Breaking News

ໄວໜຸ່ມ

ຈື່ໄດ້ບໍ່?? ນ້ອງເນີຍ Live ຂາຍເຄື່ອງແຕ່ຖືກບູລີ່ໜ້າຕາບໍ່ງາມ ລຸກຂຶ້ນແຕ່ງໜ້າແຕ່ງຕົວ ງາມລະດັບດາຣາ…

ຍັງຈື່ກັນບໍ່ກັບ ນ້ອງເນີຍ ສາວນ້ອຍ (ປະເທດໄທ) ທີ່ອອກມາ Live ຂາຍເຄື່ອງ ຫາເງິນຊ່ວຍພໍ່ແມ່ ແຕ່ຖືກຊາວເນັດຄອມເມັ້ນບູລີ່ດ້ວຍຖ້ອຍຄໍາບໍ່ສຸພາບປະມານວ່າ ໜ້າຕາບໍ່ງາມ ຜິວດໍາ ກ້າມາຂາຍເຄື່ອງສໍາອາງໄດ້ແນວໃດ? ຈົນນ້ອງກັ້ນນໍ້າຕາໄວ້ບໍ່ຢູ່ ແຕ່ກໍຍັງ Live ຕໍ່ຈົນຈົບ… ຈົນກາຍເປັນກະແສທີ່ໄດ້ຮັບຄວາມສົນໃຈໄປຫຼາຍພໍສົມຄວນໃນໄລຍະນັ້ນ… ແຕ່ຫຼ້າສຸດເຟສບຸກສ່ວນຕົວຂອງນ້ອງຊື່ວ່າ Kenika Siri(เนย) ໄດ້ໂພສພາບຫຼັງຊ່າງແຕ່ງໜ້າ Makeup ໃຫ້ແບບເປ໊ະແລ້ວ ເຊິ່ງຕ້ອງບອກເລີຍວ່າ ງາມບໍ່ທໍາມະດາ ລະດັບດາຣາ ເລີຍຈ່າ… ເຊິ່ງມື້ນີ້ ຂວັນໃຈກໍໄດ້ນໍາພາບດັ່ງກ່າວມາຕ້ອນນໍາ ໄປເບິ່ງກັນເລີຍ!!! ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Kenika Siri(เนย) #KuanjaiMagazine#WorkingWomenສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ແຟນຄຣັບແຫ່ແຊຣ໌!!! ລູກນໍ້າ ໂພສ “ແມ່ຍິງທີ່ເຮັດວຽກ ອາດຈະເບິ່ງຄອບຄົວບໍ່ໄດ້ດີ ແມ່ຍິງທີ່ດູແລຄອບຄົວໄດ້ດີ ອາດຈະຫາເງິນບໍ່ເກັ່ງ”

ແມ່ຍິງທຸກຄົນຕ້ອງເຄີຍຜ່ານຈຸດນີ້ ບໍ່ວ່າຈະເປັນເລື່ອງການເຮັດວຽກ ແລະ ການເປັນແມ່ບ້ານແມ່ເຮືອນ ເປັນຜູ້ດູແລຄອບຄົວພໍ່-ແມ່ ເມື່ອແຕ່ງງານໄປກໍຍັງມີໜ້າທີ່ ທີ່ຕ້ອງເບິ່ງແຍງລູກ-ຜົວອີກ ເມື່ອເຮັດບໍ່ໄດ້ກໍອາດຈະມີຫາງສຽງມາວ່າ ມີຄວາມບົກຜ່ອງ… ມື້ນີ້ ຂວັນໃຈຢາກໃຫ້ມາອ່ານ ຂໍ້ຄວາມຈາກ ສາວລູກນໍ້າ ທິດາລັດ ຊຸບຕາອັນດັບຕົ້ນໆຂອງລາວເຮົາ ທີ່ໂພສໄວ້ໃນ Facebook ສ່ວນຕົວ ລັກນະເປັນການບອກຄວາມໃນໃຈແທນແມ່ຍິງຫຼາຍຄົນ ຈົນແຟນຄຣັບແຫ່ແຊຣ໌ ເປັນຈໍາຫຼວງຫຼາຍວ່າ… ຜູ້ຍິງ, ເຮັດວຽກ… ອາດຈະດູແລຄອບຄົວໃຫ້ສົມບູນບໍ່ໄດ້. ຜູ້ຍິງ, ທີ່ດູແລຄອບຄົວໃຫ້ສົມບູນໄດ້…ອາດຈະຫາເງິນບໍ່ເກັ່ງ. ຜູ້ຍິງ, ທີ່ເຊື່ອຟັງ…ອາດຈະອ່ອນແອ ບໍ່ກ້າສູ້ພຽງລຳພັງ ຕ້ອງການທີ່ເພິ່ງ. ຜູ້ຍິງ, ທີ່ກ້າຫານ… ອາດຈະມີຄວາມຄິດເປັນຂອງໂຕເອງ. ຜູ້ຍິງ, ທີ່ງາມ… ອາດຈະໃຊ້ຈ່າຍໂດຍບໍ່ເສຍດາຍເງິນ. ຜູ້ຍິງ, ທີ່ປະຫຍັດ… ອາດຈະບໍ່ທັນສະໄໝ. ຜູ້ຍິງ, ທີ່ມີຄວາມສາມາດ… ອາດຈະເອົາແຕ່ໃຈໂຕເອງ ບໍ່ຟັງເຫດຜົນ. ຜູ້ຍິງ, ທີ່ສະຫລາດ… ອາດຈະບໍ່ມັກເພິ່ງໃຜ ມີຄວາມຄິດເປັນຂອງໂຕເອງ ມີຄວາມເປັນຜູ້ນຳສູງ. ຜູ້ຍິງທີ່ພຽບພ້ອມ ແລະ …

Read More »

ສະແດງຄວາມຍິນດີນໍາ!!! ສາວນ້ອຍ ແຮນນ່າ ໄດ້ຮັບໝວກ MVP ໄປຄອງ ຈາກການແຂ່ງຂັນເພື່ອເປັນ Girl Group Star ທີ່ປະເທດໄທ…

ພັດທະນາຂຶ້ນມາເລື້ອຍໆສໍາລັບຄວາມສາມາດຂອງສາວນ້ອຍ ແຮນນ່າ ໂຣເຊັ້ນບລູມ ສາວລາວໜຶ່ງດຽວທີ່ໄປຮ່ວມແຂ່ງຂັນເພື່ອເປັນ Girl Group Star ທີ່ປະເທດໄທ ແລະ ຜ່ານມາ ແຮນນ່າ ກໍໄດ້ຜ່ານເຂົ້າຮອບຫຼາຍຄັ້ງຈົນໄດ້ເຂົ້າມາຢູ່ໃນທີມ 3 ທີມສຸດທ້າຍທີ່ຈະມາຮ່ວມແຂ່ງຂັນກັນ ໂດຍແຮນນ່າ ແມ່ນໄດ້ສັງກັດເປັນເດັກເຝິກໃນຄ່າຍຂອງທີມ UNICORN ແລະ ມື້ຄືນທີ່ຜ່ານມາກໍໄດ້ມີການແຂ່ງຂັນໃນຮອບສຸດທ້າຍ Group Star ເຊິ່ງງານນີ້ນ້ອງແຮນນ່າ ກໍໄດ້ສາມາດສະແດງລີລາການຮ້ອງການເຕັ້ນໄດ້ດີທີ່ສຸດໃນທີມ ຈົນໄດ້ຮັບໝວກ MVP ເຊິ່ງເປັນສັນຍາລັກຂອງຄົນທີ່ໂດດເດັ່ນທີ່ສຸດໃນທີມໄປຄອງ ຈາກການຕັດສິນຂອງລຸ່ນເອຶ້ອຍທີມ UNICORN ນັ້ນເອງ… ແນວໃດກໍຂໍສະແດງຄວາມຍິນດີນໍານ້ອງແຮນນ່າ ຫຼາຍໆເດີ້ ແລະ ຂໍຊື່ນຊົມໃນຄວາມສາມາດທຸກດ້ານຂອງນ້ອງ ເຊຍນ້ອງຕະຫຼອດເດີ້… ສໍາລັບໃຜທີ່ຢາກຕິດຕາມການແຂ່ງຂັນຂອງແຮນນ່າຄັ້ງນີ້ກໍສາມາດເບິ່ງໄດ້ທີ່ຊ່ອງ Work Point ແລະ Page: Girl Group Star ເດີ້!!! ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Hannah Rosenbloom ສົນໃຈລົງໂຄສະນາ …

Read More »

ພາໄປສ່ອງ!! ຄວາມໜ້າຮັກສົດໃສຂອງ ນ້ອງນໍ້າ ນາງເອກ ຊີຣີ່ “ປາຕິຫານດອກໄມ້”

ສໍາລັບຊ່ວງນີ້ຊິເອີ້ນວ່າເປັນຊ່ວງ ວົງການບັນເທີງລາວ ເຟື່ອງຟູ ກໍເວົ້າໄດ້ ເພາະບັນດາສິລະປິນ ຄົນບັນເທີງລາວໄດ້ຮັບຄວາມສົນໃຈຫຼາຍຂຶ້ນໃນສັງຄົມ ບໍ່ສະເພາະແຕ່ໃນລາວ ຍັງລວມໄປເຖິງຕ່າງປະເທດນໍາອີກ ບໍ່ວ່າຈະເປັນວົງການ ນາງງາມ ວົງການເພງ ແລະ ລວມໄປເຖິງວົງການຮູບເງົາ ທີ່ເລີ່ມມີຮູບເງົາຫຼາກຫຼາຍແບບໃຫ້ເລືອກເບິ່ງກັນໄດ້!!! ຮູບເງົາປະເພດ ຊີຣີ່ ກໍຖືວ່າເປັນສິ່ງທີ່ຍັງໃໝ່ສໍາລັບປະເທດເຮົາ ແຕ່ຫຼາຍຄົນກໍຄົງຈະໄດ້ເບິ່ງກັນຈາກຂອງຕ່າງປະເທດໂດຍສະເພາະ ຊີຣີ່ ເກົາຫລີ ທີ່ເຮັດໃຫ້ສາວໆຕິດງ໋ອມແງ໋ມ ຍ້ອນຄວາມໜ້າຫຼົງໄຫຼຂອງແຕ່ລະຕົວລະຄອນ ແຖມຍັງໃຫ້ລຸ້ນແບບຕອນຕໍ່ຕອນກັນອີກ… ເອ໊ະ!!! ແຕ່ມື້ນີ້ແອັດບໍ່ໄດ້ຈະມາຣີວິວຊີຣີ່ແຕ່ຢ່າງໃດເດີ້ ເພາະແອັດຈະພາໄປສ່ອງນາງເອກຊີຣີ່ເລື່ອງໃໝ່ຫຼ້າສຸດ “ປາຕິຫານດອກໄມ້” ເຊິ່ງຮັບບົດໂດຍ ນ້ອງນໍ້າ ນາງເອກສຸດຮ໋ອດສຸດຮິດໃນຕອນນີ້ນັ້ນເອງ… ສໍາລັບນ້ອງນໍ້າ ສາວນ້ອຍຈາກແຂວງ ວຽງຈັນ ຜູ້ທີ່ມີຄວາມໄຝ່ຝັນຢາກເປັນດາວອີກດວງໃນວົງການບັນເທີງລາວ ເລີ່ມເຂົ້າວົງການດ້ວຍການເປັນນາງເອກຢູ່ກັບຄ່າຍ ໄຕ໋ບ້ານ ໂປຣດັກຊັ່ນ ກ່ອນຈະຜັນຕົວເອງອອກມາຮັບວຽກອິດສະຫຼະ ແລະ ໄດ້ສະແດງ ຊີຣີ່ ເປັນຄັ້ງທໍາອິດ!!! ເຊິ່ງວ່າຜົນງານການສະແດງຄັ້ງນີ້ນາງຈະຫຼິ້ນໄດ້ອິນຂະໜາດໃດນັ້ນ ກໍໄປຕິດຕາມກັນໄດ້ເດິ້ ແຕ່ເລື່ອງຄວາມໜ້າຮັກ ສົດໄສ ນີ້ແອັດຮັບຮອງວ່າຜ່ານແຕ່ຍັງບໍ່ໄດ້ຫຼິ້ນພຸ້ນລະຈ່າ… ຮຽບຮຽງໂດຍ: Kuanjai Magazine …

Read More »

ສ່ອງແຟນສາວ!!! ເຈມ ຢູໂນ ຜູ້ແຕ່ງເພງດັງເກືອບ 100 ລ້ານວິວ… ບໍ່ທໍາມະດາມີດີກຣີເປັນເຖິງນາງແບບ!!!

ກະແສເພງດັງຫຼາຍເພງທີ່ ເຈມ ຢູໂນ ແຕ່ງກໍາລັງມາແຮງບໍ່ວ່າຈະເປັນເພງ ຢາກເປັນລູກເຂີຍ ໃສ່ໃຈໄດ້ແຕ່ມອງ ລວມທັງເພງທີ່ຮ້ອງເອງຄື ຜູ້ບ່າວລົດໄຖ ເຊິ່ງລະເພງນັ້ນຂຶ້ນຕິດຊ໊າດອັນດັບເພງດັງທີ່ມາແຮງທີ່ສຸດໃນປັດຈຸບັນທັງໃນລາວ ແລະບັນດາປະເທດເພື່ອນບ້ານ ຈົນຫຼ້າສຸດ ນ້ອງເຈມ ຄົນເກັ່ງຂອງເຮົາກໍຊື້ລົດຄັນງາມເປັນຂອງຂວັນໃຫ້ກັບຄວາມສໍາເລັດຂອງຕົວເອງ ແລະຄອບຄົວໄປເປັນທີ່ຮຽບຮ້ອຍ… ແຕ່ມື້ນີ້ຂໍເອົາກະແສເພງໄວ້ກ່ອນ ເພາະກ່ອນໜ້າທີ່ ນ້ອງເຈມ ໄດ້ຂຶ້ນສະຖານະກັບສາວງາມຄົນໜຶ່ງວ່າ ກັບລັງຄົບກັນເປັນແຟນ ງານນີ້ເຮັດໃຫສາວໆອົກຮັກກັນເປັນແຖວໆ ໄປເລີຍຈ່າາາາ ແຕ່ແນວໃດກໍໃຫ້ອະໄພໄດ້ເພາະສາວທີ່ນ້ອງຂຶ້ນສະຖານະນໍານັ້ນໜ້າຕາໜ້າຮັກຈິ້ມລິ້ມພໍສົມຄວນ ແລະມື້ນີ້ ແອັດກໍຈະພາໄປສ່ອງນາງກັນຈ່າ!!! ຢາກຮູ້ກໍນໍາເລີຍ… ນ້ອຍແຕ່ໂຕ ຄວາມສາມາດບໍ່ໜ້ອຍ… ສໍາລັບແຟນສາວຂອງ ເຈມ ຢູໂນ ນັ້ນ ມີຊື່ວ່າ ນ້ອງເດຍນ່າ ຈ່າ ເປັັນນາງແບບອິດສະຫຼະ ຮັບທັງງານເດີນແບບ ຖ່າຍແບບ ເຊິ່ງຖ້າໃຜທີ່ຕິດຕາມນາງຢູ່ກໍຈະເຫັນວ່າຝືມີການຖ່າຍແບບນີ້ບໍ່ທໍາມະດາເລີຍຈ່າ… ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Tulavanh Diana ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 …

Read More »