Breaking News

ໄວໜຸ່ມ

ອາຍຸເປັນພຽງຕົວເລກ! ເປີດເຜີຍງານແຕ່ງ ເດັກມັດທະຍົມ ອາຍຸພຽງ 14 ແລະ 16 ປີ

ເຜີຍພາບງານແຕ່ງດອງ 2 ເດັກນ້ອຍໄວໃສຈາກປະເທດເພື່ອນບ້ານ (ປະເທດໄທ) ຍັງຮຽນມັດທະຍົມຕົ້ນໆ ອາຍຸພຽງ 14 ແລະ 16 ປີ ຈັດງານລຽບງ່າຍ ພໍ່ແມ່ຍາກໃຫ້ແຕ່ງງານກັນ ເຜີຍອາຍຸເປັນພຽງຕົວເລກ. ເປັຳນກະແສຮືຮາ ແລະ ວິພາກວິຈານ ເມື່ອວັນທີ 8 ກໍລະກົດ 2018 ເປັນກະແສເທີງໂລກອອນລາຍ ເມື່ອມີການເຜີຍແຜ່ງານແຕ່ງດອງຂອງເດັກນ້ອຍຍິງ ແລະ ຊາຍ ທີ່ ຈັງຫວັດ ໄຊຍະພູມ ປະເທດໄທ ໄດ້ຈັດງານແຕ່ງດອງແບບລຽບງ່າຍ ດ້ວຍການມັດຂໍ່ຕໍ່ແຂນ ໃນວັນທີ 7 ກໍລະກົດ 2018 ທີ່ຜ່ານມາ. ເຟສບຸກຂອງນ້ອງຜູ້ຍິງ ຍັງໄດ້ເຜີຍອີກວ່າ ເຮົາມີຄວາມຝັນທີ່ຈະຢູ່ນຳກັນດົນໆ ແລະ ບໍ່ຢາກແຍກຈາກກັນ ບໍ່ຢາກຈະຖ້າດົນເຖິງ 10-20ປີ ຕອນນີ້ກໍ່ 5-6 ເດືອນ ເຮົາບໍ່ຢາກຈະຖິ້ມມັນໄປ ກວ່າຈະຜ່ານມາໄດ້ພວກເຮົາກໍ່ຜ່ານມາຫຼາຍເຫດການ ມີຜິດກັນບາງເທື່ອ ແຕ່ຈະຈັບມືກັນສ້າງເນື້ອສ້າງຕົວ ພ້ອມກັບຮູບພາບທີ່ທັງ …

Read More »

ສ່ອງ! ສາວງາມຂ້າມເພດ Miss Universe Spain 2018 ແຮງບັນດານໃຈຂອງສາວປະເພດສອງທົ່ວໂລກ!!!

ລັດເລາະໄປເວທີ Miss Universe Spain ກັນແດ່, ຫຼ້າສຸດເພິ່ນກໍ່ໄດ້ມາແລ້ວກັບສາວງາມທີ່ເໝາະສົມກັບຕຳແໜ່ງອັນຊົງກຽດນີ້ ແລະ ປີນີ້ເຮັດເອົາ ຮືຮາ ໄປທົ່ວໂລກ ເນື່ອງຈາກວ່າ ສາວງາມທີ່ຄວ້າມົງກຸດ  Miss Universe Spain 2018 ມີນາມວ່າ Angela Ponce ເປັນສາວງາມຂ້າມເພດ (ສາວປະເພດສອງ) ຖືໄດ້ວ່າເປັນປະຫວັດສາດໜ້າໃໝ່ ສຳລັບການປະກວດນາງງາມໃນທີ່ Miss Universe. ເຊິ່ງ Angela Ponce ເປັນສາວປະເພດສອງຄົນທຳອິດ ທີ່ໄດ້ມີໂອກາດເປັນຕົວແທນປະເທດລົງປະກວດໃນເວທີໃຫ່ຍລະດັບໂລກຢ່າງເວທີ ນາງງາມຈັກກະວານ (Miss Universe) ສຳລັບສາວງາມຄົນນີ້ມີອາຊີບເປັນ ນາງແບບ ແລະ ບອກໄດ້ເລີຍວ່າໃນປີ 2018 ນີ້ບໍ່ແມ່ນປີທຳອິດທີ່ນາງໄດ້ເຂົ້າມາປະກວດ ເພາະນາງເລີ່ມມາປະກວດຕັ້ງແຕ່ປີ 2015 ແຕ່ພາດມົງກຸດໄປ ແຕ່ຍ້ອນຄວາມຮັກ ແລະ ມັກໃນສິ່ງທີ່ຢາກເຮັດ ເລີຍບໍ່ຍອມແພ້ ແລະ ມີຄວາມພະຍາຍາມສູງ ນາງຈຶ່ງກັບເຂົ້າມາສະໝັກປະກວດໃໝ່ໃນປີນີ້ ພ້ອມກັບສ້າງປະຫວັດສາດໜ້າໃໝ່ໃຫ້ກັບເວທີ ນາງງາມຈັກກະວານ ແລະ Angela Ponce ຍັງເອີ້ນສຽງຮືຮາ ແລະ …

Read More »

ສະແດງຄວາມຍິນດີ! ທີມໝູປ່າ-ອາຄາເດມີ່ ຈະໄດ້ເປັນແຂກ VIP ໃນຮອບຊິງຊະນະເລີດບານໂລກ 2018 (ດັງໄກໄປທົ່ວໂລກອີ່ຫລີ)

ດັງໄກໄປທົ່ວໂລກ ສຳລັບກໍລະນີ 13 ຊີວິດຕິດຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ, ຫຼ້າສຸດ ທ່ານ ຈານນີ່ ອິນຟານຕິໂນ ປະທານສະຫະພັນບານເຕະນາໆຊາດ (FIFA) ໄດ້ສົ່ງຈົດໝາຍເຖິງ ພລ.ຕ.ອ ສົມຍົດ ພຸ່ມພັນມ່ວງ ນາຍົກສະມາຄົມກິລາບານເຕະແຫ່ງປະເທດໄທ ເພື່ອຮ່ວມສະແດງຄວາມຍິນດີທີ່ໄດ້ພົບນ້ອງໆ ທີມໝູ່ປ່າ-ອາຄາເດມີ່ ທັງ 12 ຄົນ ແລະ ຄູເຝິກ 1 ຄົນ ລວມທັງໝົດ 13 ຊີວິດ ຫຼັງຈາກທີ່ຕິດຢູ່ໃນຖໍ້າໄປເປັນເວລາກວ່າ 10 ມື້. ເຊິ່ງ ທ່ານ ຈານນີ່ ອິນຟານຕິໂນ ປະທານສະຫະພັນບານເຕະນາໆຊາດ (FIFA) ໄດ້ສົ່ງໜັງສືຮ່ວມສະແດງຄວາມຍິນດີ ລວມເຖິງໃຫ້ກຳລັງໃຈຜູ້ທີ່ມີສ່ວນກ່ຽວຂ້ອງ ໂດຍໃຈຄວາມໜັງສືໄດ້ລະບຸວ່າ: “ຂ້ອຍໄດ້ຕິດຕາມຂ່າວການຊ່ວຍຊີວິດນັກເຕະບານເຍົາວະຊົນທັງ 12 ຄົນ ແລະ ຄູເຝິກສອນອີກ 1 ຄົນ ເຊິ່ງໄດ້ຕິດຢູ່ໃນຖໍ້າທີ່ ຈັງຫວັດ ຊຽງລາຍ ປະເທດໄທ ເນື່ອງຈາກມີນໍ້າຖ້ວມປິດປາກຖໍ້າ …

Read More »

ປາດດດ…ງານດີເວີ້! ລັດຖະມົນຕີອາຍຸນ້ອຍທີ່ສຸດຂອງ​ປະເທດ ມາ​ເລ​ເຊຍ!

ວ້າວໆໆໆ! ເຫັນແລ້ວເລື່ອນກາຍບໍ່ໄດ້ເລີຍ ຫຼ້າສຸດສຳນັກງານຂ່າວສານຕ່າງປະເທດໄດ້ລາຍງານວ່າ ​ເມື່ອ​ບໍ່​ດົນ​ມາ​ນີ້ ທ່ານ ​ໄຊ​ເອັດ ​ຊາດ​ິກ ອັບ​ດຸນຣາ​ແມນ ອາຍຸ 25 ປີ ​​​ໄດ້​ຮັບ​ການ ​ແຕ່ງ​ຕັ້ງ ​ໃຫ້​ເປັນ​ ລັດຖະມົນ​ຕີ​ວ່າການ ກະຊວງຊາວ​ໜຸ່ມ ​ແລະ ກິລາ​ຂອງ​ມາ​ເລ​ເຊຍ, ​ຖືວ່າເປັນ​ລັດຖະມົນຕີທີ່ອາຍຸນ້ອຍທີ່ສຸດ​ໃນ​ປະຫວັດສາດ​ຂອງ ປະ​ເທດ ມາເລເຊຍ ເລີຍກໍ່ວ່າໄດ້. ເຊິ່ງລັດຖະມົນຕີໜຸ່ມຫຼໍ່ຄົນນີ້ກໍ່ຍັງໄດ້ກ່າວວ່າ: “ຖື​ເປັນ​ກຽດ​ອັນ​ໃຫຍ່​ຫລວງ ສຳລັບ​ຊາວ​ໜຸ່ມ​ມາ​ເລ​ເຊຍ ​ແລະ ​ຈະຕັ້ງໜ້າ​ປະຕິບັດ​ໜ້າ​ທີ່ໃຫ້​ໄດ້​ຮັບ​ປະສິດ​ທີ​ຜົນ, ພ້ອມ​ດ້ວຍ​ການສະໜັບສະໜູນ​ຈາກພາກ​ສ່ວນ​ຕ່າງໆ ​ເພື່ອ​ໃຫ້​ໄດ້​ຮັບ​ໝາກຜົນຢ່າງຮອບດ້ານ”  ໂອ້ຍຍຍ!!! ຫຼໍ່…ງານດີ ຊົມເຊີຍເດີ້ ທັງຫຼໍ່ ທັງເກັ່ງ ສຸດຍອດ!!! ທີ່ມາ: ປະເທດລາວ Pathedlao

Read More »

ຄັກແທ້ໆ! ຫາກໍ່ຮູ້ວ່າເຮັດ ບັດປະຈຳຕົວ ດຽວນີ້ງ່າຍໆເນາະ (ແຊຣເກັບໄວ້ເບິ່ງເລີຍເດີ້)

(ການເຮັດບັດປະຈຳຕົວໃນເຂດ ເມືອງ.ຈັນທະບູລີ ນະຄອນຫຼວງວຽງຈັນ)  ສະບາຍດີໝູ່ເພື່ອນໝົດທຸກຜູ້ທຸກຄົນ ເນື່ອງຈາກບັດປະຈຳຕົວເກົ່າໝົດອາຍຸ ຈຶ່ງມີໂອກາດໄດ້ໄປເຮັດບັດປະຈຳຕົວໃໝ່ ກ່ອນທີ່ຈະໄປເຮັດກໍ່ຄິດໜັກ ຮູ້ສຶກຂີ້ຄ້ານຂຶ້ນມາທັນທີ ແນວວ່າບໍ່ໄດ້ເຮັດດົນໆ ບໍ່ຮູ້ວ່າຂັ້ນຕອນການເຮັດບັດປະຈຳຕົວຈະເປັນແນວໃດ ແຕ່ກໍ່ຍ້ອນມັນເປັນສິ່ງຈຳເປັນທີ່ປະຊາຊົນລາວເຮົາຄວນຕ້ອງມີ ບັດປະຈຳຕົວເປັນຂອງຕົວເອງເພື່ອຍັ້ງຍືນສັນຊາດ ແລະ ປະກອບເອກະສານອື່ນໆ, ດັ່ງນັ້ນຈຶ່ງຕັດສິນໃຈໄປເຮັດໃນທີ່ສຸດ. ກ່ອນອື່ນຂໍບອກວ່າສິ່ງທີ່ ຊະນີIndy ຈະມາລີວິວສູ່ຟັງນີ້ ແມ່ນໄດ້ເຮັດຢູ່ທີ່ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໃຈແທ້ກໍ່ຢາກເອົາມາເລົ່າໝົດທຸກບ່ອນພຸ້ນແຫລະເນາະ ແຕ່ເນື່ອງຈາກວ່າມີໂອກາດໄດ້ເຮັດບ່ອນນີ້ ເພາະອາໃສຢູ່ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ເລີຍຄິດວ່າໜ້າຈະເປັນປະໂຫຍດແກ່ໝູ່ເພື່ອນທຸກຄົນ, ການເຮັດບັດປະຈຳຕົວໃນສະໄໝນີ້ແມ່ນສະດວກສະບາຍຫຼາຍ ໃຜຢູ່ເມືອງໃດ ແຂວງໃດກໍ່ແມ່ນເຮັດຢູ່ຫັ້ນເລີຍ ມີພຽງ 3-4 ຂັ້ນຕອນເທົ່ານັ້ນ. ກ່ອນອື່ນຕ້ອງກະກຽມ ສຳມະໂນຄົວແທ້ ແລະ ກ໋ອບປີ້, ຮູບ 1 ໃບ ແຕ່ບາງເຂດກໍ່ຈະບໍ່ຄືກັນເດີ້ ບາງເຂດເພິ່ນກໍ່ຈະໃຫ້ໄປເຊັນປົກຄອງບ້ານ ກໍ່ແລ້ວແຕ່ຕົວເມືອງ ແລະ ແຂວງໃຜມັນ (ຍໍ້າວ່າແຕ່ລະເຂດບໍ່ຄືກັນເດີ້ແຟນໆ) ຫຼັງຈາກເຮົາມີ ສຳມະໂນຄົວແທ້ ແລະ ກ໋ອບປີ້, …

Read More »