Breaking News

ຂ່າວເສດຖະກິດ

ງາມຫຼາຍ!! “ຕະຫຼາດນັດງາມລາວ” ງານສົ່ງເສີມຄວາມເປັນລາວ ແລະ ຜະລິດຕະພັນຂອງຄົນລາວ…

ຈົບໄປແລ້ວສໍາລັບງານ ຕະຫຼາດນັດງາມລາວ ງານຕະຫຼາດນັດສົ່ງເສີມຄວາມເປັນລາວ ແລະ ຜະລິດຕະພັນລາວ ທີ່ຈັດຂຶ້ນໃນວັນທີ 4-5 ກໍລະກົດທີ່ຜ່ານມາ!! ມີໃຜໄດ້ໄປເລາະມາແດ່??? (ໂຊຮູບກັນແດ່) ສ່ວນໃຜທີ່ບໍ່ໄດ້ໄປ ແອັດມິ້ນມີຮູບພາບມາໃຫ້ເບິ່ງກ່ອນເພື່ອງານໜ້າຈະໄດ້ບໍ່ຕ້ອງພາດ… ແຕ່ກ່ອນທີ່ຈະໄດ້ຊົມພາບບັນຍາກາດນັ້ນ ຂໍນໍາສະເໜີ Concept ຂອງງານຈັກເລັກໜ້ອຍ!! ງານຕະຫຼາດນັດງາມລາວ ແມ່ນຈັດຂຶ້ນເປັນຄັ້ງທີ 2 ໂດຍຮ້ານອາຫານ ເລີປາແດກ ຈຸດປະສົງແມ່ນເພື່ອເນັ້ນໃຫ້ຄົນລາວຍຸກໃໝ່ຫັນມາໃຫ້ຄວາມສົນໃຈອະນຸຮັກວັດທະນະທໍາແບບດັ້ງເດີມ ເຊິ່ງພາຍໃນງານຈະມີການວາງສະແດງ ແລະຂາຍຜະລິດຕະພັນທີ່ເປັນ Handmade ທີ່ມີລວດລາຍພື້ນບ້ານຂອງລາວ ລວມໄປເຖິງບັນດາຂະໜົມພື້ນບ້ານທີ່ປູ່ຍ່າຕານາຍເຄີຍເຮັດກິນກັນ ນອກຈາກນັ້ນ ຍັງເນັ້ນສົ່ງເສີມການອະນຸຮັກທໍາມະຊາດ ແລະ ສິ່ງແວດລ້ອມຫຼຸດຜ່ອນ ພຼາສຕິກ ເພາະທຸກຢາງທີ່ນໍາມາໃຊ້ຈະເຮັດຈາກໄມ້ແບບທໍາມະຊາດ… ຖືວ່າເປັນແນວຄວາມຄິດທີ່ດີຫຼາຍໄປແລ້ວໃຫ້ຄວາມຮູ້ສຶກຄືໄດ້ຍ້ອນຍຸກໄປສະໄໝກ່ອນແນວໃດແນວນັ້ນເລີຍ!! ໃຜທີ່ພາດເທື່ອນີ້ ເທື່ອໜ້າຫ້າພມພາດເດັດຂາດເດີ້ ໄປຮ່ວມສະໜັບສະໜູນຄວາມເປັນລາວນໍາກັນ!!! ຮູບພາບຈາກ: Le Padaek

Read More »

ຊົມເຊີຍ! ຮ້ານອາຫານ ແສງດາວ ແລະ ເລີ ປາກແດກ ທີ່ປະຕິບັດຕາມຄໍາສັ່ງເລກທີ 06/ນຍ ໄດ້ດີ ແລະ ສາມາດດໍາເນີນກິດຈະການຕໍ່ຫຼັງພັກໂຄວິດ…

ຫຼັງຈາກທີ່ປະເທດເຮົາໄດ້ມີມາດຕະການຜ່ອນການ Lock down  ໜ່ວຍງານກວດກາສະເພາະກິດໂຄວິດ-19   ນະຄອນຫຼວງວຽງຈັນ ໄດ້ອອກກວດກາ ການເຄື່ອນໄຫວ ຂອງພາກທຸລະກິດ ໃນໄລຍະທີ່ມີການລະບາດຂອງພະຍາດ COVID-19 ຕາມທີ່ໄດ້ກຳນົດໃນຄໍາແນະນໍາ 031/ສພກ ກ່ຽວກັບການສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະຂອງພະຍາດໂຄວິດ-19 ເລີ່ມແຕ່ວັນທີ 04 -17 ພຶດສະພາ 2020 ຄື:   ມີສະຖານທີ່ບໍ່ແອອັດ  ເວລານັ່ງກິນອາຫານຕ້ອງມີໄລຍະຫ່າງ 1 ແມັດຂຶ້ນ  ພະນັກງານ ຕ້ອງມີຜ້າອັດປາກ-ດັງ, ບ່ອນລ້າງມື, ສະບູ ຫຼື ເຈວລ້າງມື ແລະ ໃສ່ຖົງມື ທຸກຄັ້ງໃນການບໍລິການ ຕ້ອງມີຈຸດກວດອຸນຫະພູມ ແລະ ສະໜອງເຈວລ້າງມື ໃຫ້ພະນັກງານ ແລະ ແຂກທີ່ເຂົ້າມາບໍລິການ ຢູ່ທາງເຂົ້າ-ອອກ ຖ້າພົບຜູ້ທີ່ມີອາການໄຂ້ (ອຸນຫະພູມສູງກວ່າ 37,5 ອົງສາ) ຫຼື …

Read More »

ຂ່າວດີ!!! ໂຮງງານຜະລິດຜ້າອັດປາກ-ດັງ ຈຳນວນ 8 ໂຮງງານ ທີ່ນະຄອນຫຼວງວຽງຈັນ ກະກຽມເປີດການຜະລິດອອກຮັບໃຊ້ສັງຄົມ…

ຕໍ່ເນື່ອງກັບສະພາບການແຜ່ລະບາດຂອງໂຄວິດ-19 ທີ່ກຳລັງແຜ່ລະບາດໄປທົ່ວໂລກນັບມື້ນັບຮຸນແຮງ ແລະ ໜື່ງໃນວິທີການປ້ອງພະຍາດລະບາດດັ່ງກ່າວແມ່ນການໃສ່ຜ້າອັດປາກ ແລະ ຜ່ານມາດັ່ງທີ່ເຮົາຮູ້ກັນແລ້ວວ່າ ຜ້າປິດປາກກຳລັງເປັນທີ່ຕ້ອງການຂອງປະຊາຊົນໃນສັງຄົມ ແລະ ຂາດຕະຫຼາດຈົນເຮັດໃຫ້ລາຄາຜ້າອັດປາກນັ້ນລາຄາສູງ ຈົນກາຍເປັນປະເດັນມີຄິດເຫັນຕ່າງໆນາໆອອກມາ… ແຕ່ບໍ່ຕ້ອງກັງວົນອີກຕໍ່ໄປ ເພາະວ່າ ຫຼ້າສຸດ ໂຮງງານຜະລິດຜ້າອັດປາກ-ດັງ ຈຳນວນ 8 ໂຮງງານ ທີ່ ນະຄອນຫຼວງວຽງຈັນ ກະກຽມເປີດສາຍການຜະລິດອອກຮັບໃຊ້ສັງຄົມ ຈໍານວນຫຼາຍກ່ວາ 1.2 ລ້ານແຜ່ນ ຕໍ່ມື້ ລາຄາຂາຍ ສະເລ່ຍຕໍ່ແຜ່ນ ພຽງ 1.200-1.400 ກີບ !!!        

Read More »

ໜ້າສົນໃຈ!! ນັກເສດຖະສາດຍິງ ແລະ ນັກວິຊາການອາວຸໂສຈາກເນປານ ວິເຄາະກ່ຽວກັບຜົນກະທົບດ້ານເສດຖະກິດ – ສັງຄົມທີ່ເກີດຂື້ນຊ່ວງ COVID19 ຕໍ່ແມ່ຍິງ… ໂດຍສະເພາະແມ່ຍິງທີ່ດ້ອຍໂອກາດ-ໃຊ້ແຮງງານ-ລາຍໄດ້ຕໍ່າ

  ທ່ານນາງ Meena Acharya ນັກເສດຖະສາດຍິງ ແລະ ນັກວິຊາການອາວຸໂສຈາກ ປະເທດເນປານ ທີ່ໄດ້ຄົ້ນຄວ້າ ແລະ ເຜີຍແຜ່ຢ່າງກວ້າງຂວາງກ່ຽວກັບການພັດທະນາ, ເສດຖະກິດມະຫາພາກ, ຄວາມທຸກຍາກແລະການເມືອງຈາກມູມມອງບົດບາດຍິງ – ຊາຍມາເປັນເວລາ 45 ປີແລ້ວ. ໄດ້ໃຫ້ສໍາພາດກັບ UN Women, ນາງໄດ້ແບ່ງປັນການວິເຄາະຜູ້ຊ່ຽວຊານຂອງນາງກ່ຽວກັບຜົນກະທົບດ້ານເສດຖະກິດ – ສັງຄົມ ທີ່ກຳລັງຈະເກີດຂື້ນຂອງ COVID-19… ໃນມຸມມອງຂອງເພດວ່າ ໃນຖານະນັກເສດຖະສາດທີ່ເປັນແມ່ຍິງ, ການປະເມີນຂອງທ່ານກ່ຽວກັບການລະບາດຂອງພະຍາດໄຂ້ເລືອດອອກ QHID-19 ໃນປະເທດເນປານແມ່ນຫຍັງ? ທຸກໆຂະແໜງເສດຖະກິດໄດ້ຮັບຜົນກະທົບຢ່າງໜັກ ຈາກ COVID-19. ຜົນກະທົບທີ່ຮຸນແຮງທີ່ສຸດແມ່ນການທ່ອງທ່ຽວ, ແລະ ຂະແໜງການທີ່ກ່ຽວຂ້ອງເຊັ່ນ: ການຕ້ອນຮັບ, ຫັດຖະກຳ, ການຂົນສົ່ງ, ການບໍລິການດ້ານການທະນາຄານ ແລະການເງິນ. ຜົນກະທົບຢ່າງເຕັມທີ່ຕໍ່ກະສິກຳກໍຈະມີຜົນກະທົບຢ່າງຫຼວງຫຼາຍຖ້າຫາກວ່າການປິດເມືອງຍັງສືບຕໍ່. ຜົນກະທົບບາງສ່ວນແມ່ນເຫັນໄດ້ໃນຕະຫລາດຜັກ, ຟາມສັດປີກ, ການຂາຍນົມແລະອື່ນໆ. ການຂາດແຄນອາຫານສັດໄດ້ສົ່ງຜົນກະທົບຕໍ່ການລ້ຽງສັດ. ການນຳເຂົ້າລົດລົງຈະສົ່ງຜົນກະທົບທາງລົບຕໍ່ລາຍຮັບພາສີແລະລາຍໄດ້ທີ່ບໍ່ແມ່ນພາສີຈາກການໂອນ ກຳ ມະສິດທີ່ດິນແລະຊັບສິນເຊິ່ງເປັນແຫຼ່ງລາຍຮັບທີ່ ສຳ …

Read More »

ພາບບັນຍາກາດ ອອກໂຮງໝໍ ຂອງຜູ້ຕິດເຊື້ອ ໂຄວິດ-19 ທີ່ປົວດີ 2 ຄົນ ທີ່ ໂຮງໝໍແຂວງຫຼວງພະບາງ…

ຖືວ່າເປັນຂ່າວດີອີກໜື່ງຂ່າວ ຫຼ້າສຸດມື້ວານນີ້ວັນທີ 22 ເມສາ 2020 ສປປ ລາວ ສາມາດປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີແລ້ວອີກ 2 ຄົນທີ່ ແຂວງຫຼວງພະບາງ ເອົາເປັນວ່າມື້ນີ້ຂວັນໃຈໄດ້ນໍາເອົາພາບບັນຍາກາດທີ່ 2 ຜູ້ຕິດເຊື້ອໄດ້ຫາຍດີ ແລະ ອອກຈາກໂຮງໝໍມາຝາກ ທ່າມກາງຄວາມຍິນດີຂອງແພດໝໍ ແລະ ຍາດພີ່ນ້ອງ…  

Read More »