Breaking News

ໄວໜຸ່ມ

ຊ໋ອກວົງການນາງງາມ! ປະກາດແລ້ວ Miss Universe Laos 2018 ເປັນສາວງາມຄົນນີ້???

ຕະລຶງ! ເປັນກະແສຮ້ອນແຮງ ຊ໋ອກໄປທົ່ວວົງການນາງງາມ ເພາະຫຼ້າສຸດເພສຫຼັກຂອງເວທີ Miss Universe Laos ໄດ້ປະກາດຜ່ານເພສແບບສົດໆຮ້ອນໆວ່າ  ໄດ້ແຕ່ງຕັ້ງ ນາງ ອອນອານົງ ຫອມສົມບັດ ເປັນຕົວແທນເຂົ້າຮ່ວມການປະກວດ Miss Universe 2018 ຢ່າງເປັນທາງການ. ສຳລັບ ນ້ອງ ອອນອະນົງ ຫອມສົມບັດ ບອກເລີຍວ່າໂປຟາຍນາງເລີດໆໆ  ເປັນອະດີດຮອງອັນດັບຫນຶ່ງມີສຢູນີເວີສລາວ 2017, ອາຍຸ 23 ປີ, ຄວາມສູງ 171 ຊມ, ຮຽນຈົບປະລິນຍາຕີ ວິຊາ: ພົວພັນສາກົນ (International relations) ຈາກມະຫາວິທະຍາໄລ Kaposvar University, ປະເທດຮົງກຣີ ໃນປີ 2017, ເຄີຍເຮັດວຽກຢູ່ ອົງການແມ່ນໍ້່າຂອງ (Mekong River Commission). ໃນໄລຍະຮຽນຢູ່ອຸດົມ ນາງໄດ້ໄປເຄື່ອນໄຫວກັບໂຄງການແລກປ່ຽນການສຶກສາຢູ່ ສ. ອາເມລິກາ, ຍີ່ປຸ່ນ, ຫວຽດນາມ, …

Read More »

ຮືຮາ! ອະດີດນາງສາວລາວ ລົງສະໝັກປະກວດ  Miss Universe Laos 2018

ເປັນກະແສຮືຮາໃນຊ່ວງທ້າຍອາທິດທີ່ຜ່ານມາ ເພາະມີປະເດັນຫຼ້າສຸດຂອງເວທີປະກວດດັງ ໃນວັນທີ 21 ກໍລະກົດ 2018 ທີ່ຜ່ານມາໄດ້ມີບັນຍາກາດການຄັດເລືອກສາວງາມ Miss Universe Laos 2018  ທີ່ ນະຄອນຫຼວງວຽງຈັນ ແລະ ທີ່ເປັນກະແສຮືຮາທີ່ສຸດກໍ່ຄື ໜຶ່ງໃນນັ້ນມີ ຄຣິດຕິນ້າ ລາສະສິມມາ ລົງສະໝັກໃນປີນີ້ອີກດ້ວຍ. ສຳລັບ  ຄຣິດຕິນ້າ ລາສະສິມມາ ເປັນອະດີດນາງສາວລາວ 2012 ແລະ ຍັງເປັນ ດາລາ-ນາງແບບທີ່ມີຊື່ສຽງໃນວົງການບ້ານເຮົາ ຖືໄດ້ວ່າເປັນສາວງາມທີ່ມີຄວາມພ້ອມ ມີຖານແຟນຄລັບທີ່ແໜ້ນ ແລະ ການລົງສະໝັກເຂົ້າປະກວດ  Miss Universe Laos 2018 ໃນເທື່ອນີ້ຂອງນາງກໍ່ສ້າງຄວາມຮືຮາ ເປັນກະແສ ຈາກບັນດາແຟນຄລັບໄດ້ເປັນຢ່າງດີ. ຮູບພາບຈາກ: Christina Lasasimma,Alex Aliya Soundala

Read More »

ມ່ວນ!!! “ປະເທດລາວສວຍງາມແທ້ໆ” ຈາກ ອາເລັກຊານດຣ້າ ບຸນຊ່ວຍ

ໄດ້ຟັງກັນລະຫວ໋າ? ສຳລັບບົດເພງ “ປະເທດລາວສວຍງາມແທ້ໆ” ເພງໃໝ່ຈາກ ອາເລັກຊານດຣ້າ ບຸນຊ່ວຍ ທີ່ເຮັດຂຶ້ນເພື່ອສົ່ງເສີມການທ່ອງທ່ຽວ. ອາເລັກຊານດຣ້າ ບຸນຊ່ວຍ ຍັງໄດ້ໂພສຜ່ານເພສເຟສບຸກອີກວ່າ: “ເພງນີ້ຕັ້ງໃຈເຮັດມາເພື່ອຢາກເຊີນຊວນທຸກຄົນທ່ຽວປະເທດລາວນໍາກັນ, ບ້ານເຮົາຍັງມີອີກຫຼາຍແຫຼ່ງທ່ອງທຽວທີ່ໜ້າຄົ້ນຫາ ແລະ ທ່ຽວຊົມ. ເຮົາຄົນລາວນໍາກັນມີວັດທະນາທໍາປະເພນີສືບທອດມາແຕ່ປູ່ຍ່າຕາຍາຍ ຮັກແພງກັນ ມີຫຍັງຊ່ວຍກັນ ນີ້ແຫຼະຈຸດຂາຍເຮົາ ວ່າບໍ່? 🙂 ແນວໃດແຊນດຼ້າຂໍຝາກເພງນີ້ນໍາທຸກຄົນຊ່ວຍແຊຣ໌ກັນເດີ້ ຂອບໃຈເດີ້!” ປະເທດລາວສວຍງາມແທ້ໆ ເພງນີ້ຕັ້ງໃຈເຮັດມາເພື່ອຢາກເຊີນຊວນທຸກຄົນທ່ຽວປະເທດລາວນໍາກັນ, ບ້ານເຮົາຍັງມີອີກຫຼາຍແຫຼ່ງທ່ອງທຽວທີ່ໜ້າຄົ້ນຫາ ແລະ ທ່ຽວຊົມ. ເຮົາຄົນລາວນໍາກັນມີວັດທະນາທໍາປະເພນີສືບທອດມາແຕ່ປູ່ຍ່າຕາຍາຍ ຮັກແພງກັນ ມີຫຍັງຊ່ວຍກັນ ນີ້ແຫຼະຈຸດຂາຍເຮົາ ວ່າບໍ່? 🙂 ແນວໃດແຊນດຼ້າຂໍຝາກເພງນີ້ນໍາທຸກຄົນຊ່ວຍແຊຣ໌ກັນເດີ້ ຂອບໃຈເດີ້! โพสต์โดย Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ เมื่อ วันพฤหัสบดีที่ 12 กรกฎาคม 2018 ໄດ້ຟັງກັນແລ້ວເປັນແນວໃດແດ່??? ມ່ວນນນນ ແມ່ນບໍ່ ຢ່າງໃດກໍ່ຢ່າລືມທ່ອງທ່ຽວປະເທດລາວເຮົາເດີ້ທຸກຄົນ ເຮົາເປັນຄົນລາວ …

Read More »

ເຕືອນໄພພໍ່ແມ່ພີ່ນ້ອງ! ໂຈນຕວົະຂາຍໂທລະສັບ Iphone 8 (ເບິ່ງໄວ້ເປັນອຸທາຫອນ ຈະໄດ້ບໍ່ຫລົງກົນ)

ຮູ້ສຶກວ່າຈະໄດ້ຍິນຂ່າວລັກສະນະແບບນີ້ເລື້ອຍໆ ຫຼ້າສຸດມີມາອີກແລ້ວກັບໂຈນມາຕວົະຂາຍໂທລະສັບ ເຊິ່ງເລື່ອງມີດັ່ງຕໍ່ໄປນີ້: “ສະບາຍດີ ມື້ນີ້ຈະມາເວົ້າເພື່ອເຕືອນໃຫ້ທຸກຄົນໄດ້ຮູ້ ເລື່ອງ: “ເສຍຫົວໃຫ້ຫວຽດ ແຕ່ມັນຖືກເຮົາຈັບໄດ້” ??ອ່ານໃຫ້ຈົບເດີ້ ==>ດ້ວຍຄວາມມັກງ່າຍທີ່ຢາກໄດ້ຂອງດີລາຄາຖືກ ເລື່ອງລາວເກີດຂຶ້ນໃນຕອນເຊົ້າວັນທີ 18/07/2018 ໃນເວລາ 10:10 ຂ້ອຍກຳລັງນັງຢູ່ຮ້ານເອື້ອຍຂ້ອຍຢູ່ຕະຫຼາດ ຕໍ່ມາເວລາປະມານ 10:30 ໄດ້ມີຄົນໜຶ່ງຍ່າງເຂົ້າມາຫາຢູ່ຮ້ານແລ້ວຖາມຂາຍ ໂທລະສັບ Iphone 8 ໃຫ້ຂ້ອຍແລະເອື້ອຍ ໃນລາຄາ 9000 ບາດ ຕົກເປັນເງີນກີບ 2.340.000 ກີບ. ຂ້ອຍກໍ່ໄດ້ຈັບ ທລສ ມາເບິ່ງ ສະພາບຂອງເຄື່ອງກໍ່ດີໝົດໃຫມ່ທຸກຢ່າງເປັນເຄື່ອງສູນໄທ ຂ້ອຍກະຫຼິ້ນລະກະກວດເບິ່ງໝົດ. ແລ້ວໄດ້ຖາມຂໍ້ມູນໂທລະສັບກັບມັນ ປະມານເກືອບຊົ່ວໂມງ…==> ຂ້ອຍ: ທລສ ໜ່ວຍນີ້ແມ່ນຂອງເຈົ້າແທ້ບໍ ? ຄູ່ກໍລະນີ: ແມ່ນແລ້ວ, ຂ້ອຍຫາກະຊື້ໄດ້ເດືອນປາຍ ຕອນນີ້ຂ້ອຍຢາກໄດ້ເງີນເມື່ອຫວຽດ. ຂ້ອຍ: ສາຍສາກ, ສາຍສະເບົ້າ ອີ່ຫຍັງບໍ່ມີໃຫ້ຫວາ ຄູ່ກໍລະນີ: ບໍ່ມີ, ຂ້ອຍເອົາໃຫ້ນ້ອງສາວໜົດແລ້ວ …

Read More »

ຈະເປັນແນວໃດເມື່ອເດັກ USA ເຫັນປະເທດລາວຄັ້ງທຳອິດ???

ເປັນອີກມຸມໜ້າຮັກໆ ມຸມປະທັບໃຈ ທີ່ຢາກຈະມາເລົ່າຂ່າວສູ່ແຟນໆຟັງ ເປັນເລື່ອງລາວຂອງເດັກນັກຮຽນມັດທະຍົມປາຍຈາກ ສະຫະລັດອາເມລິກາ (USA) ທີ່ມີໂອກາດໄດ້ມາຢ້ຽມຢາມ ນະຄອນຫຼວງພະບາງ ປະເທດລາວ ເຊິ່ງພວກເຂົາໄດ້ໄປທີ່ວັດຊຽງທອງ ວັດເກົ່າແກ່ບູຮານ ເພື່ອຮຽນຮູ້ກ່ຽວກັບວັດທະນະທຳລາວ ນຳພາໂດຍບັນດາທູດວັດທະນະທຳໄວໜຸ່ມຈາກລາວຈຳນວນ 5 ນ້ອງຈາກ @Mylibrary ທີ່ແຂວງຫຼວງພະບາງ, ເຊິ່ງແຟນໆຮູ້ຫຼືບໍ່ວ່າເມື່ອນ້ອງໆນັກຮຽນຈາກ ສະຫະລັດອາເມລິກາ ໄດ້ເຫັນພວກເຂົາຕ່າງກໍ່ພາກັນຕົກຕະລຶງກັບຄວາມສວຍສົດງົດງາມຂອງວັດວາອາຮາມ ບໍ່ຄິດວ່າຈະມີສະຖານທີ່ໃດໃນໂລກທີ່ສວຍງາມ ສົມແລ້ວທີ່ເປັນເມືອງມໍລະດົກໂລກ. ເຊິ່ງຕົວແທນນ້ອງໆນັກຮຽນຈາກ ສະຫະລັດອາເມລິກາ ຍັງໄດ້ກ່າວວ່າ: “ຢູ່ນີ້ຮ້ອນໜ້ອຍໜຶ່ງ, ແຕ່ວ່າປະຊາຊົນລາວ ໃຈດີຫຼາຍ ແລະ ວັດວາອາຮາມກໍງາມອີ່ຫຼີ! ປະສົບການໃນ ສປປ ລາວຂອງຂ້າພະເຈົ້າຕອນນີ້ແມ່ນມ່ວນຫຼາຍ! ຂ້າພະເຈົ້າພ້ອມແລ້ວທີ່ຈະຮຽນຮູ້ຕື່ມອີກ!” (ຢ່າງໃດກໍ່ຍິນດີຕ້ອນຮັບ ນ້ອງໆນັກຮຽນຈາກ ສະຫະລັດອາເມລິກາ ທຸກໆຄົນ, ຂໍໃຫ້ທ່ອງທ່ຽວ ປະເທດລາວ ຢ່າງມ່ວນຊື່ນ ແລະ ມີຄວາມສຸກ) ທີ່ມາ: fb/U.S. Embassy Vientiane

Read More »