Breaking News

ຂ່າວເສດຖະກິດ

ຊົມເຊີຍ! ລັດຖະບານລາວ ຮັບຮອງ ທ່ານ ນາງ ຈັນທະຈອນ ວົງໄຊ ເປັນກົງສຸນກິດຕິມະສັກ ແຫ່ງປອກຕຸຍການ

ໃນຕອນແລງວັນທີ 18 ມີນາ 2019  ໄດ້ມີິພິທີເປີດໂຕ ແລະ ຫ້ອງການກົງສຸນກິດຕິມະສັກປະເທດ ໂປຕູເກດ ທີ່ນະຄອນຫຼວງວຽງຈັນ, ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຢ່າງເປັນທາງການ ຢູ່ທີ່ຕຶກ ເຄແອນຊີ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່່ວມຂອງ ເອກອັກຄະລັກສະທູດ ໂປຕຸເກດ ທ່ານ  Francisco Vazpatto  ປະຈຳບາງກອກ, ແຂກການນຳຈາກກະຊວງການຕ່າງປະເທດ, ສະຖານທູດຕ່າງໆປະຈຳລາວ, ຄອບຄົວວົງໄຊ ແລະ ແຂກຈາກພາກສ່ວນທຸລະກິດເຂົ້າຮ່ວມງານ. ໃນການປະຕິບັດໜ້າທີ່ກົງສຸນກິດຕິມະສັກຢູ່ໃນຂອບເຂດການເຄື່ອນໄຫວກວມເອົາທັງໝົດສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ລັດຖະບານໄດ້ຮັບຮອງ  ທ່ານ ນາງ ຈັນທະຈອນ ວົງໄຊ ຈະໄດ້ຮັບຄວາມສະດວກ, ອະພິສິດ ແລະ ສິດຄຸ້ມຄອງ ເປັນທາງກົງສຸນທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມອບໃຫ້ໃນຖານະເປັນກົງສຸນກິດຕິມະສັກຂອງຕ່າງປະເທດ ໂດຍການຮັບຮອງຂອງລັດຖະບານ ສປປ ລາວ ແລະ ປະເທດ ໂປຕຸເກດ. ທ່ານ ນາງ ຈັນທະຈອນ …

Read More »

ກິດຈະກຳປັ່ນລົດຖີບການກຸສົນ “BIKE FOR HER 2019”  ເພື່ອຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

ໃນຕອນເຊົ້າຂອງວັນທີ 10 ມີນາ 2019 ຢູ່ທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ, ກິດຈະກຳປັ່ນລົດຖີບເພື່ອການກຸສົນ ພາຍໃຕ້ຊື່ໂຄງການ “Bike for her 2019” ໄດ້ເລີ່ມຂຶ້ນໃນເວລາ 5 ໂມງເຊົ້າ. ເປັນກຽດຮ່ວມເປັນປະທານໃນງານໂດຍ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ບົວລານ ສິລິປັນຍາ ຮອງລັດທະມົນຕີ ກະຊວງສຶກສາ ແລະ ກິລາ, ທ່ານນາງ ເຈນ ຊາດເລີ (Ms. Jane Chadler) ຕົວແທນຈາກສະຖານທູດອົດສະຕຣາລີ. ແລະ ທ່ານ ນາງ ອຳພອນ ຈັນມະນີວົງ ຜູ້ຈັດການທົ່ວໄປ ວາລະສານ ຂວັນໃຈ ພ້ອມດ້ວຍນັກກິລາແຂ່ງຂັນລົດຖີບ, ປະຊາຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ສື່ມວນຊົນຈຳນວນ …

Read More »

ຄັ້ງປະຫວັດສາດ! ກຽມພົບກັບ ງານມະຫະກຳ ອະສັງຫາລິມະຊັບຄັ້ງທຳອິດ ໃນ ສປປ ລາວ (Laorealestate.la EXPO 2019)

Yula.la ແລະ Laorealestate.la ແມ່ນເຈົ້າພາບຈັດງານມະຫະກຳອະສັງຫາລິມະຊັບຄັ້ງທຳອິດໃນລາວ ໂດຍຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) Laorealestate.la ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ຜູ້ນຳດ້ານແຫຼ່ງຕະຫຼາດອອນລາຍ, ເວັບໄຊທ໌ www.yula.la, ມີຄວາມພາກພູມໃຈທີ່ຈະປະກາດວ່າ ພວກເຮົາຈະເປັນເຈົ້າພາບຈັດງານວາງສະແດງການລົງທຶນດ້ານອະສັງຫາລິມະຊັບຄັ້ງທໍາອິດໃນລາວ ທີ່ໂຮງແຮມດອນຈັນພາເລດ ໃນວັນສຸກ ແລະ ວັນເສົາ ທີ 1 ເຖິງ 2 ມີນາ 2019 ນີ້. ເຂົ້າຮ່ວມງານຟຣີ, ເພື່ອຈັບສະຫຼາກລຸ້ນໂຊກຮັບສິດເດີນທາງທ່ຽວຕ່າງປະເທດ ພ້ອມຂອງລາງວັນຕ່າງໆ. ງານມະຫະກຳອະສັງຫາລິມະຊັບ 2019 (Laorealestate.la Expo 2019) ນີ້ ແມ່ນຈະນຳເອົາບັນດາ ກຸ່ມຄົນ ແລະ ບໍລິສັດຊັ້ນນຳຕ່າງໆໃນລາວເຂົ້າຮ່ວມໃນງານເຊັ່ນ: ນັກພັດທະນາໂຄງການ, ສະຖາປະນິກ, ຜູ້ຮັບເໝົາກໍ່ສ້າງ, ນາຍໜ້າອະສັງຫາ, ຄົນຂາຍທີ່ດິນ, …

Read More »

ມາຮູ້ຈັກກັບ! ລົດອາເນກປະສົງ ນິດສັນ ເທີຣາ ລຸ້ນໃໝ່ (All-New Nissan TERRA )

All-New Nissan TERRA SUV:All You Need To Know ບໍລິສັດ ຕັນຈົງມໍເຕີ (ລາວ) ຈຳກັດຜູ້ດຽວ (“TCML”), ຊຶ່ງເປັນບໍລິສັດໃນເຄືອທີ່ເປັນເຈົ້າຂອງໂດຍບໍລິສັດ Tan Chong Motor Holdings Bhd (ປະເທດມາເລເຊຍ), ແລະ ໄດ້ຮັບສິດເປັນຜູ້ຈັດຈໍາໜ່າຍ ລົດຍົນຍີ່ຫໍ້ນິດສັນ ແຕ່ພຽງຜູ້ດຽວໃນ ສປປ ລາວ; ຊຶ່ງໄດ້ເປີດຕົວ ລົດອາເນກປະສົງນິດສັນເທີຣາ ຂະໜາດ 7 ທີ່ນັ່ງ ລຸ້ນໃໝ່ ຢ່າງເປັນທາງການ. ຕໍ່ໄປນີ້ຄືສິ່ງທີ່ທ່ານຕ້ອງຮູ້ກ່ຽວກັບລົດອາເນກປະສົງນິດສັນເທີຣາ ລຸ້ນໃໝ່ ລົດອາເນກປະສົງນິດສັນເທີຣາລຸ້ນໃໝ່ ມາພ້ອມກັບໂຄງສ້າງແບບຂັ້ນໃດອາເນກປະສົງແບບເຕັມຄວາມຍາວເຕັມຮູບແບບ ແລະ ໂດຍໄດ້ພື້ນຖານມາຈາກລົດກະບະບັນທຸກ (Nissan Navara) ນິດສັນນາວາຣາ ແລະ ລົດທີ່ສ້າງຂຶ້ນມາເປັນເວລາດົນນານຫຼາຍກ່ວາ 60 ປີ ທີ່ສືບທອດກັນມາຂອງລົດອະເນກປະສົງນິດສັນ, ຊຶ່ງລວມເຖີງຮູບແບບສັນຍາລັກທີ່ມີຄວາມໂດດເດັ່ນ ເຊັ່ນວ່າ: Nissan Patrol, …

Read More »

(ແຊຣບອກຕໍ່ໆກັນ) ລະວັງ! ເງິນປອມໃບ 50,000 ກີບ ແລະ 100,000 ກີບ ກຳລັງລະບາດ ທາງການອອກແຈ້ງເຕືອນ ພ້ອມບອກວິທີສັງເກດແບບງ່າຍໆ!!!

ປະຈຸບັນມີກຸ່ມຄົນບໍ່ດີຈຳນວນໜຶ່ງ ໄດ້ລັກລອບປອມແປງທະນະບັດ ປະເພດໃບ 50.000 ກີບ ແລະ 100.000 ກີບ ອອກມາຈໍລະຈອນໃຊ້ຈ່າຍໃນສັງຄົມ ດ້ວຍຮູບແບບການນຳເອົາທະນະບັດແທ້ໄປອັດສຳເນົາສີ (Copy) ໃສເຈ້ຍ A4 ທຳມະດາ, ມີສີສັນລວດລາຍຄ້າຍຄືທະນະບັດແທ້, ດັ່ງນັ້ນ!!! ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ອອກແຈ້ງການ ໃນວັນທີ 27 ທັນວາ 2018 ໃຫ້ປະຊາຊົນເພີ່ມສະຕິລະວັງໂຕ ໃນການຮັບຈ່າຍ ທະນາບັດ ປະເພດໃບ 50,000 ກີບ ແລະ 100,000 ກີບ ໃນທົ່ວປະເທດ. (ເບິ່ງລາຍລະອຽດ ພ້ອມວິທີສັງເກດຂັ້ນພື້ນຖານໄດ້ດັ່ງລຸ່ມນີ້…) (ຢ່າລືມແຊຣບອກຕໍ່ໆກັນ!!!) (ຂໍຂອບໃຈຮູບພາບ)

Read More »