Breaking News

ຂ່າວເສດຖະກິດ

ປະໂທະ! ຍອມໃຈໃນຫຸ່ນຂອງນັກກິລາຍິງຜູ້ໄປສ້າງຊື່ສຽງໃຫ້ປະເທດລາວ (ຫຸ່ນແບບນີ້ມີຂາຍບໍ່?)

ທ້າຍອາທິດແບບນີ້ ມາເບິ່ງຫຍັງທີ່ມັນຜ່ອນຄາຍກັນແດ່ເນາະ!!! ຢາກຈະບອກວ່າຫຼັງຈາກ ທີ່ເວັບໃຊ້ ຂວັນໃຈ ເຮົາໄດ້ນຳສະເໜີຂ່າວຂອງສາວ ກິນນະລອນ ນັນທະລາດ (ຕ້ອມ) ອາຍຸ 33 ປີ ນັກກິລາຍິງຜູ້ໄປສ້າງຊື່ສຽງໃຫ້ປະເທດລາວ ໃນງານແຂ່ງຂັນກິລາໃນລຸ້ນ Model Physique ໃນງານ Thailand International Sport Expo 2017 ທີ່ເມືອງທອງທານີ (ປະເທດໄທ) ໃນຊ່ວງເດືອນ ພະຈິກ ທີ່ຜ່ານມາ, ແຖມງານນີ້ສາວລາວເຮົາກໍບໍ່ທຳມະດາ ສາມາດເປັນໜຶ່ງໃນຜູ້ເຂົ້າແຂ່ງຂັນທີ່ຜ່ານເຂົ້າໄປໃນຮອບ 10 ຄົນສຸດທ້າຍ ຈົນສ້າງສຽງຮືຮາໃຫ້ວົງການນັກກິລາລາວ ແຖມເປັນແມ່ຍິງລາວ ຈົນເປັນທີ່ໜ້າຍິນດີມາແລ້ວ. ຫຼ້າສຸດ ຂວັນໃຈ ເຮົາກໍຍັງຢາກຈະອັບເດດເລື່ອງລາວຂອງສາວຄົນນີ້ມາໃຫ້ແຟນໆໄດ້ຕິດຕາມກັນຕື່ມ ແລະ ຈະເປັນຫຍັງບໍ່ໄດ້ເລີຍ ເພາະເວົ້າເຖິງ ນັກກິລາກໍຄົງຈະໜີບໍ່ພົ້ນເລື່ອງຫຸ່ນ ແບບວ່າຫຸ່ນຂອງນາງນິນະ ປະໂທະ!!! ດີຫຼາຍໆ ຢາກຈະຮ້ອງອອກໄປດັງໆເລີຍວ່າ ຫຸ່ນແບບນີ້ມີຂາຍບໍ່? (555) ເອົ້າໆ!!! ດຽວຈະຫາວ່າເວົ້າເກີນເຫດ ລອງເບິ່ງຫຸ່ນຂອງ ກິນນະລອນ …

Read More »

ສາທຸ! “ໃຫ້ເລືອດ ໃຫ້ຊີວິດ” ກິດຈະກຳ ບໍລິຈາກເລືອດ ທີ່ນຳໃຊ້ເຂົ້າໃນການປິ່ນປົວ ແລະ ກອບກູ້ຊີວິດຂອງຄົນເຈັບ!!!

“ຂໍຂອບໃຈ ຜູ້ຮ່ວມບໍລິຈາກເລືອດທຸກທ່ານ ບໍລິສັດ ນິວຈິບເຊັງ ຈຳກັດ ແລະ ຮ້ານຕົວແທນ ຈຳໜ່າຍ ລົດຈັກຮອນດ້າ 3s ທົ່ວປະເທດ ຮ່ວມກັບ ອົງການກະແດງລາວ ຍອດລວມທັງໝົດ 609 ຖົງ” ນະຄອນຫຼວງວຽງຈັນ ວັນທີ 6 ທັນວາ 2017 ໄດ້ມີພິທີຖະແຫຼງຂ່າວ ກິດຈະກຳ ບໍລິຈາກເລືອດ ຈັດຂຶ້ນໂດຍ ກຸ່ມບໍລິສັດ ນິວຈິບເຊັງ ຮ່ວມກັບ ອົງການກາແດງລາວ ເຊິ່ງກິດຈະກຳດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 15 ເຖິງ 30 ພະຈິກ 2017 ທີ່ຜ່ານມາ, ໃຫ້ກຽດເປັນປະທານ ໂດຍທ່ານ ດຣ ຈັນໄຊ ກຽດສີທະນາກອນ (ປະທານກຸ່ມ ບໍລິສັດ ນິວຈິບເຊັງ ຈຳກັດ), ທ່ານ ສະເໜີ ຈຸນລະມະນີ (ຮອງປະທານ ກຸ່ມ …

Read More »

ເປີດໂຕຕຶກອາຄານ ນັກສ້າງສັນວັນໃໝ່ (Makers of Tomorrow) ໂດຍບໍລິສັດ ບອດສ (BOSCH)

ວຽງຈັນ, ປະເທດລາວ ໃນວັນທີ 15 ພະຈິກ 2017 ທີ່ຜ່ານມາ ບໍລິສັດ ບອດສ (BOSCH), ຜູ້ຕອບສະໜອງເຕັກໂນໂລຊີ ແລະ ການບໍລິການຊັ້ນນຳຂອງໂລກ ຮ່ວມກັບພາກວິຊາວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດຕົວອາຄານຮຽນຮູ້ ນັກສ້າງສັນວັນໃໝ່ (Makers of Tomorrow) ໂດຍ ບໍລິສັດ ບອດສ (BOSCH) ພາຍໃຕ້ໂຄງການ “ຜູ້ສ້າງອະນາຄົດ”, ໃຫ້ກຽດເປັນປະທານງານໂດຍ ທ່ານ ດຣ. ສົມສີ ຍໍພັນໄຊ, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ແອັນດຣິວ ເດ ຈອງ, ຜູ້ອຳນວຍການໃຫ່ຍ ບໍລິສັດບອດສ ປະເທດລາວ, ກຳປູເຈຍ ແລະ ພະມ້າ. ໂຄງການ “ນັກສ້າງສັນວັນໃໝ່”  ແມ່ນໂຄງການລິເລີ່ມທໍາອິດ ແລະ ໄດ້ຮັບການນໍາສະເໜີຂອງ ບໍລິສັດ ບອດສ ປະເທດລາວເທົ່ານັ້ນ, …

Read More »

ບອກຕໍ່ກັນແດ່! ແຈ້ງການປິດເສັ້ນທາງໃນໄລຍະ ສະຫາຍ ສີຈິ້ນຜິງ ມາຢ້ຽມຢາມລາວ ໃນລະຫວ່າງວັນທີ 13-14 ພະຈິກ 2017!!!

ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ອອກແຈ້ງການ ການປິດເສັ້ນທາງ ການສັນຈອນຂອງພາຫະນະທຸກປະເພດ ໃນໄລຍະ ສະຫາຍ ສີຈິ້ນຜິງ ເລຂາທິການໃຫ່ຍບໍລິຫານງານສູນກາງພັກກອມມູນິດຈີນ ປະທານປະເທດ ສປ ຈີນ ທີ່ຈະມາຢ້ຽມຢາມທາງລັດຖະກິດ ຢ່າງເປັນທາງການຢູ່ ສປປ ລາວ ໃນລະຫວ່າງວັນທີ 13-14 ພະຈິກ 2017, ດັ່ງນັ້ນຈຶ່ງແຈ້ງການມາໃຫ້ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນໃຫ້ຫຼີກເສັ້ນທາງທີ່ຈະປິດຊົ່ວຄາວດັ່ງຕໍ່ໄປນີ້: – ຖະໝົນສຸພານຸວົງ (ແຕ່ສາມແຍກສີໄຄ-ສີ່ແຍກໄຟອຳນາດສີຫອມ ຫຼັກ 1) – ຖະໝົນເສດຖາທິລາດ (ແຕ່ສີ່ແຍກໄຟອຳນາດສີຫອມ ຫຼັກ 1-ສີ່ແຍກໄຟອຳນາດທາດຂາວ) – ຖະໝົນສາມແສນໄທ (ແຕ່ສີ່ແຍກໄຟອຳນາດການຊ່າງລາວເຢຍລະມັນ-ສາມແຍກ ດອນຈັນພາເລດ) – ຖະໝົນເຈົ້າຟ້າງຸ່ມ (ແຕ່ສາມທາດຂາວ-ສາມແຍກສຳນັກງານໃຫ່ຍ ທະນາຄານພັດທະນາລາວ) – ຖະໝົນລ້ານຊ້າງ (ແຕ່ຫໍຄຳ-ປະຕູໄຊ) – ຖະໝົນໄກສອນພົມວິຫານ (ແຕ່ປະຕູໄຂ-ສີ່ແຍກໄຟອຳນາດດົງໂດກ) ນອກຈາກນັ້ນຍັງມີລະບຽບການ ການຈອດລົດຕາມແຄມທາງດັ່ງຕໍ່ໄປນີ້: – ຫ້າມຈອດພາຫະນະທຸກປະເພດຕາມແຄມທາງ, ທາງຄົນຍ່າງ ຢ່າງເດັດຂາດ …

Read More »

ສັນຍາເປີດໂຕໂຮງແຮມ Holiday Inn ຄັ້ງທຳອິດໃນປະເທດລາວ

ຍ້ອນຄວາມສຳເລັດຂອງໂຮງແຮມຄຣາວພລາຊ່າວຽງຈັນເຄືອໂຮງແຮມອິນເຕີຄອນທິເນັນໂທ ໂຮເທວ ກຣຸບ(IHG) ແລະ ບີມກຣຸບ (BIM Group) ໄດ້ເຊັນສັນຍາເປີດໂຕໂຮງແຮມ Holiday Inn ຄັ້ງທຳອິດໃນປະເທດລາວ. Holiday Inn & Suites Vientiane ເປັນໂຮງແຮມຮູບແບບຂະໜາດກາງມີທັງໝົດ 250ຫ້ອງ ລວມທັງຫ້ອງພັກ ແລະ ຫ້ອງສູດ. Holiday Inn & Suites Vientianeນຳສະເໜີຜະລິດຕະພັນທີ່ພຽບພ້ອມດ້ວຍສິ່ງອຳນວຍຄວາມສະດວກທີ່ທັນສະໄໝ ເພື່ອການພັກຜ່ອນແບບຍຸກໃໝ່ໃນນະຄອນຫຼວງວຽງຈັນ. ວ່າດ້ວຍຜົນສຳເລັດຂອງໂຮງແຮມ ຄຣາວພລາຊ່າ ວຽງຈັນ, ອິນເຕີຄອນທິເນັນໂທ ໂຮເທວ ກຣຸບIHG, ໜຶ່່ງໃນຜູ້ນຳຂອງໂຮງແຮມລະດັບໂລກ, ໄດ້ເຊັນສັນຍາຂໍ້ຕົກລົງ ກັບ ບີມກຣຸບ BIM Groupເພື່ອສ້າງຕັ້ງໂຮງແຮມ ຮໍລິເດອິນ ແຫ່ງທຳອິດໃນນະຄອນຫຼວງວຽງຈັນ ປະເທດລາວ. ແລະນີ້ກໍເປັນໂຄງການຄັ້ງທີສາມລະຫວ່າງ ບີມກຣຸບ ແລະ ໄອເອັຈຈີ ເຊິ່ງແມ່ນເຈົ້າຂອງດຽວກັນກັບໂຮງແຮມ ຄຣາວ ພລາຊ່າ ວຽງຈັນ …

Read More »