Breaking News

ໄວໜຸ່ມ

ເລີດໆໆໆ! ນາງງາມລາວອອກງານຮ່ວມກັບສິລະປິນດັງຫຼາຍຫຼາຍທ່ານຂອງປະເທດເພື່ອນບ້ານ

ໄດ້ຮັບຕຳແໜ່ງກັນໄປແບບຍັງສົດໆຮ້ອນໆ ແລະ ເມື່ອບໍ່ດົນມານີ້ ກະດູມເພັດ ໄຊຍະວົງ Miss World Laos 2018, ສັນທະນີ ໄຊມະນີ Miss supranational Laos 2018, ສຸນີຕ້າ ໄຊຊະນະ Miss Tourism Laos 2018 ກໍ່ໄດ້ອອກງານ Even Fit Fest ຮ່ວມກັບດາລາດັງຈາກປະເທດເພື່ອນບ້ານຫລາຍທ່ານເຊັ່ນ ຕູນ ບໍດີສະແລມ ,ວູດດີ້ ກະລາແມ, ກ້ອຍ ລັດສະວິນ ແລະ ເຊີລີ່ ເທນເນີ້ອອກກຳລັງກາຍ. ເຊິ່ງງານນີ້ ສາວໆນາງງາມທັງ 3 ຕຳແໜ່ງກໍ່ໄດ້ຮ່ວມເຮັດກິດຈະກຳ ພ້ອມທັງຍັງໄດ້ຖ່າຍຮູບກັບສິລະປິນ ດາລາຈາກປະເທດເພື່ອນບ້ານ ມາຝາກແຟນໆອີກດ້ວຍ. ທີ່ມາ: Miss Laos World ມີສລາວ ເວີຣ

Read More »

ເປີດໂອກາດໃຫ້ນ້ອງໆເຍົາວະຊົນລາວ ອາຍຸ 10-13 ປີ ຈາກໂຮງຮຽນທັງພາກລັດ ແລະ ເອກະຊົນ ຮ່ວມໂຄງການທີ່ປະເທດ ຍີ່ປຸ່ນ!!!

ເປີດຮັບສະຫມັກແລ້ວ ! ຂໍເຊີນນ້ອງໆເຍົາວະຊົນລາວ ອາຍຸ 10-13 ປີ ຈາກໂຮງຮຽນທັງພາກລັດ ແລະ ເອກະຊົນ ສະຫມັກເຂົ້າຮ່ວມໂຄງການ ສື່ສານເດັກນ້ອຍ (Children Communication on Earth, CCE) ຢູ່ປະເທດຍີ່ປຸ່ນ ເປັນເວລາ 10 ມື້, ປິດຮັບສະຫມັກ ວັນສຸກ ທີ່ 5/10/2018 ເວລາ 16:00 ໂດຍພໍ່ແມ່ຜູ້ປົກຄອງ ສາມາດມາລົງທະບຽນສະຫມັກ ໃຫ້ລູກຫຼານ ເພື່ອເຂົ້າສອບເສັງສໍາພາດໄດ້ ລົງທະບຽນໄດ້ທີ່ຫ້ອງການພັນຕ່າງປະເທດ ສູນກາງຊາວ ຫນຸ່ມປະຊາຊົນປະຕິວັດລາວ ໃນຊົ່ວໂມງລັດຖະການ. ລາຍລະອຽດເພີ່ມຕື່ມ ສາມາດອ່ານໄດ້ ຕາມແຈ້ງການຂ້າງລຸ່ມນີ້… ທີ່ມາ: Lao Youth Radio FM 90.0 Mhz    

Read More »

ຈັດໄປ! ຜູ້ບ່າວລາວ ເຂົ້າຮ່ວມປະກວດໃນລາຍການດັງ The Face Men Thailand

ຈັດໄປ!!! ຫຼ້າສຸດເປັນກະແສໂດ່ງດັງໄປແລ້ວ…. ເພາະໃນວັນທີ 2 ຕຸລາ 2018 ທາງເພສຫຼັກຂອງລາຍການດັງ The Face Men Thailand ໄດ້ອອກມາເປີດເຜີຍຊາຍໜຸ່ມທີ່ຜ່ານໃນຮອບ Audition ເຊິ່ງໜຶ່ງໃນນັ້ນມີໜຸ່ມຫຼໍ່ຈາກປະເທດລາວ ວັດທະນາ ສີສົມບັດ (ໂທມັດ) ອາຍຸ 18 ປີ ເປັນລູກຊອດ ລາວ-ຝຣັ່ງ ທີ່ຕັ້ງໃຈບິນໄປຮ່ວມແຂ່ງຂັນໃນ The Face Men Thailand 2 ໂດຍສະເພາະ. ສຳລັບການແຂ່ງຂັນ ໂທມັດ ສີສົມບັດ ແມ່ນເປັນໜຶ່ງໃນຜູ້ຜ່ານເຂົ້າຮອບ Audition  ເປັນທີ່ຮຽບຮ້ອຍ, ຢ່າງໃດຄົນລາວເຮົາກໍ່ບໍ່ຄວນພາດທີ່ຈະເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ແຟນ. ຮູບພາບ: FB/Thomas Sisombat, The Face Thailand

Read More »

ເຮັງ ເຮັງ ເຮັງ! ເປັນຂ່າວດັງ ໜຸ່ມລາວດວງເຮັງຖືກຫວຍທີ່ປະເທດໄທ 90ລ້ານບາດ!!! 

ບໍ່ເວົ້າເຖິງຄົງຈະບໍ່ໄດ້ ເປັນທີ່ຮືຮາ ແລະ ເປັນຂ່າວດັງ ຫຼ້າສຸດສື່ທຸກສຳນັກຂອງປະເທດເພື່ອນບ້ານ ໄດ້ອອກລາຍງານຂ່າວວ່າ ມີຜູ້ໂຊກດີຖືກຫວຍລາງວັນທີ 1 ທັງໝົດ 15 ໃບ ໃນງວດວັນທີ 1 ຕຸລາ 2018 ເປັນເງິນສູງເຖິງ 90 ລ້ານບາດ ເຊິ່ງຜູ້ໂຊກດີຄົນດັ່ງກ່າວເປັນປະຊາຊົນຈາກ ສປປ ລາວ. ເຊິ່ງຈາກການເປີດເຜີຍຂອງເຈົ້າຂອງແຜງຂາຍຫວຍ ຢູ່ທີ່ ຈັງຫວັດ ອຸດອນທານີ ໄດ້ຍືນຍັນກັບທາງສື່ຫຼາຍສຳນັກຂອງປະເທດເພື່ອນບ້ານວ່າ “ຄົນທີ່ຖືກຫວຍລາງວັນທີ 1 ທັງໝົດ15 ໃບ ຕົກເງິນສູງເຖິງ 90ລ້ານບາດ ໃນງວດຂອງວັນທີ 1 ຕຸລາ 2018 ທີ່ຜ່ານມາໄດ້ມາຊື້ຫວຍທີ່ຮ້ານຂອງຕົນ ເຊິ່ງຜູ້ທີ່ໂຊກດີນັ້ນເປັນຜູ້ຊາຍຈາກ ສປປ ລາວ ເຊິ່ງຜູ້ກ່ຽວໄດ້ຂັບລົດເບນສຼມາຊື້ໃນຮ້ານຕົນໃນມື້ນັ້ນ ແລະ ກໍ່ເປັນຂາປະຈຳອີກດ້ວຍ, ໂດຍຜູ້ໂຊກດີຊາວລາວລາຍນີ້ໄດ້ຊື້ໄປຫຼາຍຊຸດ ໂດຍສະເພາະໝາຍເລກ 452643 ທີ່ເຂົາຊື້ໄປ 15 ໃບ ແລະ ຊື້ເລກຊຸດລາງວັນຂ້າງຄຽງຄື  …

Read More »

ສິ່ງທີ່ເຮົາເບິ່ງຂ້າມ! ອາການ ເຈັບທ້ອງ ບອກພະຍາດ!!!

ອາການ ເຈັບທ້ອງ ເປັນອາການທີ່ພົບໄດ້ເລື້ອຍໆ ແຕ່ເຄີຍສົງໄສບໍ່ວ່າອາການປວດເຫຼົ່ານີ້ ເປັນຍ້ອນສາເຫດໃດ? ອາການ ເຈັບທ້ອງ ສາມາດບອກພະຍາດໄດ້ດັ່ງນີ້: ເຈັບບໍລິເວນຂ້າງເບື້ອງຂວາ ເປັນຕຳແໜ່ງຂອງຕັບ ແລະ ຖົງນໍ້າດີ ແລະ ມ້າມ ເຈັບບໍລິເວນກາງຕົວ ເປັນຕຳແໜ່ງຂອງກະເພາະອາຫານ ຕັບ ແລະ ກະດູກລິ້ນປີ່ ປວດບໍລິເວນບັ້ນເອວຂວາ ຫຼື ຊ້າຍ ເປັນຕຳແໜ່ງຂອງທໍ່ໄຕ ໄຕ ແລະ ລຳໃສ້ໃຫ່ຍ ເຈັບບໍລິເວນອ້ອມສະບື ກົງກັບຕຳແໜ່ງລຳໃສ້ນ້ອຍ ເວລາເນັ່ນແລ້ວຮູ້ສຶກເຈັບອາດເປັນ ໄສ້ຕິ່ງ ເຈັບບໍລິເວນທ້ອງນ້ອຍຂວາ ເປັນຕຳແໜ່ງ ໃສ້ຕິ່ງ ທໍ່ໄຕ ແລະ ປີກມົດລູກ ເຈັບບໍລິເວນທ້ອງນ້ອຍບ່ອນກາງ ເປັນຕຳແໜ່ງຂອງທໍ່ປັດສາວະ ແລະ ມົດລູກ ປວດບໍລິເວນທ້ອງນ້ອຍເບຶ້ອງຊ້າຍ ເປັນຕຳແໜ່ງຂອງປີກມົດລູກ ແລະ ທໍ່ໄຕ ອາການ ເຈັບທ້ອງແບບໃດທີ່ຕ້ອງໄປພົບແພດທັນທີ!!! ເຈັບມາຫຼາຍກວ່າ 6 ຊົ່ວໂມງ ແຕ່ຍັງບໍ່ເຊົາ …

Read More »