ເລີ່ມແລ້ວເດີ້ແຟນໆ ສຳລັບເວທີການປະກວດສາວງາມ ເວທີອັນຊົງຄຸນຄ່າ Miss Universe Laos 2018, ທີ່ຫຼ້າສຸດຈັດງານຖະແຫຼງຂ່າວຢ່າງເປັນທາງການຂຶ້ນແລ້ວໃນບ່າຍຂອງວັນທີ 3 ກໍລະກົດ 2018 ເຊິ່ງກ່ອນໜ້ານີ້ເຊື່ອວ່າແຟນໆຄົງຈະໄດ້ຍິນມາແດ່ແລ່ວວ່າຈະມີ ອາເລັກຊານດຣ້າ ທິດາວັນ ບຸນຊ່ວຍ ນັກຮ້ອງ-ນັກສະແດງຊື່ດັງ ມາເປັນຜູ້ອຳນວຍການກອງປະກວດ ແລະ ຢາກບອກວ່າສິ່ງທີ່ແຟນໆໄດ້ຍິນມານັ້ນແມ່ນແລ້ວ…ແຖມໃນປີນີ້ນາງຍັງດຶງເອົາ ນາຕາລີ ເກວໂບວາ Miss Universe 2005 ແລະ ຊາມ ໄອຍາລີນ ໂອສະຖານົນ Miss Universe Thailand 2006 ມາຮ່ວມໂຄງການ Miss Universe Laos 2018 ເພື່ອຮ່ວມວາງມາດຕະຖານ ແລະ ຝຶກແອບສາວລາວຜູ້ເຂົ້າປະກວດ Miss Universe Laos 2018 ໃຫ້ມີບຸກຄະລິກກະພາບທີ່ດີ ມີຄວາມໝັ້ນໃຈຄົບຕາມຄຸນສົມບັດຂອງນາງງາມຈັກກະວານເພື່ອກຽມຄວາມພ້ອມສູ່ການປະກວດນາງງາມຈັກກະວານໃນລະດັບສາກົນ (ໂອ້!!!ວ້າວວວ ເລີດເດີ້) ສຳລັບການປະກວດ Miss Universe Laos …
Read More »ໄວໜຸ່ມ
ຄົນບັນເທີງລາວແຫ່ໂພສສະແດງຄວາມຍິນດີກັບ 13 ຊີວິດຕິດຖໍ້າແບບນີ້…
ເຊື່ອວ່າຄົນລາວເຮົາເກືອບທົ່ວປະເທດທີ່ຕິດຕາມຂ່າວ 13 ຊີວິດຕິດຖໍ້າ ແລະ ໃນວັນທີ 3 ກໍລະກົດ 2018 ກໍ່ມີຂ່າວດີອອກມາແລ້ວວ່າໄດ້ພົບຕົວນ້ອງໆທັງ 13 ຄົນແລ້ວ ແລະ ພວກເຂົາກໍ່ປອດໄພດີ ພຽງແຕ່ຍັງເມື່ອຍລ້າ ເນື່ອງຈາກ ຂາດອາຫານ ແລະ ນໍ້າ ເປັນເວລາ 10 ມື້, ຫຼ້າສຸດບັນດາຄົນບັນເທີງບ້ານເຮົາຫຼາຍທ່ານເຊັ່ນ: ລູກນໍ້າ ທິດາລັດ ວົງສິລິ, ນຸ້ຍ ສຸພາພອນ ສົມວິຈິດ, ຕ໋ອດ ລີນ້າ, ນ້ອຍ ລັດສະໝີ ໄຊສົງຄາມ, ຫຼ້ານ້ອຍ ພໍໃຈ ແລະ ອະເລັກ ອະລິຍາ ແລະ ອີກຫຼາຍຕໍ່ຫຼາຍທ່ານກໍ່ໄດ້ໂພສຜ່ານ ເຟສບຸກ ແລະ ອິນສະຕາແກຼມສ່ວນຕົວ ເພື່ອຮ່ວມສະແດງຄວາມຍິນດີທີ່ພົບເຈິນ້ອງໆ ແລະ ດີໃຈເປັນຢ່າງຍິ່ງທີ່ເຫັນນ້ອງໆທັງ 13 ຄົນປອດໄພ. ລູກນໍ້າ ທິດາລັດ …
Read More »ສຸດຍອດ! ສື່ນອກຍົກຍ້ອງໃຫ້ ປະເທດລາວ ເປັນຊາດທຳອິດທີ່ສົ່ງອາສາກູ້ໄພເຂົ້າຊ່ວຍເຫຼືອ 13 ຊີວິດຕິດຖໍ້າ!!!
ໃນທີ່ສຸດວິນາທີທີ່ຄົນທົ່ວໂລກລໍຖ້າເບິ່ງ ລຸ້ນກັນມາເປັນສິບກວ່າມື້ ນັ້ນກໍ່ຄືການຄົ້ນຫາ ນັກເຕະບານເຍົາວະຊົນ ທີມເຕະບານ ໝູປ່າ-ອາຄາເດມີ່ ແລະ ໃນຊ່ວງເຊົ້າ ວັນທີ 3 ກໍລະກົດ 2018 ຂ່າວດີກໍ່ບັງເກີດຂຶ້ນເມື່ອທາງທີມນັກຄົ້ນຫາໄດ້ໃຫ້ສັນຍານວ່າ ໄດ້ພົບເຈິທີມໝູ່ປ່າແລ້ວ ທັງ 13 ຊີວິດຍັງປອດໄພດີ ແລະ ສື່ຫຼາຍສຳນັກຂອງປະເທດໄທ ກໍ່ໄດ້ລາຍງານຂ່າວເພື່ອຂອບໃຈທີມຊ່ວຍເຫຼືອຈາກທົ່ວໂລກ ແລະ ໜຶ່ງໃນນັ້ນກໍ່ເປັນ ປະເທດລາວ ທີ່ເປັນປະເທດທຳອິດທີ່ສົ່ງອາສາກູ້ໄພເຂົ້າຊ່ວຍເຫຼືອ 13 ຊີວິດຕິດຖໍ້າໃນຄັ້ງນີ້ ເຊິ່ງສື່ດັງຈາກປະເທດເພື່ອນບ້ານກໍ່ໄດ້ຂຽນວ່າ: “ນໍ້າໃຈຈາກຕ່າງຊາດ… ສປປ.ລາວ ທີມງານລາວຈາກມູນລະນິທິຊ່ວຍເຫຼືອຄວາມທຸກຍາກແຫ່ງ ສປປ.ລາວ ເປັນປະເທດເພື່ອນບ້ານຊາດທຳອິດທີ່ສົ່ງທີມກູ້ໄພມາຮ່ວມຊ່ວຍເຫຼືອ” ຖືເປັນອີກຄວາມພາກພູມໃຈອີກຢ່າງໜຶ່ງຂອງຄົນລາວ (ຮູບພາບຈາກ kapook) ມາເບິ່ງ! ຮູບພາບອ້າຍນ້ອງກູ້ໄພລາວ ຂະນະປະຕິບັດໜ້າທີ່ ເປັນເວລາ 9 ມື້ທີ່ຜ່ານມາ (ຄົນລາວຄົນມີນໍ້າໃຈ) (ຢ່າລືມແຊຣເປັນກຳລັງໃຈໃຫ້ໜ່ວຍກູ້ໄພຈາກປະເທດລາວເຮົານຳແດ່ເດີ້ແຟນໆ) ຮູບພາບ: Yen Visoudala , Buk Q Sdl
Read More »ເປີດຄລິບ! ວິນາທີຕື່ນເຕັ້ນທີ່ຄົນທົ່ວໂລກລໍຄອຍ ເຈິແລ້ວທີມໝູປ່າ (13ຊີວິດຕິດຖໍ້າປອດໄພດີ)
ໃນທີ່ສຸດວິນາທີທີ່ຄົນທົ່ວໂລກລໍຖ້າເບິ່ງ ລຸ້ນກັນມາເປັນສິບກວ່າມື້ ນັ້ນກໍ່ຄືການຄົ້ນຫາ ນັກເຕະບານເຍົາວະຊົນ ທີມ ໝູປ່າ-ອາຄາເດມີ່ ແລະ ໃນຊ່ວງເຊົ້າ ວັນທີ 3 ກໍລະກົດ 2018 ຂ່າວດີກໍ່ບັງເກີດຂຶ້ນເມື່ອທາງທີມນັກຄົ້ນຫາໄດ້ໃຫ້ສັນຍານວ່າ ໄດ້ພົບເຈິທີມໝູ່ປ່າແລ້ວ ທັງ 13 ຊີວິດຍັງປອດໄພດີ, ແລະ ວິນາທີ່ຕື່ນເຕັ້ນກໍ່ມາຮອດ ເມື່ອເພສເຟສບຸກ Thai NavySEAL ໄດ້ນຳພາບມາເຜີຍແຜ່ພ້ອມທັງຂຽນແຄັບຊັ່ນທີ່ເຮັດໃຫ້ຄົນທົ່ວໂລກຍິ້ມໄດ້ກໍ່ຄື “Hooyah…..ທີມໝູປ່າ” Hooyah…..ทีมหมูป่าพบเยาวชนทีมหมูป่าบริเวณหาดทรายห่างจาก Pattaya beach 200 เมตร โดยนักดำน้ำหน่วยซีลดำน้ำวางไลน์เชือกนำทาง ร่วมกับนักดำน้ำจากประเทศอังกฤษ ระยะทางจากห้องโถง 3 ยาว 1,900 เมตร เมื่อเวลา 21.38 น. คืนวันที่ 2 กรกฎาคม 2561#ThainavySEAL โพสต์โดย Thai NavySEAL เมื่อ วันจันทร์ที่ 2 กรกฎาคม 2018 ເຊິ່ງໜ່ວຍຊີວ ແລະ …
Read More »ຫວານເວີ້! 1 ປີແຫ່ງຄວາມຫວານ ອ໊ອຟ ຈັດເຊີໄພ້ ນູ່ນີ່ ແບບນີ້… (ຄົນໂສດໃຈບໍ່ແຂງຫ້າມເບິ່ງ)
ກຣີດໆໆໆ! ຫວານເວີ້…ຜ່ານໄປ 1 ປີ ແລ້ວກັບຄວາມຮັກຂອງ ນູ່ນີ່ ກຸມພົນພັກດີ ແລະ ອ໊ອຟ ລາຍພາງ ຄູ່ຮັກໄອດໍ້ສາວລາວ-ບ່າວໄທ, ຫຼ້າສຸດ ໜຸ່ມ ອ໊ອຟ ກໍ່ຈັດຕຽມເຊີໄພ້ຫວານໃຫ້ກັບ ນູ່ນີ່ ທີ່ຮ້ານອາຫານແຫ່ງໜຶ່ງ ຢ່າງຫວານ ແບບໂລກນີ້ມີແຕ່ສີບົວ ພ້ອມທັງເຜີຍຄວາມໃນໃຈຫຼັງຈາກທີ່ໄດ້ຄົບຫາເບິ່ງໃຈກັນໄດ້ 1 ປີ ເຊິ່ງ ນູ່ນີ່ ຍັງໄດ້ອອກມາໂພສຄລິບພ້ອມທັງຂຽນແຄັບຊັ່ນຫວານໆວ່າ: “ຂອບໃຈເດີ້ . . . ?? ທີ່ເຊີໄພ້ນ້ອງ ໃນວັນ ຄົບຮອບ 1ປີ ບໍ່ຄິດເລີຍວ່າ ພີ່ອ໊ອຟຊິເຮັດໃຫ້ ແລະມີໂມເມັ້ນນີ້ນຳຫມູ່ ເຂີນແປ໋ບ☺☺☺ ຂອບໃຈເດີທີ່ຢູ່ຄຽງຂ້າງນ້ອງຕະຫລອດມາ ບໍ່ວ່າຍາມທຸກ ? ຍາມສຸກ ?ຂອບໃຈທີ່ຮັກນ້ອງ ຂອບໃຈທີ່ເບິ່ງແຍງດູແລ ຂອບໃຈອີ່ຫລີເດີ້ ?????” ຂອບໃຈເດີ . . . ??ທີ່ເຊີໄພ້ນ້ອງ ໃນວັນຄົບຮອບ 1ປີບໍ່ຄິດເລີຍວ່າ ພີ່ອ໊ອຟຊິເຮັດໃຫ້ ແລະມີໂມເມັ້ນນີ້ນຳຫມູ່ ເຂີນແປ໋ບ☺☺☺ຂອບໃຈເດີທີ່ຢູ່ຄຽງຂ້າງນ້ອງຕະຫລອດມາບໍ່ວ່າຍາມທຸກ …
Read More »