Breaking News

ໄວໜຸ່ມ

ຫ້າມພາດ! ໃຜທີ່ກຳລັງຊອກວຽກຟັງທາງນີ້… ກຳລັງຈະມີງານຕະຫຼາດນັດແຮງງານ (Job Fair 2019)

ໃນຕອນບ່າຍຂອງມື້ນີ້, ວັນທີ 7 ມິຖຸນາ 2018 ໄດ້ມີການຈັດງານຖະແຫຼງຂ່າວກ່ຽວກັບການຈັດງານຕະຫຼາດນັດແຮງງານ Job Fair 2019 ທີ່ຫ້ອງປະຊຸມ ພະແນກແຮງງານນະຄອນຫຼວງວຽງຈັນ, ໂດຍການແຫຼ່ງຂ່າວຂອງທ່ານ ນາງ  ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກ ແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ແລະ ທ່ານ ສີບຸນທໍາ ສີບຸນມີ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວເວີນ ມະຫາຊົນ ພ້ອມດ້ວຍບັນດາຜູ້ປະກອບການຫົວໜ່ວຍທຸລະກິດຕ່າງໆເຂົ້າຮ່ວມ. ເຊິ່ງງານຕະຫຼາດແຮງງານ ຫຼື Job Fair 2019 ນີ້ ຈະໄດ້ມີຂຶ້ນໃນວັນທີ 16-20 ຕຸລາ 2019 ທີ່ຈະມາເຖິງນີ້  5 ມື້ເຕັມ ຢູ່ທີ່ສູນການຄ້າ ລາວ-ໄອເຕັກ ຕືກເກົ່າ. ນັກຮຽນນັກສຶກສາຈົບໃໝ່ ຫຼື ຜູ້ທີ່ກຳລັງຊອກຫາວຽກເຮັດງານທຳ ຫຼື ຜູ້ຕ້ອງການປ່ຽນວຽກໃໝ່ໃຫ້ເໝາະກັບຕົນເອງ ແມ່ນບໍຄວນພາດງານນີ້. ເຊິ່ງນອກຈາກ, …

Read More »

ສາວປະເພດສອງລາວ ຮ່ວມເດີນແບບເທິງຣັນເວໃນງານ Fashion Show ທີ່ປະເທດໄທ

Hello! ທ້າຍໆອາທິດແບບນີ້ ບໍ່ມີຫຍັງດີໄປກວ່າ ການໄດ້ອັບເດດຂໍ້ມູນຂ່າວສານວ່າບໍ່ແຟນໆ? ເອົາລະ! ບໍ່ເປີດເລື່ອງໃຫ້ມັນຍາວ ຈະພາໄປສອ່ງ ໄປອັບເດດຄວາມເຄື່ອນໄຫວຂອງ ຫລິງຫລິງ ປິຍະດາ ອິນທະວົງ ນັກສະແດງ/ນາງແບບສາວປະເພດສອງຊື່ດັງ ທີ່ຫຼ້າສຸດນາງໄດ້ໄປຮ່ວມງານເດີນແບບຂອງຝັ່ງປະເທດໄທ ໃນງານ “EMPORIUM & EMQUARTIER FIERCE FASHION EP.3”  ແລະ ສາວ ຫລິງຫລິງ ປິຍະດາ ກໍບໍ່ພາດທີ່ຈະນຳຮູບງາມໆທີ່ນາງໄດ້ໄປຮ່ວມ ເພື່ອມາອັບເດດໃຫ້ແຟນໆໄດ້ຕິດຕາມ… ເຊິ່ງງານນີ້ເປັນງານທີ່ຍິ່ງໃຫ່ຍອີກງານໜື່ງເລີຍກໍວ່າໄດ້ ເປັນງານທີ່ລວມເຫຼົ່າຄົນດັງທົ່ວວົງການບັນເທີງໄທ ແລະ ຍັງມີສີລະປີນ ດາຣາ ນັກຮ້ອງ ນັກສະແດງ ນາງແບບ ນາຍແບບ ຈາກລາວຮ່ວມເດີນແບບໃນງານນີ້ນຳອີກດ້ວຍ. ຮູບພາບ: Pitadar Lingling Inthavong

Read More »

ປ່ອຍແລ້ວ! ເພງປະກອບຮູບເງົາ “ຮັກມະຍ່ອມມະແຍ່ມ” ຄົບອາລົມ ມ່ວນ ຮາ ຊຶ້ງ ແນ່ນອນ!!!

ຫຼັງຈາກທີ່ ພູມຊະນະ ສິຣິວົງສາ ຫຼື ເຈ້ຍ ປາຊີຟິກ ຜູ້ກຳກັບຊື່ດັງຂອງລາວ ໄດ້ອອກມາເປີດເຜີຍເຖິງບົດຮູບເງົາເລື່ອງ “ຮັກມະຍ່ອມມະແຍ່ມ” ໄດ້ສຳເລັດເຖິງ 100% ແລ້ວ ແລະ ຫຼັງຈາກນັ້ນອີກບໍ່ດົນກໍໄດ້ມີການເປີດໂຕນັກສະແດງນຳໃນຮູບເງົາເລື່ອງນີ້ ເຊິ່ງຖືວ່າເປັນຮູບເງົາທີ່ລວມເອົາບັນດານັກສະແດງ ສິລະປິນລາວມາໄວ້ໃນຮູບເງົາເລື່ອງນີ້ເລີຍກໍວ່າໄດ້ ແລະ ທີ່ເຮັດເອົາເຊີໄພ້ແຟນໆຊາວລາວຫຼາຍທີ່ສຸດກໍຄື ໝໍ່າ ຈົກໝົກ ຕະຫຼົກຊຸບເປີສະຕາປະເທດໄທ ກໍຈະຮ່ວມສະແດງນຳໃນຮູບເງົາລາວເລື່ອງ “ຮັກມະຍ່ອມມະແຍ່ມ” ນີ້ອີກດ້ວຍ ແຕ່ຫຼ້າສຸດໃນວັນທີ 5 ມິຖຸນາ 2019 ກໍໄດ້ມີການປ່ອຍເພງປະກອບຮູບເງົາ “ຮັກມະຍ່ອມມະແຍ່ມ” ມາໃຫ້ແຟນໆໄດ້ຟັງກັນໄປກ່ອນ ແລະ ຄາດວ່າຈະມີ MV ເພງໃຫ້ແຟນໆໄດ້ເບິ່ງໄວໆນີ້… ຫັ້ນແນ່! ໄດ້ຟັງແຕ່ເພງ ກໍຍັງຮູ້ສຶກມ່ວນ ຕະຫຼົກ ແລ້ວແມ່ນບໍ່? ເອົາເປັນວ່າອົດໃຈລໍຖ້າຮູບເງົາເລື່ອງ “ຮັກມະຍ່ອມມະແຍ່ມ” ໄປກ່ອນເນາະ ສັນຍາຈະມາອັບເດດໃຫ້ແຟນໆໄດ້ຮູ້ແນ່ນອນ. ຄລິບ: Jear Keoheang (ຂ່າວທີ່ກ່ຽວຂ້ອງກ່ອນໜ້າ) ຄັ້ງທຳອິດ! ໝໍ່າ ຈົກໝົກ ຕະຫຼົກຊຸບເປີສະຕາປະເທດໄທ ຈະຮ່ວມສະແດງຮູບເງົາລາວ (ກຽມໂຕຮາ…ໄວ້ເລີຍ!!!)

Read More »

ໃຜວ່າເປັນແມ່ລູກອ່ອນຕ້ອງຂາດລາຍໄດ້? ມາເບິ່ງອາຊີບທີ່ຊ່ວຍໃຫ້ຫາລາຍໄດ້ ຄວບຄູ່ໄປກັບການລ້ຽງລູກໄປພ້ອມໆກັນ

ສະຖາບັນຄອບຄົວເປັນເລື່ອງສຳຄັນ ການຈະລ້ຽງເດັກນ້ອຍຄົນໜຶ່ງໃຫ້ເຕີບໃຫ່ຍ ແລະ ເປັນຄົນດີຂອງພໍ່ແມ່ ຄອບຄົວ ແລະ ສັງຄົມໄດ້ ຈຸດເລີ່ມຕົ້ນກໍຕ້ອງເລີ່ມມາຈາກການລ້ຽງດູຂອງພໍ່ແມ່ ຊຶ່ງແຕ່ລະບ້ານກໍຈະມີວິທີລ້ຽງທີ່ແຕກຕ່າງກັນໄປ ແມ່ບາງທ່ານພໍກຳເນີດລູກແລ້ວກໍຕັດສິນໃຈອອກຈາກວຽກປະຈຳ ເພື່ອຕ້ອງການມາລ້ຽງດູເບິ່ງແຍງລູກຢ່າງໃກ້ຊີິດ ບາງຄົນບໍ່ມີເວລາກໍຈຳເປັນຕ້ອງຈ້າງເອື້ອຍລ້ຽງໆຊ່ວຍ ແຕ່ທີ່ເວົ້າມານີ້ເຊື່ອເລີຍວ່າແມ່ຫຼາຍທ່ານກໍພະຍາຍາມທີ່ຈະທຸ່ມເທເວລາເພື່ອການເບິ່ງແຍງລ້ຽງດູລູກຢ່າງເຕັມທີ່ ແຕ່ສະໄໝນີ້ໂລກປ່ຽນໄປ ຄ່າໃຊ້ຈ່າຍ ຄ່າຄອງຊີບກໍສູງ ຖ້າຈະໃຫ້ແຕ່ງງານເພື່ອມາເປັນແມ່ບ້ານຢ່າງດຽວໂດຍທີ່ບໍ່ມີລາຍໄດ້ຈຸນເຈີອຄອບຄົວຄົງຈະບໍ່ໄຫວ, ດັ່ງນັ້ນ!!! ລອງມາເບິ່ງນຳກັນວ່າຈະມີອາຊີບໃດແດ່ທີ່ຈະຊ່ວຍໃຫ້ບັນດາແມ່ລູກອ່ອນທັງຫຼາຍສາມາດຫາລາຍໄດ້ ແລະ ຄວບຄູ່ໄປກັບການລ້ຽງລູກໄປພ້ອມໆກັນ… ຂາຍເຄື່ອງອອນລາຍ ປີນີ້ 2019 ແລ້ວເດີ້ແມ່ໆທັງຫຼາຍ ໃຫ້ຫັນມາໃຊ້ເຕັກໂນໂລຊີທີ່ມີໃນມືໃຫ້ເປັນປະໂຫຍດກັນດີກວ່າບໍ່ວ່າຈະເປັນ Facebook Instagram Twitter ກໍຫຼິ້ນ ແລະ ເຂ່ຍໜ້າຈໍໂທລະສັບຢູ່ແລ້ວ ໃຫ້ລອງພິກໄວິກິດໃຫ້ເປັນໂອກາດ ລອງຫາສິນຄ້າທີ່ໜ້າສົນໃຈ ກຳໄລງາມ ມາຂາຍກັນດີບໍ່? ອາໄສຈັງຫວະລູກນ້ອຍຫຼັບ ລອງມາໂພສຂາຍເຄື່ອງ ຝາກຮ້າ່ນ ເຮັດໂຄສະນາ ເວົ້າບໍ່ໄດ້ເດີ້ຈາກຄິດວ່າເປັນພຽງລາຍໄດ້ເສີມ ຕໍ່ໄປອາດຈະກາຍເປັນລາຍໄດ້ຫຼັກໄປເລີຍກໍມີ ເປີດສອນພິເສດ ແມ່ຍຸກໃໝ່ແຕ່ລະຄົນກໍມີຄວາມຮູ້ຄວາມສາມາດ ຈະໃຫ້ຖິ້ມວິຊາທີ່ຮຽນມາເພື່ອມາລ້ຽງລູກກໍໜ້າເສຍດາຍ ລອງພິກໂອກາດນີ້ໂດຍການເປີດສອນພິເສດໃຫ້ເຍົາວະຊົນແຖວບ້ານ ຄິດຄ່າຮຽນບໍ່ແພງຫຼາຍ ຮັບຮອງຖ້າສອນດີເດັກນ້ອຍທີ່ມາຮຽນເຂົ້າໃຈດີ ພວກເຂົາກໍຈະໄປບອກຕໍ່ໆກັນ ມີໂອກາດທີ່ລາຍໄດ້ຈະເຂົ້າມາແບບບໍ່ອັ້ນ …

Read More »

ຊົມເຊີຍ! ຕົວແທນເຍົາວະຊົນຈາກລາວ ຊະນະການແຂ່ງຂັນບານເຕະໄດ້ຮັບຂັນລາງວັນໃນງານ “BSS” ທີ່ພັດທະຍາ ປະເທດໄທ

ໃນວັນທີ 1 ມິຖຸນາ 2019 ທີ່ຜ່ານມາ ໄດ້ມີການແຂ່ງຂັນບານເຕະລະດັບໂຮງຮຽນນານາຊາດໃນງານ Bangkok Soccer Schools International Tournament (BSS) ຢູ່ທີ່ພັດທະຍາ ປະເທດໄທ ເຊິ່ງປະເທດລາວເຮົາກໍໄດ້ມີການສົ່ງທີມ ນັກກິລາບານເຕະຊາຍ ລຸ້ນອາຍຸ 11ປີ (U11) ແລະ 10ປີ (U10) ລົງແຂ່ງຂັນໃນງານນີ້ອີກດ້ວຍ. ການເດີນທາງໄປຮ່ວມແຂ່ງຂັນໃນເທື່ອນີ້ນຳພາໂດຍຄູເຝິກຊາວຕ່າງຊາດກໍຄື ຄູເຝິກ Diogo ແລະ ຄູເຝິກ Hakan ໄດ້ນຳພາທີມນັກເຕະເຍົາວະຊົນຈາກລາວທີ່ສຶກສາຢູ່ໃນກຸ່ມໂຮງຮຽນນານາຊາດໄປຮ່ວມແຂ່ງຂັນ, ໃນການແຂ່ງຂັນມີທັງໝົດ 30 ທີມ ຫຼາຍກວ່າ 200 ຊີວິດ ມີຕັ້ງແຕ່ລຸ້ນອາຍຸ 7 ປີ ໄປຈົນຮອດ 12 ປີ ການແຂ່ງຂັນຖືວ່າມີຄວາມດຸເດືອດ ແລະ ທ້າທາຍຫຼາຍສຳລັບທີມນັກເຕະບານຈາກປະເທດລາວເຮົາ ແຕ່ເຖິງຢ່າງໃດກໍຕາມທີມຕົວແທນຈາກລາວເຮົາກໍຄືລຸ້ນອາຍຸ 11 ປີ ແລະ 10 …

Read More »