Breaking News

ໄວໜຸ່ມ

ເປີດຕົວຢ່າງຍິ່ງໃຫຍ່ ໃນລາວ Huawei Mate20 ແລະ Mate20Pro

ຫົວເຫວີຍນຳສະເໜີສະມາດໂຟນ ສຸດຍອດຄວາມສະຫຼາດດ້ວຍ AI ທີ່ເໜືອກວ່າ. ໃນວັນທີ 11 ພະຈິກ 2018 ທີ່ຜ່ານມາ, ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້,  ຫົວເຫວີຍໄດ້ຈັດ ງານເປີດຕົວ ແລະ ຈໍາໜ່າຍ HUAWEI Mate20’’ ແລະ ‘’HUAWEI Mate 20 Pro ຢ່າງເປັນທາງການໃນລາວ;  ດ້ວຍຈຸດເດັ່ນຂອງສະມາດໂຟນທັງ 2 ລຸ້ນນີ້ກໍຄື: ຂຸມພະລັງຊິບເຊັດ Kirin 980 ທີ່ຜະລິດຈາກຂະບວນການຜະລິດ 7 ນາໂນເມດຕົວທຳອິດຂອງໂລກແລະມາພ້ອມກ້ອງຫຼັງ 3 ຕົວໃໝ່ຂອງໄລກ້າທີ່ຈັດລຽງຢູ່ໃນກອບ 4 ຫຼ່ຽມຈະຕຸລັດ. ພາຍໃນງານທາງຫົວເຫວີຍຍັງໄດ້ຈັດໃຫ້ລູກຄ້າໄດ້ສໍາຜັດປະສົບການແລະທົດລອງນະວັດຕະກຳໃໝ່ໆທີ່ລ້ຳສະໄໝໃນ Huawei Mate20 ແລະ Mate 20 Pro ຢ່າງເຕັມທີ່ດ້ວຍ Experience zone ທີ່ສ້າງສຽງຮືຮາແລະ ສ້າງຄວາມຕື່ນເຕັ້ນໃຫ້ກັບຜູ້ມາຮ່ວມງານເປັນຢ່າງດີກັບນະວັດຕະກຳໃໝ່ໆ. ພາຍໃນງານຍັງໄດ້ມີການສຳພາດພິເສດຈາກ ໂຈໂຈ້ ມິຣາໂຄ ຜູ້ກຳກັບໜຸ່ມໄຟແຮງທີ່ມີຊື່ສຽງໃນລາວ …

Read More »

ຢາກເບິ່ງແລ້ວວວ!! ລູກນໍ້າ ສະແດງລະຄອນຄັ້ງທຳອິດໃນ “ສິ້ນລາຍຫົງ” ລະຄອນຂອງປະເທດເພື່ອນບ້ານ

ມາອັບເດດຜົນງານຂອງສາວ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງສາວຊື່ດັງຂອງບ້ານເຮົາ ທີ່ຫຼ້າສຸດອອກມາໂພສຜ່ານເຟສບຸກສ່ວນຕົວໃຫ້ບັນດາແຟນຄລັບທັງຫຼາຍໄດ້ຕິດຕາມວ່ານາງໄດ້ຮ່ວມສະແດງໃນລະຄອນເລື່ອງ “ສິ້ນລາຍຫົງ” ເປັນລະຄອນຈາກປະເທດເພື່ອນບ້ານ ຈະອອກອາກາດໃນວັນທີ 13 ພະຈິກ 2018 ນີ້ທາງໂທລະພາບຊ່ອງ 8 (ປະເທດໄທ). ເຊິ່ງລະຄອນເລື່ອງນີ້ ລູກນ້ຳ ທິດາລັດ ໄດ້ຮັບບົດ ແມ່ເຈົ້າດາລາໄລ ຄູ່ຮັກຄົນໃຫມ່ຂອງ ພະຂັດຕິຍະລາດສະມັງກູນ ເປັນຜູ້ດີເຊື້ອສາຍເຈົ້າ ລາວ ຫລວງພະບາງ ເຮັດໜ້າທີ່ເປັນແມ່ລ້ຽງດູອັງກູນຢ່າງສົມບູນ ເປັນທີ່ຮັກ ແລະ ສະໜິດໃຈຂອງອັງກູນ ທ່ານນາງເປັນຄົນມີທຳມະ ຈິດໃຂເຂັ້ມແຂງ ບໍ່ຢ້ານໃນອຳນາດຄວາມຮ້າຍກາດຂອງສະອາງ. (ຕົວຢ່າງລະຄອນ) #ซิ่นลายหงส์ | ความรัก ต้องห้าม ที่ไม่สามารถครอบครองได้ เริ่ม 13 พ.ย.นี้ ทางช่อง8 ความรักต้องห้าม ที่ไม่สามารถครอบครองได้ คำสาปแช่งถูกส่งต่อโดยผ้าซิ่นลายหงส์ จากรุ่นสู่รุ่น ความอาฆาตที่ไม่มีวันลบเลือน ละครฟอร์มยักษ์กับนักแสดงมากฝีมือ พร้อมประชันความแซ่บ #ซิ่นลายหงส์ เริ่มตอนแรก อังคารที่ 13 …

Read More »

ມາແຮງງງງ! ຈົນຢຸດບໍ່ຢູ່ ເພງ “ຄົນເຫັນແກ່ໂຕ” ກິນໃຈຫຼາຍຄົນປ່ອຍບໍ່ພໍເທົ່າໃດ ຍອດວິວທະລຸແສນ!!!

ໂອ້ຍ ໂອ້ຍ ໂອ້ຍຍຍ…ເວລານີ້ມາແຮງຢຸດບໍ່ຢູ່ອີ່ຫລີສຳລັບເພງ “ຄົນເຫັນແກ່ໂຕ” ຂອງນັກຮ້ອງນ້ອງໃໝ່ແຫ່ງວົງການບັນເທິງບ້ານເຮົາ ນ້ອງ ກະຕ່າຍ pepsi ພຽງແຕ່ປ່ອຍ Music Video ຜ່ານເພສ ໂກດັງ Go-DunK ໃຫ້ແຟນໆໄດ້ເບິ່ງກັນບໍ່ພໍຂ້າມຄືນກໍເຮັດໃຫ້ມີຍອດກົດໄລ້ ກົດແຊຣ ຈຳນວນຫຼາຍ ແລະ ຍອດວິວທະລຸແສນກວ່າວິວໄປແລ້ວໃນເວລານີ້ ແລະ ຄາດວ່າຈະເພີ່ມຂຶ້ນເລື້ອຍໆ… ສຳລັບເພງ “ຄົນເຫັນແກ່ໂຕ” ມີເນື້ອຫາໂດນໃຈຄົນໃນຍຸກປັດຈຸບັນ ເພງນີ້ຂຽນຂື້ນມາຈາກປະສົບການຈິງຂອງຜູ້ຊາຍຄົນໜຶ່ງ ທີ່ມີຄວາມຄິດເປັນຂອງໂຕເອງສູງ ໝັ້ນໃຈໃນການຕັດສິນໃຈຂອງໂຕເອງສູງ ຄິດແຕ່ວ່າໂຕເອງຖືກໂຕເອງເກັ່ງ ທັງໆທີ່ໂຕເອງເຮັດຜິດ ຍັງໝັ້ນໃຈ ແລະ ເຊື່ອວ່າໂຕເອງຖືກ ຍ້ອນເຂົາຄົນນັ້ນຄິດວ່າ ມັນເປັນເລື້ອງປົກກະຕິຂອງຜູ້ຊາຍທີ່ລົມສາວພ້ອມກັນສອງຄົນ ສາມຄົນໄດ້ ຈົນບໍ່ຄິດ ແລະ ບໍ່ແຄຄວາມຮູ້ສຶກຂອງຄົນທີ່ຮັກເຮົາເລີຍ ວ່າຄົນຄົນນັ້ນຈະເປັນຈັ່ງໃດ ທີ່ຕ້ອງເຈີກັບເລື້ອງແບບນີ້ ສຸດທ້າຍກວ່າຊິຄິດໄດ້ວ່າໂຕເອງເປັນ “ຄົນເຫັນແກ່ໂຕ” ມັນກະອາດຈະຊ້າເກີນໄປ ແລະ ອາດຈະເຖິງຂັ້ນເຮັດໃຫ້ຕົນເສຍຄວາມຮັກ ທີ່ຈິງໃຈໃນທີ່ສຸດ,ຂໍຝາກຜົນງານເພງນີ້ໃຫ້ກັບທຸກຄົນໂດຍສະເພາະຜູ້ຊາຍ ເພື່ອທີ່ໄດ້ຟັງແລ້ວຈະເບິ່ງເຫັນຄຸນຄ່າຂອງຄວາມຮັກດີໆຈາກຜູ້ຍິງຂອງທ່ານເອງ. ຢ່າງໃດກໍຂໍຝາກສະໜັບສະໜູນບົດເພງລາວເຮົາດ້ວຍການກົດໄລ້ ກົດແຊຣກັນໄປຫຼາຍໆແດ່ເດີ້ແຟນໆ!!!

Read More »

ສະແດງຄວາມຍິນດີ! “ທີມມິດຕະພາບກັນເອງ” ນັກກາຍະສິນຈາກລາວ ຄວ້າລາງວັນ…ໃນລາຍການ Thailand’s Got Talent

ຊ່ວງນີ້ວົງການບັນເທີງປະເທດລາວເຮົາຖືວ່າຄຶກຄັກ ຄືກຄື້ນແບບບໍ່ເຄີຍມີມາກ່ອນ, ຫຼ້າສຸດກໍມີຂ່າວດີມາຝາກພໍ່ແມ່ພີ່ນ້ອງຊາວລາວເຮົາອີກແລ້ວ ເນື່ອງຈາກວ່າ “ທີມມິດຕະພາບກັນເອງ” ນັກກາຍະສິນຈາກລາວໄດ້ໄປຄວ້າລາງວັນ ຮອງຊະນະເລີດອັນດັບ 2 ໃນລາຍການ Thailand’s Got Talent (ຊົມເຊີຍ! ຂໍສະແດງຄວາມຍິນດີນຳຫຼາຍໆ) ສຳລັບການເດີນທາງໄປສະແດງຂອງນັກກາຍະສິນຈາກລາວ “ທີມມິດຕະພາບກັນເອງ” ທີ່ລາຍການ Thailand’s Got Talent  ແມ່ນເພື່ອຕ້ອງການຢາກມາສະແດງ ແລະ ໂຊທັກສະ ຄວາມສາມາດໃຫ້ທຸກໆຄົນໄດ້ເຫັນ ເຖິງຄວາມສາມາດຂອງຄົນລາວ ແລະ ກໍຖືວ່າພວກເຂົາໄດ້ເຮັດສຳເລັດແລ້ວ ໄດ້ໂຊທັກສະຄວາມສາມາດຈົນຕິດ 1 ໃນ 3 ແລະ ຍັງເອົາລາງວັນ ແລະ ຊື່ສຽງມາຝາກພໍ່ແມ່ພີ່ນ້ອງຊາວລາວເຮົາອີກດ້ວຍ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ?? ທີ່ມາ: Thailand’s Got Talent

Read More »

“ແລ້ວແຕ່” ເພງໃໝ່ຫຼ້າສຸດຈາກສິລະປິນລາວ ວົງ ແບັກອາຍ (Black Eyes)

Hello ໄວລຸ້ນລາວ… ຊ່ວງນີ້ວົງການບັນເທີງບ້ານເຮົາຄຶກຄື້ນ ຄຶກຄັກ ຫຼ້າສຸດຈາກວົງ ແບັກອາຍ (Black Eyes) ກໍໄດ້ປ່ອຍເພງໃໝ່ໃນຮູບເເບບ Lyric Videos ອອກມາໃຫ້ຟັງແບບສົດໆຮ້ອນກັບບົດເພງທີ່ມີຊື່ແນວໆວ່າ “ແລ້ວແຕ່” ມ່ວນຫຼາຍ ຟັງແລ້ວຮູ້ສຶກກິນໃຈ ອິນສຸດໆ, ຢ່າງໃດຄົນລາວເຮົາກໍຢ່າລືມສະໜັບສະໜູນເພງລາວມ່ວນໆ ດີໆແບບນີ້ກັນແດ່ເດີ້. ຂໍຂອບໃຈຄລິບຈາກ Indee Laos

Read More »