Breaking News

ຂ່າວເສດຖະກິດ

ຄ່າອິນເຕີເນັດຜ່ານໂທລະສັບ ຖືກປັບລາຄາໃໝ່

ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ອອກຂໍ້ຕົກລົງ ໃໝ່ໃນວັນທີ 13/03/2017 ນີ້ ວ່າດ້ວຍການກຳນົດອັດຕາຄ່າໂທລະຊັບ, ອິນເຕີເນັດ ແລະ ລັກການສົ່ງເສີມການຂາຍ. ເຊິ່ງຈຸດປະສົງກໍ່ແມ່ນເພື່ອການກຳນົດລະບຽບ ແລະ ມາດຕະການ,​ ໃນການກຳນົດອັດຕາຄ່າໂທລະສັບ, ອິນເຕີເນັດ ແລະ ຫຼັກການສົ່ງເສີມການຂາຍ ເພື່ອຮັບປະກັນໃຫ້ການບໍລິການດ້ານໂທລະສັບ ແລະ ອິນເຕີເນັດໃຫ້ມີປະສິດທິພາບ, ປະສິດທິຜົນສູງ ແນໃສ່ການຮັບປະກັນການແຂ່ງຂັນທີ່ເປັນທຳ, ມີຄວາມໂປ່ງໃສ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ໄຊ້ບໍລິການ ທົ່ວປວງຊົນ. ເຊິ່ງຄ່າບໍລິການ ອິນເຕີເນັດຜ່ານໂທລະສັບມືຖືຈະ ແມ່ນ 150ກີບ/MB ແລະ ຖ້າເປັນລະບົບ ຮູບແບບແພັກເກັດ ຜ່ານຊີມໂທ ລາຄາຕ່ຳສຸດ ທີ່ 40 ກີບ/MB ຖ້າຜ່ານຊີມເນັດແມ່ນ 10 ກີບ/MB ລາຍລະອຽດຂໍ້ຕົກລົງຕາມລິງລຸ່ມນີ້: ຂອບໃຈຂໍ້ມູນຈາກ: ຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ແຫ່ງ ສ​ປ​ປ …

Read More »

​ປະຊາ​ຊົນ​ ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ​ສະ​ເໜີ 4 ບັນຫາ

ໂອກາດທີ່ເຮົາປະຊາຊົນຊາວລາວ ຈະ​ໄດ້​ນັ່ງ​ລົດ​ໄຟ​ຈາກບ້ານເຮົາ ​ອອກ​ສູ່​ອາ​ຊຽນ ​ແລະ ​ປະເທດອື່ນໆໃກ້ຈະເປັນຄວາມຈິງທຸກມື້ແລ້ວ  ​ເພາະເຈົ້າ​ໜ້າ​ທີ່​ວິຊາສະ​ເພາະ ​ແລະ ​ກໍາ​ມະກອນ​ຈໍານວນ​ຫຼວງຫຼາຍ ຂອງໂຄງການກໍ່ສ້າງ​ເສັ້ນທາງ​ລົດ​ໄຟ​ລາວ-ຈີນໄດ້​ລົງ​ມື​ເຈາະ​ອຸບ​ມົງ​​ ເສັ້ນທາງ​ລົດ​ໄຟ​ລອດຢ່າງ​ເປັນ​ທາງ​ການ​ແລ້ວ ​​​ໃນ​ເດືອນ​ນີ້ຢູ່​​​ເຂດ​ບໍ່​ເຕັນ ​ເມືອງ​ຫຼວງ​ນໍ້າ​ທາ. ໃນ​ວັນ​ທີ 15 ມີນາ 2017 ນີ້ ທ່ານ ຈັນທະ​ຈອນ ​ແກ້ວ​ລະຄອນ ຫົວໜ້າຄະນະ​ປະສານ​ງານ​ ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ປະ​ຈໍາ​ແຂວງ​ຫຼວງ​ນໍ້າ​ທາ​ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ​ນີ້ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ ​ລາວ-ຈີນ ​​ໄລຍະ​ທີ 1 ​ມີ​ຄວາມ​ຄືບ​ໜ້າ​ໄວ​ເກີນ​ຄາດ​ ໂດຍ​ນັກວິຊາການ ​ແລະ ກໍາມະກອນ​ສອງ​ຝ່າຍ​ປະມານ 300 ກວ່າ​ຄົນ​ ໄດ້​ລົງມື​ເຈາະ​ອຸບ​ມົງ ​ເສັ້ນທາງລົດ​ໄຟ​ລອດ​ຢ່າງ​ເຄັ່ງຮ້ອນ ​ເຊິ່ງ​ໂຄງການ​ໄລຍະ​ທີ 1 ນີ້​ແມ່ນເລີ່​ມຈາກ​​ເຂດ​ບໍ່​ເຕັນ ​ແຂວງ​ຫຼວງ​ນໍ້າ​ທາ​ ຫາ ​ເມືອງ​ນາ​ໝໍ້ ​ແຂວງ​ອຸດົມ​ໄຊ ​ເຊິ່ງມີ​ຄວາມ​ຍາວ 50 ກວ່າ​ກິ​ໂລ​ແມັດ ​ໃນ​ນັ້ນຜ່ານ​ແຂວງ​ຫຼວງ​ນໍ້າ​ທາ 16 ກວ່າ​ກິ​ໂລ​ແມັດ,ມີ 2 ສະຖາ​ນີຄື: …

Read More »

ຍອ້ນປະຊາຊົນຈຳນວນໜຶ່ງ ຍັງກັງວົນກັບການເກັບອາກອນມູນຄ່າເພີ່ມ

ທ່ານ ທອງທິບ ສີວິໄຊ ຮັກສາການຫົວໜ້າກອງຄຸ້ມຄອງດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດໃນຕົ້ນເດືອນມີນາ ຜ່ານມາວ່າ: ດ່ານເຮັດໜ້າທີ່ໃນການຄຸ້ມຄອງບໍລິຫານ ແລະ ການບໍລິການເຂົ້າ-ອອກ ກໍ່ຄືຜູ້ໂດຍສານ ລົດຂົນສົ່ງໂດຍສານ ແລະ ລົດຂົນສົ່ງສິນຄ້າ ເລີ່ມແຕ່ປີ 2012 ເປັນຕົ້ນມາແມ່ນນັບມື້ຫຼາຍຂຶ້ນ ສະເລ່ຍທັງເຂົ້າ-ອອກປະມານ 15 ພັນຄົນຕໍ່ວັນ ລົດທົ່ວໄປເຂົ້າ-ອອກປະມານ 3 ພັນຄັນຕໍ່ວັນ ແລະ ລົດບັນທຸກສິນຄ້າ ປະມານ 60-70 ຄັນຕໍ່ວັນ ສ່ວນວັນຈັນ ແລະ ວັນສຸກ ລົດບັນທຸກສິນຄ້າສະເລ່ຍ ປະມານ 300-400 ຄັນຕໍ່ວັນ ສະເພາະປີ 2015 ສະເລ່ຍມີຄົນເຂົ້າ-ອອກ ປະມານ 16 ພັນຄົນ ແຕ່ປີ 2016 ເຫັນວ່າຫຼຸດລົງປະມານ 10% ເນື່ອງຈາກປະຊາຊົນຈຳນວນໜຶ່ງ ມີຄວາມຕື່ນເຕັ້ນກ່ຽວກັບການເກັບອາກອນມູນຄ່າເພີ່ມ 10% …

Read More »

ແມ່ຍິງລາວ ກັບວຽກງານໃນສັງຄົມ

ເພື່ອສຳເລັດພາລະບົດບາດ ແລະ ໜ້າທີ່ ໃນຊຸມປີຕໍ່ໜ້າ ສະຫະພັນແມ່ຍິງລາວ ໄດ້ວາງຄາດໝາຍສູ້ຊົນ, ທິດທາງລວມ ແລະ ທິດທາງລະອຽດ ເປັນຕົ້ນແມ່ນແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາໄດ້ຄຸນລັກສະນະ ທີ່ເປັນມູນເຊື້ອຂອງແມ່ຍິງລາວ, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນຖັນແຖວແມ່ຍິງ ແລະ ຄອບຄົວ;  ຈັດຕັ້ງສະຫະພັນ ແມ່ຍິງແຕ່ລະຂັ້ນ ໄດ້ຮັບການປັບປຸງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງກວ້າງຂວາງ; ແມ່ຍິງ ໄດ້ຮັບການພັດທະນາດ້ານແນວຄິດຈິດໃຈ, ຮ່າງກາຍ, ການສຶກສາ, ວິຊາອາຊີບ ແລະ ສີມືແຮງງານ ແລະ ໄດ້ຮັບນາມມະຍົດ ດີເດັ່ນໃນທຸກສາຂາ ອາຊີບເພີ່ມຂຶ້ນ; ການປົກປ້ອງສິດຜົນປະໂຫຍດ ອັນຊອບທຳຂອງ ແມ່ຍິງ-ເດັກນ້ອຍ, ການສົ່ງເສີມ ຄວາມກ້າວໜ້າ ຂອງແມ່ຍິງ ແລະ …

Read More »

ພິທີສະຫຼຸບ ງານເທສະການອາຫານລາວ ຄັ້ງທີ 12, ຮັບສະມາຊິກໃໝ່ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຂອງສະມາຄົມນັກທຸລະກິດແມ່ຍິງ

ໃນຕອນເຊົ້າຂອງວັນທີ 3 ມີນາ 2017 ຢູ່ທີ່ຮ້ານອາຫານລາວເດີມ ສະມາຄົມນັກທຸລະກິດແມ່ຍິງ ໄດ້ຈັດພິທີ ສະຫຼຸບການຈັດເທດສະການອາຫານລາວຄັ້ງທີ 12, ຮັບສະມາຊິກໃໝ່ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນທີ່ໃກ້ໆຈະມາເຖິງນີ້ ໂດຍການເປັນປະທານ ນາງ ຈັນທະຈອນ ວົງໄຊ ປະທານນັກທຸລະກິດແມ່ຍິງ ເຂົ້າຮ່ວມເປັນກຽດໃນພິທີໂດຍມີ ທ່ານ ນາງ ດຣ ອີນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ສິຣິຄູນ ພູມລາວັນ ຮອງປະທານສະມາຄົມນັກທຸລະກິດແມ່ຍິງ, ທ່ານ ນາງ ມະໂນລາ ດາລາວອນ ຮອງປະທານສະມາຄົມນັກທຸລະກິດແມ່ຍິງ, ບັນດາສະມາຊິກນັກທຸລະກິດແມ່ຍິງທັງເກົ່າ ແລະ ໃໝ່ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ. ໃນງານຄັ້ງນີ້ເລີ່ມຕົ້ນຈາກການກ່າວບົດສະຫຼຸບ ຂອງການຈັດຕັ້ງງານ ເທສະການອາຫານລາວ ຄັ້ງທີ 12 ໂດຍແມ່ນ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ ໃຫ້ກຽດກ່າວລາຍລະອຽດດັ່ງນີ້: …

Read More »