Breaking News

ຂ່າວເສດຖະກິດ

Bosch ຂະຫຍາຍສາຂາໃໝ່… ໃຫ້ລາວເປັນສູນກາງທີ່ 9 ຂອງປະເທດໃນອາຊີຕາເວັນອອກສຽງໃຕ້….

ພິທີຖະແຫຼງຂ່າວ ຂະຫຍາຍສາຂາໃໝ່ ຂອງບໍລິສັດ Bosch ໃນຕອນແລງຂອງວັນທີ 12 ມີນາ 2018 ບໍລິສັດ Bosch ໄດ້ຈັດພິທີຖະແຫຼງຂ່າວ ຂະຫຍາຍສາຂາໃໝ່ ດ້ວຍການເປີດສູນກາງທຸລະກິດໃໝ່ ສົ່ງເສີມການຖ່າຍທອດຄວາມຮູ້ ແລະ ການຊ່ວຍພັດທະນາເສດຖະກິດ-ສັງຄົມຂອງຊາດ ຢູ່ທີ່ທະນາຄານ ANZ ກົງກັນຂ້າມກັບຕະຫຼາດເຊົ້າມໍ. ໂດຍການເປັນປະທານຂອງທ່ານ ເຢນສ ລຸກເກນແຮມ ເອກອັກຄະລັດຖະທູດ ເຢຍລະມັນປະຈໍາ ສປປ. ລາວ, ທ່ານ Peter Tyroller ສະມາຊິກສະພາຜູ້ບໍລິຫານ Bosch, ທ່ານ ບຸນສີ ດວງສະຫວັນ ຮອງຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ Martin Hayes ປະທານບໍລິສັດ Bosch ປະຈໍາພາກພື້ນອາຊີອາເວັນອອກສ່ຽງໃຕ້, ທ່ານ ອົງເຢ ເດິ ຢົງ ຜູ້ບໍລິຫານໃຫຍ່ ບໍລິສັດ …

Read More »

ຝຣັ່ງຕະລຶງເມື່ອເຫັນເຫຼົ້າບອງຢາລາວ!!! (ມີຄລິບ)

ເປັນກະແສໃນໂລກໂຊຊ່ຽວເມື່ອເພສທ່ອງທ່ຽວຊື່ດັງທີ່ມີຄົນຕິດຕາມເປັນລ້ານໆ “Tastemade Travel” ໄດ້ເຜີຍແຜ່ຄລິບສາລະຄະດີທີ່ຖ່າຍທຳໃນປະເທດລາວ ເຊິ່ງໄດ້ເວົ້າເຖິງໝູ່ບ້ານທີ່ຜະລິດເຫຼົ້າຂາວລາວ ແລະ ເຫຼົ້າບອງຢາ ເຊິ່ງບອງດ້ວຍສັດຕ່າງໆບໍ່ວ່າຈະເປັນ ງູ, ແມງງອດ, ກັບແກ້ ແລະ ອື່ນໆ… ເຊິ່ງເຮັດໃຫ້ພວກເຂົາເຖິງຂັ້ນຕະລຶງ ອະເມຊິງໄປຕາມໆກັນ…!!! Whisky Village in Laos What kind of creepy crawlies would you like in your whiskey? You can try them all in Laos' Whisky Village! Tastemade Travelさんの投稿 2018年2月11日(日)   ພໍແຕ່ປ່ອຍຄລິບດັ່ງກ່າວເຮັດໃຫ້ມີຊາວຕ່າງຊາດເກືອບທົ່ວໂລກ ເຂົ້າມາສະແດງຄວາມຄິດເຫັນ ກົດໄລ້ ກົດແຊຣກັນຈຳນວນຫຼວງຫຼາຍ!!! via: Tastemade Travel

Read More »

ເລີ່ມແລ້ວ!!! ການແຂ່ງຂັນກິລາກ໊ອຟ (Lao Golf Challenge 2018)

ພິທີຖະແຫຼງຂ່າວການແຂ່ງຂັນ Lao Golf Challenge 2018 ປີທີ 6 ຈັດໂດຍວາລະສານທາເກັດ ຮ່ວມກັບ ສະຫະພັນກິລາກ໊ອຟແຫ່ງຊາດລາວ. ວາລະສານທາເກັດ ຮ່ວມກັບ ສະຫະພັນກິລາກ໊ອຟແຫ່ງຊາດລາວ ໄດ້ຈັດພິທີຖະແຫຼງຂ່າວການແຂ່ງຂັນ Lao Golf Challenge 2018 ປີທີ 6. ໃນຕອນບ່າຍວັນ 6 ກຸມພາ 2018 ທີ່ ໂຮງແຮມຄຣາວພລາຊາ,ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົງຄາມ ສີລາເພັດ ຮອງປະທານ ແລະ ເລຂາສະຫະພັນກິລາກ໊ອຟແຫ່ງຊາດລາວ ແລະ ທ່ານ ໄຊຍະສອນ ປັນຍາທິບ ຜູ້ອໍານວຍການສ້າງວາລະສານທາເກັດ ທັງເປັນປະທານຈັດງານແຂ່ງຂັນ ພ້ອມດ້ວຍຜູ້ໃຫ້ການສະໜັບສະໜູນ, ແຂກຜູ້ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ. ໃນປີນີ້ຈະເລີ່ມເປີດຮັບສະໝັກຜູ້ເຂົ້າຮ່ວມແຂ່ງຂັນຕັ້ງແຕ່ວັນທີ 7  –  21 ກຸມພາ 2018 ແລະ ການແຂ່ງຂັນແມ່ນຈະໄດ້ຈັດຂຶ້ນໃນວັນທີ 10 ມີນາ 2017 …

Read More »

EPSON ມຸ່ງໝັ້ນພັດທະນາເຂົ້າສູ່ຕະຫຼາດລາວ

      ໃນຕອນຄໍ່າຂອງວັນທີ 25 ມັງກອນ 2018 ຢູ່ທີ່ໂຮງແຮມແລນມາກ, EPSON ໄດ້ຈັດງານລ້ຽງຂອບໃຈລູກຄ້າ ພ້ອມທັງນຳສະເໜີຜະລິດຕະພັນໃໝ່ຂອງ Epson ບຸກຕະຫຼາດລາວ ດ້ວຍການເປີດຕົວເຄື່ອງພິມ Inktank inkjet ລຸ້ນໃຫມ່, ໂປຣເຈັກເຕີ Smart-Series ແລະ ເຄື່ອງສະແກນເນີ ເພື່ອຮອງຮັບເສດຖະກິດຂອງລາວ ແລະ ອີງຕາມຄວາມຕ້ອງການທາງດ້ານຜະລິດຕະພັນດ້ານໄອທີ. ທ່ານ ຢັນຢົງ ມຸນີມົງຄົນທອນ, ຜູ້ຈັດການທົ່ວໄປຂອງ Epson ປະເທດໄທ ໃຫ້ຮູ້ວ່າ: ເຄື່ອງພິມ Inktank inkjet ຂອງ Epson ແລະ ໂປຣເຈັກເຕີ ແມ່ນປະສົບຜົນສໍາເລັດເປັນຢ່າງດີ ຍອດຂາຍເຄື່ອງພິມ Epson L-Series ໃນ 150 ປະເທດທົ່ວໂລກ ມີຈໍານວນເຖິງ 20 ລ້ານເຄື່ອງ. ມີສ່ວນແບ່ງຕະຫຼາດເຖິງ 70% …

Read More »

ຊົມເຊີຍ! ຫຼວງພະບາງເຮັດແທ້ມີຄຳສັ່ງຫ້າມ ແມ່ຄ້າຊາວຂາຍນຳເຂົ້າໜົມຕ່າງປະເທດຂາຍໃຫ້ແຂກໃສ່ບາດ

ອີງຕາມໜັງສືແຈ້ງການສະບັບເລກທີ 16/ຖວມທ-ຫຼບ ວັນທີ 22 ມັງກອນ 2018 ເລື່ອງການຢຸດຕິຂາຍເຂົ້າໜົມສຳເລັດຮູບຂອງຕ່າງປະເທດໃຫ້ແຂກທີ່ມາໃສ່ບາດ ອີງຕາມເນື້ອໃນກອງປະຊຸມວຽກງານຄຸ້ມຄອງການຂາຍເຄື່ອງໃສ່ບາດ ວັນທີ 16 ຕຸລາ 2017, ອີງຕາມກອງປະຊຸມປະຈຳປີ 2017-2018 ວຽກງານ ຖວທ ເມືອງຫຼວງພະບາງ ຄັ້ງວັນທີ 19 ມັງກອນ 2018. ໃຫ້ບັນດາຜຸ້ປະກອບການຂາຍເຄື່ອງໃສ່ບາດຢູ່ 3 ຈຸດຂອງເມືອງ ຫຼວງພະບາງ ຢຸດຕິການນຳເອົາເຂົ້າໜົມສຳເລັດຮູບຂອງຕ່າງປະເທດທຸກຊະນິດມາຂາຍໃຫ້ແຂກທ່ອງທ່ຽວທີ່ມາໃສ່ບາດນັບຕັ້ງແຕ່ ວັນທີ 1 ກຸມພາ 2018, ແຕ່ອະນຸຍາດໃຫ້ນຳເອົາເຂົ້າໜົມພື້ນເມືອງລາວທີ່ຜະລິດປຸງແຕ່ງຢູ່ພາຍໃນ ມາຂາຍໄດ້ໂດຍຮັບປະກັບຄຸນນະພາບ ມີຄວາມສະອາດ ແລະ ບໍ່ບູດເນົ່າ ໃຫ້ຢຸດຕິການນຳເອົາເຂົ້າຫຼາມ ມາຂາຍບໍລິການໃຫ້ແຂກທ່ອງທ່ຽວໃສ່ບາດແດ່ພຣະສົງທີ່ປະຕິບັດກິດຈະວັດ ບິນຕະບາດຢ່າງເດັດຂາດ ເຂົ້າໜຽວທີ່ນຳມາຂາຍໃຫ້ແຂກໃສ່ບາດຕ້ອງມີຄຸນນະພາບດີ ເປັນເຂົ້າໜຶ້ງໃໝ່ (ເຂົ້າມ່າ) ບໍ່ແມ່ນເຂົ້າເຢັນອຸ່ນມາຂາຍໃຫ້ແຂກໃສ່ບາດຢ່າງເດັດຂາດ, ໃຫ້ຂາຍຕາມນໍ້າໜັກ ແລະ ລາຄາທີ່ກຳນົດໄວ້ຢ່າງຖືກຕ້່ອງ (1ກລ=10.000 ກີບ, 1,5ກລ=15.000 ກີບ, 2ກລ=20.000 …

Read More »