Breaking News

ຂ່າວເສດຖະກິດ

“Top10 Mini mart” ຮ້ານຄ້ານ້ອງໃໝ່ຂົນໂປຣໂມຊັ້ນພິເສດມາເອົາໃຈລູກຄ້າ ພິເສດທາງຮ້ານໃຈໃຫ່ຍແຈກ ສາຍຄໍຄຳ ແລະ ອື່ນໆ…

“Top10 Mini mart” ຮ້ານຄ້ານ້ອງໃໝ່ຂົນໂປຣໂມຊັ້ນພິເສດມາເອົາໃຈລູກຄ້າ ພິເສດທາງຮ້ານໃຈໃຫ່ຍແຈກ ສາຍຄໍຄຳ ແລະ ອື່ນໆ… ຈັດພິທີເປີດໂຕໄປເປັນທີ່ຮຽບຮ້ອຍແລ້ວສຳລັບຮ້ານ “Top10 Mini mart” ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ເມສາ 2018 ທີ່ຜ່ານມາ ທີ່ຮ້ານ Top10 Mini mart ບ້ານດອນກອຍ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ທ່ານນາງບຸດສະກອນ ອັງກາບເພັດ ປະທານຮ້ານ Top10 Mini mart ໄດ້ກ່າວວ່າປັດຈຸບັນຮູບແບບການຈັບຈ່າຍສິນຄ້າໃຊ້ສອຍຂອງຄົນລາວແມ່ນແຕກຕ່າງຈາກໃນເມື່ອກ່ອນ ໂດຍສະເພາະໃນຕົວເມືອງຜູ້ຄົນຕ້ອງການຄວາມສະດວກສະບາຍ ແລະວ່ອງໄວ ແມ້ແຕ່ການເລືອກຊື້ເລືອກຫາສິນຄ້າເພື່ອການບໍລິໂພກ ແລະ ອຸປະໂພກ ເຊິ່ງພວກເຮົາມີຄວາມເຂົ້າອົກເຂົ້າໃຈເປັນຢ່າງດີ. ສະນັ້ນ, ຈຶ່ງໄດ້ມີການເປີດຮ້ານຄ້າສະດວກຊື້ Top10 Mini Mart ຂຶ້ນມາເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ທາງຮ້ານຂອງພວກເຮົາໄດ້ຮວບຮວມສິນຄ້າທີ່ຫຼາກຫຼາຍ ແລະ ມີຄຸນນະພາບໄດ້ມາດຕະຖານໂດຍສະເພາະກໍແມ່ນຜະລິດຕະພັນໃຊ້ໃນຄົວເຮືອນ ແລະສິນຄ້າທີ່ຊົມໃຊ້ໃນຊີວິດປະຈຳວັນ ພິເສດໄປກວ່ານັ້ນ ທາງຮ້ານກໍຍັງໄດ້ຈັດຈຳໜ່າຍຜັກ-ໝາກໄມ້ປອດສານພິດ ແລະຊີ້ນສັດ-ອາຫານທະເລນຳເຂົ້າສົດໃໝ່ ເພື່ອເປັນທາງເລືອກໃຫ້ກັບລູກຄ້າຜູ້ທີ່ຮັກສຸຂະພາບ ແລະ ຕ້ອງການປຸງແຕ່ງອາຫານຮັບປະທານເອງສາມາດເວົ້າໄດ້ວ່າລູກຄ້າທີ່ເຂົ້າມາໃນຮ້ານຂອງພວກເຮົາແມ່ນຈະໄດ້ຮັບສິນຄ້າທີ່ຫຼາກຫຼາຍ ແລະຄົບຖ້ວນ ໃນລາຄາທີ່ໄດ້ມາດຕະຖານ ແລະ ການບໍລິການທີ່ເປັນມິດ ພາຍໃຕ້ສະໂລແກນຂອງຮ້ານທີ່ວ່າທັອບເທັນມິນິມາກ ສິນຄ້າຄົບ ຈົບທຸກຢ່າງ. ພິເສດໄປກວ່ານັ້ນທາງຮ້ານຍັງມີໂປຣໂມຊັ້ນພິເສດສະເຫຼີມສະຫຼອງການເປີດຮ້ານໃໝ່ ລູກຄ້າທີ່ຊື້ສິນຄ້າພາຍໃນຮ້ານຄົບ 100.000 ກີບສາມາດລຸ້ນຮັບລາງວັນ …

Read More »

ແກ້ວຕາ Net Idol ສາວລາວ ເຊັນສັນຍາເປັນ brand ambassador ໃຫ້ກັບລໍາໂພງ ຍີ່ຫໍ້ M+

ແກ້ວຕາ Net Idol ສາວລາວ ເຊັນສັນຍາເປັນ brand ambassador ໃຫ້ກັບລໍາໂພງ ຍີ່ຫໍ້ M+      ໃນວັນທີ 28 ເມສາ 2018, ຢູ່ທີ ຫໍປະຊຸມແຫ່ງຊາດ ຫຼັກ 6, ນະຄອນຫຼວງວຽງຈັນ ກຸ່ມບໍລິສັດ ທຽນພູກວາງໂຈ (ປະເທດຈີນ) ໄດ້ຈັດງານ ເປີດໂຕຜະລິດຕະພັນລໍາໂພງ ຍີຫໍ້ M+ ໃນລາວ ພ້ອມກັບລົງນາມເຊັນສັນຍາ ກັບນາງ ແກ້ວຕາ ພອນປະເສີດ ມາເປັນ presenter ໃຫ້ກັບລຳໂພງດັ່ງກ່າວ. ໂດຍການເປັນປະທານຂອງທ່ານ WU XIAN ZHONG,CEO ຂອງກຸ່ມບໍລິສັດທຽນພູກວາງໂຈ.   ພາຍໃນງານທ່ານ WU XIAN ZHONG,CEO ຂອງກຸ່ມບໍລິສັດທຽນພູກວາງໂຈ ໄດ້ກ່າວວ່າ: ການລົງນາມເຊັນສັນຍາກັບ ນາງສາວເເກ້ວຕາ ພອນປະເສີດ ມາເປັນ brand …

Read More »

ສະມາຄົມນັກທຸລະກິດແມ່ຍິງລາວ ສະຫຼຸບວຽກງານປະຈຳປີ ພ້ອມທັງຮັບສະມາຊິກໃໝ່ ແລະ ບາສີສູ່ຂວັນປີໃໝ່ລາວ…

ສະມາຄົມນັກທຸລະກິດແມ່ຍິງລາວ ສະຫຼຸບວຽກງານປະຈຳປີ ພ້ອມທັງຮັບສະມາຊິກໃໝ່ ແລະ ບາສີສູ່ຂວັນປີໃໝ່ລາວ ໃນຕອນເຊົ້າວັນທີ 6 ເມສາ 2018 ຢູ່ທີ່ ສູນເຝີກອົບຮົມແມ່ຍິງລາວ, ສະມາຄົມນັກທຸລະກິດແມ່ຍິງລາວ ( ສທຍລ) ໄດ້ຈັດງານ ສະຫຼຸບວຽກງານປະຈຳປີ 2017 ພ້ອມ ກັບວາງແຜນວຽກງານຕໍ່ໜ້າໃນປີ 2018. ນອກນີ້, ຍັງໄດ້ຈັດມີພິທີບາສີສູ່ຂວັນ ເພື່ອເປັນສິຣິມຸງຄຸນໃນບຸນປີໃໝ່ທີ່ຈະມາເຖິງນີ້.  ໂດຍການເປັນປະທານ ຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງລາວ, ທ່ານ ນາງ ຈັນເທົາ ປະທຳມະວົງ ປະທານກິດຕິມະສັກຂອງ ສທຍລ, ທ່ານ ນາງ ແສງມະນີ ວິຍາເກດ ປະທານ ທີ່ປຶກສາ ສທຍລ, ພ້ອມດ້ວຍສະມາຊິກໃໝ່ ແລະ ເກົ່າເຂົ້າຮ່ວມ. ຈຸດປະສົງໃນການຈັດງານຄັ້ງນີ້, ກໍເພື່ອເປັນການເຕົ້າໂຮມສາມັກຄີບັນດາສະມາຊິກຂອງ ສຍລ ແລະ …

Read More »

ຜົນການແຂ່ງຂັນ Carlsberg Golf Classic 2018…

ຜົນການແຂ່ງຂັນ Carlsberg Golf Classic 2018… ການແຂ່ງຂັນກ໊ອຟ ລາຍການ ຄາລສະເບີກ ກ໊ອຟ ຄລາສຊິກ 2018 (Carlsberg Golf Classic 2018) ທີ່ ສປປ ລາວ ເປັນຄັ້ງທໍາອິດ ເມື່ອວັນເສົາ 7 ເມສາ 2018 ນີ້ ທີ່ສະໜາມກ໊ອຟ ລ໋ອງວຽນ ນະຄອນຫຼວງວຽງຈັນ ເຊິ່ງເປັນການແຂ່ງຂັນຂອງນັກກ໊ອຟສະໝັກຫຼິ້ນ ໄດ້ປິດສາກລົງດ້ວຍຜົນສໍາເລັດອັນຈົບງາມ ໂດຍແຊັມສາຍທົ່ວໄປ (Gross ranking) ຕົກເປັນຂອງ ທ່ານ Mr. Jang Heung Soo, ສ່ວນສາຍ Net Ranking ຕົກເປັນຂອງ ທ່ານ ວິໄລສັກ ເພັດທະສາ.    ກ່ອນໜ້ານີ້ ທ່ານ ເຮັນຣິກ ຈູ …

Read More »

ເຊັນສັນຍາສະໜັບສະໜູນຫຼັກການແຂ່ງຂັນກິລາເພາະກາຍປະຈຳປີ 2018 (Mr and Miss Fitness lao 2018)

ນະຄອນຫຼວງວຽງຈັນ ວັນທີ 16 ມີນາ 2018 ທີ່ຜ່ານມາ ໄດ້ມີການເຊັນສັນຍາສະໜັບສະໜູນຫຼັກການແຂ່ງຂັນກິລາເພາະກາຍປະຈຳປີ 2018 ເປັນກຽດເປັນປະທານໃນງານໂດຍທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ/ຮອງປະທານເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ສະຖາພອນ ພິຈິດ ປະທານບໍລິສັດ ວຽງຈັນຟິດເນັສ ແລະ ພ້ອມດ້ວຍຄະນະສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ນັກຂ່າວສື່ມວນຊົນ. ເພື່ອເປັນການສືບຕໍ່ການແຂ່ງຂັນໃຫ້ເປັນປົກກະຕິໃນທຸກໆປີ ເຊິ່ງໃນປີທີ່ຜ່ານມາໄດ້ຈັດປະກວດ Mr lao 2017 ຂຶ້ນທີ່ຫໍວັັດທະນະທໍາ ເຊິ່ງໄດ້ຮັບການສົນໃຈຈາກນັກກິລາ ປະຊາຊົນ ແລະ ສຳນັກຂ່າວຕ່າງໆຢ່າງຫຼວງຫຼາຍ ແລະ ເພື່ອເປັນການສ້າງໃຫ້່ມີນັກກິລາເຂົ້າແຂ່ງຂັນເວທີນາໆຊາດ ຫຼື ປະຊາຊົນທົ່ວປະເທດໃຫ້ຄວາມສົນໃຈອອກກຳລັງກາຍໃສ່ໃຈສຸຂະພາບກວ່ານີ້ ແລະ ການຈະຫຍາຍສູນອອກກຳລັງກາຍໃຫ້ໄປທຸກຂົງເຂດທົ່ວປະເທດ ດັ່ງນັ້ນຈຶ່ງຈຳເປັນຕ້ອງໄດ້ມີການສ້າງຂະບວນການແຂ່ງຂັນຢ່າງຕໍ່ເນື່ອງ ບໍ່ສະເພາະແຕ່ຈັດການແຂ່ງຂັນສະເພາະກາຍປະຈຳປີເທົ່ານັ້ນ ເຊິ່ງໃນອະນາຄົດຈະຂໍອະນຸມັດບັນຈຸເຂົ້າກິລາແຫ່ງຊາດ ແລະ ຮ່ວມແຂ່ງຂັນນາໆຊາດອີກດ້ວຍ ເຖິງຢ່າງໃດກໍຕາມການແຂ່ງຂັນກໍຈຳເປັນຕ້ອງໄດ້ໃຊ້ງົບປະມານສູງສົມຄວາມຕໍ່ການແຂ່ງຂັນນັ້ນໆ ເຊິ່ງມັນກໍເກີນກຳລັງແຮງຂອງສະຫະພັນກິລາເພາະກາຍຈະສາມາດຈັດເອງໄດ້ໂດຍລຳພັງ ເນື່ອງຈາກງົບປະມານກໍຈຳກັດ ຊຶ່ງທຸກຄົນໃນຄະນະສະຫະພັນໄດ້ທຸ້ມເທທຸກສະຕິປັນຍາ ແລະ …

Read More »