Breaking News

ໄວໜຸ່ມ

ງົດງາມ! ເຜີຍແລ້ວຊຸດປະຈຳຊາດລາວຂອງ ບາບີ້ ປິຍະມາດ ​ທີ່ຈະໃຊ້ເຂົ້າໃນການປະກວດ Miss​ International​ 2018​ ທີ່ປະເທດຍີ່ປຸ່ນ!!!

ເຜີຍແລ້ວ!!! ຫຼັງຈາກທີ່ເຮົາໄດ້ຮູ້ ແລະ ໄດ້ເຫັນໜ້າຕາຂອງ Miss​ International​ Laos 2018​ ນັ້ນກໍຄື ບາບີ້ ປິຍາມາດ ພູນປະເສີດ ກັນແລ້ວ ແລະ ຫຼ້າສຸດກໍຈັດໃຫ້ເອົາໃຈແຟນໆນາງງາມຊາວລາວ ເພາະເພິ່ນມີການເປີດເຜີຍຊຸດປະຈຳຊາດລາວ ທີ່ຈະໃຊ້ເຂົ້າໃນກເວທີ Miss​ International​ 2018​ ໃນເດືອນ ພະຈິກ ນີ້… ທີ່ປະເທດຍີ່ປຸ່ນ. ເປັນແນວໃດກັນແດ່ເບິ່ງແລ້ວງົດງາມ ອ່ອນຫວານ ມີເອກະລັກຄວາມເປັນລາວ ແລະ ບົ່ງບອກເຖິງການນຸ່ງຖືຂອງແມ່ຍິງລາວກັນແດ່ບໍ່?, ຢ່າງໃດເຮົາຄົນລາວກໍ່ຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ?? Story: ຊະນີIndy ຮູບພາບ: Miss International Laos ມີສອິນເຕີເນຊັນແນສ ລາວ

Read More »

ໄວໜຸ່ມລາວ! ເຂົ້າຮ່ວມແລກປ່ຽນດ້ານເຕັກໂນໂລຊີກ່ຽວກັບສິ່ງແວດລ້ອມ ແລະ ການປ້ອງກັນໄພພິບັດທີ່ປະເທດຍີ່ປຸ່ນ

ໃນວັນທີ 15 ຕຸລາ 2018 ທີ່ຜ່ານມາ, ໄວໜຸ່ມລາວ ໂດຍມີນັກຮຽນມັດທະຍົມຕອນປາຍ 8 ຄົນ, ນັກສຶກສາມະຫາວິທະຍາໄລ 8 ຄົນ ແລະ ລັດຖະກອນ 1 ທ່ານໄດ້ເດີນທາງຈາກສະໜາມບິນສາກົນວັດໄຕໄປຍັງປະເທດຍີ່ປຸ່ນເພື່ອເຂົ້າຮ່ວມ “ການແລກປ່ຽນທາງດ້ານເຕັກໂນໂລຊີກ່ຽວກັບສິ່ງແວດລ້ອມ ແລະ ການປ້ອງກັນໄພພິບັດ” ພາຍໃຕ້ໂຄງການ JENESYS 2018, ເຊິ່ງໄດ້ຮັບການສະໜັບສະໜູນໂດຍລັດຖະບານຍີ່ປຸ່ນ. ພວກເຂົາຈະໄດ້ໄປພັກຢູ່ຍີ່ປຸ່ນຕັ້ງແຕ່ວັນທີ 16 ເຖິງ 23 ຕຸລາ 2018. ໂຄງການດັ່ງກ່າວແມ່ນສຸມໃສ່ມາດຕະການຕໍ່ຕ້ານກັບບັນຫາສິ່ງແວດລ້ອມ ແລະ ໄພພິບັດຢູ່ຍີ່ປຸ່ນ. ນັກສຶກສາທັງ 16 ຄົນນີ້ໄດ້ຖືກຂັດເລືອກຈາກຜູ້ສະໝັກຫລາຍກວ່າ 370 ກວ່າຄົນໂດຍຄະນະກໍາມະການຂັດເລືອກເຊິ່ງປະກອບດ້ວຍຕົວແທນຈາກສູນກາງຊາວໜຸ່ມລາວ ແລະ ສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ. ທີ່ມາ: Embassy of Japan in Laos ສະຖານທູດຍີ່ປຸ່ນປະຈໍາ ສປປລາວ

Read More »

ມາເບິ່ງ! Top 20 ຊຸດປະຈຳຊາດທີ່ຜ່ານເຂົ້າຮອບ (ໜຶ່ງໃນນັ້ນມີຊຸດປະຈຳຊາດລາວ)

ຈະພາມາເບິ່ງ  Top20 ຊຸດປະຈຳຊາດທີ່ຜ່ານເຂົ້າຮອບໃນການປະກວດ Miss Grand International 2018 ແລະ ບໍ່ແມ່ນ Top20 ແບບທຳມະດາ ເພາະ 1 ໃນນັ້ນມີຊຸດປະຈຳຊາດຂອງປະເທດລາວ Miss Grand Laos ເຮົາຕິດອີກດ້ວຍ. ແຕ່ລະຊຸດຈະມີຄວາມງາມ ມີເອກະລັກ ແລະ ອະລັງການງານສ້າງດ້ານຄວາມຄິດສ້າງສັນພຽງໃດ ລອງມາເບິ່ງກັນ!!! Miss Grand Cambodia: Dy Lika Miss Grand Costa Rica: Nicole Menayo Miss Grand Haiti: Valérie Alcide Miss Grand India: Meenakshi Chaudhary Miss Grand Indonesia: Nadia Purwoko Miss Grand …

Read More »

ສະແດງຄວາມຍິນດີ! ຊຸດປະຈຳຊາດລາວໄດ້ໄປຕໍ່… ຕິດ Top 20 (ຢ່າລືມເຂົ້າໄປໂຫວດໃຫ້ Miss Grand Laos) 

ວ້າວວວ!!! ເປັນຂ່າວດີຂອງຄົນລາວເຮົາທຸກໆຄົນ ຫຼ້າສຸດເພສຫຼັກຂອງການປະກວດ  Miss Grand International ກໍໄດ້ປະກາດລາຍຊື່ຊຸດປະຈຳຊາດທີ່ເຂົ້າຮອບເພີ່ມ 10 ປະເທດ ໂດຍເປັນການຄັດເລືອກຂອງກຳມະການ ລວມທັງໝົດ 20 ປະເທດ. ມາເລີ່ມໂຫວດໃຫ້ Miss Grand Laos ເຮົາໄດ້ແລ້ວໂດຍເຂົ້າໄປທີ່ FB/Miss Grand International ແລ້ວເຂົ້າໄປຊອກຮູບພາບຂອງ Miss Grand Laos ຂໍເນັ້ນວ່າຕ້ອງແມ່ນຮູບພາບຂອງ ນ້ອງ ມາລີ ນົບພະລັດ Miss Grand Laos  ດັ່ງຮູບພາບຂ້າງລຸ່ມນີ້ເທົ່ານັ້ນເດີ້,  ແລ້ວ ກົດໄລ້ ກົດແຊຣເລີຍ…  1 ໄລ້ (Like)  ເທົ່າກັບ 1 ຄະແນນ ແລະ 1 ແຊຣ (Share) ເທົ່າກັບ 5 ຄະແນນ ເລີ່ມໂຫວດໄດ້ແລ້ວຕັ້ງແຕ່ຕອນນີ້ ໝົດເຂດການຮ່ວມໂຫວດໃນວັນທີ 19 ຕຸລາ 2018 ເວລາ …

Read More »

ກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການກ່ຽວກັບໄລຍະງານບຸນອອກພັນສາປະວໍລະນາ, ບຸນຊ່ວງເຮືອປະເພນີ ທ່າວັດຈັນ ດັ່ງນີ້…

ກະຊວງປ້ອງກັນຄວາມສະຫງົບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການສະບັບເລກທີ 395/ປກສ.ນວ, ລົງວັນທີ 15 ຕຸລາ 2018. ເພື່ອແຈ້ງການ ການເພິ່ມທະວີປ້ອງກັນຮັກສາຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນໄລຍະງານບຸນອອກພັນສາປະວໍລະນາ, ບຸນຊ່ວງເຮືອປະເພນີ ທ່າວັດຈັນປະຈຳປີ ພ.ສ 2561. ສາມາດເບິ່ງລາຍລະອຽດເພີ່ມຕື່ມຕາມໃບແຈ້ງການລຸ່ມນີ້: ດັ່ງນັ້ນ!!! ຖ້າຮັບຊາບແລ້ວ ຝາກໃຫ້ພໍ່ແມ່ພີ່ນ້ອງປະຊາຊົນພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ຮູບພາບ: Lao YouthRadio FM 90.0 Mhz, Vientiane City, Laos

Read More »