Breaking News

ໄວໜຸ່ມ

ແຟນຄຣັບແຫ່ເຊຍ!!! ຄຣິສຕີນ່າ ລາດສະສິມມາ ຮັບມຸງກຸດ Miss Universe Laos 2020 ຫຼັງໄປຮ່ວມງານຖະແຫຼງຂ່າວ Miss Universe Thailand 2020…

ເປັນນາງງາມ ສູ່ນາງແບບທີ່ມີຄວາມສາມາດ ແລະ ຢູ່ວົງການບັນເທິງມາແບບຍາວນານອີກຄົນໜຶ່ງສໍາລັບສາວຄົນນີ້ ຄຣິສຕີນ່າ ລາດສະສິມມາ ທີ່ເລີ່ມກ້າວເຂົ້າສູ່ວົງການໂດຍການເປັນ Miss Laos 2012 ແລະ ກໍໄດ້ຜັນຕົວເອງມາເປັນນາງແບບຢູ່ຄູ່ວົງການມາດົນນານ ແລະ ທັກສະໃນສາຂາອາຊີບກໍນັບມື້ນັບພັດທະນາຂຶ້ນ ຄືກັບຄວາມງາມຂອງນາງ ຢືນຢັນໄດ້ຈາກລາງວັນທີ່ໄດ້ຮັບຫຼາກຫຼາຍໃນປີ 2019 ທີ່ຜ່ານມາ!!! ຫຼ້າສຸດ ສາວຕີນ່າ ກໍໄດ້ເດີນທາງໄປຮ່ວມງານຖະແຫຼງ Miss Universe Thailand 2020 ທີ່ຈັດຂຶ້ນໃນວັນທີ 5 ສິງຫາ ທີ່ຜ່ານມາ ເຊິ່ງພາບເທິງເວທີຄືມີຄວາມໂດດເດັ່ນແຮງ ຈົນແຟນຄຣັບພາກັນເຊຍ ຢາກໃຫ້ ຕີນ່າ ຮັບມຸງກຸດ Miss Universe Laos 2020 ເພື່ອເຮັດໜ້າທີ່ຕົວແທນປະເທດລາວໄປປະກວດເທິງເວທີລະດັບສາກົນຄື Miss Universe ເຊິ່ງງານນີ້ ກໍເອົາໄວ້ໃຫ້ແຟນຄຣັບມາຕໍ່ນໍາກັນມ່ວນໆ…. ແຕ່ບໍ່ວ່າ Miss Universe Laos 2020 ຈະແມ່ນໃຜ ແຟນນາງງາມລາວຂອງພວກເຮົາກໍຍັງຈະສະໜັບໜູນເຊຍຄືເກົ່າເນາະ!!! …

Read More »

ຫວານລະມຸນດັ່ງເຈົ້າຍິງ!!! ສ່ອງໝໍແນ່ງ ຈັນດາລີ ກັບແຊັດຖ່າຍແບບຊຸດນີ້… ຫວານລະມູນຈົນດອກໄມ້ຍັງອາຍ.

ໂອ່ຍ… ນັບມື້ຍິ່ງເຮັດໃຫ້ຫຼົງຮັກອີ່ຫຼີສໍາລັບສາວຄົນນີ້ ໝໍແນ່ງ ຈັນດາລີ ສິດພະໄຊ ທີ່ບໍ່ວ່າຈະເຮັດຫຍັງກໍເຮັດໄດ້ດີສະເໝີ ເມື່ອບໍ່ດົນມານີ້ກໍອອກມາໂພສຂ່າວດີໄດ້ທຶນສຶກສາຕໍ່ທາງດ້ານການແພດກັບອົງການ ອະນາໄມໂລກ ເຮັດໃຫ້ແຟນຄຣັບປື້ມປິ່ມກັບຄວາມເກັ່ງຂອງສາວລາວເຮົາ; ສ່ວນທາງດ້ານວົງການບັນເທີງ ສາວແນ່ງ ກໍເດີນສາຍຮັບງານຈົນບໍ່ມີເວລາວ່າງ ບໍ່ວ່າຈະງານໂຄສະນາ ຖ່າຍແບບຕ່າງໆ ໂອ່ຍຍຍ ເຕັມໄປໝົດ!!! ແຕ່ທີໄປສະດຸດຕາແຮງ ກໍຄືແຊັດການຖ່າຍແບບຫຼ້າສຸດຂອງນາງ ທີ່ມີຄວາມຫວານລະມຸນດັ່ງເຈົ້າຍິງ ຈາກໜ້າທີ່ຫວານຢູ່ແລ້ວ ໄປບວກກັບຊຸດສີຂາວຫວານໆອີກ ອ່ອຍຍ ແບບນີ້ບໍ່ຫຼົງບໍ່ໄຫວແລ້ວ… ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Chandaly Ningnang Sitpraxay ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ເອົາໃຈໜຸ່ມໆ!!! ທໍາຄວາມຮູ້ຈັກກັບ 10 ເລື່ອງເລິກໆ ຂອງນ້ອງວົງສາ ວ່າທີ່ນາງເອກ 100 ລ້ານວິວຈາກເພງ ຢາກເປັນລູກເຂີຍ… (ແຕ່ໜຸ່ມໆຫຼາຍຄົນຮ້ອງຢາກເປັນນ້ອງເຂີຍ ລຸງໂສພະນາ 555+++)

ຖ້າເວົ້າເຖິງເພງ ຢາກເປັນລູກເຂີຍ ນາທີນີ້ຄົງບໍ່ມີໃຜທີ່ບໍ່ຮູ້ຈັກກັນແມ່ນບໍ່? ເພາະຫຼັງຈາກປ່ອຍຕົວມາ 2 ເດືອນປາຍຍອດວິວກໍພຸ່ງສູງຈົນຕອນນີ້ເກືອບ 80 ລ້ານວິວແລ້ວ ແລະ ເຊື່ອວ່າອີກບໍ່ດົນຄົງຈະໄປເຖິງ 100 ລ້ານວິວຢ່າງແນ່ນອນ!!! ເວົ້າເລື່ອງນັກຮ້ອງໜຸ່ມ 3 ຄົນຫຼາຍໆຄົນຄົງຮູ້ຈັກກັນດີແລ້ວບໍ່ວ່າຈະເປັນເຈົ້າຂອງເພງຄື ໂສພະນາ ຜູ້ແຕ່ງ-ຮ້ອງຄື ເຈມ ຢູໂນ ແລະ ຜູ້ຮ່ວມຟິດທະຣິ່ງຄື ບິກໃຫຍ່ ຫຼືແບກຶ. ແຕ່ທີ່ຫຼາຍຄົນຍັງບໍ່ຮູ້ຈັກດີຄືນາງເອກສາວຂອງເຮົາ ເຊິ່ງກ່ອນໜ້ານີ້ ຂວັນໃຈ ກໍໄດ້ພາໜຸ່ມໆໄປເປີດວາບມາແລ້ວ ແຕ່ກໍຍັງບໍ່ທັນຮູ້ລາຍລະອຽດເທື່ອ ແຕ່ມື້ນີ້ ແອັດຈະມາພາທຸກຄົນໄປທໍາຄວາມຮູ້ຈັກກັບສາວຄົນນີ້ຫຼາຍຂຶ້ນ ຜ່ານ 10 ເລື່ອງແບບເຈາະເລິ!!! ຊື່ ນາມສະກຸນ: ນ. ວົງສາ ແສງທອງ ຢູ່ບ້ານ ກາງ ເມືອງ ປາກເຊ  ແຂວງ ຈຳປາສັກ 2. ປັດຈຸບັນອາຍຸ 20 ປີ. 3. ເປັນນ້ອງສາວແທ້ໆຂອງ …

Read More »

ຕື່ນເຕັ້ນປານນະເດດຈະມາຂໍ!!! ນະເດດ-ຢາຢ່າ ນັກສະແດງຊື່ດັງ (ໄທ) ຈາກຄູ່ຈີ້ນ ສູ່ຄູ່ຮັກ ແລະ ກຽມຈະເປັນຄູ່ຊີວິດໃນໄວໆນີ້…

ເອີ້ນໄດ້ວ່າເປັນຄູ່ຮັກທີ່ຫຼາຍຄົນລຸ້ນ ແລະ ເຊຍມາໂດຍຕະຫຼອດສໍາລັບ ຄູ່ພະເອກ-ນາງເອກ ຊື່ດັງຈາກປະເທດໄທຄູ່ນີ້… ພະເອກໜຸ່ມ ນະເດດ ຄຸຄິມິຍະ-ນາງເອກສາວ ຢາຢ່າ ອຸຣັສຍາ ທີ່ແຟນໆນັ້ນຈີ້ນແຮງຕັ້ງແຕ່ສະແດງໜັງນໍາກັນ ແລະ ເປັນໄປໃສມາໃສນໍາກັນຕະຫຼອດ ແຫ່ງລຸ້ນຢາກໃຫ້ເປັນແຟນກັນແທ້ໆ ແລະ ໃນທີ່ສຸດກໍຕ້ານກະແສຈີ້ນບໍ່ໄຫວ ທັງສອງຈຶ່ງອອກມາເປີດຕົວວ່າ ຄົບຫາເບິ່ງໃຈ ເປັນແຟນກັນມາໄດ້ໄລຍະໜຶ່ງແລ້ວ… ເຊິ່ງກໍເຮັດໃຫ້ແຟນໆນັ້ນຟີນໜັກເຂົ້າໄປອີກ ແຕ່ທີ່ໜ້າອິດສາຕາຮ້ອນ ຢາຢ່າຄື ນອກຈາກຈະມີແຟນເປັນ ໜຸ່ມສຸດຫລໍ່ ສາມີແຫ່ງຊາດແລ້ວ ຫຼັງຈາກເປີດຕົວວ່າຄົບກັນ ນະເດດ ເຖິງຂັ້ນເປີດ IG ມາເພື່ອວອດແຟນໂດຍສະເພາະເລີຍຈ່າ… ອ່ອຍຍຍຍ ແອັດກະຢາກມີແບບນີ້ເດ໊ະເນາະ ແຕ່ບໍ່ແມ່ນຢາຢ່າ ເລີຍໄດ້ແຕ່ຝັນ 555!!! ແຕ່ຄວາມຟີນຍັງບໍ່ໝົດສໍໍາລັບຄູ່ນີ້ ເພາະໄລຍະຜ່ານມານີ້ ຫຼັງຈາກກັກຕົວຊ່ວງໂຄວິດແລ້ວ ທັງສອງກໍໄດ້ອອກງານເປັນປົກກະຕິ ຈົນມີນັກຂ່າວນາງໜຶ່ງໄປຖາມເຖິງຄວາມສໍາພັນທັງສອງກັບຢາຢ່າ ວ່າປານໃດຈະມີຂ່າວດີ ສາວຢາຢ່າ ກໍບໍ່ລໍຊ້າຕອບແບບໝັ້ນໃຈວ່າ ຖ້າໃຫ້ນະເດດມາຂໍຢູ່ ສ່ວນທາງໜຸ່ມນະເດດ ກໍໄດ້ອອກມາໃຫ້ສໍາພາດ ແລະ ໄດ້ຕອບປະເດັນທີ່ນັກຂ່າວເຄີຍຖາມຢາຢ່າໄວ້ ທາງນີ້ກໍເລີຍບອກວ່າ ແນວໃດກໍເປັນຄົນນີ້ແຫຼະ …

Read More »

ງາມກິນກັນບໍ່ລົງ!!! ເມື່ອ 3 ຊຸບຕາ ອັນດັບຕົ້ນໆຂອງປະເທດລາວ ລູກນໍ້າ-ນຸ້ຍ-ເຈນນີ່ ມາປະຊັນກັນເທິງເວທີດຽວກັນ… “ເດີນແບບເພື່ອການກຸສົນໂດຍບໍ່ເອົາຄ່າຕົວ”

ເປັນປາກົດການທີ່ຊອກເບິ່ງໄດ້ຍາກອີ່ຫຼີ ກັບໂອກາດທີ່ຈະໄດ້ເຫັນ 3 ຊຸບຕາອັນດັບຕົ້ນຂອງປະເທດ ອະດີດນາງງາມຕ່າງເວທີ ຄື: ລຸກນໍ້າ ທິດາລັດ ວົງສິລິ Miss Laos 2009 ນຸ້ຍ ສຸພາພອນ ວົງວິຈິດ Miss Universe Laos 2017 ເຈນນີ່ ຕົ້ນຄໍາ ພົນຈັນເຮືອງ Miss World Laos 2017 ມາປະທະຄວາມງາມກັນເທິງເວທີ!!! ແຕ່ປາກົດການນີ້ກໍເກີດຂຶ້ນແລ້ວ ເກີດຂຶ້ນຍ້ອນຄວາມໃຈບຸນຂອງທັງ 3 ຄົນ ທີ່ຈັບມືກັນມາຮ່ວມເດີນແບບເພື່ອການກຸສົນໃຈງານ Fashion Show Charity ຂອງໂຄງການ ຮ່ວມປັນຮັກ Better Together ງານສົບທົບທຶນທີ່ຈະນໍາເງິນໄປສ້າງໂຮງຮຽນປະຖົມສົມບູນໃຫ້ນ້ອງໆ ທີ່ຢູ່ບ້ານ ຫ້ວຍຕັ້ງນາຍ ເມືອງ ກາສີ ແຂວງ ວຽງຈັນ…. ວ້າວ!! ສຸດຍອດເລີຍຈ່າາາ ເພາະງານນີ້ນອກຈາກເຮົາຈະໄດ້ເຫັນ 3 …

Read More »