັບມາໃສ່ໃຈກຳຈັດໄຂມັນສ່ວນເກີນ ບໍ່ວ່າຈະເປັນການຄາດິໂອ ຄວບຄູ່ປກັບການເວສເທນນິ່ງ ພ້ອມກິນອາຫານທີ່ມີປະໂຫຍດ ເພື່ອເຜົາຜານໄຂມັນສ່ວນເກີນທີ່ໄດ້ມາຈາກຊ່ວງພັກຍາວໄລຍະປີໃໝ່ຈະດີທີ່ສຸດ. ທີ່ມາ: Women MThai Team
Read More »ເປີດໂຕຢ່າງເປັນທາງການໃນລາວ! “Huawei P30 Series” ສຸດຍອດສະມາດໂຟນທີ່ຈະມາປ່ຽນແປງທຸກກົດເກນ!!!
ວ້າວວ! ໃນວັນທີ 6 ເມສາທີ່ຜ່ານມາ ຂວັນໃຈ ໄດ້ມີໂອກາດໄປງານເປີດໂຕ “Huawei P30 Series” ຈຶ່ງອົດບໍໄດ້ທີ່ຈະນຳຂໍ້ມູນຂ່າວສານ ແນວລໍ້ານຳສະໄໝມາຝາກແຟນໆ ເຊິ່ງ “Huawei P30 Series” ເປັນສຸດຍອດສະມາດໂຟນທີ່ຈະມາປ່ຽນແປງທຸກກົດເກນ ແລະ ສ້າງປາກົດການໃໝ່ໃນການຖ່າຍຮູບທີ່ເຕັມໄປດ້ວຍປະສິດທິພາບອັນມະຫັດສະຈັນ ແລະ ນະວັດຕະກໍາອັນລໍ້າສະໄໝຂອງການອອກແບບ ພ້ອມສີສັນທີ່ມາໃໝ່ສະກົດທຸກສາຍຕາ, ເຊິ່ງໃນປະເທດລາວໄດ້ມີການເປີດໂຕ Huawei P30 Series ທັງໝົດ 3 ລຸ້ນໄດ້ແກ່ລຸ້ນທ໋ອບ Huawei P30 Pro, Huawei P30 ແລະ ລຸ້ນນ້ອງທີ່ມີສະເປັກຄຸ້ມຄ່າໃນລາຄາທີ່ໜ້າຮັກ Huawei P30 Lite. ງານຄັ້ງນີ້, ເປັນກຽດເຂົ້າຮ່ວມໂດຍທ່ານ, ຈາງໂຈ ຜູ້ອຳນວຍການ Huawei Laos Consumer Business Group, ມີບັນດານັກສິລະປິນທີ່ມີຊື່ສຽງໃນລາວ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ພາຍໃນງານແມ່ນມີຄົນດັງຈາກຫຼາກຫຼາຍວົງການເຂົ້າຮ່ວມບໍ່ວ່າຈະເປັນ Aluna, …
Read More »