Breaking News

ໄວໜຸ່ມ

ດ່ວນໆໆໆ! ປະເທດລາວມີມົນລະພິດປົກຄຸມເປັນອັນຕະລາຍຕໍ່ສຸຂະພາບ (ແຊຣບອກຕໍ່ໆກັນ)

  ທ່ານສັງເກດເຫັນທ້ອງຟ້າທີ່ມືດຄຶ້ມນັ້ນບໍ່?  ແຊຣບອກຕໍ່ໆກັນແດ່ເດີ້ພໍ່ແມ່ພີ່ນ້ອງຊາວລາວ ຫຼ້າສຸດມີການວັດແທກມົນລະພິດ ເປີດເຜີຍຈາກເພສ GREENER LAOS ວ່າປັດຈຸບັນ ປະເທດລາວ ມີມົນລະພິດປົກຄຸມ ທີ່ອາດເປັນອັນຕະລາຍຕໍ່ສຸຂະພາບ. ຮູບພາບ: ການວັດແທກມົນລະພິດໃນວັນທີ 13/3/2019 ເວລາ 10ໂມງເຊົ້າ ຄ່າສະເລ່ຍທີ່ PM  2.5 ເຊິ່ງເປັນຝຸ່ນລະອອງຂະໜາດນ້ອຍ ບໍ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ແຕ່ເມື່ອມາແຜ່ລວມກັນຈະກິນພື້ນທີ່ເປັນວົງກ້ວາງ ແລະ ອາດເປັນອັນຕະລາຍຕໍ່ສຸຂະພາບໄດ້. ດັ່ງນັ້ນ! ກ່ອນຈະອອກນອກບ້ານ ຂໍໃຫ້ພໍ່ແມ່ພີ່ນ້ອງທຸກໆຄົນຈົ່ງປ້ອງກັນດ້ວຍການໃສ່ໜ້າກາກອານາໄມ ( Mask ) ປ້ອງກັນຝຸ່ນທີ່ອາດເປັນອັນຕະລາຍຕໍ່ທ່ານໄດ້. ທີ່ມາ: GREENER LAOS 

Read More »

ສາວປະເພດສອງລາວໂພສເປີດໃຈ ຫຼັງຈາກທີ່ເຮັດໃຫ້ຄົນລາວຜິດຫວັງ ບອກເຮັດດີທີ່ສຸດແລ້ວ!!!

ຜ່ານພົ້ນກັນໄປເປັນທີ່ຮຽບຮ້ອຍ ສຳລັບການປະກວດ Miss International Queen 2019  ຈັດຂຶ້ນໃນວັນທີ 8 ມີນາ 2019 ທີ່ຜ່ານມາ ທີ່ປະເທດໄທ ເຊິ່ງສາວງາມຕົວແທນສາວປະເພດສອງຈາກລາວເຮົາກໍຄື ກັນລະຍານີ ໂພທິມາດ (ປໍ້)  Miss Queen Laos 2019 ຫຼັງຈາກທີ່ປະກວດໃນເວທີດັ່ງກ່າວແລ້ວນາງກໍໄດ້ໂພສເປີດໃຈກ່ຽວກັບການປະກວດໃນເທື່ອນີ້ວ່າ… ພໍແຕ່ໂພສດັ່ງກ່າວໄດ້ເຜີຍແຜ່ໄປເຮັດໃຫ້ມີແຟນໆເຂົ້າມາໃຫ້ກຳລັງໃຈ ແລະ ເຂົ້າມາຊື່ນຊົມຄວາມກ້າຫານຂອງ ປໍ້ ຕະການ ກັນຢ່າງຫຼວງຫຼາຍ. ຢ່າງໃດກໍຂໍຊົມເຊີຍສາວປະເພດສອງຕົວແທນປະເທດລາວ ທີ່ໄປເຮັດໜ້າທີ່ເປັນຕົວແທນໃນເວທີສາກົນ ແລະ ເຖິງແມ່ນວ່າໃນຄັ້ງນີ້ ປໍ້ ຕະການ ຈະບໍ່ສາມາດຄວ້າລາງວັນໃດໆມາຝາກຄົນລາວໄດ້ ແຕ່ຍັງດີທີ່ນາງຍັງມີຄວາມກ້າຫານ ກ້າສະແດງອອກ ນຳເອົາວັດທະນະທຳ ແລະ ເອກະລັກລາວໄປເຜີຍແຜ່ໃນເວທີໂລກ. (ຂໍຊົມເຊີຍ! ເກັ່ງຫຼາຍໆ) ຮູບພາບ: Por Takarn

Read More »

ດຣ່າມ່າ! ກະແສຮ້ອນແຮງໄປອີກ ແພັດ ນະປະພາ ອອກມາເວົ້າເຖິງເລື່ອງ ລູກນໍ້າ-ຕູມຕາມ-ຫຍິງຫຍິງ ແບບນີ້…

ຍັງເປັນກະແສຮ້ອນແຮງ ສຳລັບເລື່ອງລາວທີ່ແຟນໆຍັງໃຫ້ຄວາມສົນໃຈ ກ່ຽວກັບ ລູກນໍ້າ ທິດາລັດ ວົງສິລິ, ຕູມຕາມ ຍຸດທະນາ ແລະ ຫຍິງຫຍິງ ສະລຸຊາ ແຕ່ເລື່ອງຍັງບໍ່ຈົບແຕ່ພຽງເທົ່ານັ້ນ ເພາະຫຼ້າສຸດ ແພັດ ນະປະພາ (ພິທີກອນ/ນັກສະແດງປະເທດເພື່ອນບ້ານ) ໄດ້ອອກມາເວົ້າເຖິງເລື່ອງລາວຂອງທັງ 3 ຄົນ ຜ່ານລາຍການ “ຕົກມັນບັນເທີງ” ແບບນີ້… “ຄົນທີ່ຄົບຊ້ອນ ຢາກໃຫ້ອອກມາຍອມຮັບແບບແມນໆເລີຍ ເພາະຖ້າເວົ້າແບບເຄິ່ງໆກາງໆ ຄົນທີ່ຢາກແສເຂົາຄັນມືຢູ່ແລ້ວ ເລື່ອງຄວາມຮັກ ກໍຄືໝົດຮັກກັນແລ້ວ ຄົນທີ່ສອງ ຢ່າໄປຫາວ່າໃຜຖືກໃຜຜິດ ບໍ່ຕ້ອງໄປດ່າກັນໄປມາຜ່ານໂຊຊ່ຽວ ເຈັບແປັບດຽວກໍເຊົາ ດີກວ່າຍື້ກັນໄປມາແບບນີ້” ແພັດກ່າວ… (ມີຄລິບລາຍການ) ເບິ່ງທ່າວ່າເລື່ອງລາວວຸ້ນໆໃນເທື່ອນີ້ຍັງບໍ່ຈົບລົງງ່າຍໆ, ເອົາເປັນວ່າກໍຂໍເປັນກຳລັງໃຈໃຫ້ທຸກໆຝ່າຍໃຫ້ຜ່ານເລື່ອງລາວໃນເທື່ອນີ້ໄປໄດ້ໄວໆ ແລະ ກໍຂໍຝາກໃຫ້ແຟນໆເສບຂ່າວຢ່າງມີສະຕິກັນແດ່ເດີ້ແຟນໆ!!! (ຂໍຂອບໃຈຄລິບ)

Read More »

ນາງຟ້າສາຍປັ່ນ! ນັກສະແດງຈາກໄທ ຄວ້າລາງວັນ…ໃນການປັ່ນລົດຖີບ “BIKE FOR HER 2019” ໃນປະເທດລາວ 

ແຟນໆຫຼາຍທ່ານທີ່ໄດ້ໄປຮ່ວມໃນງານ ປັ່ນລົດຖີບເພື່ອການກຸສົນ  “Bike for her 2019” ໃນວັນທີ 10 ມີນາ 2019 ທີ່ຜ່ານມາ ແລະ ທັງຍັງແຟນໆທາງບ້ານ ຕ່າງກໍສົງໃສ ແລະ ງົງວ່າ ສາວຄົນງາມນັກປັ່ນລົດຖີບທີ່ມາຄວ້າຮອງລາງວັນຊະນະເລີດ ໃນການແຂ່ງຂັນລົດຖີບ “Bike for her 2019” ນັ້ນແມ່ນໃຜ? ໃນເມື່ອແຟນໆຖາມມາແບບນີ້ທາງ ຂວັນໃຈ ເຮົາກໍຈັດໃຫ້ ແລະ ໄດ້ໄປຊອກຊ໋ອກແຊກ ສືບຫາມາແລ້ວວ່າ ສາວນັກປັ່ນຄົນນີ້ຊື່ ລັດຕະນະພອນ ກິ່ນກຸຫຼາບຫິລັນ (ມິ້ມ) ເປັນນັກສະແດງຊື່ດັງຂອງປະເທດໄທນັ້ນເອງ… ເຊິ່ງສາວ ມິ້ມ ຄົນນີ້ໄດ້ເດີນທາງມາພ້ອມກັບ ລຸ້ນເອື້ອຍຂອງເພິ່ນນາມວ່າ ຊະເອມ ວັນນະຊາ  ເຊິ່ງງານນີ້ພວກເຂົາມາແບບແພັກຄູ່ ແລະ ຍັງຄວ້າລາງວັນກັບປະເທດໄປທັງສອງສາວ ມິ້ມ ລາງວັນຮອງອັນດັບ 1 ແລະ ຊະເອມ ລາງວັນຮອງອັນດັບ 2 ໃນສາຍ  Road Bike  ໄລຍະທາງ 85 …

Read More »

ກິດຈະກຳປັ່ນລົດຖີບການກຸສົນ “BIKE FOR HER 2019”  ເພື່ອຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

ໃນຕອນເຊົ້າຂອງວັນທີ 10 ມີນາ 2019 ຢູ່ທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ, ກິດຈະກຳປັ່ນລົດຖີບເພື່ອການກຸສົນ ພາຍໃຕ້ຊື່ໂຄງການ “Bike for her 2019” ໄດ້ເລີ່ມຂຶ້ນໃນເວລາ 5 ໂມງເຊົ້າ. ເປັນກຽດຮ່ວມເປັນປະທານໃນງານໂດຍ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ບົວລານ ສິລິປັນຍາ ຮອງລັດທະມົນຕີ ກະຊວງສຶກສາ ແລະ ກິລາ, ທ່ານນາງ ເຈນ ຊາດເລີ (Ms. Jane Chadler) ຕົວແທນຈາກສະຖານທູດອົດສະຕຣາລີ. ແລະ ທ່ານ ນາງ ອຳພອນ ຈັນມະນີວົງ ຜູ້ຈັດການທົ່ວໄປ ວາລະສານ ຂວັນໃຈ ພ້ອມດ້ວຍນັກກິລາແຂ່ງຂັນລົດຖີບ, ປະຊາຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ສື່ມວນຊົນຈຳນວນ …

Read More »