Breaking News

ໄວໜຸ່ມ

ດາລາດັງຈາກເພື່ອນບ້ານ ແຫ່ກັນມາທ່ອງທ່ຽວປະເທດລາວ ມາເບິ່ງວ່າມີໃຜແດ່?

ປະເທດລາວຂອງເຮົາກຳລັງຢູ່ໃນຊ່ວງ ປີທ່ອງທ່ຽວລາວ 2018 ແລະ ບັນດານັກທ່ອງທ່ຽວກໍຫຼັ່ງໄຫຼເຂົ້າມາທ່ອງທ່ຽວປະເທດເຮົາກັນຢ່າງຫຼວງຫຼາຍ ບໍ່ເວັ້ນແມ້ແຕ່ຄົນດັງ ດາລາ ພິທີກອນ ເຊເລບບີຕີ້ຈາກຝັ່ງປະເທດເພື່ອນບ້ານຫຼາຍຕໍ່ຫຼາຍຄົນທີ່ເດີນທາງມາທ່ອງທ່ຽວປະເທດລາວຂອງເຮົາ, ຍ້ອນກັບໄປໄລຍະກ່ອນໆທີ່ເຮົາຕ້ອງນັ່ງລົດ ນັ່ງຍົນ ເພື່ອເດີນທາງໄປຕິດຕາມສິລະປິນໃນດວງໃຈກັນທີ່ປະເທດຂອງພວກເຂົາ ມາຮອດປັດຈຸບັນຄົນດັງທີ່ເຮົາເຄີຍເຫັນແຕ່ຢູ່ໃນໂທລະພາບກັບເດີນທາງມາທ່ອງທ່ຽວ ແລະ ມາປະກົດຕົວໃຫ້ເຮົາເຫັນ ມາໃຫ້ເຮົາກຣີດໆໆໆ ແບບວ່າຕົວຈິງສຽງຈິງມາເອງ. ເລີ່ມຕົ້ນເດືອນ ມັງກອນ 2018 ກໍຖືວ່າມີ ດາລານັກສະແດງ ພິທີກອນ ມາທ່ອງທ່ຽວບ້ານເຮົາຫຼາຍຄົນ ລອງມາເບິ່ງກັນວ່າມີໃຜແດ່? ແຕ້ວ ນັດຖະພອນ ເຕມີຣັກ ດາລາ-ນັກສະແດງ ຫຼື ທີ່ແຟນໆຮູ້ກັນໃນນາມ (ຄຳແກ້ວ/ເຈົ້າແມ່ນາຄີ) ເດີນທາງມາທີ່ ນະຄອນຫຼວງວຽງຈັນ ກາລະແມ ພິທີກອນຊື່ດັງ ເດີນທາງມາທ່ອງທ່ຽວທີ່ ແຂວງ ຫຼວງພະບາງ ອັ້ມ ອະທິຊາດ ຊຸມມານົນ ນັກສະແດງໜຸ່ມສຸດຫຼໍ່ ເດີນທາງມາ ນະຄອນຫຼວງວຽງຈັນ ຕົ້ນຫອມ ສະກຣຸນຕະລາ ທຽນໄພໂລດ ພິທີກອນ-ດີເຈ ເດີນທາງມາ …

Read More »

ກຣີດໆໆໆ! ອັ້ມ ອະທິຊາດ ພະເອກດັງຈາກເພື່ອນບ້ານ ຖ່າຍຮູບເຊັກອິນທີ່ປະຕູໄຊ ແລະ ວັດພຣະແກ້ວ ພ້ອມກິນອາຫານແບບລາວໆ

ແຟນໆ…ກຣີດໆໆໆ ອັ້ມ ອະທິຊາດ ຊຸມມານົນ ພະເອກສຸດຫຼໍ່ຈາກປະເທດເພື່ອນບ້ານ ເດີນທາງມາທ່ອງທ່ຽວປະເທດລາວ ພ້ອມຖ່າຍຮູບເຊັກອິນຢູ່ທີ່ຈຸດແລນມາກ ປະຕູໄຊ ແລະ ຍັງໄດ້ເດີນທາງໄປທ່ຽວຊົມສະຖານທີ່ສັກສິດ ວັດພຣະແກ້ວ @ນະຄອນຫຼວງວຽງຈັນ ປະເທດລາວຂອງເຮົາ ຕັ້ງແຕ່ວັນທີ 24 ມັງກອນ 2018 ທີ່ຜ່ານມາ, ຫຼ້າສຸດໃນເຊົ້າວັນທີ 25 ມັງກອນ 2018 ອັ້ໍມ ອະທິຊາດ ກໍຍັງໄດ້ລົງຄລິບຜ່ານ ອິນສະຕາແກຼມ ເປັນຄລິບທີ່ເພິ່ນກຳລັງກິນອາຫານເຊົ້າ ເຊິ່ງເປັນອາຫານແບບລາວໆບໍ່ວ່າຈະເປັນ ເຂົ້າໜຽວ, ປິ້ງໄກ່, ລວກຜັກ, ເຂົ້າຈີ່ປາເຕ້, ເຂົ້າຫຼາມ ແລະ ແຈ່ວບອງ ອີກດ້ວຍ. Breakfast in Laos ???? #ไม่ฝากร้านนะยูววว์ A post shared by Atichart Chumnanont (@atichart9) on Jan 24, …

Read More »

ສັງຄົມວິຈານຢ່າງໜັກ! ກໍລະນີຜູ້ຊາຍທີ່ທຳຮ້າຍນັກສຶກສາສາວແລ້ວຫຼົບໜີ!!!

ເປັນກະແສວິພາກວິຈານກັນພຽງຂ້າມຄືນກໍລະນີຂ່າວຂອງຜູ້ຊາຍທີ່ທຳຮ້າຍຮ່າງກາຍນັກສຶກສາສາວແລ້ວຫຼົບໜີ ຈາກການເຜີຍແຜ່ຂ່າວຂອງ ສະມາຄົມກູ້ໄພນະຄອນຫຼວງວຽງຈັນ ໃນວັນທີ 24 ມັງກອນ 2018 ທີ່່ຜ່ານມາວ່າມີ ຜູ້ຊາຍຕີແມ່ຍິງແລ້ວໂດດລົດ ເຫດເກີດຂຶ້ນໃນວັນທີ 23 ມັງກອນ 2018 ເວລາ  11:10 ນາທີ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີຄົນຕີກັນແລ້ວໂດດລົດ ຢູ່ຮ້ານອາຫານແຫ່ງໜື່ງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ທີມກູ້ຊີບ-ກູ້ໄພນະຄອນຫຼວງຈື່ງອອກກວດສອບເຫດ ພົບເຫັນຜູ້ບາດເຈັບ 1 ຄົນ ແມ່ນມີບາດແຜລອກຕາມຕົນໂຕ ຝົກຊໍ້າຕາມໃບໜ້າ ແລະ ເຈັບສະໂພກ, ຕາມການບອກເລົ່າຂອງຜູ້ຢູ່ໃນເຫດການໃຫ້ຮູ້ວ່າ: ທັງສອງໄດ້ມີປາກສຽງກັນເລັກໜ້ອຍ ຈາກນັ້ນຜູ້ຊາຍຈື່ງໃຊ້ກຳປັ້ນຕີເຂົ້າໃບໜ້າແມ່ຍິງ ແລ້ວຍັງບີບຄໍດືງຂື້ນລົດ ບໍ່ດົນແມ່ຍິງກໍກະໂດດລົງລົດມາຂໍຄວາມຊ່ວຍເຫຼືອນຳທາງຮ້ານ ແລ້ວຜູ້ຊາຍຍັງນຳມາຈະຕີອີກ ຮອດເຈົ້າຂອງຮ້ານຍັງບໍ່ເວັ້ນ ແລ້ວຊາຍຄົນນັ້ນກໍ່ໜີໄປ, ເຮັດໃຫ້ມີກະແສວິພາກວິຈານຈາກສັງຄົມ ແລະ ໂລກອອນລາຍເປັນທີ່ໃຫ້ຄວາມສົນໃຈຂອງຄົນທີ່ບໍ່ຍອມຮັບຕໍ່ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະໂພສດັ່ງກ່າວຍັງມີການກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງແຜ່ຫຼາຍ ວິພາກວິຈານເຖິງຄວາມບໍ່ເໝາະສົມວ່າເປັນຫຍັງເປັນຜູ້ຊາຍເອິກສາມສອກຈັ່ງທຳຮ້າຍແມ່ຍິງ?  ລອງມາເບິ່ງການສະແດງຄວາມຄິດເຫັນຈາກສັງຄົມອອນລາຍທີ່ເຂົ້າມາສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍຈາກເຫດການ #ຜູ້ຊາຍຕີແມ່ຍີງແລ້ວໂດດລົດ ດັ່ງກ່າວ, ແລ້ວທ່ານເດຄິດແນວໃດກັບເຫດການນີ້!!! ຂໍຂອບໃຈຂໍ້ມູນຈາກ: ສະມາຄົມອາສາ ກູ້ໄພ …

Read More »

ວ້າວວວ! ພັກຜ່ອນປີໃໝ່ລາວແບບໄຮໂຊຫຼູຫຼາ ແຕ່ລາຄາສະບາຍກະເປົ໋າທີ່ ໂຮງແຮມ ຄຣາວພລາຊ່າວຽງຈັນ

ພັກຜ່ອນປີໃໝ່ລາວແບບໄຮໂຊໂລບັດເຈັດທີ່ໂຮງແຮມຄຣາວພລາຊ່າວຽງຈັນເຮັດຈັງໃດ? ມີຂ່າວສານດີໆມາຕ້ອນມາຝາກແຟນໆ ຂວັນໃຈ ເຊັ່ນເຄີຍ ສຳລັບໃຜທີ່ຍັງຄິດບໍ່ອອກວ່າຊ່ວງລະດູຮ້ອນ ຫຼື ເທດສະການປີໃໝ່ລາວນີ້ຈະໄປໃສ, ເຮົາຂໍແນະນຳສະຖານທີ່ນີເລີຍ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ. ແປກຢູ່ແມ່ນບໍວ່າເປັນຫຍັງຄືເວົ້າເລື່ອງປີໃໝ່ລາວຕັ້ງແຕ່ ເດືອນ ມັງກອນ ພິ? ຄວາມຈິງແລ້ວ ໂອກາດທີ່ຈະພັກທີ່ ຄຣາວພລາຊ່າ ແບບໂລບັດເຈັດມີພຽງໂອກາດໃນເດືອນນີ້ເທົ່ານັ້ນ! ທາງແອັດມິນກໍເລີຍຢາກແນານຳໂປຼຂອງໂຮງແຮມ ຊຶ່ງມີຂາຍຈົນຮອດວັນທີ 31 ເດືອນ ມັງກອນນີ້ ຊຶ່ງຫ້ອງປົກກະຕິ $160 ຫຼຸດເຫຼືອພຽງ 50ໂດລາ/ຄືນ! ແມ່ນແລ້ວ! ອ່ານບໍ່ຜິດ 50$/ຄືນ ເທົ່ານັ້ນ! ແຕ່ໄລຍະພັກໄດ້ແມ່ນ 25/3/2018 ຫາ 5/5/2018, ພໍດີຊວ່ງປີໃຫມ່ເລີຍ! (ຈອງເລີຍຖ້າຫຍັ ທາງແອດມິນສອບຖາມມາແລ້ວທາງເພິ່ນຈະຂາຍເປັນບັດຊຶ່ງທຸກຄົນສາມາດຊື້ແລະຈອງໃນຊວ່ງໃດກໍໄດ້ທີ່ຕົກໃນໄລຍະນັ້ນ. ເພາະສະນັ້ນ, ປີໃຫ່ມນີ້ບໍ່ຕ້ອງໄປໃສໄກເລີຍ! ມາເບິ່ງກັນກັບຮູບພາບຕ່າງໆຂອງໂຮງແຮມ: ຊົມໂຮງແຮມໃນແບບ 360 ອົງສາ:http://eyenavasia.com/laos/cp_vientiane/ ເວັບໃຊ້ໂຮງແຮມ: http://vientiane.crowneplaza.com/la/one-year-anniversary-sales ສຳພັດຄວາມຫຼູຫຼາໃນລາຄາເບົາໆ ເຊິ່ງແຂກທີ່ເຂົ້າພັກຍັງສາມາດໃຊ້ …

Read More »

ເລີດເດີ້! ມີ່ມີ່ ພູນຊັບ ມາໃນມາດໃໝ່ ມີຄວາມງາມເລີດກວ່າເກົ່າ…ກຣີດໆໆໆ!!!

ມາອັບເດດຄວາມເຄື່ອນໄຫວຂອງ ມີ່ມີ່ ພູນຊັບ ພົນໂຍທາ Miss International Laos 2017 ຫຼັງຈາກທີ່ນາງໄດ້ໄປປະກວດໃນເວທີລະດັບສາກົນ “Miss International  2017” ທີ່ ປະເທດ ຍີ່ປຸ່ນ ແລະ ຍັງສາມາດເອົາ Top8 ໃນເວທີດັ່ງກ່າວ ມາຝາກພໍ່ແມ່ພີ່ນ້ອງຊາວລາວໃນຊ່ວງປີທີ່ຜ່ານມາ ຈົນສ້າງສຽງຮືຮາ ແລະ ປະຫວັດສາດແຫ່ງວົງການນາງງາມລາວມາແລ້ວ, ຫຼ້າສຸດກ້າວເຂົ້າສູ່ ປີ 2018 ແລ້ວ ນາງກໍຍັງມາແຮງກະແສບໍ່ມີຕົກ ເພາະນາງໄດ້ອັບເດດຂ່າວດີໃຫ້ແຟນໆໄດ້ຮູ້ວ່າໃນປີນີ້ນາງໄດ້ເປັນ “Brand Ambassador of Lao Fashion Week 2018” ແລະ ນາງເອງກໍມີຄວາມດີໃຈ ແລະ ຕື້ນຕັນໃຈຫຼາຍໆ… ຂໍບອກເດີ້ວ່າ Mimie New Look ເລີດຮ້າຍໆໆໆ ງາມເວີ້ໆໆໆ ອີ່ຫລີ, ມີຮູບພາບຂອງ ສາວ ມີ່ມີ່ ມາຝາກນຳ ບໍ່ເຊື່ອລອງມາເບິ່ງເອົາເດີ້ແຟນໆ …

Read More »