Breaking News

ຂ່າວບັນເທີງໃນປະເທດ

ໃກ້ອອກພັນສາແລ້ວ! ງາມຫຼາຍ…ຄົນບັນເທິງໃນລຸກສາວລາວແດນຈຳປາ ຮ່ວມສືບສານປະເພນີລາວ!!!

ເຫັນຜ່ານຕາແລ້ວມັນອົດໃຈບໍ່ໄດ້!!! ໃກ້ອອກພັນສາແລ້ວຍິ່ງມີຮູບພາບຈາກບັນດາສາວງາມຄົນບັນເທິງ ເຊິ່ງຂໍບອກເລີຍວ່າງາມຫຼາຍໆ…ມາໃນລຸກ “ສາວລາວແດນຈຳປາ” ທີ່ຈະມາເຊີນຊວນພໍ່ແມ່ພີ່ນ້ອງຊາວລາວ ຮ່ວມສືບສານປະເພນີລາວໃນຊ່ວງບຸນອອກພັນສາ ປະຈຳປີ 2018. ມີຮູບພາບບັນດາສາວໆຄົນບັນເທິງມາຝາກ… ໂອ້ຍ!!! ຍິ່ງເບິ່ງໄປ ຍິ່ງງົດງາມ ອ່ອນຊ້ອຍ ອ່ອນຫວານ ໜ້າເອກອ້າງໃຫ້ຄົນທົ່ວໂລກໄດ້ຮູ້ວ່ານີ້ຄື ແມ່ຍິງລາວຍຸກໃໝ່ ເປັນສາວລາວແດນຈຳປາ  ທີ່ຍັງບໍ່ລືມປະເພນີອັນດີງາມທີ່ມີມາແຕ່ບູຮານນະການ. #ແຊຣໄປໃຫ້ໂລກຮູ້ນີ້ຄືແມ່ຍິງລາວ ຮູບພາບ: Lee Una

Read More »

ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິລະ ຄູ່ຮັກສາວລາວບ່າວໄທ ຕື່ນເຕັ້ນກຽມລຸ້ນ…ຂ່າວດີເລື່ອງລູກ!!!

ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິລະ ຄູ່ຮັກໄອດໍ້ສາວລາວບ່າວໄທ ທີ່ຫຼ້າສຸດໂພສຜ່ານ ອິນສະຕາແກຣມ ໃຫ້ແຟນໆໄດ້ອັບເດດກັນອີກຄັ້ງວ່າ ກຳລັງຈະມີການລຸ້ນຂ່າວດີເລື່ອງທາຍາດຂອງທັງສອງ. (ເບິ່ງຄລິບ) View this post on Instagram เจ็บนะแต่ไม่แสดงออก ไม่ให้รู้หรอก ??? สู้ๆ ฉีดไข่วนไป บางฟองโตขึ้นนิดนึง บางฟองเล็กลงไปอีก ? ใกล้จะถึงวันทำแล้ว ทั้งกลัว ทั้ง ตื่นเต้นสุดๆ ❤️❤️❤️❤️ ขอบคุณสามี ฉีดให้ทุกวันเลย บางวันมือเบา บางวันมือหนัก หึ ? @fluke_jira ขอกำลังใจหน่อยยยยย #flukeapple #flukeapplebaby ใจไม่แข็งอย่าดู มีเข็ม ??? A post shared by Appleminiberry ? (@appleminiberry) on …

Read More »

ມາເບິ່ງ! ຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດ Miss International (2017-2018) #ແຊຣໄປໃຫ້ໂລກຮູ້

ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss International ຄັ້ງນີ້ກໍຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍ່ຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນມື້ນີ້ຊະນີIndy ຈະພາມາເບິ່ງຊຸດປະຈຳຊາດທີ່ບັນດາສາວງາມໄດ້ໃສ່ ບໍ່ວ່າຈະເປັນຊຸດຂອງ ມິມີ່ ພູນຊັບ ພົນໂຍທາ Miss​ International​ Laos 2017 ທີ່ໄດ້ສວມໃສ່ ແລະ ໃນປີນີ້ກໍແມ່ນ ບາບີ້ ປິຍາມາດ ພູນປະເສີດ Miss​ International​ Laos 2018​ ແລະ ຕ້ອງຂໍບອກເລີຍວ່າ ຊຸດປະຈຳຊາດລາວ ໃນແຕ່ລະປີແມ່ນ ມີຄວາມອະລັງການ ງົດງາມ ມີເອກະລັກປະຈຳຊາດ ມີແນວຄວາມຄິດສ້າງສັນໃນການອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ແຕ່ລະຊຸດລ້ວນມີຄວາມໝາຍ ແລະ ສຳຄັນ… ຊຸດປະຈຳຊາດຂອງ ມິມີ່ ພູນຊັບ ພົນໂຍທາ Miss​ International​ Laos 2017 ຊຸດປະຈຳຊາດຂອງ ບາບີ້ ປິຍາມາດ …

Read More »

ລາວເຮົາສູ້ໄດ້ບໍ່? ມາເບິ່ງຊຸດປະຈຳຊາດຂອງ ບາບີ້ ປິຍາມາດ ທີ່ຈະໃຊ້ເຂົ້າໃນປະກວດເວທີລະດັບໂລກ Miss​ International​ 2018​ ໄວໆນີ້…

ຫຼັງຈາກທີ່ມີການປ່ອຍຮູບພາບຊຸດປະຈຳຊາດຂອງ ບາບີ້ ປິຍາມາດ ພູນປະເສີດ Miss​ International​ Laos 2018​ ເຊິ່ງເປັນຊຸດທີ່ຈະໃຊ້ເຂົ້າໃນການປະກວດໃນຮອບ ຊຸດປະຈຳຊາດ (National Costume) ຂອງເວທີປະກວດນາງງາມລະດັບໂລກ Miss​ International​ 2018​ ໃນເດືອນ ພະຈິກ ນີ້… ທີ່ປະເທດຍີ່ປຸ່ນ. ໃນມື້ນີ້ຈະພາແຟນໆມາເບິ່ງ ຊຸດປະຈຳຊາດຂອງ ບາບີ້ ປິຍາມາດ ພູນປະເສີດ Miss​ International​ Laos 2018​ ກັນອີກຄັ້ງ ລອງມາເບິ່ງກັນເລີຍເນາະ!!! ເປັນແນວໃດກັນແດ່ເບິ່ງແລ້ວງົດງາມ ອ່ອນຫວານ ມີເອກະລັກຄວາມເປັນລາວ ແລະ ບົ່ງບອກເຖິງການນຸ່ງຖືຂອງແມ່ຍິງລາວ ແລະ ພໍທີ່ຈະແຂ່ງກັບປະເທດອື່ນໄດ້ແດ່ບໍ່?, ຢ່າງໃດເຮົາຄົນລາວກໍ່ຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ?? Story: ຊະນີIndy ຮູບພາບ: fb/B’Bie Piyamarth

Read More »

ຈະເປັນແນວໃດ? ເມື່ອ ແທັກ ພະລັນຍູ ນັກສະແດງສຸດແນວປະເທດເພື່ອນບ້ານ ທ່ອງທ່ຽວຕະຫຼາດຂົວດິນ ປະເທດລາວ!!!

ມາເບິ່ງກັນວ່າຈະເປັນແນວໃດເມື່ອ??? ພະລັນຍູ ໂລດຈະນະວຸດທຳ (ແທັກ)  ນັກສະແດງ-ພິທີກອນສຸດແນວຈາກປະເທດເພື່ອນບ້ານ ໄດ້ເດີນທາງມາທ່ອງທ່ຽວພ້ອມກັບຖ່າຍທຳລາຍການ ເຊິ່ງການເດີນທາງມາຂອງ ແທັກ ໃນຄັ້ງນີ້ເພິ່ນກໍໄດ້ມີໂອກາດເດີນທາງໄປທີ່ ຕະຫຼາດຂົວດິນ ນະຄອນຫຼວງວຽງຈັນ ປະເທດລາວ ແລະ ກໍໄດ້ຍ່າງທ່ຽວຊົມເບິ່ງວິຖີຊີວິດໃນຍາມເຊົ້າຂອງພໍ່ແມ່ພີ່ນ້ອງຊາວລາວ. (ມີຄລິບລາຍການມາຝາກ)  ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນໄດ້ມາເຖິງ ນະຄອນຫຼວງວຽງຈັນ ປະເທດລາວ ທັງທີ ໜຸ່ມ ແທັກ ພະລັນຍູ ກໍບໍ່ພາດທີ່ຈະໄປທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ເປັນຈຸດແລນມາກບໍ່ວ່າຈະເປັນ ພຣະທາດຫຼວງວຽງຈັນ, ພິພິທະພັນ ຫໍພຣະແກ້ວ ແລະ ສວນປະຕູໄຊ… (ລອງມາເບິ່ງຄລິບລາຍການທີ່ຖ່າຍທຳໃນປະເທດລາວ) ເບິ່ງແລ້ວປະເທດລາວງົດງາມແທ້ໆເລີຍວ່າບໍ່ແຟນໆ???, ຢ່າງໃດກໍຝາກ ໜຸ່ມ ແທັກ ພະລັນຍູ ຢ່າລືມມາຢ້ຽມຍາມປະເທດລາວກັນອີກແດ່ ແຟນໆຊາວລາວຍິນດີຕ້ອນຮັບ!!! ຮູບພາບ: IG/tack_pharunyoo ຄລິບ: BRIGHT TV/บิน กิน เฮ

Read More »