Breaking News

ໄວໜຸ່ມ

ເອົາແລ້ວໆ! ແຈ໋ກກີ້ ຜ່ານເຂົ້າຮອບສະແດງສົດໃນ “The Voice Thailand 6” ແຟນໆຊາວລາວເຊຍສຸດໃຈ!

ສະແດງຄວາມຍິນດີ…ກັບ ແຈັກກີ້ ໄຊປະເສີດ ພົມມະວົງໄຊ ນັກຮ້ອງໜຸ່ມຈາກປະເທດລາວທີ່ໄປສ້າງສຽງຮຶຮາ ໂດຍໄດ້ມີໂອກາດໄປແຂ່ງຂັນຮ້ອງເພງໃນລາຍການດັງຂອງປະເທດເພື່ອນບ້ານ The Voice Thailand Season 6 ເຊິ່ງກ່ອນໜ້ານີ້ກໍສ້າງສຽງຮຶຮາໄປເພາະ ແຈ໋ກກີ້ ໄດ້ສ້າງປະກົດການຜ່ານເຂົ້າໃນຮອບ  Blind Auditions ແລະ ຮອບ Knock Out ມາແລ້ວ ແລະ ຫຼ້າສຸດ ວັນທີ 28 ມັງກອນ 2018 ກໍສ້າງປະກົດການໃຫ້ແຟນໆທັງ ລາວ ແລະ ໄທ ໄດ້ກຣີດໆໆໆ… ກັນສະໜັ່ນນັ້ນກໍຄື ແຈັກກີ້ ໄດ້ແຂ່ງຂັນໃນຮອບ Battle ແລະ ກໍສາມາດເອົາຊະນະຄູ່ຕໍ່ສູ້ໄປໄດ້ ໂດຍການໂຊພະລັງສຽງຂັ້ນເທບ ແລະ ເອົາຊະນະຜ່ານເຂົ້າໄປໃນຮອບສະແດງສົດໄດ້ຢ່າງງົດງາມ. #ຢ່າລືມແຊຣເປັນກຳລັງໃຈໃຫ້ເດັກລາວ ຮູບພາບ: Jack Phommavongsay ຄລິບ: The Voice Thailand

Read More »

ລູກນໍ້າ ທິດາລັດ ໄປຮ່ວມລາຍການເລືຶອກຄູ່ “Show Me Your Son ລູກແມ່ຫຼໍ່ມາກ” ທີ່ປະເທດໄທ (ມີຄລິບ)

ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງຊື່ດັງຂອງລາວເຮົາ ມີໂອກາດໄດ້ເດີນທາງໄປຮ່ວມລາຍການເລືອກຄູ່ຊື່ດັ່ງຂອງຝັ່ງປະເທດເພື່ອນບ້ານ ນັ້ນກໍຄືລາຍການ “Show Me Your Son ລູກແມ່ຫຼໍ່ມາກ” ເຊິ່ງອອກອາກາດທາງຊ່ອງ ເວີກພ້ອຍ ໃນຕອນບ່າຍຂອງວັນເສົາ ວັນທີ 27 ມັງກອນ 2018 ທີ່ຜ່ານມາ, ເຊື່ອວ່າແຟນໆຫຼາຍໆຄົນກໍຄົງຈະໄດ້ເບິ່ງກັນແດ່ແລ້ວ ເພາະລາຍການດັ່ງກ່າວໃນຊ່ວງທ້າຍອາທິດທີ່ຜ່ານມາຖືກແຊຣທາງສື່ອອນລາຍກັນຢ່າງຫຼວງຫຼາຍ. ສຳລັບລາຍການ “Show Me Your Son ລູກແມ່ຫຼໍ່ມາກ”  ເປັນລາຍການທີ່ມີແມ່ຂອງໜຸ່ມໆ 4 ຄົນມາພີເຊັ້ນລູກຊາຍຂອງຕົວເອງໃຫ້ສາວທີ່ມາຮ່ວມລາຍການໄດ້ເລືອກ ແລະ ເສົາທີ່ຜ່ານມາກໍເປັນຄິວຂອງ ສາວ ລູກນໍ້າ ທິດາລັດ ມາຮ່ວມໃນລາຍການ ແລະ ກໍໄດ້ເລືອກ ໜຸ່ມ ຮິມ ເຊິ່ງເປັນໜຸ່ມຫຼໍ່ ຕີ໋ ຍິ້້ມມີສະເໜ່ ແຖມອາລົມດີ ຜຸ້ເຂົ້າແຂ່ງຂັນໝາຍເລກ 2 ເປັນໜຸ່ມຜູ້ທີ່ໂຊກດີຖືກ ສາວ ລູກນໍ້າ ກົດໄຟໃຫ້. (ສ່ວນຄວາມສຳພັນຂອງທັງສອງຈະເປັນແນວໃດ ກໍຂຶ້ນຢູ່ກັບທັງສອງ ແລະ …

Read More »

ຮືຮາ! ຕິກ ເຈດສະດາພອນ ແລະ ມິວ ນິດຖາ ນຳທີມຍົກກອງຖ່າຍທຳລະຄອນທີ່ແຂວງຫຼວງພະບາງ (ມີຄລິບ)

ເປັນທີ່ຮືຮາຂອງບັນດາແຟນຄລັບເມື່ອທີມນັກສະແດງຈາກປະເທດເພື່ອນບ້ານນຳທີມໂດຍຕິກ ເຈດສະດາພອນ ຜົນດີ ແລະ ມິວ ນິດຖາ ນຳທີມຍົກກອງມາຖ່າຍທຳລະຄອນເລື່ອງ ດ້ວຍແຮງອະທິຖານ ເຖິງແຂວງ ຫຼວງພະບາງ ປະເທດລາວ ເລີ່ມຕັ້ງແຕ່ວັນທີ 27 ມັງກອນ 2018 ທີ່ຜ່ານມາ ແລະ ນອກຈາກການຖ່າຍທຳທີ່ຫຼວງພະບາງແລ້ວ ທັງນັກສະແດງ ແລະ ທີມງານທຸກຄົນຍັງມີໂອກາດໄດ້ເຮັດບຸນໃສ່ບາດທີ່ຫຼວງພະບາງອີກດ້ວຍ. #Repost @bung_lakorn ・・・ สวัสดีเช้าวันจันทร์ค่ะ ตอนนี้ติ๊ก-มิว อยู่ที่วัดจอมเพชร หลวงพระบางค่ะ วิวพระอาทิตย์ขึ้นตอนเช้าสวยมาก#ด้วยแรงอธิษฐาน #ch3 #ch33 #ch3thailand #ช่อง3 #ช่อง33 #tikjesdaporn #mewnittha #daonarongdej #โต๊ะข่าวบันเทิง #สีสันบันเทิง #ด้วยแรงอธิษฐาน2561 #ch3hd #ทีมคุณกฤตย์ #ทีมนัทมน #ทีมวรดา #gutsentertainment #guts_channel #tikjesdaporn #ติ๊กเจษฎาภรณ์ผลดี #ติ๊กเจษฎาภรณ์ #Navigatortiktun #mewnittha #tik_jesdaporn …

Read More »

ໜ້າຮັກແທ້ເດ້! ມິວ ນິດຖາ ນັກສະແດງຈາກເພື່ອນບ້ານ ນຸ່ງຊຸດໄໝລາວໃສ່ບາດ ແຖມນັ່ງຈຳໂບ້ຊິວໆ @ຫຼວງພະບາງ

ໜ້າຮັກແທ້ເດ້! ມິວ ນິດຖາ ຈີຣະຢັ່ງຢືນ ນັກສະແດງສາວຊື່ດັງຈາກເພື່ອນບ້ານ ນຸ່ງຊຸດໄໝລາວ ບ່ຽງແພໃສ່ບາດ ຕັ້ງແຕ່ເຊົ້າມືດທີ່ ຫຼວງພະບາງ ປະເທດລາວ ແລະ ມິວ ຍັງມີໂອກາດໄດ້ຂີ່ລົດຈຳໂບ້ອ້ອມຕົວເມືອງ ຫຼວງພະບາງ ເຊິ່ງເຮັດໃຫ້ນາງປະທັບໃຈຈົນຖ່າຍຮູບ ແລະ ໂພສລົງໃນອິນສະຕາແກຼມໃຫ້ໝູ່ເພື່ອນໃນວົງການ ແລະ ບັນດາແຟນຄລັບໄດ້ເຫັນເຖິງຄວາມຊິວຂອງນາງທີ່ ຫຼວງພະບາງ. จัมโบ้​ A post shared by Mewnittha (@mewnittha) on Jan 27, 2018 at 10:23pm PST ສຳລັບ ມິວ ນິດຖາ ຈີຣະຢັ່ງຢືນ ເປັນອີກໜຶ່ງນັກສະແດງສາວທີ່ກຳລັງມາແຮງຂອງປະເທດເພື່ອນບ້ານ ອາຍຸ 27 ປີ, ເຊິ່ງສາວມິວເພິ່ນກໍມີຜົນງານການສະແດງມາແລ້ວຫຼາກຫຼາຍ ເລີ່ມກ້າວເຂົ້າສູ່ວົງການບັນເທິງດ້ວຍການຖ່າຍໂຄສະນາ ສະແດງເອັມວີ ກ່ອນທີ່ຈະກ້າວເຂົ້າເປັນນັກສະແດງໃນສັງກັດຂອງຊ່ອງ 3 ຜົນງານທາງດ້ານການສະແດງເລື່ອງທຳອິດທີ່ເຮັດໃຫ້ແຈ້ງເກີດນັ້ນກໍຄື ຄຸນຊາຍປະວອນຣຸດ ແລະ ຈາກນັ້ນກໍມີຜົນງານລະຄອນຕໍ່ເນື່ອງຢ່າງຫຼວງຫຼາຍ …

Read More »

ຂາເມົ້າລະວັງ! ການນິນທາ ໃສ່ຮ້າຍ ແລະ ປ້ອຍດ່າຄົນອື່ນມີໂທດທັງປັບໃໝ ແລະຈຳຄຸກ (ບໍ່ຢາກເດືອດຮ້ອນຄວນອ່ານ)

 “ຜູ້ທີ່ມັກນິນທາ ໃສ່ຮ້າຍຄົນອື່ນ ຍຸແຍ່ໃຫ້ຄົນຊັງກັນ ແມ່ນຄົນທີ່ອ່ອນແອ ຂາດຄວາມພາກພູມໃຈໃນຕົນເອງ ພາຍໃນໃຈມີປົມດ້ອຍບາງຢ່າງແຝງຢູ່” ເມື່ອເວົ້າເຖິງການເວົ້າຂວັນ ນິນທາ ໃສ່ຮ້າຍ ຖືໄດ້ວ່າເປັນພະຍາດຕິດແປດຮ້າຍແຮງຂອງຜູ້ຄົນໃນສັງຄົມ ໂດຍສະເພາະແມ່ນຄົນບາງກຸ່ມ ທີ່ພໍແຕ່ມີເວລາວ່າງປຸ໊ບ ກໍມັກຈະຈັບກຸ່ມເມົ້າມອຍ ອັບເດດສະຖານະການຊາວບ້ານ ທັງເລື່ອງວົງນອກ ວົງໃນ ກ້ອງຕຽງ ເທິງຕຽງບໍ່ວ່າຂອງໃຜ ແມ່ນຮູ້ໝົດ ບາງຄົນຮູ້ດີກວ່າເລື່ອງຂອງຕົນເອງອີກ ໂອ້ຍ ຈັ່ງແມ່ນຊາດ!!! ຕາມຫຼັກການທາງຈິດຕະວິທະຍາແລ້ວ ຜູ້ທີ່ມັກນິນທາ ໃສ່ຮ້າຍຄົນອື່ນ ຍຸແຍ່ໃຫ້ຄົນຊັງກັນ ແມ່ນຄົນທີ່ອ່ອນແອ ຂາດຄວາມພາກພູມໃຈໃນຕົນເອງ ພາຍໃນໃຈມີປົມດ້ອຍບາງຢ່າງແຝງຢູ່ ຫຼືເວົ້າອີກຢ່າງໜຶ່ງກໍແມ່ນພຶດຕິກຳຂອງຄົນຂີ້ອິດສານັ້ນເອງ ສະນັ້ນ ການໄດ້ນິນທາຄົນອື່ນ ເວົ້າທັບຖົມຄົນອື່ນ ຈຶ່ງເຮັດໃຫ້ຜູ້ເວົ້າຮູ້ສຶກວ່າຕົນເອງມີຄຸນຄ່າຂຶ້ນ ເໜືອກວ່າ ເກັ່ງກວ່າ ເດັ່ນກວ່າ ຜູ້ທີ່ເຂົາກຳລັງກ່າວເຖິງນັ້ນ ຜູ້ທີ່ມັກເວົ້າຂວັນ ນິນທາ ໃສ່ຮ້າຍຜູ້ອື່ນ ອາດຈະຮູ້ສຶກດີ ມ່ວນປາກຕອນເວົ້າ ຫຼືຕອນຂຽນດ່າ ດ້ວຍອາລົມ ຫຼືຄວາມສະໃຈບາງຢ່າງ ແຕ່ຜົນກະທົບທີ່ເກີດຂຶ້ນແມ່ນຮ້າຍແຮງ ເພາະມັນເຮັດໃຫ້ເສຍພາບພົດທີ່ດີຂອງຕົນເອງ ທຳລາຍຄວາມສາມັກຄີ ສ້າງຄວາມແຕກແຍກໃຫ້ບຸກຄົນອື່ນ …

Read More »