Breaking News

ໄວໜຸ່ມ

ກັບມາອີກຄັ້ງ!!! ສະສົມຝາລຸ້ນໂຊກກັບ ນໍ້າດື່ມຫົວເສືອ (ມູນຄ່າຫຼາຍກວ່າ 5 ຕື້ກີບ)

ເນື່ອງໃນໂອກາດສະຫຼອງຄົບຮອບ 45ປີບໍລິສັດ ເບຍລາວ ນ້ຳດື່ມກາຫົວເສືອໄດ້ຈັດກິດຈະກຳຄືນກຳໄລໃຫ້ກັບຜູ້ບໍລິໂພກ,ເຊິ່ງກັບມາອີກຄັ້ງຂອງການສະສົມຝານ້ຳດື່ມພ້ອມແຈກໂຊກຄັ້ງຍິ່ງໃຫຍ່ແບບຈັດເຕັມ ການແຈກຄັ້ງນີ້ລວມມູນຄ່າຫຼາຍກວ່າ 5,000,000,000ກີບ ຂອງລາງວັນມີຫຼາກຫຼາຍ. ພຽງແຕ່ທ່ານສະສົມຝາຄຳເພື່ອແລກຂອງລາງວັນຢ່າງຫຼວງຫຼາຍ. ພິເສດໄປກວ່ານັ້ນທ່ານຍັງສາມາດຮ່ວມລຸ້ນໂຊກນຳພວກເຮົາເຖິງ 2ຊັ້ນກັນເລີຍ: ໂຊກຊັ້ນທີ1: ສະສົມຝານ້ຳດື່ມເພື່ອແລກຮັບຂອງລາງວັນຕາມຕົວແທນຈຳໜ່າຍທົ່ວປະເທດ. ສະສົມ 30 ຝາ ຮັບໄປເລີຍທັນທີ ນ້ຳດື່ມກາຫົວເສືອຕຸກໃຫຍ່ ພ້ອມບັດລຸ້ນໂຊກ ຈຳນວນ 1 ຄູປອງ ສະສົມ 300 ຝາ ຮັບໄປເລີຍທັນທີ ຄັນຮົ່ມເບຍລາວ  ພ້ອມບັດລຸ້ນໂຊກ ຈຳນວນ 10 ຄູປອງ ສະສົມ 1000 ຝາ ຮັບໄປເລີຍທັນທີ ເສື້ອແຈັກແກັດ ພ້ອມບັດລຸ້ນໂຊກ ຈຳນວນ 30 ຄູປອງ ໂຊກຊັ້ນທີ2: ຂຽນຊື່,ທີ່ຢູ່,ພ້ອມເບີໂທທີ່ສາມາດຕິດຕໍ່ກັບຫາທ່ານໄດ້ລົງໃສ່ຄູປອງ ແລ້ວນຳໄປປ່ອນທີ່ກ່ອງຮັບຊິ້ນສ່ວນ ເພື່ອລຸ້ນຮັບລົດຟອດ ແລະ ສາຍຄໍຄຳ 2 ສະຫຼືງ ຈຳນວນ 100 ລາງວັນ. …

Read More »

ງົດດຣ່າມ່າ! ສ່ອງສາວງາມ 10 ປະເທດໃນເຂດອາຊີ (ເຊຍລາວສູ້ໆໆໆ)

ຮູ້ສຶກຕື່ນເຕັ້ນກັນເຂົ້າມາອີກແລ້ວ ຈື່ຄວາມຮູ້ສຶກທີ່ຄົນລາວທົ່ວປະເທດໄດ້ເຊຍ ນ້ອງ ນຸ້ຍ ສຸພາພອນ ໃນເວທີ Miss Universe 2017 ກັນໄດ້ບໍ່??? ຄວາມຮູ້ສຶກນັ້ນກຳລັງຈະກັບມາອີກຄັ້ງໃນຊ່ວງທ້າຍປີນີ້ເດີ້ແຟນໆ… ເຊິ່ງປີນີ້ແນ່ນອນວ່າ ສາວງາມທີ່ຈະໄປເປັນຕົວແທນປະເທດລາວເຮົາກໍ່ຄື ນ້ອງ ອອນອະນົງ ຫອມສົມບັດ ຮອງອັນດັບ 1 ມິສຍູນິເວຣີດ 2017 ແຕ່ໃນປີນີ້ເປັນປີຂອງນາງທີ່ຖືກພິຈາລະນາວ່າມີຄວາມເໝາະສົມທີ່ຈະລົງສະໜາມ ແຂ່ງຂັນໃນເວທີ Miss Universe 2018 ທີ່ຈະມາຮອດໃນທ້າຍປີນີ້. ຫຼາຍໆປະເທດກໍ່ເລີ່ມໄດ້ຕົວແທນສາວງາມເພື່ອກຽມຕົວ ກຽມຄວາມພ້ອມເພື່ອໄປປະກວດຕໍ່ທີ່ເວທີ Miss Universe 2018 ເຊິ່ງນອກຈາກ ນ້ອງ ອອນ ທີ່ກຳລັງເປັນກະແສຮ້ອນແຮງກັນສຸດໆໃນເວລານີ້ ກໍ່ຍັງມີບັນດາສາວງາມປະເທດເພື່ອນບ້ານຕ່າງໆ ເຊິ່ງໃນມື້ນີ້ ຊະນີIndy ໄດ້ໄປຊອກເອົາ ສາວງາມໃນເຂດອາຊີເຮົາມາຝາກທັງໝົດ 10 ປະເທດ, ລອງມາເບິ່ງກັບວ່າຈະມີປະເທດໃດແດ່… Miss Universe Laos 2018 (ອອນອະນົງ ຫອມສົມບັດ) Miss Universe Thailand 2018 …

Read More »

ລ້າງສານພິດ ຂັບໄລ່ໄຂມັນງ່າຍໆພຽງແຕ່ກິນອາຫານດັ່ງຕໍ່ໄປນີ້…

ຮ່າງກາຍຮູ້ສຶກໄດ້ຮັບສານພິດ ເຊິ່ງເປັນຜົນມາຈາກອາຫານການກິນ ຫຼື ມົນລະພາວະຕ່າງໆອ້ອມຕົວເຮົາ, ເຊິ່ງແຟນໆຮູ້ບໍ່ວ່າການກິນອາຫານມັນກໍ່ສາມາດລ້າງພິດທີ່ຢູ່ຮ່າງກາຍເຮົາໄດ້ເຊັ່ນດຽວກັນ ນອກຈາກຈະລ້າງສານພິດແລ້ວ ຍັງມີອີກໜຶ່ງຄຸນປະໂຫຍດດີໆເພາະອາຫານຈຳພວກນີ້ສາມາດເຜົາຜານໄຂມັນທີ່ສະສົມໃນຮ່າງກາຍອີກດ້ວຍ ມາເບິ່ງກັນມີຫຍັງແດ່.. ໝາກນາວ ເປືອກໝາກນາວມີສານທີ່ຊ່ວຍກະຕຸ້ນການເຜົາຜານຂອງຮ່າງກາຍ ແລະກະຕຸ້ນການໄຫຼວຽນຂອງເລືອດ ພຽງແຕ່ດົມກິ່ນກໍສາມາດບັນເທົາອາການວິນຫົວປວດຮາກ ຫອມຫົວໃຫ່ຍ ເນື່ອງຈາກຫອມຫົວໃຫ່ຍມີວິຕາມິນບີ 1 ຊຶ່ງຊ່ວຍໃນການເຜົາຜານອາຫານ ແລະຍັງຊ່ວຍຂັບສານພິດໃນຮ່າງກາຍອອກມາທາງປັດສາວະອີກດ້ວຍ ນໍ້າສົ້ມສາຍຊູ ມີຄຸນປະໂຫຍດຊ່ວຍຫຼຸດ Cholesterol ທີ່ບໍ່ດີ ແລະຍັງຊ່ວຍເພີ່ມປະລິມານ Cholesterol ທີ່ດີໃຫ້ຮ່າງກາຍ ນອກຈາກນີ້ຍັງກະຕຸ້ນການເຜົາຜານໃນລະບົບຮ່າງກາຍ -ຂິງ ຊ່ວຍໃຫ້ຮ່າງກາຍອົບອຸ່ນ ຂັບເຫື່ອ ຊ່ວຍປັບອຸນຫະພູມໃນຮ່າງກາຍ ຊ່ວຍເຜົາຜານໄຂມັນ ແລະນໍ້າຕານໃນຮ່າງກາຍ ເພີ່ມການເຜົາຜານໄຂມັນໃນຮ່າງກາຍ ຄວນດື່ມນໍ້າຂິງ ຫຼຶນຳມາເປັນສ່ວນປະກອບຂອງອາຫານເປັນປະຈຳ -ກະທຽມ ນອກຈາກຊ່ວຍໃນການຂັບໄລ່ສານພິດແລະເສີມສ້າງພູມຄຸ້ມກັນໃນຮ່າງກາຍແລ້ວ ກະທຽມຍັງຊ່ວຍກະຕຸ້ນການເຜົາຜານໄຂມັນແລະທາດນໍ້າຕານໃນຮ່າງກາຍ ຊ່ວຍໃນການດູດຊຶມທາດເຫຼັກ -ໝາກເລັ່ນ ເປັນຜັກທີ່ມີໄຂມັນຕໍ່າ ເສັ້ນໃຍອາຫານສູງ ກິນແລ້ວຮູ້ສຶກອິ່ມໄວ ເຮັດໃຫ້ກິນອາຫານໄດ້ໜ້ອຍລົງ ເໝາະສຳລັບຄົນທີ່ຕ້ອງການຫຼຸດນໍ້າໜັກ -ງາ ມີແຮ່ທາດຕ່າງໆຫຼາກຫຼາຍ ໂດຍສະເພາະວິຕາມິນຊີ ແລະແຮ່ທາດທີ່ຊ່ວຍຫຼຸດລະດັບສານ Triglyceride (ເຊິ່ງສານນີ້ຖ້າມີໃນເລືອດຫຼາຍຈະເຮັດໃຫ້ເກີດອັນຕະລາຍ) …

Read More »

ສະແດງຄວາມຍິນດີ! ໜຸ່ມລາວຄວ້າໄປແລ້ວໜຶ່ງລາງວັນໃນເວທີ Mister United Asia 2018 #ແຊຣໄປໃຫ້ໂລກຮູ້ດ່ວນນນ

ກ່ອນອື່ນຕ້ອງຂໍບອກວ່າ #ແຊຣໄປໃຫ້ໂລກຮູ້ດ່ວນນນ ເພາະຫຼ້າສຸດ ບອຍ ໄຊຍະເວດ ໜຸ່ມຕົວແທນປະເທດລາວໄດ້ເດີນທາງໄປປະກວດໃນເວທີລະດັບອິນເຕີ Mister United Asia 2018 ເຊິ່ງໃນປີນີ້ຈັດຂຶ້ນທີ່ປະເທດໄທ ແລະ ມີຕົວແທນໜຸ່ມຫຼໍ່ໆ ງານດີໆ ເຂົ້າປະກວດໃນປີນີ້ກັນຫຼາຍປະເທດເລີຍ… ເຊິ່ງນັບວ່າເປັນຂ່າວດີຂອງຄົນລາວ ເພາະໜຸ່ມລາວຄົນນີ້ສາມາດຄວ້າມາໄດ້ໜຶ່ງລາງວັນຈາກເວທີດັ່ງກ່າວແລ້ວເດີ້ ເຊິ່ງເປັນລາງວັນ Inspiration & Smart (ຂໍສະແດງຄວາມຍິນດີນຳຫຼາຍໆ), ສຳລັບການປະກວດ Mister United Asia 2018 ກຳລັງຢູ່ໃນຊ່ວງທີ່ຜູ້ເຂົ້າແຂ່ງຂັນກຳລັງເກັບຕົວ ແລະ ເຮັດກິດຈະກຳ, ມື້ປະກວດແທ້ຈະຈັດຂຶ້ນໃນວັນທີ 29 ກໍລະກົດ 2018 ນີ້.  (ປາດດດດ! ງານດີເວີ້ ບໍ່ແປກໃຈເລີຍວ່າເປັນຫຍັງ ໜຸ່ມ ບອຍ ຈຶ່ງໄດ້ລາງວັນມານອນກອດກ່ອນໝູ່ 555) ຢ່າລືມຕິດຕາມເປັນກຳລັງຄົນລາວນຳກັນແດ່ເດີ້ທຸກໆຄົນ ຮູບພາບຈາກ: Boy Xayaveth

Read More »

ເປີດວາຟ! ອອນອະນົງ ຫອມສົມບັດ Miss Universe Laos 2018 ດີກຼີນັກຮຽນນອກ (ບອກເລີຍໂປຟາຍບໍ່ທຳມະດາ)

ເປັນກະແສໃຫ້ຊາວເນັດໄດ້ສະແດງຄວາມຄິດເຫັນກັນແບບລົວໆ ຫຼ້າສຸດຄົນລາວທົ່ວປະເທດກໍ່ໄດ້ຮູ້ກັນແລ້ວວ່າ Miss Universe Laos 2018 ໃນປີ້ນີ້ກໍ່ຄື ອອນອະນົງ ຫອມສົມບັດ (ອອນ) ອາຍຸ 23 ປີ ລວງສູງ 171 ຊັງຕີແມັດ ເຊິ່ງຈາກການແຕ່ງຕັ້ງຂອງກອງປະກວດ Miss Universe Laos ດ້ວຍເຫັນວ່າມີຄວາມເໝາະສົມບໍ່ວ່າຈະເປັນຮູບຮ່າງ ໜ້າຕາ ແລະ ທັກສະດ້ານຄວາມຮູ້ຕ່າງໆ ແລະ ອອນອະນົງ ກໍ່ຍັງຈະໄດ້ເປັນຕົວແທນແມ່ຍິງລາວໄປປະກວດ ໃນເວທີ ນາງງາມຈັກກະວານ Miss Universe  2018. Miss Universe Laos 2018 ຈະມີແຕ່ຄວາມງາມກໍ່ຄົງຈະເປັນໄປບໍ່ໄດ້ ຕ້ອງມີຄວາມຮູ້ໃນຫຼາຍໆດ້ານ ດັ່ງນັ້ນ ຂວັນໃຈເຮົາຈຶ່ງໄດ້ອັບເດດໂປຟາຍຂອງນາງແບບ exclusive ມາຝາກແຟນໆດັ່ງນີ້: ອອນ: ສະບາຍດີ ນ້ອງມີຊື່ວ່າ ອອນອານົງ ຫອມສົມບັດ, ອາຍຸ23ປີ,  ປັດຈຸບັນຈົບການສຶກສາ ລະດັບປະລິນຍາຕີ ສາຂາພົວພັນສາກົນ ທີ່ປະເທດຮົງກາລີ. ສາມາດເວົ້າໃດ້3 …

Read More »