Breaking News

ໄວໜຸ່ມ

ວັນໃໝ່ ເຄຍປະເດັນຂ່າວ…ປ່ຽນລຸກເປັນສາວເຊັກຊີ່ເພື່ອສ້າງກະແສ ພ້ອມອັບເດດສະຖານະຫົວໃຈ!!!

ຊ່ວງຫຼັງໆຈະເຫັນໄດ້ວ່າ ວັນໃໝ່ ທຳມະວົງ ສາວປະເພດສອງຄົນດັງ ລຸກຂຶ້ນມາແຕ່ງໂຕເຊັກຊີ່ ຫຼື ນຸ່ງຊຸດລອຍນໍ້າ ແລະ ໂພສຜ່ານເຟສບຸກ ແລະ ອິນສະຕາແກຼມໃຫ້ແຟນໆໄດ້ກົດໄລ້ກັນເລື້ອຍໆ… ຈົນເກີດມີກະແສເມົ້າວ່ານາງປ່ຽນບຸກຂະລິກຈາກສາວຮຽບຮ້ອຍເປັນສາວເຊັກຊີ່ເພື່ອສ້າງກະແສຫຼືບໍ່? ຫຼ້າສຸດເຈິໂຕນາງໃນງານບວງສວງຊີ່ຣີ່ລາວເລື່ອງ ວຸ້ນວາຍ…ຮັກຫຼາຍເດີ້ ເລີຍດຶງໂຕນາງມາເຄຍປະເດັນດັ່ງກ່າວໃຫ້ແຟນໆໄດ້ຮູ້ກັນວ່າທີ່ເຫັນສາວ ວັນໃໝ່ ເພິ່ນລຸກຂຶ້ນມາແຕ່ງໂຕເຊັກຊີ່ນັ້ນບໍ່ແມ່ນເພື່ອຕ້ອງການສ້າງກະແສແຕ່ຢ່າງໃດ ແຕ່ຍ້ອນວ່າເພິ່ນເປັນອີກໜຶ່ງຄົນທີ່ມັກການທ່ອງທ່ຽວ ພໍໄດ້ໄປທ່ຽວແລ້ວກໍຢາກຖ່າຍຮູບ ເກັບພາບງາມໆໄວ້ເບິ່ງ ແລະ ອີກຢ່າງອາຍຸເພິ່ນກໍກ້າວເຂົ້າ 23 ປີແລ້ວ ກໍອາດຈະເປັນຕາມໄວ ແລະ ນອກຈາກນັ້ນທີມງາມເຮົາຍັງໄດ້ອັບເດດສະຖານະຫົວໃຈຂອງ ສາວ ວັນໃໝ່ ແລະ ເພິ່ນກໍຍັງໄດ້ຕອບແບບບໍ່ມີປິດບັງວ່າ ກໍມີຄົນລົມໆຢູ່ ແຕ່ຍັງບໍ່ຂໍເອີ້ນວ່າແຟນ ເພາະຍັງຢູ່ໃນຊ່ວງສຶກສາເບິ່ງໃຈກັນນັ້ນເອງ… ເປັນແນວໃດແດ່…ຫາຍຂ້ອງໃຈກັນແດ່ບໍ່ແຟນໆ ເອົາໄວ້ມີໂອກາດໜ້າຖ້າເຈິໂຕ ສາວ ວັນໃໝ່ ທຳມະວົງ, ຊະນີIndy ສັນຍາຈະມາອັບເດດເລື່ອງລາວຂອງເພິ່ນໃຫ້ແຟນໆໄດ້ຮູ້ອີກແນ່ນອນ!!! ຮູບພາບບາງສ່ວນ: Elizabeth Wanmai Thammavong

Read More »

ກຣີດໆໆໆ! ມິວ ນິດຖາ ນັກສະແດງຊື່ດັງເພື່ອນບ້ານ ໂພສຮູບຖ່າຍທີ່ພູສີ ພ້ອມຂຽນແຄັບຊັ່ນເປັນພາສາລາວ

ໜ້າຮັກຫຼາຍໆ! ມິວ ນິດຖາ ຈີຣະຢັ່ງຢືນ ນັກສະແດງສາວຊື່ດັງຈາກປະເທດເພື່ອນບ້ານ  ທີ່ໄດ້ເດີນທາງມາ ແຂວງ ຫຼວງພະບາງ ຕັ້ງແຕ່ວັນທີ 27 ມັງກອນ 2018, ຫຼ້າສຸດໄດ້ໂພສຮູບພາບທີ່ຖ່າຍເທິງຈຸດຊົມວິວ ພູສີ ແຂວງ ຫຼວງພະບາງ ປະເທດລາວ ພ້ອມຂຽນແຄັບຊັ່ນເປັນພາສາລາວ, ພໍແຕ່ໂພສບໍ່ພໍເທົ່າໃດກໍເຮັດໃຫ້ມີແຟນໆ ເຂົ້າໄປສະແດງຄວາມຄິດເຫັນວ່າ ມິວ ນິດຖາ ນາງໜ້າຮັກ ພິມແຄັບຊັ່ນເປັນພາສາລາວອີກດ້ວຍ. (ໜ້າຮັກແບບນີ້ເອົາໃຈແຟນໆຊາວລາວໄປເລີຍ…ກຣີດໆໆໆ) ງາມຫຼາຍ A post shared by Mewnittha (@mewnittha) on Jan 30, 2018 at 7:27pm PST Good morning from Luangprabang ka☀️ ດີຕອນເຊົ້າ? #huawei A post shared by …

Read More »

ມາເບິ່ງ! ຄວາມໜ້າຮັກຂອງ ຕິກ-ມິວ ຄູ່ພະນາງລະຄອນ “ດ້ວຍແຮງອະທິຖານ” ກັບ 5 ມື້ໃນຫຼວງພະບາງ

ຫຼັງຈາກທີ່ ຂວັນໃຈ ເຮົາໄດ້ນຳສະເໜີຂ່າວຂອງການເດີນທາງມາຂອງນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ຕິກ ເຈດສະດາພອນ ຜົນດີ ແລະ ມິວ ນິດຖາ  ຈີຣະຢັ່ງຢືນ ພ້ອມດ້ວຍນັກສະແດງຊື່ດັງອີກຫຼາຍທ່ານ ແລະ ທີມງານທີ່ເດີນທາງຍົກກອງມາຖ່າຍທຳລະຄອນ “ດ້ວຍແຮງອະທິຖານ” ກັນເຖິງ ແຂວງ ຫຼວງພະບາງ ປະເທດລາວ, ເຮັດໃຫ້ມີແຟນໆຫຼາຍຄົນໃຫ້ຄວາມສົນໃຈ ແລະ ຕິດຕາມຂ່າວຂອງຄູ່ພະນາງຄູ່ນີ້ກັນຢ່າງຫຼວງຫຼາຍ… ດັ່ງນັ້ນໃນມື້ນີ້ ຂວັນໃຈ ເຮົາກໍເອົາໃຈແຟນໆເຊັ່ນເຄີຍ… ເພາະທາງເຮົາຈະນຳເອົາຮູບພາບຄວາມໜ້າຮັກຂອງ  ຕິກ ເຈດສະດາພອນ  ແລະ ມິວ ນິດຖາ ຄູ່ພະນາງຈາກລະຄອນເລື່ອງ “ດ້ວຍແຮງອະທິຖານ” ທີ່ພວກເຂົາໄດ້ທ່ອງທ່ຽວ, ຖ່າຍທຳລະຄອນ ແລະ ທຸກໆອະລິຍະບົດຂອງພວກເຂົາໃນການໃຊ້ຊີວິດໃນ ແຂວງ ຫຼວງພະບາງ ປະເທດລາວ. (ແຟນໆທ່ານໃດທີ່ມີຮູບພາບຖ່າຍກັບພວກເຂົາກໍຢ່າລືມໂພສກ້ອງຄອມເມັ້ນໃຫ້ທີມງານເຮົາເບິ່ງນຳແດ່ເດີ້…) ຂໍຂອບໃຈສຳລັບຮູບພາບ  

Read More »

ຫຼິງຫຼິງ ປິຍະດາ HOT ເວີ້…ທະລຸອົງສາ ອວດຮູບຮ່າງສຸດເຊັກຊີ່ທີ່ເກາະບາຫລີ ງານນີ້ທະເລມີເດືອດ!!!

ອ໊າຍໆໆໆ! ເລີດໄປອີກ… ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຂອງລາວເຮົາ ຄືດັ່ງກັບທີ່ແຟນໆທຸກຄົນໄດ້ຮູ້ວ່າສາວຄົນນີ້ຈະມັກການເດີນທາງທ່ອງທ່ຽວເປັນຊີວິດຈິດໃຈ ແລະ ເທື່ອນີ້ກໍເຊັ່ນເຄີຍ ນາງເດີນທາງທ່ອງທ່ຽວອີກແລ້ວ… ແຕ່ເທື່ອນີ້ແມ່ນບໍ່ໄດ້ໄປໄກ ນາງເດີນທາງໄປເກາະທີ່ຂຶ້ນຊື່ວ່າມີຄວາມງາມອີກໜຶ່ງສະຖານທີ່ນັ້ນກໍຄື ເກາະບາຫລີ ປະເທດ ອິນໂດເນເຊຍ. ແນ່ນອນຂຶ້ນຊື່ວ່າ ຫຼິງຫຼິງ ປິຍະດາ ມີຫວ໋າ? ທີ່ນາງຈະເຮັດໃຫ້ແຟນໆຜິດຫວັງ ຂໍບອກວ່າງານນີ້ທະເລມີລຸກເປັນໄຟ ອົງສາຄວາມ HOT ຕ້ອງມີທະລຸ 100% ແນ່ນອນ ເພາະນາງຫຼິ້ນອວດຮູບຮ່າງສຸດເຊັກຊີ່ດ້ວຍການໃສ່ຊຸດລອຍນໍ້າ ແຖມໂພສທ່າທີ່ເບິ່ງແລ້ວຕ້ອງຍອມຮັບວ່າ HOT ຮ້ອນແຮງອີ່ຫລີ!!! ບໍ່ໄຫວໆ… ຕ້ອງຂໍບອກວ່າ ຫຼິງຫຼິງ ນາງມີຄວາມເລີດອີ່ຫລີ… ຊະນີIndy ຍອມບໍ່ໄດ້ເດີ້… ຕ້ອງຂໍໂຕໄປເຂົ້າ Gym ຟິດຮູບຮ່າງເພື່ອມານຸ່ງຊຸດລອຍນໍ້າໃຫ້ງາມໆຄືກັບສາວຄົນນີ້ຈັກບາດຈັກໄດ໋ກ່ອນ (ອິອິ) ຮູບພາບ: Pitadar Lingling Inthavong  

Read More »

ແຟນໆກຽມເຮ…ບວງສວງຊີ່ຣີ່ລາວເລື່ອງໃໝ່ “ວຸ້ນວາຍ…ຮັກຫຼາຍເດີ້” (ເປັນອີກເລື່ອງໜຶ່ງທີ່ໜ້າຕິດຕາມ)

ບວງສວງກັນໄປຮຽບຮ້ອຍ ສຳລັບຊີ່ຣີ່ເລື່ອງ “ວຸ້ນວາຍ…ຮັກຫຼາຍເດີ້” ໃນວັນທີ 28 ມັງກອນ 2018, ເຊິ່ງຊີຣີ່ເລື່ອງນີ້ຖືວ່າເປັນຊີ່ຣີ່ທີ່ລວມເອົານັກສະແດງທັງລາວ ແລະ ປະເທດເພື່ອນບ້ານໄວ້ຢ່າງຫຼວງຫຼາຍນຳສະແດງໂດຍ ປຸ້ຍ ສັນທະນີ, ຟໍຈູນ ການິການ (ນັກສະແດງຈາກປະເທດໄທ), ແບັງ ກິດສະດີ (ນັກສະແດງຈາກປະເທດໄທ), ເຟີດ ໄທທະນາ  (ນັກສະແດງຈາກປະເທດໄທ), Angles ເບວ, ວັນໃໝ່ ທຳມະວົງ, ເປ່ເລ່ ດວງສີວິໄລ, ຕໍ້າ (Take Guy Out Thailand) ແລະ ນອກຈາກນີ້ຍັງຈະມີນັກສະແດງທີ່ຈະມີການ Casting ນັກສະແດງອີກຫຼາຍບົດບາດອີກດ້ວຍ. ສຳລັບ ຊີ່ຣີ່ເລື່ອງ “ວຸ້ນວາຍ…ຮັກຫຼາຍເດີ້” ເປັນຊີ່ຣີ່ທີ່ເອີ້້ນໄດ້ວ່າມີຄົບທຸກລົດຊາດ ບໍ່ສາມາດຄາດເດົາໄດ້ເລີຍວ່າຈຸດຈົບຂອງຊີ່ຣີ່ຈະອອກມາເປັນແນວໃດ… ເນື້ອເລື່ອງໂດຍຫຍໍ້ແມ່ນເວົ້າເຖິງຄວາມຮັກຂອງໄວໜຸ່ມຫຼາຍຄູ່  ແລະ ໃນຊີ່ຣີ່ເລື່ອງນີ້ຍັງມີການເປີດກວ້າງດ້ານຄວາມຮັກບໍ່ວ່າຈະເປັນຄວາມຮັກຂອງ ຍິງ-ຊາຍ ແລະ ເພດທີ 3 ເພື່ອສື່ໃຫ້ເຫັນເຖິງຄວາມຮັກທີ່ເກີດຂຶ້ນຈິງໃນສັງຄົມປັດຈຸບັນ ແລະ ເພື່ອຕີແຜ່ໃຫ້ສັງຄົມໄດ້ເຂົ້າໃຈ ແລະ ຍອມຮັບພວກເຂົາເຫຼົ່ານີ້. …

Read More »