Breaking News

ຂ່າວເສດຖະກິດ

ຜະລິດດອກຈຳປາຄຳ 555.555 ດອກ ເພື່ອສ້າງລາຍຮັບໃຫ້ແມ່ຍິງ ແລະ ເດັກນ້ອຍລາວ

  ສູນກາງສະຫະພັນແມ່ຍິງ ແຫ່ງຊາດລາວ ແລະ ວິສາຫະກິດຫັດຖະກຳ ປະດິດຈຳປາລາວ. ຈັດພິທີເຊັນສັນຍາຮ່ວມມື ການສ້າງລາຍຮັບ ເພື່ອພັດທະນາ ແມ່ຍິງ ແລະ ເດັກນ້ອຍລາວ. ຢູ່ທີ່ຫ້ອງປະຊຸມ ສູນກາງສະຫະພັນແມ່ຍິງລາວ, ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 18 ກັນຍາ 2017. ໂດຍການເຂົ້າຮ່ວມຂອງທ່ານ ນາງ ດຣ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງ ແຫ່ງຊາດລາວ. ໂດຍການລົງນາມຂອງທ່ານ ນາງ ສຸດາວັນ ຈັນທະວີທອງ ຫົວໜ້າຫ້ອງການສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ໄພລັດ ຈະເລີນທັງສົມບັດ ປະທານວິສາຫະກິດຫັດຖະກຳ ປະດິດຈຳປາລາວ, ມີບັນດາ ຄະນະບໍລິຫານ, ແຂກທີ່ມີກຽດເຂົ້າຮ່ວມ. ທ່ານ ນາງ ວະລີນລັດ ພັນທະວົງ ຮອງປະທານ ວິສາຫະກິດປະດິດຈຳປາລາວ ກ່າວວ່າ: ຈຸດປະສົງຂອງການຮ່ວມມືໃນຄັ້ງນີ້ ກໍເພື່ອຈະເປັນການສ້າງລາຍຮັບເພື່ອພັດທະນາແມ່ຍິງ …

Read More »

ບໍລິສັດ ເບຍລາວ ເປີດໂຕສື່ໂຄສະນາໃໝ່ “ພູມໃຈໃນຄວາມເປັນລາວ” (Proud to be Lao).

ໃນວັນທີ 8 ກັນຍາ 2017 ທີ່ຜ່ານມາ ບໍລິສັດ ເບຍລາວ ໄດ້ເປີດໂຕສື່ໂຄສະນາໃໝ່ຂອງຜະລິດຕະພັນເບຍລາວ ໃຫ້ກຽດເປັນປະທານງານໂດຍ ທ່ານ ກິດສະໜາ ວົງໄຊ ປະທານສະພາຜູ້ບໍລິຫານ ບໍລິສັດເບຍລາວຈຳກັດ, ທ່ານ ເຮັນຣິກ ໂຈນ ແອນເດີເຊັນ ຜູ້ອຳນວຍການ ບໍລິສັດເບຍລາວຈຳກັດ, ທ່ານ ສູນທອນ ສິຣິສັກ ຮອງຜູ້ອຳນວຍການ ບໍລິສັດເບຍລາວຈຳກັດ, ພ້ອມດ້ວຍບັນດາແຂກຜູ້ມີກຽດຈາກບັນດາການນຳພາກລັດ, ພ້ອມດ້ວຍຜູ້ອຳນວຍການຝ່າຍຕ່າງ ຂອງບໍລິສັດຈຳກັດ, ລູກຄ້າຮ່ວມທຸລະກິດເບຍລາວ, ບັນດາສິລະປິນດາລາ ແລະ ສື່ມວນຊົນຈຳນວນຫຼວງຫຼາຍທີ່ໄດ້ເຂົ້າຮ່ວມໃນງານເປີດໂຕສື່ໂຄສະນາໃໝ່ຂອງຜະລິດຕະພັນເບຍລາວໃນຄັ້ງນີ້. ໃນສື່ໂຄສະນາ ເບຍລາວຊຸດໃໝ່ນີ້ເໜັ້ນໜັກໃສ່ “ພູມໃຈໃນຄວາມເປັນລາວ” (Proud to be Lao). ພູມໃຈໃນຄວາມເປັນລາວ, ຢູ່ຜືນແຜ່ນດິນລາວ, ມີມູນເຊື້ອປະຫວັດອັນຍາວນານ ມີພູມມິປະເທດທີ່ສວຍສົດງົດງາມ ອຸດົມຮັ່ງມີໄປດ້ວຍທຳມະຊາດທີ່ສວຍງາມ ມີຊັບພະຍາກອນທີ່ອຸດົມສົມບູນ, ມີບັນພະບູລຸດທີ່ກ້າແກ່ນ, ປູສະນີຍະສະຖານໄວ້ໃຫ້ເຮົາເປັນມໍລະດົກຢ່າງຫຼວງຫຼາຍ. ເປັນຊາດທີ່ມີວັດທະນະທຳຮີດຄອງປະເພນີອັນດີງາມ ແລະ ເປັນເອກະລັກ, …

Read More »

ໃນຕອນເຊົ້າຂອງວັນທີ 1 ກັນຍາ 2017 ຢູ່ທີ ບໍລິສັດເບຍລາວ ໄດ້ຈັດພິທີຈັບສະຫຼາກ ໂຄງການ 20 ປີ ນໍ້າດື່ມຫົວເສືອ ຄັ້ງທີ 1. ໂດຍການເປັນປະທານຂອງທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ຈຳກັດ, ມີບັນດາຄະນະຜູ້ບໍລິຫານ, ພະນັກງານບໍລິສັດເບຍລາວ ແລະ ສື່ມວນຊົນເຂົ້າຮ່ວມ. ຜູ້ໂຊກດີທີ່ໄດ້ຮັບລາງວັນທີ 1 ລົດ Ford Fiesta ໄດ້ແກ່ ທ້າວ ຈອນນີ້ ສູນດາລາ ຢູ່ບ້ານ ສົມສະນຸກ, ນະຄອນຫຼວງວຽງຈັນ ຊື້ທີຮ້ານຄ້າ ນາງຝົນ. ສົ່ງທັງໝົດ 1000 ຝາ ໄດ້ 25 ຄູປ໋ອງໃນການສົ່ງຊິງໂຊກຄັ້ງນີ້. ນອກຈາກຈັບລາງວັນໃຫຍ່ລົດ Ford Fiesta ນີ້ແລ້ວ ຍັງໄດ້ຈັບລາງວັນ ຈີ້ສາຍຄໍຄຳ ໜັກ …

Read More »

ເປີດຕົວແລ້ວ Honda CR-V

ໃນຕອນແລງຂອງວັນທີ 28 ສິງຫາ 2017 ບໍລິສັດ ນິວຈິບເຊັງ ຈໍາກັດ ໄດ້ຈັດງານເປີດຕົວລົດໃໝ່ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ໂດຍມີທ່ານ ສະເໜີ ຈຸນລະມະນີ ຮອງປະທານ ບໍລິສັດ ນິວຈິບເຊັງ ຈໍາກັດ ເປັນປະທານໃນການເປີດງານ ພ້ອມດ້ວຍຕົວແທນຈາກ ກຸ່ມບໍລິສັດ ນິວຈິບເຊັງ, ບໍລິສັດ ຮອນດ້າມໍເຕີ້ ປະເທດຍີ່ປຸ່ນ, ລູກຄ້າຂອງຮອນດ້າ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ລົດ Honda CR-V ຖືກເປີດຕົວໃນລາວມາແຕ່ປີ 1995 ໂດຍແມ່ນ ບໍລິສັດ ນິວຈິບເຊັງ ຈໍາກັດ ເປັນຜູ້ນໍາເຂົ້າ ແລະ ຈັດຈໍາໜ່າຍພຽງຜູ້ດຽວ ເນື່ອງໃນໂອກາດຄົບຮອບ 22 ປີ ຂອງການເປີດຕົວຢ່າງເປັນທາງການຂອງ Honda CR-V ຢູ່ລາວ ຈຶ່ງຖືເອົາໂອກາດນີ້ເປັນການເປີດຕົວລົດໃໝ່ກັບ Honda CR-V Generation ທີ …

Read More »

ແຈ້ງການດ່ວນ! ໃຫ້ຫຼຸດຜ່ອນການອອກຫວຍ ຕ້ອງມີິຄວາມໂປ່ງໃສ, ຢຸດເຊົາຫວຍທວາຍຜົນເຕະບານ ແລະ ຫວຍຂູດແມ່ນ???

ແຈ້ງການຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ສະບັບເລກທີ 1244 / ຫສນຍ.ກລຂ  ລົງວັນທີ 17 ສິງຫາ 2017 ເລື່ອງ ການເຄື່ອນໄຫວວຽກງານຂອງບໍລິສັດ ລັດວິສາຫະກິດຫວຍພັດທະນາລາວ ໃນໄລຍະຜ່ານມາ ແລະ ທິດທາງການເຄື່ອນໄຫວໃນຕໍ່ໜ້າ. ຂໍແຈ້ງມາໃຫ້ທ່ານຊາບວ່າ: ຫວຍພັດທະນາລາວທີ່ຜ່ານມາແມ່ນອອກອາທິດໜຶ່ງ 2 ຄັ້ງ ໃຫ້ປ່ຽນມາເປັນອາທິດລະຄັ້ງ, ໃຫ້ຢຸດເຊົາຫວຍທວາຍຜົນເຕະບານ ແລະ ສ່ວນ ຫວຍຂູດ ແມ່ນໃຫ້ສຶບຕໍ່ຈຳໜ່າຍສະເພາະຈຳນວນທີ່ຜະລິດຕົວຈິງ ແລະ ກວດກາ ຄຸ້ມຄອງການຄ້າຂາຍຫວຍເຖື່ອນຈາກຕ່າງປະເທດ…ລາຍລະອຽດອ່ານແຈ້ງການລຸ່ມນີ້ໄດ້: ຂໍຂອບໃຈທີ່ມາຈາກ: target magazine

Read More »