Breaking News

ໄວໜຸ່ມ

ປາດດດ! ງາມແຮງ…ເຫັນແລ້ວບໍ່ຢາກລະສາຍຕາ ຈີ່ຈີ້ ພອຍໄພລິນ ລຸກນີ້ກິນຂາດ!!!

ຂໍສຽງ fc ຈີ່ຈີ້ ພອຍໄພລິນ ສີວິໄລ ເນັດໄອດໍ້ຕະຫຼອດການ ແດ່ໄວໆ… ຫຼ້າສຸດຫຼັງຈາກທີ່ນາງໄດ້ສຳເລັດການສຶກສາຈາກເມືອງຜູ້ດີອັງກິດ ມາສົດໆຮ້ອນໆ ນາງກໍ່ມີຜົນງານມາໃຫ້ແຟນໆຕິດຕາມກັນເລີຍເດີ້ ໂດຍເຟສບຸກຂອງ ອາເລັກ ອະລິຍາ ນັກແຕ່ງໜ້າຄິວທອງ ກໍ່ໄດ້ໂພສອັບເດດການແຕ່ງໜ້າໃຫ້ ສາວ ຈີ່ຈີ້ ດ້ວຍລຸກທີ່ແບບວ່າ ຫວານ ສົດໃສ ເກົາຫລີໆແດ່ ບອກເລີຍວ່າ ບໍ່ຢາກລະສາຍຕາ ປານມີມົນສະກົດ ເບິ່ງແລ້ວ ງາມແຮງ…ແພງເວີ້ ເວົ້າໄປກໍ່ຄືວ່າຈະຍ້ອງ ສາວ ຈີ່ຈີ່ ເກີນເຫດ ບໍ່ເຊື່ອມາເບິ່ງໃຫ້ເຫັນກັບຕາໄດ້ເດີ້ແຟນໆ!!! ຫັນແນ່…ເພີນເລີຍແມ່ນບໍ່ ຊະນີIndy ບອກແລ້ວວ່າ ງາມ ຍັງບໍ່ໝົດເດີ້ ຍັງມີຮູບງາມໆຂອງ ຈີ່ຈີ້ ພອບໄພລິນ ມາຝາກອີກ ໃຜທີ່ເປັນແຟນຄລັບນາງກໍ່ຢ່າລືມ ໄລ້ ແຊຣແບບລົວໆ ໃຫ້ນາງກັນແດ່. ຂໍຂອບໃຈຮູບພາບຈາກ: FB/Alex Aliya Soundala  , IG/chichisvl

Read More »

 ອະລັງການງານສ້າງ! ກັບຊຸດປະຈຳຊາດຂອງ Miss Grand Thailand 2018!!!

ບໍ່ເວົ້າເຖິງຄົງຈະບໍ່ໄດ້ເດີ້ ກັບອີກໜຶ່ງເວທີ Miss Grand Thailand 2018 ທີ່ຫຼ້າສຸດເດີນທາງມາຮອດການແຂ່ງຂັນໃນຮອບ ຊຸດປະຈຳຊາດ ແລະ ຍັງຄົງສ້າງກະແສໃຫ້ທົ່ວໂລກສົນໃຈໄດ້ເປັນຢ່າງດີ ເພາະແຕ່ລະຊຸດເວົ້າໄດ້ເລີຍວ່າ ອະລັງການງານສ້າງ ເປັນການນຳສະເໜີເອກະລັກປະຈໍາທັງ 77 ຈັງຫວັດຂອງປະເທດໄທ ແລະ ບັນດາສາວງາມທັງ 77 ຄົນກໍ່ພີເຊັ້ນຊຸດຂອງຕົວເອງໄດ້ເປັນຢ່າງດີ… ມາເບິ່ງກັນວ່າແຕ່ລະຊຸດ ແຕ່ລະ ຈັງຫວັດ ຈະເລີດປານໃດ… ມິສແກຣນ ກຸງເທບມະຫານະຄອນ ມິສແກຣນ ກະບີ່ ມິສແກຣນ ການຈະນະບູລີ ມິສແກຣນ ກາລະສິນ ມິສແກຣນ ກຳແພງເພັດ ມິສແກຣນ ຂອນແກ່ນ ມິສແກຣນ ຈັນທະບູລີ ມິສແກຣນ ສະເຊີງເຊົາ ມິສແກຣນ ຊົນບູລີ ມິສແກຣນ ໄຊນາດ ມິສແກຣນ ໄຊຍະພູມ ມິສແກຣນ ຊຸມພອນ ມິສແກຣນ ຊຽງລາຍ ມິສແກຣນ ຊຽງໃໝ່ …

Read More »

ຮູ້ຫຼືບໍ່? ລະບຽບການສອບເສັງເຂົ້າຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ມີຫຍັງແດ່???

ສະບາຍດີ!!! ນ້ອງໆ ວ່າທີ່ ນັກສຶກສາ ໄລຍະນີ້ແມ່ນກຽມ ຂຸນຂ້ຽວ ຕິວເຂັ້ມ ຢ່າງໝັກ ເພື່ອທີ່ຈະກຽມຕົວ ກຽມໃຈ ສອບເສັງເຂົ້າຮຽນ ທີ່ ມະຫາວິທະຍາໄລແຫ່ງຊາດ ດັ່ງນັ້ນ ທີມງານ ຂວັນໃຈ ເຮົາກໍ່ບໍ່ຢູ່ລ້າ ໄດ້ໄປຊ໋ອກແຊ໋ກ ເອົາຂໍ້ມູນ ລະບຽບການສອບເສັງເຂົ້າຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ມາຝາກນ້ອງໆ ມາເບິ່ງກັນວ່າມີຫຍັງແດ??? 1. ຜູ້ມີສິດສະໝັກສອບເສັງຕ້ອງສໍາເລັດການສຶກສາຕໍ່າສຸດແມ່ນມັດທະຍົມປາຍ ຫຼື ຊັ້ນກາງ, ບໍ່ແມ່ນນັກສຶກສາກໍາລັງຮຽນຢູ່ໃນມະຫາວິທະຍາໄລແຫ່ງຊາດ ແລະ ບໍ່ຢູ່ໃນລະຫວ່າງການດໍາເນີນຄະດີອາຍາ. 2. ຕ້ອງນຸ່ງເຄື່ອງສຸພາບ ເປັນລະບຽບ (ເຄື່ອງແບບນັກຮຽນ ຕາມລະບຽບຂອງກະຊວງສຶກສາທິການ ແລະ ກິລາ), ໄວ້ຊົງຜົມສຸພາບມີມາລະຍາດທີ່ດີ, ປະຕິບັດຕາມການແນະນຳຂອງຄະນະກຳມະການຈັດຕັ້ງການສອບເສັງ. 3.ຕ້ອງມາເຖິງຫ້ອງສອບເສັງກ່ອນເວລາທີ່ກຳນົດໄວ້ໃນຕາຕະລາງສອບເສັງຢ່າງໜ້ອຍ 20 ນາທີ ແລະ ຖ້າມາຊ້າກວ່າເວລາສອບເສັງ 15 ນາທີ ຈະບໍ່ອະນຸຍາດໃຫ້ເຂົ້າຫ້ອງສອບເສັງ. 4.ຕ້ອງສະແດງບັດອະນຸຍາດເຂົ້າຫ້ອງສອບເສັງກ່ອນເຂົ້າຫ້ອງສອບເສັງທຸກໆຄັ້ງ, ກໍລະນີລືມ ຫຼື ເຮັດບັດເສຍ ຕ້ອງໄດ້ຂໍອະນຸຍາດນຳຄະນະກຳມະການປະຈຳສະຖານທີ່ສອບເສັງໂດຍມີຫຼັກຖານອື່ນມາສະແດງແທນເຊັ່ນ: …

Read More »

FIFA ເປີດເຜີຍຄວາມຄືບໜ້າກ່ຽວກັບການເຊື້ອເຊີນ ນ້ອງໆທີມໝູປ່າ ໄປເບິ່ງບານໂລກຮອບຊິງທີ່ ລັດເຊຍ!

ສະຫະພັນບານເຕະນານາຊາດ (FIFA) ເປີດເຜີຍຄວາມຄືບໜ້າ ຫຼັງທີ່ໄດ້ສົ່ງຈົດໝາຍເຊີນ 13 ຊີວິດ ທີມນັກເຕະເຍົາວະຊົນ ໝູປ່າ-ອາຄາເດມີ່ ເພື່ອໃຫ້ໄປເບິ່ງ ບານໂລກ 2018 ຮອບຊິງຊະນະເລີດ ທີ່ກຣຸງມອສໂຄ ປະເທດ ລັດເຊຍ. FIFA ໄດ້ສະແດງຄວາມຍິນດີທີ່ ນັກເຕະເຍົາວະຊົນ ແລະ ໂຄດທີມ ໝູປ່າ-ອາຄາເດມີ່ແມ່ສາຍ ສາມາດອອກຈາກຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດຊຽງລາຍ ໄດ້ຢ່າງປອດໄພ ຢ່າງໃດກໍ່ຕາມ ທີມໝູປ່າກໍ່ບໍ່ສາມາດເດີນທາງໄປເບິ່ງບານໂລກຮອບຊິງໄດ້ ເນື່ອງຈາກບັນຫາສຸຂະພາບ    ໂຄສົກຂອງ FIFA ໄດ້ອອກຖະແຫຼງວ່າ: “ຟີຟ່າ ຂໍສະແດງຄວາມຍິນດີເປັນຢ່າງຍິ່ງກ່ຽວກັບການຊ່ວຍເຫຼືອ 12 ນັກເຕະເຍົາວະຊົນ ແລະ ຄູເຝິກສອນຂອງພວກເົຂາ ເຮົາຮູ້ສຶກຂອບໃຈຢ່າງສຸດຊຶ້ງກັບທຸກຄົນທີ່ມີສ່ວນຮ່ວມກັບປະຕິບັກການຊ່ວຍເຫຼືອ ເຊິ່ງໂຊກຮ້າຍທີ່ໄດ້ພາກຊີວິດ 1 ນັກດຳນໍ້າໄປ ພວກເຮົາຂໍສົ່ງຄວາມລະລຶກໄປຍັງຄອບຄົວຂອງເຂົາ” “ເຮົາໄດ້ຮັບການແຈ້ງການຈາກສະມາຄົມກິລາບານເຕະແຫ່ງປະເທດໄທວ່າ ນ້ອງໆຍັງບໍ່ສາມາດເດີນທາງໄປເບິ່ງເຕະບານໂລກຮອບຊິງໄດ້ ເນື່ອງຈາກເຫດຜົນດ້ານສຸຂະຸພາບ ເຊິ່ງທາງ FIFA ຍັງຄົງໃຫ້ຄວາມສຳຄັນກັບສຸຂະພາບຂອງທຸກຝ່າຍທີ່ກ່ຽວຂ້ອງໃນເຫດການດັ່ງກ່າວ ແລະ ເຮົາຈະເບິ່ງຫາໂອກາດທີ່ດຈະເຊີນນ້ອງໆມາຮ່ວມງານຂອງຟີ່ຟ່າ ເພື່ອຮ່ວມແບ່ງປັນຊ່ວງເວລາແຫ່ງການມີສ່ວນຮ່ວມ …

Read More »

ອາສາກູ້ໄພລາວ ອອກມາໂພສແບບນີ້…ຫຼັງຈາກທີ່ໄດ້ໄປຊ່ວຍ ທີມໝູປ່າ!!!

ດັ່ງທີ່ແຟນໆໄດ້ຕິດຕາມກຽ່ວກັບຂ່າວສານການຊ່ວຍເຫຼືອ ນ້ອງໆທີມ ໝູປ່າ-ອາຄາເດມີ່ ແລະ ປະເທດລາວ ເຮົາກໍ່ໄດ້ສົ່ງ ອາສາກູ້ໄພໄປຊ່ວຍເປັນກຳລັງອີກແຮງໜຶ່ງໃນການຄົ້ນຫາຜູ້ປະສົບໄພທີ່ ຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ ດັ່ງກັບຫຼາຍໆປະເທດຈາກທົ່ວໂລກທີ່ໄດ້ສົ່ງທີມມາຊ່ວຍເຫຼືອໃນພາລະກິດຄັ້ງນີ້, ຫຼ້າສຸດທີມອາສາກູ້ໄພລາວກໍ່ໄດ້ເດີນທາງກັບ ປະເທດລາວ ເປັນທີ່ຮຽບຮ້ອຍແລ້ວ ແລະ ຍັງໄດ້ໂພສເຖິງການໄດ້ເປັນສ່ວນໜຶ່ງໃນພະລະກິດໃນເທື່ອນີ້ ຜ່ານເຟສບຸກວ່າ: “ພາລະກິດ ຄັ້ງນີ້ ເປັນບົດຮຽນ ອັນຍິ່ງໃຫຍ່ ໄດ້ຖ່າຍທອດ ເຖິງບົດທົດສອບ ຂອງຄວາມຮູ້ທີ່ຝຶກຝົນມາ ດ້ານກູ້ຊີບ ກູ້ໄພ ແລະ ຮຽນຮູ້ອຸປະກອນທັນສະໃຫມ ຕ້ອງຕໍ່ສູ້ກັບທຳມະຊາດ ສິ່ງແວດລ້ອມ ທີ່ຕ້ອງສຳພັດ ຄຽງຄູ່ກັນ ກໍ່ຄື ອຸດົມການ ແລະ ເປົ້າຫມາຍ ຂອງຫົວຈິດຫົວໃຈ ໃນການອາສາມາຄັ້ງນີ້ ກໍ່ແມ່ນ ນິມິດຫມາຍທີ່ດີ ທີ່ໄດ້ພົບເຫັນ ບັນດາ ຜູ້ທີ່ມີປະສົບການ ໃນຫລາຍໆດ້ານ ແລະ ກໍ່ໄດ້ຖ່າຍທອດ ຮຽນຮູ້ແລ້ວ ວ່າ ສິ່ງທີ່ສຳຄັນທີ່ສຸດ ແມ່ນຫຍັງ …

Read More »