Breaking News

ໄວໜຸ່ມ

ອີດ ໂປງລາງສະອອນ ທ່ອງທ່ຽວລາວ ພ້ອມກິນອາຫານທີ່ຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ!!!

ອີດ ໂປງລາງສະອອນ ນັກສະແດງຕະຫຼົກປະເທດເພື່ອນບ້ານ ກໍບໍ່ພາດທີ່ຈະມາທ່ອງທ່ຽວລາວ ພ້ອມຖ່າຍທຳລາຍການ ແລະ  ກິນອາຫານທີ່ຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ ບໍ່ວ່າຈະເປັນ ປິ້ງເປັດ-ເລືອດແປງເປັດ, ປີ້ງແບ້-ເລືອດແປງແບ້ ເຊິ່ງເພິ່ນຍັງໄດ້ບອກອີກວ່າການທ່ຽວກິນໃນເທື່ອນີ້ ແມ່ນໄດ້ຈ່າຍເງິນໄປທັງໝົດ 2 ມື້ລວມເປັນ 195,000 ກີບ ພ້ອມທັງປ່ອຍລາຍການທາງຊ່ອງຍູທູບໃຫ້ແຟນໆໄດ້ເບິ່ງໃນຕົ້ນເດືອນ ພະຈິກ ທີ່ຜ່ານມາ ແລະ ມີຍອດວິວເກືອບ 4 ແສນວິວ. (ມີຄລິບລາຍການ) ເບິ່ງແລ້ວເປັນແນວໃດກັບອາຫານທີ່ ອີດ ໂປງລາງສະອອນ ໄດ້ກ່າວຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ???, ເອົ້າ!!! ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ປະເທດລາວ (Welcome to Laos) ຄລິບຈາກ: โปงลางสะออน CHANNEL

Read More »

ນາງແບບ Victoria’s Secret ອອກມາຕອບແບບນີ້…ຫຼັງຖືກຢຽດເພດ ໝິ່ນເລື່ອງຄວາມສາມາດ (ເຮັດເອົາຫງາຍເງີບໄປເລີຍ!!!)

ຕ້ອງຍອມຮັບເລີຍວ່າດຽວນີ້ມີແມ່ຍິງສາຍໄອທີເກີດຂຶ້ນຢ່າງຫຼວງຫຼາຍ ແລະມີຄວມຊ່ຽວຊານບໍ່ແພ້ຜູ້ຊາຍ ເຊິ່ງຖ້າໃຜເປັນແຟນພັນແທ້ນາງຟ້າວິກຕໍເຣຍ ຊີເຄຣັດ (Victoria’s Secret) ກໍຈະໄດ້ຍິນຊື່ຂອງ Lyndsey Scott ນາງແບບສາວຜິວສີ ອາຍຸ 34ປີ ກັນມາແດ່ແລ້ວ ບອກເລີຍວ່ານາງມີດີກຼີທີ່ບໍ່ທຳມະດາ ເພາະນອກຈາກຄວາມງາມ ຄວາມສຸດຍອດເລື່ອງຮູບຮ່າງຈົນໄດ້ເປັນນາງແບບໃຫ້ກັບ Victoria’s Secret, Klein, Gucci, Prada ແລະ ເປັນນາງແບບ ຊາວອາຟິກາຄົນທຳອິດທີ່ໄດ້ເຊັນສັນຍາກັບ Calvin Klein ນອກຈາກນີ້ນາງຍັງມີຄວາມສາມາດດ້ານໄອທີ ໂດຍສະເພາະການຂຽນໂປແກຣມຄອມພິວເຕີ້ອີກດ້ວຍ ເຊິ່ງກໍເຮັດໃຫ້ Lyndsey Scott ໂດດເດັ່ນກວ່ານາງແບບທົ່ວໄປອີກດ້ວຍ. ເຖິງແມ່ນວ່າຈະມີໂປຟາຍດີພຽງໃດ ແຕ່ກໍຍັງມີນັກເລງຄີບອດ ທີ່ອ້າງຕົວເອງວ່າເປັນຜູ້ຊ່ຽວຊານດ້ານຄອມພິວເຕີ້ເຂົ້າມາປັ້ນປະເດັນ ໂພສຂໍ້ຄວາມໃນເຊີງລົບລົງໃນອິນສະຕາແກຣມຂອງນາງວ່າ “ຂ້ອຍວ່ານາງບໍ່ເກັ່ງພໍທີ່ຈະຂຽນໂປແກຣມດອກ”  “ໂມ້ຫຼືບໍ່ ເຮັດໄດ້ຢ່າງທີ່ເວົ້າຫຼືບໍ່?” ບາງຄົນກໍເມັ້ນວ່າ “ຂຽນໄດ້ແຕ່ໂປແກຣມ Hello World ແນ່ນອນ” (ເປັນໂປແກຣມພື້ນຖານທີ່ງ່າຍທີ່ສຸດ) ຫຼື “ຂຽນເປັນແຕ່ໂປແກຣມແບບທຳມະດາຫຼືບໍ່?” ເຊິ່ງເຫັນໄດ້ຢ່າງຈະແຈ້ງວ່າການຄອມເມັ້ນແບບນີ້ເປັນການດູຖູກຄວາມສາມາດ ແລະ ເປັນການຢຽດເລື່ອງເພດ ງານນີ້ສາວ Lyndsey Scott …

Read More »

ສີຣິຕ້າ ເຈັນເຊັນ ນັກສະແດງສາວຊື່ດັງຈາກປະເທດໄທ ໂພສຂໍ້ຄວາມປະທັບໃຈໃນປະເທດລາວແບບນີ້…

ເປັນອີກໜຶ່ງສິນລະປິນຈາກປະເທດເພື່ອນບ້ານທີ່ເດີນທາງມາຢ້ຽມຢາມ ປະເທດລາວ, ສີຣິຕ້າ ເຈັນເຊັນ ນັກສະແດງສາວຊື່ດັງຈາກປະເທດໄທ ກໍໄດ້ເດີນທາງມາຢ້ຽມຢາມ ທີ່ນະຄອນຫຼວງວຽງຈັນ ພ້ອມມີໂອກາດໄດ້ນຸ່ງຊຸດໄໝລາວ ທັງເກົ້າຜົມ-ບ່ຽງແພ ຈົນເຮັດໃຫ້ສາວຄົນນີ້ເກີດຄວາມປະທັບໃຈ ຈົນອົດບໍ່ໄດ້ທີ່ຈະອອກມາໂພສຜ່ານ ອິນສະຕາແກຣມສ່ວນຕົວໃຫ້ແຟນໆໄດ້ຮູ້ວ່າ: “ມີໂອກາດໄດ້ມາຢ້ຽມຍາມທີ່ ນະຄອນຫຼວງວຽງຈັນ ງານເປີດຫ້າງສັບພະສິນຄ້າທາດຫຼວງພຣ່າຊ່າ ຣິຕາ ປະທັບໃຈຫຼາຍ ຂອບໃຈທີ່ຕັດຊຸດໃຫ້ຣິຕ້າເປັນພິເສດ ງົດງາມຫຼາຍໆ, ຖ້າມີໂອກາດຈະໄປທ່ຽວທີ່ລາວ #ສະບາຍດີ” ສຳລັບ ສີຣິຕ້າ ເຈັນເຊັນ ເປັນນັກສະແດງຊື່ດັງຂອງປະເທດໄທ ມີຄົນຕິດຕາມໃນ ອິນສະຕາແກຣມ ກວ່າ 2,5 ລ້ານຄົນ ພໍນາງໂພສແບບນີ້ເຮັດໃຫ້ມີບັນດາແຟນຄລັບເຂົ້າມາສະແດງຄວາມຄິດເຫັນ ແລະ ຢາກເດີນທາງມາທ່ອງທ່ຽວປະເທດລາວເຮົາຢ່າງຫຼວງຫຼາຍ. ປັດຈຸບັນ ສີຣິຕ້າ ເຈັນເຊັນ ໄດ້ເດີນທາງກັບເປັນທີ່ຮຽບຮ້ອຍແລ້ວ, ເທື່ອໜ້າກໍຢ່າລືມມາຢ້ຽມຢາມທ່ອງທ່ຽວປະເທດລາວໃໝ່ເດີ້. “Welcome to Laos” ຮູບພາບ: ig/sriritajensen

Read More »

ເຊຍ!!! ຕິກນໍ້າ ກະດຸມເພັດ ໃນເວທີນາງງາມໂລກ (Miss World 2018) ຢູ່ທີ່ ສປ ຈີນ

ຄຶກຄື້ນ ຄຶກຄັກກັບເວທີນາງງາມບ້ານເຮົາ ຕ້ອງບອກວ່າເປັນອີກໜຶ່ງສາວງາມທີ່ມີແຟນໆນາງງາມໃຫ້ການຕິດຕາມ ແລະ ສົ່ງກຳລັງໃຈໃຫ້ຢ່າງຫຼວງຫຼາຍ ສຳລັບ ກະດຸມເພັດ ໄຊຍະວົງ (ຕິກນໍ້າ) Miss World Laos 2018 ທີ່ຫຼ້າສຸດເດີນທາງເຮັດໜ້າທີ່ເປັນຕົວແທນສາວງາມຈາກປະເທດລາວເພື່ອໄປປະກວດໃນເວທີ Miss World 2018 ຢູ່ທີ່ ສປ ຈີນ ຕັ້ງແຕ່ຊ່ວງທ້າຍອາທິດທີ່ຜ່ານມາ… ແລະ ສາວ ຕິກນໍ້າ ກະດຸມເພັດ ກໍຍັງຂໍກຳລັງໃຈຈາກພໍ່ແມ່ພີ່ນ້ອງຊາວລາວ ພ້ອມທັງໂພສຮູບພາບຜ່ານເຟສບຸກສ່ວນຕົວ ສົ່ງຂ່າວໃຫ້ແຟນໆໄດ້ອັບເດດກັນເປັນໄລຍະໆ. ປັດຈຸບັນ ຕິກນໍ້າ ກະດຸມເພັດ Miss World Laos 2018 ກຳລັງດຳເນີນເຮັດກິດຈະກຳກັບສາວງາມທີ່ມາຈາກຫຼາຍປະເທດທົ່ວໂລກ. ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss World 2018 ຢູ່ທີ່ ສປ ຈີນ  ແລະ ຈະມີຮອບຕັດສິນໃນວັນທີ 8 ທັນວາ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??   #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: FB/TiikNam …

Read More »

ງົດງາມຫຼາຍ! ຄຣິດຕິນ້າ-ສີຣິຕ້າ ຄົນບັນເທີງຈາກສອງຝັ່ງຂອງ ຮ່ວມເຟມໃນຊຸດໄໝລາວ

ເບິ່ງແລ້ວເປັນມິດຕໍ່ສາຍຕາ… ງົດງາມຫຼາຍໆ…ບໍ່ເວົ້າເຖິງບໍ່ໄດ້ເລີຍເດີ້ສຳລັບຮູບພາບທີ່ກຳລັງເປັນກະແສໃນເວລານີ້ ນັ້ນກໍຄືຄົນບັນເທີງຈາກສອງຝັ່ງຂອງບໍ່ວ່າຈະເປັນ ຄຣິດຕິນ້າ ລາສະສິມມາ (Miss Laos 2012) ແລະ ສີຣິຕ້າ ເຈັນເຊັນ ນັກສະແດງຊື່ດັງຈາກປະເທດໄທ ທີ່ງານນີ້ມາໃນລຸກສາວລາວ ນຸ່ງສິ້ນໄໝ-ເກົ້າຜົມບ່ຽງແພໃນແບບສາວ ນະຄອນຫຼວງພະບາງ, ໂອ້ຍ!!! ເຫັນແລ້ວກໍອົດໃຈທີ່ຈະອຸທານອອກມາວ່າ “ງົດງາມຫຼາຍໆ” ບໍ່ໄດ້ອີ່ຫລີ!!! ຍິ່ງທັງສອງໄດ້ມາຮ່ວມເຟມຖ່າຍຮູບຮ່ວມກັນ ຍິ່ງເບິ່ງແລ້ວຍິ່ງງົດງາມ ບໍ່ວ່າຈະເປັນສາວລາວ ຫຼື ສາວໄທ ກໍບໍ່ມີໃຜເປັນຮອງໃຜກັນເລີຍ, ບໍ່ເຊື່ອລອງເບິ່ງກັນເອງເລີຍເດີ້…ຊຸດໄໝລາວໃຜໃສ່ກໍ່ງາມແທ້ໆ!!! ເບິ່ງແລ້ວເປັນແນວໃດງົດງາມສົມກັບທີ່ ຊະນີIndy ຍ້ອງກັນແດ່ບໍ່ ແຟນໆເດເບິ່ງແລ້ວວ່າແນວໃດ??? ສອງສາວ ລາວ-ໄທ ໃນຊຸດໄໝລາວເປັນແນວໃດແດ່? ຄອມເມັ້ນບອກກັນແດ່ເດີ້ແຟນໆ!!! ທີ່ມາຮູບພາບ: FB/Christina Lasasimma , IG/sriritajensen

Read More »