Breaking News

ໄວໜຸ່ມ

ຮູ້ຫຼືບໍ່? ຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດ Mister National Universe 2019 ມີຄວາມໝາຍແນວໃດ?

ອັບເດດໃຫ້ແຟນໆໄດ້ຮູ້ກັນແບບຕິດໆ ຫຼ້າສຸດກໍເປີດເຜຍມາແລ້ວສຳລັບ ຊຸດປະຈຳຊາດຂອງ  ໄຊຍະສິດ ສຸລິຍະເຕັນ (ບີ້) Mister National Universe Laos 2019 ທີ່ເປັນຕົວແທນຜູ້ຊາຍລາວໄປປະກວດໃນເວທີ Mister National Universe 2019 ທີ່ປະເທດໄທ ແລະ ກໍເປັນທີ່ຮືຮາ ແລະ ໃຫ້ຄວາມສົນໃນຂອງແຟນໆເຊັ່ນເຄີຍສຳລັບຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ ເຊິ່ງໃນປີນີ້ຊຸດທີ່ໃຊ້ເຂົ້າໃນການປະກວດກໍຄື “ຊຸດສຽງແຄນ ສີພັນດອນ”  ເຊິ່ງ “ຊຸດສຽງແຄນ ສີພັນດອນ” ແຟນໆຮູ້ຫຼືບໍ່ວ່າເປັນອີກໜຶ່ງຊຸດທີ່ມີຄວາມໝາຍບົ່ງບອກເຖິງວັດທະນະທຳ ແລະ ຮີດຄອງປະເພນີລາວ ມີແຮງບັນດານໃຈມາຈາກການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ຕະຫຼອດເໜືອຮອດໃຕ້ ທີ່ມີຄວາມອຸດົມຮັ່ງມີທາງດ້ານຊັບໃນດີນສິນໃນນ້ຳ ກໍລ້ວນແຕ່ມີແມ່ນ້ຳໃຫ່ຍໄຫລຜ່ານປະເທດລາວ ແລະ ປະຊາຊົນສ່ວນໃຫ່ຍໄດ້ອາໄສແມ່ນ້ຳເພື່ອທຳມາຫາກິນ ແລະ ເພື່ອຢາກໃຫ້ຊາວໂລກໄດ້ເຫັນເຖີງວິຖີການດຳລົງຊີວິດຂອງປະຊາຊົນລາວ,  ດັ່ງນັ້ນ! ນັກອອກແບບເລີຍສື່ສານຜ່ານຊຸດດັ່ງກ່າວໃຫ້ໄດ້ເຫັນເຖິງວັດທະນະທຳ-ຮີດຄອງປະເພນີລາວ ເພື່ອຕ້ອງການໄປໂຊໃຫ້ຊາວໂລກໄດ້ເຫັນໂດຍຜ່ານການແຕ່ງກາຍຂອງ Mister National Universe Laos 2019 ນັ້ນເອງ. ໄດ້ເຫັນ“ຊຸດສຽງແຄນ ສີພັນດອນ”  ທີ່ ບີ້ ໄຊຍະສິດ Mister National Universe 2019 …

Read More »

ຂໍສະແດງຄວາມຍິນດີ! ນາຍົກລັດຖະມົນຕີລາວ ໄດ້ຮັບລາງວັນກຽດຕິຄຸນອັນສູງສົ່ງຂອງອາຊຽນ ພາຍຫລັງສຳເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ທີ່ປະເທດໄທ

ໃນຕອນຄ່ຳຂອງວັນທີ 23 ມິຖຸນາ 2019 ທີ່ຜ່ານມາ, ພາຍຫລັງສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ທີ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມງານລ້ຽງທີ່ຮ່ວມກັນເປັນເຈົ້າພາບຈັດໂດຍສະຖາບັນຍຸດທະສາດ ຄິງສະລີ ແຫ່ງປະເທດມາເລເຊຍ, ສະຖາບັນສ້າງຊາດແຫ່ງປະເທດໄທ, ຫ້ອງການເສດຖະກິດ-ການຄ້າແຫ່ງນະຄອນຮົງກົງ, ປະເທດຈີນ ແລະ ພາກສ່ວນກ່ຽວຂ້ອງອີກຈຳນວນໜຶ່ງ.ໃນງານລ້ຽງດັ່ງກ່າວ, ໄດ້ມີພິທີມອບຮັບລາງວັນກຽດຕິຄຸນອັນສູງສົ່ງຂອງອາຊຽນ ຫຼື “Distinguished ASEAN Lifetime Achievement Award” ໃຫ້ແກ່ຜູ້ນຳອາຊຽນທີ່ມີຜົນງານດີເດັ່ນໃນການຊີ້ນຳ-ນຳພາພາລະກິດການພັດທະນາເສດຖະກິດ-ສັງຄົມຂອງປະເທດຕົນ ແລະ ທັງປະກອບສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນ. ພ້ອມກັນນີ້, ທ່ານ ນາຍົກລັດຖະມົນຕີລາວ ຍັງໄດ້ມີຄຳເຫັນວ່າ: “ສປປ ລາວ ຈະສືບຕໍ່ສຸມໃສ່ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຄ້າ ແລະ ການລົງທຶນ ດ້ວຍການປັບປຸງລະບຽບກົດໝາຍ ແລະ ກົນໄກພາຍໃນໃຫ້ມີຄວາມສອດຄອງຂຶ້ນ ແລະ ຫັນໄປສູ່ການເປັນທັນສະໄໝເທື່ອລະກ້າວ”. ໃນຕອນທ້າຍ, ພະນະທ່ານ …

Read More »

ການເງິນແຕ່ລະຄົນເປັນແນວໃດ! ລອງມາ Check ເບິ່ງວ່າການເງິນມີຄວາມໝັ້ນແລ້ວຫຼືບໍ່???

ການເງິນທີ່ມີຄວາມໝັ້ນຄົງ ບໍ່ໄດ້ຈຳເປັນສະເໝີໄປວ່າຈະຕ້ອງມີລາຍໄດ້ຫຼາຍໃນແຕ່ລະເດືອນ ແຕ່ຖ້າບໍ່ມີວິໄນໃນການໃຊ້ຈ່າຍເງິນ ກໍຈະປະສົບບັນຫາທາງການເງິນໄດ້ ກົງກັນຂ້າມເຖິງແມ່ນວ່າເຮົາຈະມີລາຍໄດ້ໜ້ອຍ ຫຼື ປານກາງ ແຕ່ຫາກມີວິໄນການໃຊ້ຈ່າຍເງິນທີ່ດີ ມີເປົ້າໝາຍ ຮູ້ຈັກວາງແຜນ ແລະ ບໍ່ໃຊ້ເງິນຟຸມເຟືອຍ ກໍສາມາດມີຖານການເງິນທີ່ໝັ້ນຄົງ ດັ່ງນັ້ນລອງມາ Check ຄວາມໝັ້ນຄົງຂອງຕົນເອງງ່າຍໆ ດ້ວຍການຕອບຄໍາຖາມເຫຼົ່ານີ້ເບິ່ງວ່າເຮົາມີການເງິນທີ່ແຂງແຮງໝັ້ນຄົງພຽງໃດ? ປັດຈຸບັນນີ້ມີເງິນໃຊ້ຢ່າງສະບາຍໆ ແບບທີ່ບໍ່ມີໜີ້ສິນ ແມ່ນ ຫຼື ບໍ່ແມ່ນ? ຖ້າຫາກຄຳຕອບວ່າ ແມ່ນ ຖືວ່າເປັນຈຸດເລີ່ມຕົ້ນທີ່ດີ ສະແດງວ່າເຮົາມີເງິນໃຊ້ຢ່າງບໍ່ຂັດສົນ ບໍ່ມີພາລະໜີ້ສິນຫຼາຍທີ່ຈະຕ້ອງໄດ້ຈ່າຍໃນແຕ່ລະເດືອນ ບໍ່ຕ້ອງມານັ່ງຄິດໜັກໃນເລື່ອງການເງິນ ແລະ ສາມາດໃຊ້ຊີວິດໄດ້ຢ່າງມີຄວາມສຸກ ແຕ່ຖ້າຫາກຄຳຕອບວ່າ ບໍ່ແມ່ນ ສະແດງວ່າເຮົາມີບັນຫາຄວາມໝັ້ນຄົງທາງການເງິນ ແນ່ນອນເຊັ່ນ: ມີໜີ້ສິນທີ່ຕ້ອງຜ່ອນຈ່າຍໃນແຕ່ລະເດືອນຈຳນວນຫຼວງຫຼາຍ ຈົນບໍ່ມີເງິນເຫຼືອໃຊ້ ຫຼື ບໍ່ເຫຼືອເງິນທ້ອນເລີຍໃນແຕ່ລະເດືອນ, ດັ່ງນັ້ນ ຄຳແນະນຳເບື້ອງຕົ້ນກໍຄື ຄວນຊອກຫາວຽກທີ່ເຮັດໃຫ້ມີລາຍໄດ້ເພີ່ມ ເພື່ອຊ່ວຍຫຼຸດພາລະການໃຊ້ຈ່າຍໃນແຕ່ລະເດືອນລົງ  ແລະ ຍັງຊ່ວຍໃຫ້ພາລະໜີ້ສິນຂອງເຮົາໝົດໄປໄວຂຶ້ນອີກ. ສຳລັບທ່ານໃດທີ່ຜ່ານຄຳຖາມຂໍ້ທີ່ໜຶ່ງມາໄດ້ສະບາຍ ແຕ່ຢ່າຟ້າວດີໃຈເດີ້ ລອງມາເບິ່ງຄຳຖາມຂໍ້ຕໍ່ໄປເບິ່ງກ່ອນເດີ້… ເມື່ອເກີດເຫດການສຸກເສີນຕ້ອງການໃຊ້ເງິນດ່ວນໆ ເຮົາມີເງິນສຳຮອງພຽງພໍໄວ້ໃຊ້ຈ່າຍ ແມ່ນ …

Read More »

ມີລຸ້ນລາງວັນແນ່ນອນ! ຮ່ວມເປັນກຳລັງໃຈໃຫ້ໜຸ່ມລາວໃນເວທີ MISTER NATIONAL UNIVERSE 2019 ທີ່ປະເທດໄທ

ເປັນທີ່ຮືຮາອີກແລ້ວເດີ້ແຟນໆ ຫຼັງຈາກມີການເປີດເຜີຍ Mister National Universe Laos 2019 ຕົວແທນຊາຍລາວ ທີ່ຈະໄປຮ່ວມປະກວດໃນເວທີລະດັບໂລກອີກໜຶ່ງເວທີນັ້ນກໍຄືເວທີ Mister National Universe 2019 ເຊິ່ງຈັດຂຶ້ນທີ່ ປະເທດໄທ. ເຊິ່ງໜຸ່ມຕົວແທນຈາກປະເທດລາວຄົນນີ້ມີນາມວ່າ ໄຊຍະສິດ ສຸລິຍະເຕັນ (ບີ້) ໄດ້ຖືກແຕ່ງຕັ້ງໃຫ້ເປັນ Mister National Universe Laos 2019  ເອີ້ນໄດ້ວ່າເປັນໜຸ່ມທີ່ມີບຸກຂະລິກດີ ພ້ອມທັງໄດ້ເປັນຕົວແທນຜູ້ຊາຍລາວໄປປະກວດໃນເວທີດັ່ງກ່າວ ແລະ ໜຸ່ມຄົນນີ້ກໍມີຄວາມພ້ອມເກີນຮ້ອຍ ເບິ່ງຈາກໜ່ວຍກ້ານແລ້ວ…ງານນີ້ມີລຸ້ນລາງວັນມາຝາກຄົນລາວແນ່ນອນ ເອົາເປັນວ່າຝາກແຟນໆເປັນກຳລັງໃຈໃຫ້ ບີ້ ໄຊຍະສິດ Mister National Universe 2019 Laos 2019, ເຊິ່ງປັດຈຸບັນໜຸ່ມລາວຂອງເຮົາກໍເດີນທາງໄປຮ່ວມເກັບຕົວ ແລະ ເຮັດກິດຈະກຳເປັນທີ່ຮຽບຮ້ອຍແລ້ວ ແລະ ມື້ຕັດສິນ “Mister National Universe 2019” ຈະຈັດຂຶ້ນໃນວັນທີ ວັນທີ 1 ກໍລະກົດ 2019 ນີ້ແລ້ວເດີ້ ຝາກເປັນກຳລັງໃຈ …

Read More »

(ແມ່ຍິງລາວເກັ່ງຫຼາຍ) ຊົມເຊີຍ! ນັກທຸລະກິດແມ່ຍິງລາວໄດ້ຮັບລາງວັນດີເດັ່ນລະດັບອາຊຽນ #ແຊຣໄປໃຫ້ໂລກຮູ້

ນັບວ່າເປັນຂ່າວດີສົ່ງທ້າຍເດືອນ ມິຖຸນາ 2019 ຫຼ້າສຸດສະມາຄົມນັກທຸກລະກິດແມ່ຍິງລາວໄດ້ຮັບລາງວັນຜູ້ປະກອບການ “ແມ່ຍິງອາຊຽນດີເດັ່ນ ປະຈຳປີ 2019” (ASEAN Woman Entrepreneures of the year Award 2019)  ຈຳນວນ 10 ທ່ານ ໃນວັນທີ 21 ມິຖຸນາ 2019 ທີ່ ບາງກອກ ປະເທດໄທ,  ໂດຍການນຳພາຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ໃນນີ້ມີຜູ້ຮັບລາງວັນໝົດ 87 ທ່ານ ຈາກ 10 ປະເທດອາຊຽນ. ສຳລັບທຸລະກິດທີ່ຈະໄດ້ຮັບລາງວັນນີ້ ຕ້ອງທຸລະກິດຂະໜາດນ້ອຍ ແລະ ກາງ ຂຶ້ນໄປ, ເປັນບໍລິສັດດຳເນີນກຳຈະການຢ່າງໜ້ອຍ 5 ປີ ຂຶ້ນ, ເປັນທຸລະກິດທີ່ໂດດເດັ່ນ ແລະ ມີການພັດທະນາຢ່າງເນື່ອງເລື້ອຍໆ. ນັກທຸລະກິດແມ່ຍິງລາວ ຈຳນວນ …

Read More »