Breaking News

ໄວໜຸ່ມ

ເມື່ອເຫຼົ່າດາລາ Hollywood ເຜີຍພາບຕອນບໍ່ແຕ່ງໜ້າ ງາມຊໍ່າໃດມາເບິ່ງ… (ແລ້ວເຈົ້າເດຕອນບໍ່ແຕ່ງໜ້າເປັນແນວໃດ?)

ເຮົາມັກຈະເຫັນບັນດາຄົນດັງ ມາໃນແນວຈັດເຕັມທັງໜ້າຕາ ແລະ ເສື້ອຜ້າໜ້າຜົມແບບຄົບຊຸດ ແຕ່ຫາໄດ້ຍາກທີ່ຈະເຫັນພວກເຂົາໃນລຸກສະບາຍໆ ບໍ່ແຕ່ງໜ້າ ບໍ່ແຕ່ງກາຍແບບຈັດເຕັມ, ດັ່ງນັ້ນໃນມື້ນີ້ ຂວັນໃຈ ເຮົາຈຶ່ງບໍ່ພາດທີ່ຈະພາແຟນໆໄປເບິ່ງເຫຼົ່າດາລາ Hollywood ໃນແບບສະບັບ No make up ຈະງາມຊໍ່າໃດມາເບິ່ງ… Beyonce ນັກຮ້ອງສາວສຽງຊົງພະລັງ   Cara Delevingne ນາງແບບ ແລະ ນັກສະແດງ   Gigi Hadid ນາງແບບສາວສຸດເຊັກຊື່   Cameron Diaz ອະດີດນາງແບບ ແລະ ນັກສະແດງຫຼາກຫຼາຍຄວາມສາມາດ ໂດ່ງດັງມາຈາກຮູບເງົາເລື່ອງ “Charlie’s Angels”   Jessie J ນັກຮ້ອງເພງ Pop ແລະ R&B    Katy Perry ນັກຮ້ອງສາວຄົນນີ້ສ່ວນໃຫ່ຍແຟນໆມັກຈະເຫັນນາງຈັດເຕັມທຸເອັມວີເພງ ຫຼື ທຸກໆງານອີເວັ່ນ ແຕ່ພໍມາເບິ່ງນາງຕອນໜ້າສົດກໍຍັງງາມຢູ່…   …

Read More »

ສາວໆກຣີດໆໆໆ! ມາແຮງສຸດໆ ແມັກ ພູວະເນດ ຂຶ້ນແທ່ນຂວັນໃຈຄົນໃໝ່ຂອງແຟນໆ!!!

ຮ້ອນໆແບບນີ້ ເອົາໃຈສາວໆທັງສາວແທ້ ສາວທຽມ  ອາກາດນັບມື້ນັບຮ້ອນວ່າບໍ່? ເລີຍຢາກຈະພາແຟນໆມາດັບຮ້ອນກັນຈັກຄາວ ໂດຍຈະພາໄປສ່ອງໂປຟາຍຂອງ ພູວະເນດ ເພັງສະຫວັນ (ແມັກ) ນັກສະແດງໄວໜຸ່ມຂວັນໃຈສາວໆຄົນໃໝ່ທີ່ກຳລັງມາແຮງຕິດກະແສ ແລະ ໂດ່ງດັງທີ່ສຸດໃນເວລານີ້… (ມີຮູບພາບຂອງ ໜຸ່ມ ແມັກ ມາຝາກ…) ສຳລັບ ໜຸ່ມ ແມັກ ພູວະເນດ ເອີ້ນໄດ້ວ່າເປັນຂວັນໃຈອີກຄົນໜຶ່ງຂອງແຟນໆ ຫາແຕ່ເຂົ້າວົງການແຕ່ນ້ອງກໍມີຜົນງານມານັບບໍ່ຖ້ວນແລ້ວເດີ້ ບໍ່ວ່າຈະເປັນ ເດີນແບບຖ່າຍແບບ ເປັນ presenter ໃຫ້ສິນຄ້າດັງຫຼາຍຕໍ່ຫຼາຍແບຣນ, ສະແດງຊີ່ລີ່ Bad-friend ແລະ ທີ່ຈົບໄປກໍແມ່ນຊີ່ຮີ້່ ຮັກນີ້ສີບົວ ພາກ 2 ແລະ ໄວໆນີ້ ໜຸ່ມ ແມັກ ກໍຈະມີຊີ່ຣີ່ເລື່ອງໃໝ່ອີກຫຼາຍເລື່ອງ ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ, ເພາະຫຼ້າສູຸດກໍໄດ້ມີການເປີດເຜີຍມາແລ້ວວ່າ ໜຸ່ມ ແມັກ ຈະໄດ້ຮ່ວມສະແດງໃນຮູບເງົາ “ຮັກມະຍ່ອມມະແຍ່ມ” ເປັນຮູບເງົາແນວຕະຫລົກທີ່ມີນັກສະແດງທັງລາວ ແລະ ໄທ ສະແດງກັນຢ່າງຫຼວງຫຼາຍອີກດ້ວຍ. ໄດ້ສ່ອງໂປຟາຍ ໄດ້ຮູ້ຈັກ ແມັກ ພູວະເນດ ນັກສະແດງໜຸ່ມສຸດ Hot ຂວັນໃຈແຟນໆຄົນນີ້ແລ້ວເປັນແນວໃດ ພໍດັບຮ້ອນກັນໄດ້ແດ່ບໍ່ …

Read More »

ສ້າງຄວາມພູມໃຈໃຫ້ແຟນໆອີກຄັ້ງ! ສັກ ວົງ Cells ເປັນຕົວແທນສິລະປິນລາວຂຶ້ນໂຊໃນເວທີ “International Music Concert 2019”

ສ້າງຄວາມພູມໃຈໃຫ້ແຟນໆຊາວລາວອີກຄັ້ງ ເພາະຫຼ້າສຸດ ອະທິສັກ ຣັດຕະນະວົງ ຫຼື ສັກ ວົງເຊວ (Cells) ນັກຮ້ອງຊື່ດັງ ກໍໄດ້ເດີນທາງໄປຮ່ວມງານຄອນເສີດທີ່ຍິ່ງໃຫ່ຍ “INTERNATIONAL MUSIC CONCERT 2019” ທີ່ ສປ. ຈີນ ເຊິ່ງງານໃນເທື່ອນີ້ມາໃນຫົວຂໍ້ MELODIES OF SILKY “THE BELT AND ROAD” ແລະ ເປັນງານທີ່ບໍ່ທຳມະດາເດີ້ ເພາະເປັນງານທີ່ລວມເອົາສິລະປິນທົ່ວໂລກເລີຍກໍ່ວ່າໄດ້. ແລະ ຍັງບໍ່ໝົດ ເພາະ ສັກ ວົງ Cells ບໍ່ພາດທີ່ຈະຂຽນຄວາມໃນໃຈທີ່ໄດ້ເດີນທາງໄປຮ່ວມງານດັ່ງກ່າວເພື່ອອັບເດດໃຫ້ແຟນໆໄດ້ຮູ້ວ່າ: ພ້ອມທັງໂພສຮູບພາບບັນຍາກາດພາຍໃນງານ “INTERNATIONAL MUSIC CONCERT 2019”  ມາໃຫ້ແຟນໆໄດ້ອັບເດດກັນອີກດ້ວຍ… Wow!!! ເຫັນແລ້ວກໍຮູ້ສຶກພູມໃຈກັນສິລະປິນລາວທີ່ໄດ້ໄປຢືນສະແດງຄວາມສາມາດໃນເວທີທີ່ຍິ່ງໃຫ່ຍເຊັ່ນນີ້. ເອົາເປັນວ່າວ່າເຮົາຄົນລາວຮ່ວມກັນສະໜັບສະໜູນວົງການບັນເທີງລາວ ແລະ ສິລະປິນລາວກັນຫຼາຍໆໂລດເນາະ, ສາມາດຄອມເມັ້ນສະແດງຄວາມຍິນດີກັບ ສັກ ວົງ Cell ທີ່ໄດ້ໄປເປັນຕົວແທນສິລະປິນລາວໃນເວທີ “INTERNATIONAL MUSIC CONCERT 2019” ໄດ້ທີ່ກ້ອງໂພສນີ້ເລີຍ ຫຼື ສາມາດເຂົ້າໄປໃຫ້ກຳລັງໃຈ ສັກ ວົງ …

Read More »

ຮ້ານກາເຟດັງເປີດເຜີຍ ຄັດເລືອກເມັດກາເຟຊັ້ນດີ ຈາກພາກໃຕ້ຂອງປະເທດລາວ

ສຳລັບຄົນທີ່ມັກ ແລະ ຫຼົງໄຫຼໃນການດື່ມກາເຟລາວທີ່ຮ້ານ Kaogee Cafe  ສົ່ງໂດຍຕົງຈາກໄຮ່ ຕ້ອງທີ່ຮ້ານ Kaogee Cafe ເທົ່ານັ້ນ ເພາະຮ້ານ Kaogee Cafe ເຮົາຄັດສັນເມັດກາເຟຊັ້ນດີຈາກ   “ພູພຽງບໍລິເວນ”​ ສົ່ງຣົດຊາດກາເຟທີ່ແທ້ເຖິງຈອກຂອງທ່ານ. “ຈາກເບ້ຍກາເຟອ່ອນໆ ປູກໃນທີ່ດິນທີ່ສົມບູນທີ່ສຸດແຫ່ງໜື່ງໃນໂລກ ພູພຽງບໍລິເວນ ທີ່ດິນແຫ່ງນີ້ເປັນດິນ ພູເຂົາໄຟ ໃນແຫຼມອິນດູຈີນ ທີ່ສະຫງົບລົງແລ້ວ ສິ່ງທີ່ເຫຼືອໄວ້ແມ່ນແຮ່ທາດ ພູເຂົາໄຟ ແລະ ຄວາມອຸດົມສົມບູນຂອງພື້ນດິນ ມີອາກາດບໍລິສຸດທີ່ຊ່ວຍໃຫ້ພືດຫຼາຍໆຊະນິດເຕີບໂຕຢ່າງສົມບູນແບບ ໂດຍສະເພາະແມ່ນ “ກາເຟ” ດ້ວຍວິທີຊີວິດດັ່ງກ່າວ ເຮັດໃຫ້ປະຊາຊົນເຂດພູພຽງບໍລະເວນສ່ວນຫຼາຍກາຍເປັນຊາວເສດຖະກອນປູກກາເຟຫຼາຍທີ່ສຸດ ນັບຕັ້ງແຕ່ນັ້ນເປັນເວລາດົນນານພໍສົມຄວນ ເຮັດໃຫ້ໄດ້ການຮຽນຮູ້ ແລະ ສາມາດປູກກາເຟໄດ້ເກັ່ງ ຜົນທີ່ໄດ້ເປັນການເອກອ້າງ ມີຄວາມເປັນເອກະລັກ ມີຄຸນນະພາບ ແລະ ຄວາມປອດໄພກ່ອນທີ່ຈະສົ່ງເມັດກາເຟອອກໄປຫຼາຍປະເທດໃນທົ່ວໂລກ ປີໜຶ່ງຫຼາຍຮ້ອຍໂລ ສາມາດສ້າງລາຍໄດ້ປີໜຶ່ງກໍ່ຄື ການພັດທະນາເສດຖະກິດຂັ້ນສູງສຸດຂອງລາວ ນີ້ແມ່ນຫນຶ່ງໃນຄວາມພາກພູມໃຈຂອງປະຊາຊົນລາວທີ່ສາມາດສົ່ງອອກຜະລິດຕະພັນກະສິກໍາ ແລະ ໄດ້ຮັບການຮັບຮູ້ຈາກສາກົນ. ໃນຄວາມເປັນຈິງແລ້ວແຕ່ກ່ອນຄົນລາວບໍ່ດື່ມກາເຟ ແຕ່ຍ້ອນອານານິຄົມຂອງປະເທດຝຣັ່ງ ວັດທະນະທໍາການດື່ມກາເຟເລີ່ມຕົ້ນແຜ່ຂະຫຍາຍ. ປະຊາຊົນລາວກ້າວໄປຮຽນຮູ້ການດື່ມກາເຟແລະໃນເວລານັ້ນຝຣັ່ງໄດ້ນໍາເອົາຫມາກກາເຟມາໃຫ້ລາວ. ພວກເຂົາເລີ່ມຄົ້ນຫາບ່ອນທີ່ປູກກາເຟທີ່ເຫມາະສົມທີ່ສຸດ. ຈົນໄດ້ມາພົບຂຸມຊັບຂອງທໍາມະຊາດໃນດິນແດນແຫ່ງນີ້ທີ່ຮາບສູງ ພູພຽງບໍລິເວນ ຜ່ານມາຫຼາຍຊ່ວງອາຍຸຄົນ ຄົນລາວເລີ່ມດື່ມກາເຟຫຼາຍຂື້ນ ເລີ້ມໃຫ້ຄວາມສົນໃຈ ແລະ ຖືເປັນສະຕາຍທີ່ບົ່ງບອກເຖິງຣົດສະນິຍົມ …

Read More »

ສ່ອງ! ຈິຈີ່ ພອຍໄພລິນ ທ່ອງທ່ຽວແດນປາດິບ ປະເທດ  ຍີ່ປຸ່ນ ບອກເລີຍບໍ່ເຮັດໃຫ້ແຟນໆຜິດຫວັງ!!!

Hello! ໃຜເປັນແຟນຄລັບຂອງສາວຄົນນີ້ແດ່ ມາລວມຕົວກັນຖ້າອັບເດດເລີຍໄວໆ!!! ເປັນອີກໜຶ່ງສາວທີ່ມັກທ່ອງທ່ຽວເປັນຊີວິດຈິດໃຈ ຫຼ້າສຸດສາວ ຈິຈີ່ ພອຍໄພລິນ ສີວິໄລ ຫຼື ແຟນໆຮູ້ກັນໃນນາມ ຈິຈີ່ ເນັດໄອດໍ້ ກໍໄດ້ເດີນທາງທ່ອງທ່ຽວດິນແດນປາດິບ ປະເທດ ຍີ່ປຸ່ນ, ແຖມຍັງໂພສຮູບງາມໆ ມາໃຫ້ແຟນໆໄດ້ອັບເດດກັນຕາມເຄີຍ ບົ່ງບອກເຖິງ Life style ຕາມແບບສະບັບຂອງນາງໄດ້ເປັນຢ່າງດີ… (ເອົ້າ…ບໍ່ເວົ້າກັນຍືດຍາວ ລອງມາເບິ່ງຮູບງາມໆຂອງ ສາວ ຈີ່ຈີ້ ພອຍໄພລິນ ບອກເລີຍທຣິບນີ້ເຫັນແລ້ວ Slow life ສຸດໆ ) ເປັນແນວໃດ? ຈິຈີ່ ພອຍໄພລິນ ທີ່ແດນປາດິບບໍ່ເຮັດໃຫ້ແຟນໆຜິດຫວັງເລີຍແມ່ນບໍ່ ສົມແລ້ວທີ່ເປັນເນັດໄອດໍ້ຕະຫຼອດການວ່າບໍ່ແຟນໆ??? ຮູບພາບຈາກ: chichisvl

Read More »