Breaking News

ໄວໜຸ່ມ

ມັນກໍ່ຈະຫວານໆແດ່! ນູ່ນີ່-ອອຟ ຄວງຄູ່ສະຫວີດຫວານ ປັ່ນລົດຖີບໃນງານ “Bike For Her2019” 

ມັນກໍ່ຈະຫວານໆແດ່…ຮິ້ວໆໆໆໆ ບໍ່ເວົ້າເຖິງຄູ່ຮັກຄູ່ນີ້ແມ່ນບໍ່ໄດ້ເລີຍ ມີພາບຫວານໆມາໃຫ້ແຟນໆໄດ້ອັບເດດກັນເລື້ອຍໆ ຫຼ້າສຸດ ນູ່ນີ່ ກຸມພົນພັກດີ ແລະ ອອຟ ລາຍພາງ ກໍຄວງຄູ່ເພື່ອມາປັ່ນລົດຖີບການກຸສົນໃນງານ “Bike For Her2019” ເພື່ອຮ່ວມຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ (Stop violence against women and children). (ມີພາບໜ້າຮັກໆ ຫວານໆຂອງທັງສອງມາຝາກ…) ສຳລັບ “Bike For Her2019”  ນູ່ນີ່ ແລະ ອອຟ ກໍບໍ່ພາດທີ່ຈະມາຮ່ວມປະກາດຈຸດຢືນ ເພື່ອຮ່ວມຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ (Stop violence against women and children) ໂດຍຜ່ານກິດຈະກຳການປັ່ນລົດຖີບເພື່ອລົນນະລົງ ໃນວັນທີ 10 ມີນາ 2019 ທີ່ຜ່ານມາ… ຖືເປັນແບບຢ່າງທີ່ດີຫຼາຍ ເພາະໃຊ້ຊື່ສຽງທີ່ມີໃນທາງທີ່ດີ ແລະ ເປັນແບບຢ່າງໃຫ້ແກ່ທຸກໆຄົນໃນສັງຄົມ …

Read More »

ຊາວເນັດຖະຫຼົ່ມ IG ລູກນໍ້າ ທິດາລັດ ຫຼັງມີຂ່າວ ຕູມຕາມ ແລະ ຫຍິງຫຍິງ ເລີກລາກັນ!!!

ເປັນກະແສດຣ່າມ່າ Talk of the town ກັນຂ້າມປະເທດ ກັບຂ່າວເລື່ອງມືທີ 3 ຂອງຄູ່ຮັກ ຕູມຕາມ ຍຸດທະນາ ແລະ ຫຍິງຫຍິງ ສະລຸຊາ ທີ່ຫຼ້າສຸດແຟນສາວຂອງຕູມຕາມກໍໄດ້ອອກມາສຳພາດທັງນໍ້າຕາ ບອກເລົ່າເຖິງສາເຫດທີ່ຝ່າຍຊາຍຂໍຫ່າງຕົນ ເພາະຈັບໄດ້ວ່າແອບແຊດ LINE ແລະ ໄປຮັບ-ໄປສົ່ງສາວຄົນໃໝ່… ຈົນເຮັດໃຫ້ແຟນໆເກີດຄວາມສົງໃສ ວ່າສາວຄົນໃໝ່ຂອງ ຕູມຕາມ ແມ່ນໃຜ ແລະ ແມ່ນເລື່ອງຈິງແທ້ບໍ່ທີ່ວ່າເປັນສາເຫດໃຫ້ທັງສອງເລີກກັນ? ແຖມຍັງມີຄົນດຶງເອົາ ສາວ ລູກນໍ້າ ທິດາລັດ ນັກສະແດງສາວຈາກປະເທດລາວ ເຂົ້າໄປກ່ຽວຂ້ອງ ເພາະສາວລູກນໍ້າໄດ້ໄປຮ່ວມສະແດງລະຄອນເລື່ອງ “ດອກຄູນສຽງແຄນ” ກັບພະເອກຄົນດັ່ງກ່າວ  ແລະ ເຈົ້າໂຕກໍຍັງບໍ່ອອກມາຖະແຫຼງການ ຊີ້ແຈງ ຫຼື ເຄື່ອນໄຫວໃດໆ ແຕ່ກັບມີຄອມເມັ້ນຈາກຊາວເນັດກັນໄປຕ່າງໆນາໆ ຈົນເຮັດໃຫ້ໃນເວລານີ້ບໍ່ວ່າຈະເປັນ ອິນສະຕາແກຣມ ແລະ ເຟສບຸກ ຂອງ ສາວ ລູກນໍ້າ ມີແຟນໆທັງສອງປະເທດເຂົ້າໄປຄອມເມັ້ນຕອບໂຕ້ກັນໄປມາຢ່າງດຸເດືອດ. ເອົາເປັນວ່າຂໍໃຫ້ເປັນເລື່ອງຂອງເວລາທີ່ຈະພິສູດວ່າເລື່ອງນີ້ຈະຈົບລົງໃນຮູບແບບໃດ …

Read More »

ໃຊ້ເວລາກັບຄອບຄົວຢ່າງມີຄຸນຄ່າ ໃນລະດັບພຣີມຽມ Premium ກັບ ນິສສັນ ເອັກຊ໌ ເທຣັລ (Nissan X-Trail)

ໃຊ້ເວລາກັບຄອບຄົວຢ່າງມີຄຸນຄ່າ, ໃນລະດັບພຣີມຽມPremium1) ຮູບລັກສະນະພາຍນອກທີ່ທັນສະໄໝ ນິສສັນ ເອັກຊ໌ ເທຣັລNissan X-Trail ໄດ້ຖືກນຳເຂົ້າມາຢ່າງເຕັມຮູບແບບຈາກປະເທດຍີ່ປຸ່ນ ທີ່ມີຮູບລັກທີ່ທັນສະໄໝ ດ້ວຍໄຟສະຫວ່າງຕອນກາງເວັນໃນຮູບແບບຂອງ Daytime Running Lightທີ່ເຮັດໃຫ້ລົດຂອງທ່ານສາມາດເບິ່ງເຫັນໄດ້ຊັດເຈນຫຼາຍຂຶ້ນໃນເວລາກາງເວັນ, ເວລາທີ່ມີໝອກ, ເວລາລົດຄົນອື່ນແຊງມາ ຫຼື ຄົນທີ່ຢ່າງຕາມຖະໜົນ. ນອກຈາກນີ້ຍັງມີໄຟLED ດ້ານໜ້າ, ໄຟLEDທ້າຍຄູ່ແບບເຕັມຮູບແບບ, ໄຟຕັດໝອກໜ້າຮູບສີ່ຫຼ່ຽມ ແລະ ເສົາອາກາດຮູບຊົງຫູສະຫຼາມ. 2)ຫ້ອງໂດຍສານທີ່ກວ້າງ ແລະ ສະດວກສະບາຍ ທ້າຍປະຕູລົດເປີດໃຊ້ງານດ້ວຍການຈັບເຊັນເຊີຈາກຕີນ ພຽງແຕ່ທ່ານແກ່ວງຕີນທາງດ້ານລຸ່ມຂອງກັ້ນຊົນ ປະຕູທ້າຍລົດກໍ່ຈະເປີດ. ນີ້ຄືຄວາມສະດວກທີ່ເຮັດໃຫ້ທ່ານເປີດທ້າຍລົດໄດ້ງ່າຍຂື້ນໂດຍສະເພາະເວລາທີ່ທ່ານກຳລັງຖືເຄື່ອງຢູ່ໃນມື. ສໍາລັບຄອບຄົວໃຫຍ່,ນິສສັນ ເອັກຊ໌ ເທຣັລໄດ້ອອກແບບລະບົບບ່ອນນັ່ງທີ່ສາມາດປັບປ່ຽນໄດ້ຫຼາຍຮູບແບບດ້ວຍລະບົບ EZ Flex Seating System™ (5+2ທີ່ນັ່ງ)ທີ່ເປັນນະວັດຕະກຳຂອງນິສສັນ ເອັກຊ໌ ເທຣັລຊຶ່ງຊ່ວຍໃຫ້ທ່ານເລື່ອນເບາະຫຼັງໄປຂ້າງໜ້າຫຼືຖອຍຫຼັງ ປະຕູດ້ານຫຼັງສາມາດເປີດກວ້າງໃນລະດັບ 77 ອົງສາ ຊຶ່ງເຮັດໃຫ້ທ່ານເຂົ້າອອກຫ້ອງຜູ່ໂດຍສານໄດ້ງ່າຍຂຶ້ນ. ດ້ວຍເນື້ອທີ່ນັ່ງທີ່ເພີ່ມຫຼາຍຂຶ້ນເຮັດໃຫ້ທ່ານພັບທີ່ນັ່ງນະວັດຕະກຳໄດ້ຢ່າງງ່າຍດາຍ ແລະ ຮອງຮັບພື້ນທີ່ເກັບຂອງໄດ້ສູງສຸດ 1,520 ລິດເຕີ 3)ການຕົບແຕ່ງພາຍໃນທີ່ສວຍງາມ ດ້ວຍຕົວຊ່ວຍໃນການຂັບຂີ່ດ້ວຍລະບົບAdvanced …

Read More »

ຢາກເບິ່ງແລ້ວ! ຮູບເງົາ “Laos Simply Beautiful the Movie” ຜົນງານສ້າງຂອງ ອາເລັກຊານດຼາ ບຸນຊ່ວຍ.

ເຫັນແຟນໆຫຼາຍໆຄົນຖາມກັນເຂົ້າມາຫຼາຍກ່ຽວກັບ ຮູບເງົາສັ້ນເລື່ອງ “Laos Simply Beautiful the Movie” ແຖມຍັງສົງໃສກັນອີກວ່າເປັນຜົນງານຂອງໃຜ ເລີຍອົດບໍ່ໄດ້ທີ່ຈະມາອັບເດດໃຫ້ແຟນໆໄດ້ຮູ້… ສຳລັບ ຮູບເງົາສັ້ນເລື່ອງ  “Laos Simply Beautiful the Movie” ແມ່ນສາວ ອາເລັກຊານດຼາ ບຸນຊ່ວຍ (ນັກຮ້ອງ/ນັກສະແດງ) ມາເປັນຜູ້ສ້າງເທື່ອທຳອິດຂອງນາງ ໃນຮູບເງົາທຸກສາກແມ່ນມີການໄຕ່ຕອງກະກຽມທີມງານເປັນ 100 ກ່ວາຊີວິດ ແລະ ໄດ້ພະເອກນ້ອງໃໝ່ນາມວ່າ ຊານົນ ມາປະຊັນບົດບາດກັບ ສາວ ອາເລັກຊານດຼາ ອີກດ້ວຍ… ຢ່າງໃດກໍຂໍຝາກຮູບເງົາ “Laos Simply Beautiful the Movie” ເປັນຮູບເງົາທີ່ຊ່ວຍສົ່ງເສີມການທ່ອງທ່ຽວຂອງປະເທດລາວເຮົາເລື່ອງນີ້ແດ່ເດີ້ແຟນໆ ຢ່າລືມຕິດຕາມ ຖ້າເບິ່ງ ແລະ ເປັນກຳລັງໃຈໄດ້ໄວໆນີ້!!! (ຂໍຂອບໃຈສຳລັບຮູບພາບ)

Read More »

ຂ່າວຮ້ອນ! ແຟນສາວ ຕູມຕາມ ອອກມາສຳພາດທັງນໍ້າຕາ ຈັບໄດ້ແຟນແຊດ LINE ກັບນັກສະແດງສາວຈາກປະເທດລາວ!!!

ເປັນຂ່າວດັງຂ້າມປະເທດ ຫຼັງຈາກທີ່ໄດ້ມີການສຳພາດຜ່ານສື່ດັງ ເຊິ່ງສື່ດັ່ງກ່າວໄດ້ສຳພາດ ຫຍິງຫຍິງ ສະລຸຊາ  ແຟນສາວຂອງ ຕູມຕາມ ຍຸດທະນາ (ພະເອກຊື່ດັງປະເທດເພື່ອນບ້ານ) ແຕ່ເລື່ອງຂອງເລື່ອງກໍບໍ່ແມ່ນທຳມະດາເປັນທີ່ຕິດຕາມ ແລະ ໃຫ້ຄວາມສົນໃຈຂອງແຟນໆທັງສອງປະເທດໃນເວລານີ້ ເພາະໃນການໃຫ້ສຳພາດໃນເທື່ອນີ້ແມ່ນມີ ນັກສະແດງສາວຊື່ດັງຂອງລາວ ໄປກ່ຽວຂ້ອງ… (ມີຄລິບ) ພໍແຕ່ຄລິບສຳພາດນີ້ຖືກເຜີຍແຜ່ອອກໄປເຮັດໃຫ້ ເປັນກະແສຮ້ອນຂ້າມປະເທດໄປແລ້ວໃນເວລານີ້… ສ່ວນເລື່ອງລາວຈະເປັນຢ່າງໃດນັ້ນ ກໍຄົງຕ້ອງໄດ້ຕິດຕາມຕອນຕໍ່ໄປ, ຢ່າງໃດກໍຂໍເປັນກຳລັງໃຈໃຫ້ທຸກໆຝ່າຍເລີຍເດີ້!!! (ຂໍຂອບໃຈຮູບພາບ ແລະ ຄລິບ)

Read More »