Breaking News

ຂ່າວສັງຄົມ

 ຊົມເຊີຍ! ຕົວແທນນັກກິລາລາວ “ມຸທິຕາ ພົມ​ມະ​ຫານ” ອາຍຸ​ພຽງ 13 ປີ ຄວ້າແຊັມການແຂ່ງຂັນຂີ່ມ້າ ທີ່ປະເທດໄທ…

ວົງການກິລາຢູ່ບ້ານເຮົາໃນປັດຈຸບັນມີຫລາຍປະເພດທີ່ໄດ້ມີໂອກາດກ້າວເຂົ້າສູ່ການແຂ່ງຂັນລະດັບພາກພື້ນ ແລະ ສາກົນ  ເຊິ່ງຫຼ້າສຸດມີອີກໜື່ງປະເພດກິລາທີ່ໄດ້ມີໂອກາດສົ່ງຕົວແທນນັກກິລາລາວໄປແຂ່ງຂັນຢູ່ປະເທດເພື່ອນບ້ານ ທີ່ຈັດ​ຂຶ້ນ​​ໃນຕົ້ນ​ເດືອນ​ມີນາ ຢູ່​ແຂວງ​ຣະ​ຢອງ ປະເທດ​ໄທປະເທດໄທ ນັ້ນກໍຄື ການແຂ່ງຂັນຂີ້ມ້າ… ນັກກິລາທີ່ເປັນຕົວແທນໄປແຂ່ງຂັນກິລາໃນຄັ້ງນີ້ແມ່ນ ນາງມຸທິຕາ ພົມ​ມະ​ຫານ ສາວ​ນ້ອຍ​ອາຍຸ​ພຽງ 13 ປີ ຕາງໜ້າ​ຈາກ ສປປ ລາວ ທີ່ໄດ້ສ້າງ​ປະຫວັດສາດ ໃນ​ວົງ​ການ​ກິລາ​ຂີ່​ມ້າ​ລາວ ໂດຍສາມາດ​ຍາດ​ໄດ້​ແຊັມ​ການ​ແຂ່ງຂັນ​ຂີ່​ມ້າ​ຂ້າມ​ສິ່ງ​ກີດຂວາງ ຫຼື ລາຍການ “PONY THAILAND CHAMPION SHIP 2020” ໃນ​ຮຸ່ນ​ອາຍຸ 20 ປີ  ເຂົ້າ​ຮ່ວມ ຈາກນັກກິລາທັງໝົດຈໍານວນ 50 ຄົນ ໃນຂອບເຂດທົ່ວປະເທດໄທ. Posted by Phansit Hotrawaisaya on Friday, March 6, 2020 ຂວັນໃຈ ຂໍຊົມເຊີຍ ແລະ ສະແດງຄວາມຍິນດີນໍາສາວນ້ອຍຄົນເກັ່ງຄົນນີ້ ມຸທິຕາ …

Read More »

ສູ້ໆເດີ້!! ຂໍເປັນກຳລັງໃຈໃຫ້ “ທີມແພດໝໍ ແລະ ໜ່ວຍງານກູ້ໄພ” ທີ່ເຮັດວຽກເກືອບຕະຫຼອດ 24 ຊົ່ວໂມງ ໃນຊ່ວງວິກິດ COVID-19…

ຕໍ່ເນື່ອງກັບສະພາບການແຜ່ລະບາດຂອງພະຍາດລະບາດ ໂຄວິດ-19 ເຊິ່ງປັດຈຸບັນນີ້ກຳລັງແຜ່ລະບາດໄປທົ່ວທຸກພື້ນທີ່ຂອງໂລກ ໄດ້ສົ່ງຜົນໃຫ້ຄົນຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນທຸກມື້   ເຖິງແມ່ນວ່າປະເທດລາວເຮົາຍັງບໍ່ທັນມີຄົນຕິດເຊື້ອກໍຕາມ ແຕ່ພວກເຮົາກໍບໍ່ໄດ້ຖືເບົາ ເພາະປັດຈຸບັນນີ້ທາງພາກລັດກໍໄດ້ມີມາດຕະການຫຼາຍຢ່າງອອກມາເພື່ອສະກັດກັ້ນ ແລະ ຕ້ານພະຍາດດັ່ງກ່າວໂດຍມີການສັ່ງຫ້າມໂຈະຈັດງານສັງສັນ, ງານທີ່ມີຄົນຊຸມນຸມ, ງານດອງ, ພັກການຮຽນ-ການສອນຊົ່ວຄາວ…  ຕອນນີ້! ຫຼາຍຄົນຫຼາຍພາກສ່ວນກໍໄດ້ສຸມໃສ່ປ້ອງກັນພະຍາດລະຍາດຢ່າງໜັັກໜ່ວງບໍ່ວ່າຈະເປັນທັງໂຮງຫມໍ, ຫນ່ວຍທີມງານກູ້ໄພ… ທີ່ຢູ່ເກືອບທຸກແຂວງທົ່ວປະເທດລາວ ເຊິ່ງພາກສ່ວນນີ້ຖືວ່າເຮັດວຽກເກືອບຕະຫຼອດ 24 ຊົ່ວໂມງ!ເພື່ອກຽມພ້ອມກັບພະຍາດລະບາດດັ່ງກ່າວ…     ຂວັນໃຈ ເຫັນທຸກພາກສ່ວນໄດ້ຮ່ວມແຮງຮ່ວມໃຈສາມັກຄີຊ່ວຍເຫລືອກັນໃນຍາມທີ່ບ້ານເມືອງສູ້ກັບວິກິດແບບນີ້ ກໍຮູ້ສຶກດີໃຈ ແລະ ຊົມເຊີຍມາຍັງທຸກຄົນ-ທຸກພາກສ່ວນ ໂດຍສະເພາະກໍຂໍເປັນກຳລັງໃຈໃຫ້ອ້າຍນ້ອງກູ້ໄພ ແລະ ນັກຮົບຊຸດຂາວຂອງພວກເຮົານັ້ນກໍຄືທີມແພດໝໍ…ທີ່ສະຫຼະຊີວິດສ່ວນຕົວເພື່ອຊ່ວຍເຫຼືອສັງຄົມເຮົາ! ຂອບໃຈຮູບພາບຈາກ: saokai jaijaohude ໜ່ວຍກູ້ໄພ ສະຫວັນນະເຂດ Savannakhet Rescue

Read More »

ສຸດຍອດໄປເລີຍ!!! Pronovias ຈະມອບຊຸດແຕ່ງງານ (ຟຣີ) ໃຫ້ກັບວ່າທີ່ເຈົ້າສາວ ທີ່ເປັນເຈົ້າໜ້າທີ່ ແລະ ທີມແພດຍິງທົ່ວໂລກ ທີ່ໄດ້ອຸທິດຕົນຕ້ານໂຄວິດ-19…

ນາທີນີ້ ເຖິງວ່າບັນດາແບຣນແຟຊັ່ນເກືອບທົ່ວໂລກຈະໄດ້ຮັບຜົນກະທົບໃນວິກິດໂລກ Covid-19 ແລະ ບໍ່ມີໃຜສາມາດຄາດເດົາໄດ້ວ່າຈະມີຫຍັງເກີດຂື້ນຕໍ່ໄປ. ແຕ່ສິ່ງໜຶ່ງທີ່ສົມຄວນຍົກຍ້ອງແມ່ນ ໃນສະຖານະການທີ່ມີຄວາມກົດດັນ ຫຼາຍແບຣນໄດ້ຊອກຫາວິທີທີ່ຈະຊ່ວຍເຫຼືອສັງຄົມ ບໍ່ພຽງແຕ່ໃຫ້ເປັນເງິນເທົ່ານັ້ນ ເພາະເມື່ອບໍ່ດົນມານີ້ ທາງຮ້ານເຄື່ອງແຕ່ງກາຍທີ່ມີຊື່ສຽງຂອງປະເທດສະເປນ ຄື Pronovias ໄດ້ອອກມາປະກາດວ່າ ຕົນໄດ້ລິເລີ່ມໂຄງການມອບຊຸດແຕ່ງງານຟຣີໃຫ້ແກ່ພະນັກງານໂຮງ ໝໍ ໃນທົ່ວໂລກ. ທີ່ໄດ້ອຸທິດຊີວິດເພື່ອຊ່ວຍເຫຼືອວິກິດ Covid-19 ສໍາລັບໂຄງການນີ້ຈະມີການນໍາເອົາ Collection ຊຸດແຕ່ງງານພິເສດຂຶ້ນມາຊື່  The Heroes Collection ເຊິ່ງທໍາອິດແມ່ນຈະມອບໃຫ້ແກ່ເຈົ້າໜ້າທີ່ໃນປະເທດຈີນເທົ່ານັ້ນ ແຕ່ໃນເມື່ອ Covid-19 ໄດ້ມີການແຜ່ລະບາດໄປທົ່ວໂລກ ທາງ Pronovias ຈຶ່ງຕັດສິນໃຈຂະຫຍາຍໄປຍັງເມືອງທີ່ຕົນເອງມີສາຂາຢູ່ ບໍ່ວ່າຈະເປັນ ມີລານດ ປາຣີສ, ລອນດອນ, ນິວຢອກ ຫຼືບາເຊໂລນາ ໃນປະເທດບ້ານເກີດຂອງແບຣນ ໂດຍເຈົ້າໜ້າທີ່ໂຮງໝໍຍິງທຸກຄົນ ບໍ່ວ່າຈະເປັນແພດໝໍ, ພະຍາບານ, ແມ່ບ້ານທໍາຄວາມສະອາດ ຫຼືພະນັກງານໂຮງອາການຂອງໂຮງໝໍ ສາມາດໄປຂໍໃຊ້ສິດໄດ້ພາຍໃນວັນທີ 31 ສິງຫານີ້…  Amandine Ohayon ທີ່ໄດ້ຮັບຕໍາແໜ່ງ Chief Executive Officer …

Read More »

ຊົມເຊີຍ!! ລູກນໍ້າ ທິດາລັດ ຂໍຮັບບໍລິຈາກຜ້າປິດປາກເພື່ອນໍາໄປແຈກທີມແພດໝໍລາວ… ສູ້ກັບວິກິດCOVID-19

ລູກນໍ້າ ທິດາລັດ ລາດາ ນັກສະແດງ ຊຸບຕາອັນດັບຕົ້ນໆຂອງປະເທດລາວ ເປັນດາລາສາວອີກຄົນທີ່ບໍ່ມີດີພຽງໜ້າຕາແຕ່ເຕັມໄປດ້ວຍຄວມຮູ້ຄວາມສາມາດທີ່ຫຼາກຫຼາຍ ແລະ ມີຜົນງານອອກມາໃຫ້ເຮົາໄດ້ເຫັນກັນຢູ່ເລື້ອຍໆບໍ່ວ່າຈະເປັນງານເດີນແບບ ຮູບເງົາ, ລະຄອນ ແລະ ພີເຊັນເຕີ…  ຜ່ານມາລູກນໍ້າຍັງໄດ້ມີໂອກາດໄປຮ່ວມງານການສະແດງຢູ່ປະເທດເພື່ອນບ້ານເຮົານັ້ນກໍຄືປະເທດໄທບໍ່ວ່າຈະເປັນ ລະຄອນ ດອກຄູນສຽງແຄນ ທີ່ອອກອາກາດທາງຊ່ອງ GMM25 ແລະ ຜົນງານອື່ນໆອີກຫຼາກຫຼາຍ!!!    ນອກຈາກນີ້ລູກນໍ້າຍັງເປັນອີກໜື່ງດາລາສາວທີ່ມັກຊ່ວຍເຫຼືອສັງຄົມເຮົາຕະຫຼອດມາ ແລະເຮົາຈະມັກເຫັນລູກນໍ້າສ້າງໂຄງການຊ່ວຍເຫຼືອຕ່າງໆຂຶ້ນມາເພື່ອຊ່ວຍເຫຼືອສັງຄົມເຊັ່ນ ຊ່ວຍເຫຼືອນັກຮຽນທີຢູ່ເຂດຊົນນະບົດ, ໂຮງໝໍ… ເອີ້ນໄດ້ວ່າເປັນດາລາສາຍບຸນອີກໜື່ງຄົນເລີຍກໍວ່າໄດ້!  ເຊິ່ງປັດຈຸບັນປະເທດລາວເຮົາກໍເປັນອີກໜື່ງປະເທດທີ່ກຳລັງປະເຊີນກັບການຕ້ານໂລກລະບາດພະຍາດ COVID-19 ແນ່ນອນວ່າທຸກຄົນລ້ວນແຕ່ປ້ອງກັນຕົວເອງເພື່ອບໍ່ໃຫ້ພະຍາດດັ່ງກ່າວມາແຊກຊ້ອນໄດ້ ແລະ ໜື່ງສິ່ງທີ່ຈໍາເປັນ ແລະ ສໍາຄັນ ໃນການປ້ອງກັນຕົນເອງນັ້ນກໍຄືຜ້າປິດປາກ ແລະ ກຳລັງເປັນທີ່ຕ້ອງການຂອງທຸກພາກສ່ວນຢູ່ໃນສັງຄົມໂດຍສະເພາະແມ່ນແພດໝໍ… ຜ່ານມາສາວລູກນໍ້າກໍໄດ້ນໍາເອົາຜ້າປິດປາກຈໍານວນໜື່ງໄປບໍລິຈາກໃຫ້ທີມແພດຈໍານວນໜື່ງ! ແນ່ນອນຍັງຫຼາຍແຫ່ງທີ່ຍັງຕ້ອງການ ຫຼ້າສຸດສາວລູກນໍ້າກໍໄດ້ອອກມາໂພສຜ່ານເພສສ່ວນຕົວວ່າ:   “ຕອນນີ້ຜ້າປິດປາກທີ່ແຈກໄປກີ້ນີ້ຫມົດແລ້ວ ບໍ່ພຽງພໍຕໍ່ ແພດຫມໍ ພະຍາບານ ຫລື ນັກສຶກສາແພດ….? ບາງຄົນກາບອກວ່າ ຕ້ອງການດ່ວນເພາະຂາດມາເປັນເດືອນແລ້ວ ບາງຄົນກາໃຊ້ 1 ແຜ່ນ ໃຊ້ …

Read More »

ຄົນລາວວ່າແນວໃດ?? ຜູ້ປະກາດຂ່າວ ຊ່ອງ One31 ເຂົ້າຂໍໂທດ ທາງການລາວ…

ຫຼັງຈາກສ້າງປະເດັນທີ່ເປັນກະແສຢູ່ໝົດມື້ສໍາລັບ ດຣາມ່າ ເລື່ອງຜູ້ປະກາດຂ່າວຊື່ດັງຂອງປະເທດໄທ ທີ່ມີການລາຍງານຂ່າວ “Covid-19” ແແຕ່ເບິ່ງໄປໃນທາງບໍ່ຄ່ອຍດີຕໍ່ກັບປະເທດລາວ ຈົນເຮັດໃຫ້ຄົນລາວເກີດຄວາມບໍ່ພໍໃຈ ແລະ ເກີດກະແສວິພາກວິຈານກັນຢ່າງຫຼວງຫຼາຍ… ແຕ່ຫຼ້າສຸດທາງໂທລະພາບຊ່ອງ One31 ກໍໄດ້ມີການອອກມາຂໍໂທດ ແລະ ສະແດງຄວາມເສຍໃຈຕໍ່ປະເທດລາວ ຕໍ່ກັບເຫດການທີ່ເກີດຂຶ້ນ ແລະ ທາງຜູ້ປະກາດຂ່າວຄົນດັ່ງກ່າວ ກໍໄດ້ອອກມາຍອມຮັບຜິດ ແລະ ເຂົ້າໄປຂໍໂທດກັບທາງ ສະຖານທູດລາວ ປະຈໍາປະເທດໄທ ດ້ວຍຕົນເອງ ເຖິງກໍລະນີດັ່ງກ່າວແລ້ວ… ເມື່ອເຫດການເປັນແບບນີ້ແລ້ວຄົນລາວເດວ່າແນວໃດ ຄົນຜິດກໍອອກມາຮັບຜິດຊອບ ແລະ ອອກມາຂໍໂທດແລ້ວ ຈັ່ງໃດກໍພິຈາລະນາຕາມທີ່ຄວນກະແລ້ວກັນເນາະ!!!   ຮູບຈາກ: YoulikeLao

Read More »