Breaking News

ຂ່າວເສດຖະກິດ

Epson Eco Tank ອິ້ງເຈັດ!!! ເນັ້ນຄວາມເປັນຜູ້ນໍາ, ທົນທານ, ກຸ້ມຄ່າ, ລາຄາປະຢັດ ແລະ ຕອບໂຈດໄດ້ຢ່າງສົມບູນແບບ…

Epson Eco Tank ອິ້ງເຈັດ!!! ເນັ້ນຄວາມເປັນຜູ້ນໍາ, ທົນທານ, ກຸ້ມຄ່າ, ລາຄາປະຢັດ ແລະ ຕອບໂຈດໄດ້ຢ່າງສົມບູນແບບ… ເພື່ອຕອກຍໍ້າຄວາມເປັນອັນດັບໜຶ່ງໃນຕະຫຼາດ; Epson ໄດ້ເປີດຕົວ Eco Tank ເຄື່ອງພິມອິ້ງເຈັດ ທີ່ຕອບໂຈດຄວາມກຸ້ມຄ່າ, ແຂງແຮງທົນທານ ແລະ ລາຄາປະຢັດ! ພ້ອມນັ້ນກໍຍັງໄດ້ເປີດຕົວຜະລິດຕະພັນລຸ້ນໃໝ່ L-Series ແລະ M-Series ເພື່ອຕອບສະໜອງທຸລະກິດທຸກຂະໜາດ, ລວມທັງໂປຣເຈັກເຕີຂະໜາດກາງ 3 ລຸ້ນໃໝ່… ທ່ານ ຢັນຢົງ ມຸນິມົງຄົນທອນ ຜູ້ອໍານວຍການຝ່າຍຂາຍ ແລະ ການຕະຫຼາດຂອງບໍລິສັດ ເອັບສັນ (ປະເທດໄທ) ຈໍາກັດ ໄດ້ກ່າວວ່າ “ເອັບສັນເປັນຜູ້ຜະລິດແຫ່ງທໍາອິດ ທີ່ໄດ້ນໍາເອົາເຄື່ອງພິມອິ້ງເຈັດແທ້ ມາວາງຈໍາໜ່າຍໃນປີ 2010 ນັບແຕ່ນັ້ນມາເຄື່ອງພິມຂອງພວກເຮົາທັງ L-Series ແລະ M-Series ໄດ້ສະແດງໃຫ້ເຫັນເຖິງການພັດທະນາຢ່າງຕໍ່ເນື່ອງ ເພື່ອໃຫ້ໄດ້ປະສິດທິພາບທີ່ດີຂຶ້ນ ເປັນຜົນໃຫ້ເອັບສັນກາຍເປັນຜູ້ຜະລິດເຄື່ອງພິມແບບກ່ອງເມຶກ (Ink …

Read More »

ປັບໄໝສູງສຸດເຖິງ 20ລ້ານກີບ! ແຈ້ງການຫ້າມນຳເອົາທະນະບັດ (ເງິນກີບ) ໃບໃໝ່ໄປວາງຂາຍ ຫຼື ແລກປ່ຽນເພື່ອເກງກຳໄລ!!! (ພົບເຫັນສາມາດແຈ້ງເຈົ້າໜ້າທີ່)

ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການສະບັບເລດທີ 424/ທຫລ ແລະ ແຈ້ງໃຫ້ຊາບວ່າໃນໄລຍະທີ່ຜ່ານມາຍັງມີບຸກຄົນ, ນິຕິບຸກຄົນ, ພໍ່ຄ້າຊາວຂາຍ ແລະ ບັນດາຫ້າງຮ້ານຕ່າງໆ ໃນ ສປປ ລາວ ນຳເອົາທະນະບັດ (ເງິນກີບ) ໃບໃໝ່ໄປວາງຂາຍ ຫຼື ແລກປ່ຽນເພື່ອເກງກຳໄລ ໃນຮູບແບບຕ່າງໆເຊັ່ນ: ວາງຂາຍຕາມຮ້ານຂາຍວັດຖຸເຄື່ອງມີຄ່າ ແລະ ເຮັດເປັນຕົ້ນກາລະພຶກ ເພື່ອວາງຂາຍ ແລະ ອື່ນໆ, ເຊິ່ງການກະທຳດັ່ງກ່າວຖືວ່າເປັນສິ່ງທີ່ບໍ່ຖືກຕ້ອງ, ຂັດຕໍ່ການຮັກສາຄ່າຂອງເງິນກີບ ແລະ ຂໍ້ຫ້າມຂອງກົດໝາຍຂອງທະນາຄານແຫ່ງ ສປປ ລາວ ສະບັບປັບປຸງເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2018, ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ. ສະນັັ້ນ!! ທະນະຄານແຫ່ງ ສປປ ລາວ ຈຶ່ງບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ, ພໍ່ຄ້າຊາວຂາຍ ແລະ ບັນດາຫ້າງຮ້ານຕ່າງໆ …

Read More »

ຄົນລາວທັງສາມຖືກປັບໄໝ ພ້ອມຄືນເງິນໃຫ້ຈຳນວນໜຶ່ງ ສ່ວນເງິນທີ່ເຫຼືອຫຼາຍລ້ານບາດ ແລະ ລົດໃຫ່ຍ ແມ່ນຖືກຍຶດເຂົ້າຫຼວງໄທ!!!

ເກາະຕິດກະແສ ມາອັບເດດ  ຫຼັງຈາກໄດ້ມີລາຍງານຈາກສື່ໄທ ໃນວັນທີ 11 ຕຸລາ 2018 ທີ່ຜ່ານມາວ່າ ເຈົ້າໜ້າທີ່ໜອງຄາຍໄດ້ກວດ ແລະ ຍຶດເງິນສົດເປັນຈຳນວນ 38,000,000 ລ້ານບາດ ເຊິ່ງເງິນດັ່ງກ່າວເປັນເງິນຂອງຄົນລາວ ທີ່ເຊື່ອງໄວ້ພາຍໃນລົດເກງ ແລະ ກຳລັງຈະຂົນຂ້າມປະເທດ. ຈາກການສອບສວນເບື້ອງຕົ້ນທັງສາມຄົນຍອມຮັບສາລະພາບວ່າໄດ້ຊຸກເຊື່ອງເງິນທັງໝົດແທ້ ໂດຍຕ່າງຄົນຕ່າງມີທຸລະກິດຂອງຕົນເອງ ຊຶ່ງເປັນເງິນທີ່ໄດ້ມາຈາກການຂາຍອາຫານສົດ ແລະ ອາຫານແຫ້ງ ລວມຮອດເຮັດທຸລະກິດແລກປ່ຽນເງິນຕາ ໃນນະຄອນຫຼວງວຽງຈັນ ສປປ ລາວ, ເມື່ອຜູ້ກະທຳຜິດທັງສາມຄົນ ຍອມຮັບຜິດ ແລະ ຍິນຍອມລະງັບຄະດີໃນຊັ້ນສຸລະກາກອນ ກໍຈະຖືກປັບໄໝເງິນຄົນລະ 20,000 ບາດ ແລະ ຄືນເງິນໃຫ້ຄົນລະ 2 ລ້ານບາດ, ຕາມສິດ, ສ່ວນເງິນທີ່ເຫຼືອ 32 ລ້ານບາດ ຍຶດເຂົ້າລັດ ລວມທັງລົດໃຫຍ່ກໍ່ຖືກຍຶດເຊັ່ນດຽວກັນ. (ເບິ່ງຄລິບ ຄວາມຄືບໜ້າ) (ຂໍຂອບໃຈທີມາຮູບພາບ ແລະ ຄລິບຂ່າວ)

Read More »

ຂ່າວດີມາແລ້ວ! ເປີດຮັບເອກະສານນັກຮຽນຜູ້ທີ່ຈົບຊັ້ນ ມ 7 ເພື່ອສອບເສັງຄັດເລືອກເຂົ້າກໍາລັງ ປກສ ນະຄອນຫຼວງວຽງຈັນ!!! #ແຊຣບອກຕໍ່ໆກັນໄປ

ກະຊວງປ້ອງກັນຄວາມສະຫງົບ ກອງບັນຊາການນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ 1023/ປກສ.ນວ ໃນວັນທີ 9 ຕຸລາ 2018 ທີ່ຜ່ານມາ  ເພື່ອແຈ້ງການໃຫ້ ບັນດາພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ໃຫ້ຮັບຊາບວ່າ ໃນເວລານີ້ໄດ້ມີການເປີດຮັບເອກະສານນັກຮຽນຜູ້ຈົບຊັ້ນ ມ7 ເພື່ອສອບເສັງຄັດເລືອກເຂົ້າກຳລັງ ປກສ ນະຄອນຫຼວງວຽງຈັນ ແລະ ຕ້ອງສະເພາະຄົນທີ່ຂຶ້ນທະບຽນສຳມະໂນຄົວ ຢູ່ນະຄອນຫຼວງວຽງຈັນເທົ່ານັ້ນ ເປີດຮັບນັບແຕ່ວັນທີ 10-15 ຕຸລາ 2018 ເພື່ອຄັດເລືອກສອບເສັງເຂົ້າເປັນກຳລັງປ້ອງກັນຄວາມສະຫົງບ ນະຄອນຫຼວງວຽງຈັນ (ສະຖານທີ່ແມ່ນສະໝັກຢູ່ຫ້ອງການເມືອງ ປກສ ນະຄອນຫຼວງວຽງຈັນ ຊັ້ນ4) ສຳລັບ! ລາຍລະອຽດແບບຟອມການສະໝັກ ສາມາດເບິ່ງໄດ້ຕາມແຈ້ງການດັ່ງລຸ່ນນີ້: ໂອກາດມາຮອດແລ້ວ…ຂ່າວດີແບບນີ້ ຢ່າລືມແຊຣບອກຕໍ່ໆກັນໄປ!!! ຮູບພາບຈາກ: Lao Youth Radio FM 90.0 Mhz

Read More »

ດ່ວນ!!! ເຈົ້າໜ້າທີ່ໄທກວດພົບເງິນສົດ 38ລ້ານບາດ ຂອງຄົນລາວຄາລົດ ກຳລັງຈະຂົນຂ້າມປະເທດ

ຂ່າວດ່ວນ!!! ເກາະຕິດກະແສ ຫຼ້າສຸດໄດ້ມີລາຍງານຈາກສື່ໄທ ໃນວັນທີ 11 ຕຸລາ 2018 ຜ່ານເພສທາງເຟສບຸກວ່າ ເຈົ້າໜ້າທີ່ໜອງຄາຍໄດ້ກວດ ແລະ ຍຶດເງິນສົດເປັນຈຳນວນ 38,000,000 ລ້ານບາດ ເຊິ່ງເງິນດັ່ງກ່າວເປັນເງິນຂອງຄົນລາວ ທີ່ເຊື່ອງໄວ້ພາຍໃນລົດເກງ ແລະ ກຳລັງຈະຂົນຂ້າມປະເທດ. ສຳລັບລາຍງານດັ່ງກ່າວຍັງບໍ່ຮູ້ສາເຫດ ທີ່ມາຂອງເງິນ ແລະ ກຳລັງຢູ່ໃນລະຫວ່າງການສືບສວບ. ທີ່ມາ: ตระเวนข่าว3

Read More »