Breaking News

ໄວໜຸ່ມ

ເກັ່ງຫຼາຍ! ສ່ອງຜົນການຮຽນ ຟ້າໃສ Miss Grand Laos ຫຼ້າສຸດເດີນທາງໄປສຶກສາຕໍ່ທີ່ USA

ເປັນອີກໜຶ່ງສາວທີ່ແຟນໆໃຫ້ການຕິດຕາມ ມາອັບເດດຄວາມຄືບໜ້າຂອງ ຈິນນະລີ ນໍລະສິງ (ຟ້າໃສ) Miss Grand Laos 2017 ຫຼັງຈາກທີ່ໄປເຮັດໜ້າທີ່ຕົວແທນແມ່ຍິງລາວໃນເວທີລະດັບໂລກ Miss Grand International 2017 ຈົນເປັນທີ່ຮູ້ຈັກ ແລະ ໄດ້ຮັບສຽງຍ້ອງຍໍຈາກຕ່າງຊາດເຖິງຄວາມສາມາດຂອງແມ່ຍິງລາວ ຫຼ້າສຸດນາງກໍໄດ້ບິນລັດຟ້າເພື່ອໄປສຶກສາຕໍ່ທີ່ USA ແລະ ຟ້າໃສ ຈິນນະລີ ຍັງໄດ້ອັບເດດຜົນການຮຽນຂອງນາງຜ່ານອິນສະຕາແກຣມໃຫ້ໄດ້ອັບເດດກັນອີກດ້ວຍ, ເຊິ່ງຜົນການຮຽນຂອງນາງຖືວ່າເປັນຄະແນນສະເລ່ຍທີ່ດີຫຼາຍ ຈົນມີບັນດາໝູ່ເພື່ອນ ແລະ ແຟນໆເຂົ້າໄປສະແດງຄວາມຍິນດີ ແລະ ຍ້ອງຍໍສາວຄົນນີ້ເຖິງຄວາມຕັ້ງໃຈ ເອົາໃຈໃສ່ຕໍ່ການຮຽນ ກັນຢ່າງຫຼວງຫຼາຍ ເຫັນແລ້ວກໍໜ້າຍິນດີ ສົມແລ້ວທີ່ເປັນຂວັນໃຈຂອງແຟນໆທຸກໆຄົນ ຢ່າງໃດກໍຂໍໃຫ້ ນ້ອງ ຟ້າໃສ ຈິນນະລີ ເຮັດສິ່ງທີ່ດີແບບນີ້ ແລະ ໜ້າເອົາເປັນແບບຢ່າງໃຫ້ນ້ອງໆ ແລະ ໝູ່ເພື່ອນຕໍ່ໄປ ຂໍເປັນກຳລັງໃຈໃຫ້ກໍແລ້ວກັນເນາະ. ຮູບພາບ: IG/fasainorasing

Read More »

ສ່ອງ! ນາງແບບລາວໂຊຜົນງານຕໍ່ເນື່ອງ ຫຼັງ Come back ສູ່ວົງການບັນເທິງອີກຄັ້ງ!!!

ມາອັບເດດຂ່າວສານຂອງວົງການບັນເທີງບ້ານເຮົາ ເວົ້າຊື່ ສຸວິຕາ ດາລາສັກ (ຕານ້ອຍ) ແຟນໆບາງທ່ານອາດຈະເປັນແຟນຄລັບຂອງນາງ ແຕ່ບາງທ່ານກໍຍັງງົງໆວ່າແມ່ນໃຜນໍ? ບອກເລີຍວ່າສາວຄົນນີ້ມີຜົນງານມາແລ້ວຢ່າງຫຼວງຫຼາຍ ອະດີດພິທີກອນລາຍການດັງ ແລະ ຫຼ້າສຸດນາງກໍໄດ້ Come back ສູ່ວົງການບັນເທິງ ພ້ອມທັງມີຜົນງານຢ່າງຕໍ່ເນື່ອງ… ຕານ້ອຍ ສຸວິຕາ ອາຍຸ 26 ປີ ເປັນອີກໜຶ່ງສາວທີ່ມີຜົນງານໃນວົງການບັນເທີງຢ່າງຫຼວງຫຼາຍ ໂດຍນາງເລີ່ມຈາກການຖ່າຍແບບປະຕິທິນດ້ວຍໄວພຽງແຕ່ 16ປີ ຕໍ່ມາກໍມີໂອກາດຖ່າຍແບບຂຶ້ນປົກໃຫ້ກັບວາລະສານຊັ້ນນຳລະດັບປະເທດຫຼາຍສະບັບ, ມີຜົນງານເດີນແບບ, ເປັນພຣີເຊັນເຕີ້ສິນຄ້າ, ພິທີກອນລາຍການໂທລະພາບ (ລາຍການທີ່ທຸກຄົນຮູ້ຈັກຫຼາຍທີ່ສຸດແມ່ນ ລາຍການ ເຈັດວັນຫັນສາ), ໂຄສົກວິທະຍຸ ຖ້າຫາກໃຜຍັງຈື່ໄດ້ ຕານ້ອຍ ເຄີຍເປັນນາງເອກເອັມວີເພງ “ບໍ່ຮັກເປັນຫຍັງບໍ່ເລີກ” ຂອງໜຸ່ມຈິມມີ້ ທີ່ເປັນອີກເພງໜຶ່ງທີ່ຕິດຫູໃຜຫຼາຍໆຄົນໃນຕອນນັ້ນ, ແຕ່ໄລຍະຫຼັງໆ ຕານ້ອຍ ກໍໄດ້ຫາຍໜ້າຫາຍຕາຈາກວົງການບັນເທີງໄປໄລຍະໜຶ່ງ ເພາະນາງຕິດພາລະກິດການຮຽນ ປັດຈຸບັນນາງ Come back ສູ່ວົງການບັນເທີງແລ້ວ ແຖມເມື່ອປີ 2018 ທີ່ຜ່ານມາ ນາງຍັງໂກອິນເຕີມີໂອກາດໄປຮ່ວມງານໃນຖານະເປັນແບຣນແອັມບາສເດີ້ໃຫ້ກັບເສື້ອຜ້າແບຣນດັງ ທີ່ປະເທດໄທ ທີ່ສ້າງສັນໂດຍດີຊາຍເນີ້ຊື່ດັງລະດັບໂລກ ໄກ່ ອູກັສ …

Read More »

ແມ່ຕູ້ທວດຊາວຍີ່ປຸ່ນຖືກບັນທຶກສະຖິຕິ ກາຍເປັນຜູ້ທີ່ມີອາຍຸຍືນຍາວທີ່ສຸດໃນໂລກ

ກິນເນສ ເວີ ເຣັກຂອດ (Guinness world records) ໄດ້ບັນທຶກສະຖິຕິທີ່ສຸດຂອງໂລກ ປະກາດໃຫ້ ແມ່ຕູ້ທວດ ຄາເນະ ທານາກະ ຈາກປະເທດ ຍີ່ປຸ່ນ ອາຍຸ 116 ປີ ເປັນຜູ້ທີ່ມີອາຍຸຍືນຍາວທີ່ສຸດໃນໂລກ ແລະ ຍັງຄົງມີຊີວິດຢູ່ ເຖິງແມ່ນວ່າ ແມ່ຕູ້ທວດ ຄາເນະ ຈະມີບັນຫາກ່ຽວກັບສຸຂະພາບ ແຕ່ເພິ່ນກໍມີຄວາມສຸກ ແລະມ່ວນກັບທຸກໆຊ່ວງຂອງຊີວິດ ຄາເນະ ທານາກະ ເກີດວັນທີ 2 ມັງກອນ 1903 (ລວມອາຍຸ 116 ປີ) ຊຶ່ງເປັນປີດຽວທີ່ນັກຄົ້ນຄວ້າໄດ້ຄິດຄົ້ນເຮືອບິນລຳທຳອິດຂອງໂລກໄດ້ສຳເລັດ, ແມ່ຕູ້ທວດ ຄາເນະ ເປັນລູກຄົນທີ່ 7 ແລະ ມີບຸດ 5 ຄົນກັບສາມີທີ່ມີຊື່ວ່າ ຮິເດໂອະ ທານາກະ ເຊິ່ງກ່ອນວັນທີ່ຈະແຕ່ງງານທັງສອງບໍ່ເຄີຍເຫັນໜ້າ ແລະບໍ່ເຄີຍໄດ້ເວົ້າລົມກັນມາກ່ອນ, ສາມີຂອງເພິ່ນເປັນຜູ້ຜະລິດ ແລະ ເຮັດທຸລະກິດຂາຍເຂົ້າໜຽວ ເຂົ້າໜົມຍີ່ປຸ່ນ …

Read More »

ສື່ໃຫ້ຄວາມສົນໃຈ! ອະດີດນາງງາມລາວເວທີດັງ ເດີນທາງຮ່ວມງານປະກາດຜົນລາງວັນລະດັບປະເທດຂອງໄທ 

Hello ເຮັດວຽກ ຫຼື ຮຽນໃນມື້ນີ້ເປັນແນວໃດແດ່ ເມື່ອຍບໍ່?ມາພັກຜ່ອນສະໝອງກັບຂ່າວສານຄົນດັງວົງການບັນເທີງ ຫຼ້າສຸດ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ກໍໄດ້ເດີນທາງໄປຮ່ວມງານປະກາດຜົນລາງວັນ “Dara Daily Awards 8” ທີ່ບາງກອກ ປະເທດໄທ ເຊິ່ງ ນຸ້ຍ ສຸພາພອນ ໃນຖານະ ນາງງາມ/ນັກສະແດງ/ນາງແບບຈາກປະເທດລາວ ກໍມີໂອກາດໄດ້ຮ່ວມເດີນພົມແດງ ຮ່ວມກັບດາລາ ສິລະປິນ ແລະ ຄົນດັງຫຼາຍທ່ານທີ່ເດີນທາງມາຮ່ວມໃນງານດັ່ງກ່າວ ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ກໍເປັນອີກໜຶ່ງ ແມ່ຍິງລາວ ທີ່ໄປສ້າງຊື່ສຽງໃຫ້ກັບປະເທດ ເພາະຫຼັງຈາກທີ່ນາງໄດ້ເດີນທາງໄປເປັນຕົວແທນຂອງແມ່ຍິງລາວໃນເວທີ ນາງງາມຈັກກະວານ (Miss Universe) ທີ່ USA ໃນປິ 2017, ຫຼັງຈາກນັ້ນນາງກໍມີຜົນງານທາງວົງການບັນເທີງເລື້ອຍໆ …

Read More »

ຕາຮັກເດ້! ກຽມເປັນພໍ່ແມ່ຄົນແລ້ວ ແອັບເປີ້ນ-ຟຣຸກ ພາລູກໃນທ້ອງທ່ອງທ່ຽວ

ຄວາມຮັກເປັນສິ່ງທີ່ງົດງາມສະເໝີ ໂດຍສະເພາະຄວາມຮັກທີ່ສົມບູນແບບ “ພໍ່-ແມ່-ລູກ”, ຕາຮັກ ຕາແພງຫຼາຍໆ ເປັນຄູ່ຮັກທີ່ຫຼາຍຄົນເປັນແຟນຄລັບມາຕັ້ງແຕ່ຕອນເປັນແຟນ ຈົນແຕ່ງດອງ ແລະ ຫຼ້າສຸດ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກສາວລາວ-ບ່າວໄທ ຂວັນໃຈແຟນໆ ກໍກຳລັງມີຂ່າວດີ ເຊິ່ງປັດຈຸບັນ ແອັບເປີ້ນ ກຳລັງຖືພາມີລູກນ້ອຍໄດ້ປະມານ 4ເດືອນແລ້ວ. ຫຼ້າສຸດ ທັງສອງກໍຄວງກັນເດີນທາງທ່ອງທ່ຽວ ສ.ເກົາຫລີ ແຖມຍັງມີໂມເມັ້ນໜ້າໆມາໃຫ້ແຟນໆໄດ້ອັບເດດກັນເຊັ່ນເຄີຍ ເບິ່ງແລ້ວເປັນຕາຮັກ ຕາແພງສຸດໆເລີຍວ່າບໍ່ແຟນໆ, ຢ່າງໃດກໍຂໍສະແດງຄວາມຍິນດີກັບ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ທີ່ກຳລັງຈະມີ Baby ໂຕນ້ອຍໆ ເອີ້ນໄດ້ວ່າທັງສອງກຳລັງກຽມເປັນພໍ່ແມ່ຄົນກັນແລ້ວເດີ້. ຮູບພາບ: Appleminiberry , Fluke Jira

Read More »