Breaking News

ໄວໜຸ່ມ

ເປີດໃຈຄັ້ງທຳອິດ! ກັບອາຊີບທີ່ສາວໆຫຼາຍຄົນໄຝ່ຝັນ “Airhostess” ສາວແອກໍບໍ່ໄດ້ແຕກຕ່າງຈາກອາຊີບອື່ນ!!!

“ອາຊີບທີ່ແມ່ຍິງສ່ວນຫຼາຍໃຝ່ຝັນຢາກເປັນ ແລະ ຍັງຕັ້ງສາຍາໃຫ້ວ່າເປັນນາງຟ້າໃນເຄື່ອງບິນນັ້ນ ຄືເຮົາຮູ້ຫັ້ນແຫຼະເນາະວ່າ ກ່ອນທີ່ໃຜຈະເຂົ້າໄປຢູ່ຈຸດນັ້ນໄດ້ມັນບໍ່ແມ່ນເລື່ອງງ່າຍໆ” ອາຊີບທີ່ສາວໆໃຝ່ຝັນຢາກເປັນຫຼາຍທີ່ສຸດແມ່ນຫຍັງ? ໜຶ່ງໃນຄຳຕອບອັນດັບຕົ້ນໆ ຕ້ອງແມ່ນ ພະນັກງານຕ້ອນຮັບເທິງເຮືອບິນ ຫຼື ແອໂຮສເຕດ (Airhostess)ຢ່າງແນ່ນອນ ເພາະເປັນອາຊີບທີ່ຖືກຂະໜານນາມວ່າ “ນາງຟ້າ” ຟັງແລ້ວຈັ່ງແມ່ນຟຸ້ງຟິ້ງ ສູງສົ່ງ ສະຫງ່າງາມເຫຼືອເກີນ ແລ້ວການທີ່ຈະໄດ້ເປັນ ນາງຟ້າ ຂອງສາຍການບິນຕ່າງໆ ມັນຍາກງ່າຍແນວໃດ ມື້ນີ້ ຂວັນໃຈ ເຮົາມີຄຳຕອບ ຈາກປະສົບການຕົວຈິງຂອງນາງຟ້າສາຍການບິນດັງເລີຍໃດ .. ມາຮອດສາວແອ (Air hostess) ຄົນທີ 2 ແລ້ວ ນາງຊື່ວ່າ ຈາລິຍາ ນາເໝືອງຮັກ (ປ໋ອກ) ອາຍຸ 26 ປີ ຈົບການສຶກສາ ຈາກສະຖາບັນການທະນາຄານ ສາຂາ ການເງິນ-ການບັນຊີ ແລະ ພາສາອັງກິດ ລະດັບປະລິນຍາຕີ ນອກຈາກນາງມີຮູບຮ່າງໜ້າຕາທີ່ງົດງາມແລ້ວ ນາງຍັງມີນໍ້າສຽງດີ ມີນໍ້າສຽງທີ່ມ່ວນຫູອີກ ຈົນນາງໄດ້ເປັນນັກຮ້ອງປະຈໍາສາຍການບິນ …

Read More »

ວາລະສານ ຂວັນໃຈ ມອບເງິນຊ່ວຍເຫຼືອສັງຄົມ 74 ລ້ານກວ່າກີບ ໃຫ້ກັບສູນໃຫ້ຄຳປຶກສາແມ່ຍິງ ແລະ ເດັກນ້ອຍ

ໃນຕອນບ່າຍມື້ນີ້ ວັນທີ 3 ພຶດສະພາ 2018, ຢູ່ທີ່ ສູນກາງສະຫະພັນແມ່ຍິງລາວ,​ ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ຍອດເງິນບໍລິຈາກ ທັງໝົດ 74.382.000 ກີບ ຈາກໂຄງການ ປັ່ນລົດຖີບເພື່ອການກຸສົນ BIKE FOR HER 2018 ທີ່ຈັດຂຶ້ນໃນວັນທີ 3 ມີນາ 2018 ທີ່ຜ່ານມາ ຢູ່ທີ່ສວນເຈົ້າອານຸວົງ, ຈັດຂຶ້ນໂດຍ ວາລະສານ ຂວັນໃຈ  ຮ່ວມກັບ  ສະຫະພັນລົດຖີບນະຄອນຫຼວງວຽງຈັນ ແລະ ສະມາຄົມ ນັກທຸລະກິດແມ່ຍິງລາວ.  ໂດຍການກ່າວມອບຂອງທ່ານ ນາງ ວັນທະວີ ສຸພານຸວົງ ບັນນາທິການ ວາລະສານຂວັນໃຈ ແລະ ທ່ານ ນາງ ເກດສະຫວັນ ປັນຍາທິບ ຜູ້ອຳນວຍການສ້າງ ວາລະສານ ຂວັນໃຈ ພ້ອມດ້ວຍທີມງາມຮັບຜິດຊອບຈັດງານ ແລະ ໃຫ້ກຽດກ່າວຮັບໂດຍທ່ານ …

Read More »

ງົດງາມ! ຕາມແບບສະບັບ ຈີ່ຈີ້ ເນັດໄອດໍ້ ທຣິບນີ້ຕ້ອງຂໍຍອມເພິ່ນ!!

ເປັນອີກໜຶ່ງສາວທີ່ມັກທ່ອງທ່ຽວເປັນຊີວິດຈິດໃຈ ຫຼ້າສຸດສາວ ຈີ່ຈິ້ ພອຍໄຍລິນ ສີວິໄລ ຫຼື ແຟນໆຮູ້ກັນໃນນາມ ເນັດໄອດໍ້ຕະຫຼອດການ ກໍ່ໄດ້ເດີນທາງທ່ອງທ່ຽວທີ່ ປະເທດ ອອສເຕຍ (Austria), ແຖມຍັງໂພສຮູບງາມໆ ເຊັກຊີ່ໆ ບົ່ງບອກເຖິງໄລ້ສະຕາຍຕາມແບບສະບັບຂອງນາງ ອັບເດດໃຫ້ແຟນໆໄດ້ເບິ່ງເປັນໄລຍະໆ… make me believe again? A post shared by CHICHI (@chichisvl) on May 3, 2018 at 1:34am PDT (ເອົ້າ…ບໍ່ເວົ້າກັນຍືດຍາວ ລອງມາເບິ່ງຮູບງາມໆຂອງ ສາວ ຈີ່ຈີ້ ພອຍໄພລິນ ບອກເລີຍທຣິບນີ້ຕ້ອງຂໍຍອມເພິ່ນ…ເລີດໆ!) ຮູບພາບຈາກ: chichisvl

Read More »

ເພີ່ມສະເໜ່ໄດ້ບໍ່ຍາກ! ດ້ວຍການເປັນຄົນມີ Passion.

Hello ເຫຼົ່າສາວທັນສະໄໝທັງຫຼາຍ ມື້ນີ້ເຮົາຈະມາວ່າກັນດ້ວຍເລື່ອງຂອງ Passion ຫຼືສິ່ງທີ່ເຮົາມັກຮັກ ຈົນເຖິງຂັ້ນຫຼົງໃຫຼນັ້ນເອງ ນະຈຸດນີ້ ຈຸດທີ່ສາວໆຕ້ອງຢູ່ໃນສັງຄົມທີ່ທຸກຢ່າງປ່ຽນແປງໄວ ເຮັດໃຫ້ຊີວິດເຮົາຕ້ອງແປປວນໄປນໍາ! ສະນັ້ນ ການຮັບມືກັບສະຖານະການແບບນີ້ ເຮົາຈຳເປັນຕ້ອງມີຈຸດຢືນ ເປັນຕົວຂອງຕົນເອງ ໂດຍອາໄສ Passion ປະຈຳຕົວໃຜມັນນັ້ນເອງ .. ສໍາລັບໃຜທີ່ກໍາລັງສົງໄສວ່າ Passion ແມ່ນຫຍັງ? ຂໍບອກວ່າ ມັນຄືສິ່ງທີ່ເຮັດໃຫ້ເຮົາສາມາດຈົມຢູ່ໄດ້ໝົດມື້ໂດຍບໍ່ເບື່ອ! ຕ່າງກັບງານອະດິເລກບ່ອນວ່າ ການເຮັດງານອະດິເລກເຮົາເຮັດແກ້ເຫງົາ ຫຼືເຮັດໃນຕອນທີ່ວ່າງ ແຕ່ Passion ຄືສິ່ງທີ່ເຮົາຮັກ ແລະ ສາມາດມີຄວາມສຸກກັບມັນຢ່າງແທ້ຈິງໄດ້ແນວໃດລະສາວໆ ນີ້ແຫຼະຄືສິ່ງທີ່ຈະເຮັດໃຫ້ສາວໆໂດດເດັ່ນ ໃຊ້ຊີວິດຢ່າງໝັ້ນໃຈ ແລະມີສະເໜ່ສຸດໆໃນຍຸກນີ້! ແຕ່ສໍາລັບໃຜທີ່ຍັງຊອກ Passion ຂອງຕົວເອງບໍ່ພົບ ກໍຢ່າຟ້າວກັງວົນໄປ ເພາະມື້ນີ້ ຂວັນໃຈ ກໍໄດ້ສັນຫາມາຕ້ອນແລ້ວເດີ້ ໄປເບິ່ງພ້ອມກັນເລີຍ! ຮູ້ກ່ອນມີສະເໜ່ກ່ອນເດີ້ສາວໆ!! ໃຫ້ຄວາມຮູ້ສຶກຊ່ວຍບອກ: ນະຈຸດໆນີ້ ຄວາມຮູ້ສຶກຂອງເຮົາເທົ່ານັ້ນ ທີ່ຈະຊ່ວຍບອກທຸກຢ່າງວ່າມັກຫຍັງ ຫຼືບໍ່ມັກຫຍັງ ເພາະຄວາມຮູ້ສຶກມັນບໍ່ເຄີຍຕົວະ ລອງສັງເກດ ແລະ …

Read More »

ຊົມເຊີຍ! ບັນດານັກຮຽນເກັ່ງລະດັບປະເທດ 2018 #ແຊຣໄປໃຫ້ໂລກຮູ້ເຍົາວະຊົນລາວຄົນເກັ່ງ

ໃນວັນທີ 28 ເມສາ 2018 ທີ່ຜ່ານມາ ຢູ່ທີ່ ສະໂມສອນໃຫ່ຍ ມະຫາວິທະຍາໄລແຫ່ງຊາດ ໄດ້ມີການປະກາດຜົນການສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດ ປະຈຳສົກຮຽນ 2017-2018, ຄັ້ງວັນທີ 24-27 ເມສາ 2018. (ຂໍຊົມເຊີຍນ້ອງໆນັກຮຽນເກັ່ງທຸກໆຄົນ #ແຊຣໄປໃຫ້ໂລກຮູ້ເຍົາວະຊົນລາວຄົນເກັ່ງ)  ສຳລັບລາຍຊື່ນັກຮຽນເກັ່ງມີດັ່ງຕໍ່ໄປນີ້: ສາຍວິຊາ ພາສາລາວ ວັນນະຄະດີ: ອັນດັບທີ1 ນາງວັນວິໄລ ເພັດສະໄພວັນ ຈາກ ມສ ໂພນໄຊ ນະຄອນປາກເຊ ແຂວງຈຳປາສັກ; ອັນດັບ2 ນາງຈັນຕຸລາ ພົນວິໃສ ຈາກມສ ພອນສະຫວັນຊົນເຜົ່າ ນະຄອນຫຼວງວຽງຈັນ ແລະອັບດັບ3 ນາງວັນ ສຸດທິດາ ມສ ນະຄອນໄຊ ເມືອງຄຳເກິດ ແຂວງບໍລິຄຳໄຊ. ສາຍວິຊາ  ຄະນິດສາດ ອັບດັບ 1 ທ້າວ ຮີຢ່າງ ຈາກມສ ໄຊຍະບູລີ …

Read More »