Breaking News

ຂ່າວເສດຖະກິດ

ພາກປະຊາສັງຄົມ ເກົາຫລີໃຕ້ ຮຽກຮ້ອງໃຫ້ ບໍລິສັດ SK ຮັບຜິດຊອບກໍລະນີເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກຢູ່ ສປປ ລາວ

ເກົາຫລີໃຕ້ ກຸ່ມເຄືອຂ່າຍພາກປະຊາສັງຄົມ ເກົາຫລີໃຕ້ ແລະ ໄທ ຮຽກຮ້ອງໃຫ້ບໍລິສັດ SK ຮັບຜິດຊອບຕໍ່ເຫດການ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແລະອອກມາຊີ້ແຈງ ເຫດການທີ່ເກີດຂຶ້ນ ໃຫ້ສັງຄົມໄດ້ຮັບຮູ້ສາເຫດທີ່ແທ້ຈິງ. ດັ່ງ ທ່ານນາງ YUN JI YOUNG ອົງການ Peace MOMO ປະເທດເກົາຫລີໃຕ້ ກ່າວໃນວັນທີ 18 ກັນຍາ ວ່າ: “ອົງການພາກປະຊາສັງຄົມ ເກົາຫລີໃຕ້ ຕ້ອງການໃຫ້ບໍຣິສັດ SK ສະແດງຄວາມຮັບຜິດຊອບ ຕໍ່ເຫດການທີ່ເກີດຂຶ້ນ, ດັ່ງນັ້ນຈຶ່ງຕ້ອງການ ໃຫ້ບໍຣິສັດ SK ຕອບຮັບຂໍ້ຮຽກຮ້ອງ ໃນການຂໍເຂົ້າພົບໃນລະຫວ່າງ ທີ່ກຸ່ມເຄືອຂ່າຍ ຈາກກໍາປູເຈຍ ແລະໄທ ເດີນທາງມາ ເກົາຫລີໃຕ້ ແຕ່ທາງບໍລິສັດ ປະຕິເສດຂໍ້ຮຽກຮ້ອງ ດັ່ງກ່າວ ແລະ ບໍ່ຕອບກັບຄຳຖາມໃດໆ ທີ່ສົ່ງໄປໃຫ້, ດັ່ງນັ້ນ ເຮົາຈຶ່ງຕ້ອງການໃຫ້ ບໍລິສັດ …

Read More »

ແຈ້ງເຕືອນ! ລົມພາຍຸໜູນເຂດຮ້ອນ ບາລີແຈັດ (Barijat) ໄລຍະວັນທີ 14 ຫາ 15 ກັນຍາ 2018 ນີ້!!!

ຄາດວ່າໃນໄລຍະ ວັນທີ 14 ຫາ 15 ກັນຍາ 2018 ລົມພາຍຸໜູນເຂດຮ້ອນ ບາລີແຈັດ (Barijat), ພາຍຸຫົວນີ້ຈະເຄື່ອນທີ່ ຜ່ານພາກເໜືອຂອງປະເທດຫວຽດນາມ. ດັ່ງນັ້ນຈື່ງແຈ້ງເຕືອນເຖີງປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ພາກເໜືອ ແລະ ພາກກາງ ຈົ່ງມີສະຕິ ແລະ ກຽມພ້ອມຮັບມືກັບ ສະພາບລົມແຮງ, ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ດິນເຈື່ອນ ແລະ ນໍ້າຖ້ວມຊຸ ທີ່ອາດຈະເກີດຂື້ນໄດ້ ແລະ ຂໍໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວ ຕິດຕາມສະພາບອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈໍາ. (ຢ່າລືມແຊຣບອກຕໍ່ໆກັນ ເພາະຈະໄດ້ເປັນການແຈ້ງເຕືອນກັນໃຫ້ຮັບຮູ້) ທີ່ມາ: ກົມອຸຕຸນິຍົມແລະອຸທົກກະສາດ

Read More »

ຢ່າລືມ!! ໄປທ່ຽວຊົມງານ Southern Thailand Best Product @Vientiane

ເຊີນທ່ຽວຊົມເລືອກຊື້ສິນຄ້າຜະລິດຕະພັນພື້ນບ້ານດີທີ່ສຸດຈາກ 5 ແຂວງຊາຍແດນພາກໃຕ້ຂອງປະເທດໄທໃນງານ Southern Thailand Best Product @Vientiane ໃນວັນທີ 11-15 ກັນຍາ 2018 ເປັນເວລາ 5 ວັນຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້, ນະຄອນຫຼວງວຽງຈັນ ຕັ້ງແຕ່ເວລາ 10:00-20:00 ໂມງ. ງານນີ້, ເປັນງານທີ່ໄດ້ລວບລວມ 50 ຮ້ານຄ້າດັງຈາກ 5 ແຂວງພາກໃຕ້ຂອງ ໄທ ມາລວມໃນງານດຽວຢູ່ປະເທດລາວໃຫ້ພີ່ນ້ອງຊາວລາວບໍ່ຕ້ອງໄປຮອດພາກໃຕ້ຂອງໄທກໍສາມາດຊື້ສິນຄ້າດີໆໄດ້ຄື: ແຂວງສົງຂາ, ປັດຕະນີ, ນາລາທິວາດ,​ ຍະລາ ແລະ ສະຕູນ. ເຊິ່ງມີຫຼາກຫຼາຍປະເພດສິນຄ້າເຊັ່ນ: ເສື້ອຜ້າ, ເຄື່ອງປະດັບ, ອາຫານ ແລະ ຜະລິດຕະພັນແປຮູບ, ເກີບສຸພາບໃຍບວບ, ໝອນຢາງພາລາ, ສະບູ່ເປືອກມັງຄຸດ ແລະ ເຄື່ອງປະດັບຈາກເກັດປາເປັນຕົ້ນ… ທຸກໆມື້, ພາຍໃນງານ ຈະມີກິດຈະກຳໃຫ້ກັບຜູ້ເຂົ້າຮ່ວມງານໄດ້ຮ່ວມມ່ວນຊື່ ແລະ ຍັງມີກິດຈະກຳສົ່ງເສີມການຂາຍປະຊາສຳພັນກ່ຽວຂ້ອງກັບສິນຄ້າເຊັ່ນ: ການຈັດກິດຈະກຳນາທີທອງ, …

Read More »

ນາຍົກລັດຖະມົນຕີ ເນັ້ນໃຫ້ການນຳແຂວງວຽງຈັນ ເລັ່ງອົບພະຍົບປະຊາຊົນອອກຈາກເຂດປະສົບໄພໂດຍໄວ!!!

“ນາຍົກ ຊີ້ນຳໃຫ້ແຂວງວຽງຈັນ ເລັ່ງອົບພະຍົບປະຊາຊົນອອກຈາກເຂດປະສົບໄພ” ນາຍົກລັດຖະມົນຕີ ເນັ້ນໃຫ້ການນຳແຂວງວຽງຈັນ ເລັ່ງອົບພະຍົບປະຊາຊົນອອກຈາກເຂດປະສົບໄພນໍ້າຖ້ວມໂດຍໄວ ພ້ອມທັງຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ, ພ້ອມທັງສະເໜີໃຫ້ເຂື່ອນນ້ຳງື່ມສ້າງຕັ້ງກອງທຶນໃດໜຶ່ງຂຶ້ນມາ ເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ. ນອກຈາກນີ້, ຍັງແນະນຳໃຫ້ເຂື່ອນນ້ຳງື່ມ 1 ບໍລິຫານຈັດການນ້ຳໃຫ້ດີໆ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ປະຊາຊົນລຸ່ມເຂື່ອນ, ຂະນະທີ່ລະດັບນ້ຳງື່ມໄດ້ຫຼຸດລົງເລື້ອຍໆ ຫຼັງຈາກທີ່ເຂື່ອນນ້ຳງື່ມ 1 ຫຼຸດການປ່ອຍນ້ຳຈາກ 4,5 ແມັດ ໃນວັນທີ 4 ກັນຍາ ມາເປັນ 3,5 ແມັດ ໃນວັນທີ 6 ກັນຍາ. ເມື່ອວັນທີ 6 ກັນຍານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຕິດຕາມສະພາບນ້ຳຖ້ວມຢູ່ເມືອງ ທຸລະຄົມ ແຂວງວຽງຈັນ, ທ່ານ ວີດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ ໄດ້ລາຍງາຍວ່າ: ຫຼັງຈາກທີ່ເຂື່ອນນ້ຳງື່ມໄດ້ເປີດປະຕູນ້ຳລົ້ນ ເຮັດໃຫ້ນ້ຳງື່ມໄດ້ໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ ຕັ້ງແຕ່ວັນທີ …

Read More »

ແຈກແທ້ ແຈກຈິງ! ພິທີຈັບລາງວັນຜູ້ໂຊກດີ “ເລ ຈັດໃຫຍ່ໃຫ້ໂຊກ”

ບໍລິສັດ ເປັບໂຄລ່າ (ໄທ) ເທຼດດິ້ງ ຈຳກັດ ຮ່ວມກັບບໍລິສັດ ຊີໄອ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ຈັດພິທີຈັບລາງວັນຜູ້ໂຊກດີ ຈາກການສົ່ງຄູປອງລຸ້ນໂຊກກັບໂຄງການ ເລ ຈັດໃຫຍ່ໃຫ້ໂຊກປະຈຳປີ 2018. ໃນວັນທີ 3 ສິງຫາ 2018 ຢູ່ທີ່ ຫ້ອງການບໍລິສັດ ຊີໄອ ການຄ້າຂາອອກ-ຂາເຂົ້າ. ລາງວັນທີ 1 ປີ້ຍົນພ້ອມທີ່ພັກ 5 ດາວ ເກາະສະໝຸຍ 3 ມື້ 2 ຄືນ ຈຳນວນ 1 ລາງວັນ 4 ບ່ອນນັ່ງ (ພ້ອມເງິນແຮຖົງ 10.000 ບາດ). ຜູ້ໂຊກດີໄດ້ແກ່ ທ່ານ ນາງ ຝົນ ຢູ່ທີ່ນະຄອນປາກເຊ ເບີໂທ: 030 98297XX ລາງວັນທີ 2  …

Read More »