Breaking News

ຂ່າວເສດຖະກິດ

ຍີ່ປຸ່ນ ສົນໃຈຢາກມາລົງທຶນ ຂະແໜງການ ບໍລິການໃນລາວ

ປັດຈຸບັນ ນັກລົງທຶນຈາກປະເທດຍີ່ປຸ່ນພວມໃຫ້ຄວາມສົນໃຈ ຢາກ​ມາ​ລົງທຶນ​ຢູ່ ສປປ ລາວ​ ​ໃນ​ຫຼາຍ​ຂະ​ແໜງ​ການ ​ເປັນ​ຕົ້ນ​ຂະ​ແໜງ​ການ​ບໍລິການ, ອຸດສາຫະກໍາ, ກະສິກໍາ, ການຄ້າ-ການ​ລົງທຶນ ​ແລະ ອື່ນໆ​. ວັນ​ທີ 22 ກຸມພາ 2017 ນີ້, ທ່າ​ນນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາ ຫະກຳ ​ແລະ ການ​ຄ້າ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ ຄະນະ​ນັກ​ລົງທຶນ​ຈາກ​ປະ​ເທດຍີ່ປຸ່ນ ນຳ​ໂດຍ​ທ່ານ Tatsuhiro SHINDO ຮອງປະທານ ອົງການສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ (JETRO) ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ. ​ໃນໂອກາດ​ດັ່ງກ່າວ, ທ່ານ​ນາງ ​ເຂັມ​ມະນີ ພົນ​ເສນາ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ ຕໍ່ຄະນະ​ນັກ​ລົງທຶນ​ຍີ່ປຸ່ນ ທີ່​ເດີນທາງມາ​ຢ້ຽມ​ຢາມ ສປປ ລາວ​ ໃນ​ຄັ້ງ​ນີ້ ​ເຊິ່ງເປັນໂອກາດອັນດີ …

Read More »

ໄລຍະ 3 ເດືອນການເຂົ້່າ-ອອກຂອງພາຫະນະ, ຜູ້ໂດຍສານຫຼຸດລົງເກືອບ 50%

ໃນທ້າຍອາທິດທີ່ຜ່ານມາ ຢູ່ທີ່ດ່ານພາສີສາກົນ ຂົວມິດຕະພາບ 1 ໄດ້ຈັດກອງປະຊຸມເພື່ອ ສະຫຼຸບຕີລາຄາຄືນ ໃນການຈັດຕັ້ງປະຕິບັດວຽກງານ ຈັດເກັບອາກອນມູນຄ່າເພີ່ມ 10% ໂດຍການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ. ການສະຫຼຸບຕີລາຄາ ຄືນການຈັດຕັ້ງປະຕິບັດ ການຈັດເກັບອາກອນມູນຄ່າເພີ່ມ 10% ຈາກເຄື່ອງຂອງຕິດໂຕຜູ້ໂດຍສານ. ທ່ານ ວົງວັນເພັງ ພູມສະຫວັນ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ1 ໄດ້ລາຍງານວ່າ: ຜ່ານການດໍາເນີນການ ຈັດຕັ້ງປະຕິບັດມາໄດ້ 3 ເດືອນ ດ່ານພາສີສາກົນຂົວມິດຕະພາບ 1 ສາມາດສ້າງລາຍຮັບເຂົ້າງົບປະມານໄດ້ ຈໍານວນ 115 ລ້ານກວ່າກີບ, ສະເລ່ຍແລ້ວມື້ໜຶ່ງມີພາຫະນະຂາເຂົ້າ ທີ່ຊື້ເຄື່ອງຂອງມາແຈ້ງ ຊໍາລະອາກອນມູນຄ່າເພີ່ມ 10% ຈໍານວນ ປະມານ 20 ກວ່າຄັນ ແລະ ສາມາດຈັດເກັບລາຍຮັບໄດ້ ປະມານ 1 …

Read More »

ພັດທະນາຜະລິດຕະພັນທ່ອງທ່ຽວລາວ ເຂົ້າສູ່ສາກົນ (ມີຄຼິບ)

ທ່ານ ບົວເງິນ ຊາພູວົງ ຮອງລັດ ຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວໃນການຈັດສຳມະນາ ກ່ຽວກັບການພັດທະນາຜະລິດຕະພັນ ການທ່ອງທ່ຽວຂອງລາວ ໃຫ້ສາມາດເຊື່ອມໂຍງ ກັບຜະລິດຕະພັນການທ່ອງທ່ຽວ ຂອງປະເທດມຽນມາ, ກຳປູເຈຍ ແລະ ຫວຽດນາມ ຄັ້ງນີ້ວ່າ: ດັ່ງທີ່ຮູ້ກັນດີແລ້ວ          ວ່າຜະລິດຕະພັນການທ່ອງທ່ຽວ ເປັນບັນຫາຕົ້ນຕໍ ທີ່ເຮັດໃຫ້ນັກທ່ອງທ່ຽວ ຕັດສິນໃຈເດີນທາງ ໄປຍັງຈຸດໝາຍປາຍທາງການທ່ອງທ່ຽວໃດໜຶ່ງ ສປປ ລາວ ເປັນປະເທດໜຶ່ງທີ່ມີຊາຍແດນຕິດຈອດ ກັບປະເທດໃກ້ຄຽງ ມີຊາຍແດນສາກົນ ທັງໝົດຈຳນວນ 27 ແຫ່ງ, ສາມາດເອົາວີຊາກັບດ່ານໄດ້ 22 ແຫ່ງ, ມີສະໜາມບິນສາກົນ 4 ແຫ່ງ. ສິ່ງທີ່ຄວນເອົາໃຈໃສ່ແມ່ນຈຳນວນນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວໃນ ສປປ ລາວ ປະມານ 62% ແມ່ນເດີນທາງມາຈາກປະເທດກຳປູເຈຍ, ຫວຽດນາມ ແລະ ສປ ຈີນ,  52% …

Read More »

ຄືບໜ້າ! ການພັດທະນາ ແລະ ທິດທາງຕໍ່ໜ້າການສ້າງລະບົບແຈ້ງພາສີປະຕູດຽວແຫ່ງຊາດ

ການພັດທະນາລະບົບແຈ້ງພາສີປະຕູດຽວຂອງ ສປປ ລາວ ມາຮອດປັດຈຸບັນແມ່ນໄດ້ສຳເລັດໂດຍພື້ນຖານສຳລັບການອອກໃບອະນຸຍາດແບບອີເລັກໂຕຣນິກຈາກ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ແກ່ຜູ້ປະກອບການຈຳນວນໜຶ່ງ ສຳລັບການອອກໃບອະນຸຍາດນຳເຂົ້າພາຫະນະ ສຳເລັດເປັນທີ່ຮຽບຮ້ອຍແລ້ວ.​ຈາກນັ້ນ, ຈຶ່ງຜັນຂະຫຍາຍການນຳໃຊ້ໄປສູ່ຂະແໜງອື່ນໆທີ່ຕິດພັນກັບການຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າຂອງແຕ່ລະຂະແໜງ ການໄປເທື່ອລະກ້າວ ໂດຍສະເພາະແມ່ນກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ກ່ຽວກັບການອອກໃບອະນຸຍາດເຕັກນິກພາຫະນະ ເຊິ່ງໄລຍະທີ່ຜ່ານມາຕັ້ງແຕ່ມີການລົງນາມສັນຍາສຳປະທານເພື່ອພັດທະນາລະບົບແຕ່ປີ 2013 ເປັນຕົ້ນມາແມ່ນສາມາດສຳເລັດໜ້າທີ່ວຽກງານຕ່າງໆໄດ້ຫຼາຍດ້ານ ຈົນມາເຖິງ ຕົ້ນເດືອນ ກຸມພາ 2017 ກໍໄດ້ຈັດກອງປະຊຸມສະພາບໍລິຫານບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ໃນກອງປະຊຸມໄດ້ກຳນົດແຜນບໍລິຫານງານ-ການຄຸ້ມຄອງບໍລິສັດຮ່ວມພັດທະນາ ແລະ ການຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວຢ່າງມີປະສິດທິພາບສູງຕາມເປົ້າໝາຍທີ່ກຳນົດໄວ້ ເພື່ອເຮັດໃຫ້ລະບົບພາສີຂອງ ສປປ ລາວ ຫັນເປັນຄວາມສະໄໝທຽບເທົ່າກັບສາກົນ. ໃນເມື່ອພັດທະນາລະບົບ LNSW ສຳເລັດ ແມ່ນຈະສາມາດເຊື່ອມໂຍງຂໍ້ມູນກັບຂະແໜງການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ໂດຍສອດຄ່ອງຕາມຂໍ້ຕົກລົງຂອງປະເທດສະມາຊິກອາຊຽນໃນການຈັດຕັ້ງປະຕິບັດການແຈ້ງພາສີປະຕູດຽວອາຊຽນ. ເຊິ່ງປັດຈຸບັນ ປະເທດສະມາຊິກອາຊຽນໄດ້ພັດທະນາລະບົບແຈ້ງພາສີປະຕູດຽວ ສຳເລັດແລ້ວທັງໝົດ 7 ປະເທດຄື: ບຣູໄນ, ອິນໂດເນເຊຍ, ມາເລເຊຍ, …

Read More »

ມາເບິ່ງຄວາມຄືບໜ້າຂອງເຂື່ອນໄຟຟ້າໄຊຍະບູລີ ໃກ້ສຳເລັດແລ້ວ

ວັນທີ 6 ກຸມພາ 2017 ເຈົ້າໜ້າທີ່ບໍລິສັດ ໄຊຍະບູລີພາວເວີ ຈຳກັດ ໄດ້ເປີດເຜີຍວ່າ: ປັດຈຸບັນນີ້, ການກໍ່ສ້າງເຂື່ອນໄຟຟ້າ ພະລັງງານນໍ້າ ໄຊຍະບູລີ ມີຄວາມຄືບໜ້າ 73%, ຄາດວ່າຈະສຳເລັດ ໃນປີ 2019 ພ້ອມຈະສົ່ງຂາຍໃຫ້ໄທ 1.225 ເມກາວັດ ແລະ 60 ເມກາວັດ ຊົມໃຊ້ພາຍໃນ. ໂຄງການໄຟຟ້າ ພະລັງງານນ້ຳ ໄຊຍະບູລີ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ ປີ 2012 ເປັນຕົ້ນມາ, ລວມມູນຄ່າການລົງທຶນທັງໝົດ ຫຼາຍກວ່າ 3 ຕື້ໂດລາສະຫະລັດ, ມີເຄື່ອງຈັກຜະລິດໄຟຟ້າ 8 ເຄື່ອງ, ມີກຳລັງການຜະລິດ ທັງໝົດ 1.285 ເມກາວັດ ໃນນັ້ນ ມີເຄື່ອງຜະລິດໄຟຟ້າ ຂະໜາດ 175 ເມກາວັດ ຈຳນວນ 7 ຊຸດ …

Read More »