ຕິດອົກຕິດໃຈ ປະເທດ ລາວ ເຂົ້າແລ້ວ ສຳລັບ Sinon Loresca ເນັດໄອດໍ້ຄົນດັງຈາກ ປະເທດ ຟິລິປິນ ຫຼື ເຈົ້າຂອງ ສາຍາ (The King Of Catwalk), ຫຼ້າສຸດ ວັນທີ 30 ມິຖຸນາ 2018 ທີ່ຜ່ານມາ Sinon ໄດ້ເຊັກອິນທີ່ປະເທດລາວເປັນເທື່ອທີ 3 ແລ້ວ ແລະ ໃນເທື່ອນີ້ນາງໄດ້ເດີນທາງໄປ ທີ່ ສະຖານທີ່ ທ່ອງທ່ຽວຍອດຮິດທີ່ ມ.ວັງວຽງ ແຂວງ ວຽງຈັນ ປະເທດລາວ, ເຊິ່ງການມາຂອງ Sinon ໃນເທື່ອນີ້ແມ່ນຍັງຄົງຄອນເຊັບເກົ່າ ສາມາດສ້າງສຽງຮືຮາ ແລະ ສຽງຫົວໃຫ້ແຟນໆຊາວລາວໄດ້ມີຄວາມສຸດເຕັມໄປດ້ວຍຮອຍຍິ້ມ ແຖມ Sinon ຍັງຈັດໜັກຈັດເຕັມໃສ່ເກີບສົ້ນສູງ (ບອກເລີຍວ່າສູງໆ) ໂພສທ່າຍາກທີ່ວັງວຽງ. ລອງມາເບິ່ງ! ບໍ່ເຮັດໃຫ້ແຟນໆຊາວລາວ ແລະ ແຟນໆທົ່ວໂລກຜິດຫວັງແທ້ໆ (Welcome to Laos …
Read More »ໄວໜຸ່ມ
ປະມວນຮູບພາບອ້າຍນ້ອງກູ້ໄພລາວ ທີ່ເຂົ້າຮ່ວມຊ່ວຍ 13 ຊີວິດຕິດຖໍ້າ (ຄົນລາວຄົນມີນໍ້າໃຈ)
ເຫັນຮູບພາບທີ່ຊາວເນັດກົດໄລ້ ກົດແຊຣ ຢ່າງຫຼວງຫຼາຍ ນັ້ນກໍ່ຄືຮູບພາບ ອ້າຍນ້ອງກູ້ໄພລາວ ທີ່ເຂົ້າຮ່ວມຊ່ວຍເຫຼືອ 13 ຊີວິດຕິດຖ້າທີ່ ຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ ຮ່ວມກັບອີກຫຼາຍໆຊາດທີ່ອາສາມາຮ່ວມຄົ້ນຫາ ທີມ ນັກເຕະບານ ໝູປ່າ- ອາຄາເດມີ, ເຊິ່ງກໍ່ຖືວ່າເປັນຄວາມພາກພູມໃຈຂອງຄົນລາວເຮົາ ທີ່ຢ່າງໜ້ອຍກໍ່ໄດ້ມີຕົວແທນ ນັ້ນກໍ່ຄື ທີມອ້າຍນ້ອງກູ້ໄພຈາກ ປະເທດລາວ ເຮົາ ໄປຮ່ວມເສີມທັບ ເປັນອີກໜື່ງກຳລັງທີ່ເຂົ້າຮ່ວມຊ່ວຍເຫຼືອ 13 ຊີວິດທີ່ຕິດຖໍ້າ ເຖິງຈະມີຄວາມຍາກລໍາບາກພຽງໃດ ພວກອ້າຍໆເພິ່ນກໍ່ສູ້ບໍ່ຖອຍ. #ແຊຣໄປເປັນກຳລັງໃຈໃຫ້ທີມກູ້ໄພຈາກປະເທດລາວ ມາເບິ່ງ! ຮູບພາບອ້າຍນ້ອງກູ້ໄພລາວ ທີ່ເຂົ້າຮ່ວມຊ່ວຍ 13 ຊີວິດຕິດຖໍ້າ (ຄົນລາວຄົນມີນໍ້າໃຈ) (ຢ່າລືມແຊຣເປັນກຳລັງໃຈໃຫ້ໜ່ວຍກູ້ໄພຈາກປະເທດລາວເຮົານຳແດ່ເດີ້ແຟນໆ) ຮູບພາບ: Yen Visoudala , Buk Q Sdl
Read More »ງົດງາມ! ເມື່ອ 3 ສາວ Miss Universe Thailand ປີກ່ອນໆແຕ່ງກາຍດ້ວຍຊຸດອາພອນໄທ
ວ້າວໆໆໆ! ເຫັນແລ້ວກໍ່ອົດທີ່ຈະເກັບມາຝາກແຟນໆບໍ່ໄດ້ ເມື່ອ Miss Universe Thailand ໃນປີກ່ອນໆບໍ່ວ່າຈະເປັນ ມາເຣຍ ມາລີຍາ Miss Universe Thailand 2017, ນໍ້າຕານ ຊາລິຕາ Miss Universe Thailand 2016 , ແນັດ ອານິພອນ Miss Universe Thailand 2015 ໄດ້ສວມໃສ່ຊຸດໄໝໄທ ໃນເວທີການປະກວດ Miss Universe Thailand 2018 ໃນວັນທີ 30 ມິຖຸນາ 2018 ທີ່ຜ່ານມາ. ແນັດ ອານິພອນ Miss Universe Thailand 2015 ນໍ້າຕານ ຊາລິຕາ Miss Universe Thailand 2016 ມາເຣຍ ມາລີຍາ Miss Universe Thailand 2017 ເບິ່ງແລ້ວງົດງາມ ອ່ອນຊ້ອຍແທ້ໆ!!! ຂໍຂອບໃຈຮູບພາບຈາກ: Miss …
Read More »ມົງລົງ! ງາມ ໂປຟາຍເລີດ ເໝາະສົມຕຳແໜ່ງ Miss Universe Thailand 2018
ແວະວຽນໄປເວທີ Miss Universe Thailand 2018 ທີ່ຫາແຕ່ປະກວດກັນໄປແບບສົດຮ້ອນໆໃນວັນທີ 30 ມິຖຸນາ 2018 ທີ່ຜ່ານມາ ແລະ ເຮົາກໍ່ໄດ້ຮູ້ກັນແດ່ແລ້ວວ່າສາວງາມທີ່ຄວ້າມົງກຸດ Miss Universe Thailand 2018 ໃນປີນີ້ກໍ່ຄື ໝາຍເລກ 20 ໂສພິດາ ການຈະນະລິນ (ນິ້ງ) ອາຍຸ 23 ປີ ລວງສູງ 169 ຊັງຕີແມັດ ສຳລັບ ນິ້ງ ໂສພິດາ Miss Universe Thailand 2018 ເປັນເຖິງສາວງາມດີກຼີນັກຮຽນນອກ ຈົບການສຶກສາລະດັບປະລິນຍາຕີຈາກຄະນະ Business administration ສາຂາ Finance ຈາກ University of Nevada, Las Vegas ດ້ວຍກຽດນິຍົມອັນດັບ 2 ແຖມຍັງໄດ້ຮັບລາງວັນໃນຖານະນັກຮຽນດີເດັ່ນ ຈາກ ອະດີດປະທານນາທິບໍດີ ບາຣັກ ໂອບາມາ, …
Read More »ຫວານເວີ້ໆໆໆ! ສ່ອງຄວາມຫວານຂອງຄູ່ຮັກຄົນບັນເທີງ (ໂອ້ຍ…ຂ້າຄົນໂສດແທ້ເດ 555)
ທ້າຍອາທິດເປັນວັນພັກຜ່ອນຂອງແຟນໆ ແຕ່ ຊະນີIndy ບໍ່ພັກ ບໍ່ຫຼັບ ບໍ່ນອນເດີ້ ແນວຄົນມັກສາລະແນ…ເອີ້ຍ ບໍ່ແມ່ນ… ແນວຄົນມັກອັບເດດຂໍ້ມູນຂ່າວສານໃນວົງການບັນເທີງ ເພື່ອຈະໄດ້ເກັບມາຝາກແຟນໆທຸກໆຄົນ, ມາສ່ອງຄວາມຫວານຂອງເຫຼົ່າຄູ່ຮັກຄົນດັງຂອງວົງການບັນເທີງບ້ານເຮົາຫຼາຍຕໍ່ຫຼາຍຄູ່ ມີທັງຄູ່ທີ່ຍັງຄົບຫາເບິ່ງໃຈເປັນແຟນອອກໜ້າອອກຕາ ຄູ່ທີ່ກຳລັງກຸກກິກອິນເລີບ ຫຼື ຄູ່ທີ່ແຕ່ງດອງເປັນຝັ່ງເປັນຝາ ທີ່ພວກເຂົາໜັ່ນໂຊຄວາມຫວານມາຂ້າຄົນໂສດໃຫ້ເຫັນເປັນໄລຍະໆ, ເດະ…ເວົ້າໄປກໍຢາກຮູ້ແລ້ວແມ່ນບໍ່ວ່າມີຄູ່ໃດແດ່ ມາໆມາ ລອງມາເບິ່ງກັນໄວໆວ່າມີຄູ່ໄດແດ່!!! ນູ່ນີ່ ກຸມພົນພັກດີ ແລະ ອ໊ອບ ລາຍພາງ ຄູ່ຮັກຫວານນໍ້າຕານຍັງອາຍ ໄປໃສມາໃສໂຕຕິດກັນຕະຫຼອດເລີຍ ເປັນຄູ່ຮັກທີ່ມີ FC ຕິດຕາມລໍຖ້າລຸ້ນຟັງຂ່າວດີກັນຫຼາຍສຸດເລີຍຄູ່ນີ້ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss World Laos 2017 ແລະ ເອກ Overdance ຄູ່ນີ້ເຖິງຊ່ວງນີ້ຈະບໍ່ຄ່ອຍໂພສຮູບຄູ່ ແຕ່ຄືຮູ້ໆກັນວ່າທັງສອງຮັກກັນຫວານຊື່ນ ໄປໃສມາໃສ ດິນເນີກັນເລື້ອຍໆ ຢຸດຂ່າວລືທີ່ວ່າທັງສອງເລີກກັນໄດ້ແບບສະບາຍໆ ສຽວຜິງ ໄຊຍະລິນ ແລະ ຕູ່ ສະຖາພອນ ບໍ່ວ່າຈະໄປໃສ ງານອີເວັ້ນໃດ ກໍຈະເຫັນທັງສອງເປັນເງົາຕິດຕົວກັນຕະຫຼອດ ແລະທັງສອງເມື່ອມີເວລາຫວ່າງກໍມັກຈະຄວງແຂນກັນໄປທ່ຽວພັກຜ່ອນຕາມແບບສະບັບຂອງຄູ່ຮັກແບບເລື້ອຍໆ …
Read More »